ໄດ້ແລ້ວ!!! ຜູ້ຊະນະເລີດການແຂ່ງຂັນ ໂຄເວີ ເພງຮູບເງົາ “ດອກຈຳປາບານ”

ໃນວັນທີ 12 ກັນຍາ 2019 ທີ່ຜ່ານມາ, ຢູ່ກົມຮູບເງົາ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ໄດ້ຈັດງານປະກາດຜົນລາງວັນ ກິດຈະກຳ ໂຄເວີ ( Cover) ເພງຮູບເງົາ “ດອກຈຳປາບານ” ເພງປະກອບຮູບເງົາດອກຈຳປາບານ ທີ່ນັກສະແດງລາວ ໝໍແນ່ງ ຈັນດາລີ ສິດພະໄຊ ໄດ້ສະແດງຮ່ວມກັບນັກສະແດງຊື່ດັງຂອງຈີນ ; ຕົ້ນສະບັບຮ້ອງໂດຍ: ອຈ ສົມໃຈ ລາວລີ (JackBrown)

ໂຄງການຈັດການປະກວດນີ້, ແມ່ນໄດ້ເລີ່ມເປີດການແຂ່ງຂັນຕັ້ງແຕ່ ວັນທີ 15 ສິງຫາ 2019 ແລະ ປິດຮັບວັນທີ  6 ກັນຍາ 2019 ເຊິ່ງໄດ້ມີຜູ້ເຂົ້າປະກວດທັງໝົດ  13 ຄົນແລະ ໄດ້ມີການປະກາດຜົນລາງວັນໃນວັນທີ 12 ກັນຍາ

  • ລາງວັນຊະນະເລີດ ໄດ້ແກ່ ໝາຍເລກ  M 2 ທ້າວ ສີວິໄຊ (ເປເລ່) ໄດ້ຮັບເງິນລາງວັນມູນຄ່າ 1,000,000 ກີບ, ສະໜັບສະໜູນໂດຍ ບໍລິສັດ ພູນເງິນການຄ້າ, ໄດ້ຮັບບັດເຊີນເຂົ້າຮ່ວມງານ ພິທີເປີດການສາຍຮູບເງົາເລື່ອງ ”ດອກຈຳປາບານ” ຢ່າງເປັນທາງການ, ໃນວັນທີ 18 ກັນຍາ 2019 ທີ່ໂຮງຮູບເງົາເມເຈີ້ ສູນການຄ້າວຽງຈັນເຊັນເຕີ້ຊັ້ນ4 ຈຳນວນ 1 ບັດ ແລະ ປີ້ເຂົ້າຊົມຮູບເງົາຟຣີຈຳນວນ 4 ບັດ.

ຮັບຟັງພ້ອມໆກັນເລີຍ.

ທ້າວ ສີວິໄຊ (ເປເລ່) ອາຍຸ 19ປີ |ບ້ານ ດົງໂດກ ເມືອງໄຊທານີ ນະຄອນຫລວງວຽງຈັນ| M2 ຜູ້ເຂົ້າຮ່ວມການແຂ່ງຂັນ Cover ເພງປະກອບຮູບເງົາເລື່ອງ "ດອກຈຳປາບານ" #ຕົ້ນສະບັບ #ອຈJackBrown

Posted by ຮູບເງົາ ດອກຈຳປາບານ on Tuesday, August 27, 2019

  • ລາງວັນຮອງອັນດັບ 1  ໄດ້ແກ່ ໝາຍເລກ M 5 ທ້າວ ອ້ວນ ເພັງຈຳປາ ໄດ້ຮັບເງິນລາງວັນມູນຄ່າ 500,000 ກີບ, ສະໜັບສະໜູນໂດຍ ບໍລິສັດ ພູນເງິນການຄ້າ, ໄດ້ບັດເຊີນເຂົ້າຮ່ວມງານ ພິທີເປີດການສາຍຮູບເງົາເລື່ອງ ”ດອກຈຳປາບານ”  ແລະ ປີ້ເຂົ້າຊົມຮູບເງົາຟຣີຈຳນວນ 3 ບັດ.

ຮັບຟັງພ້ອມໆກັນເລີຍ.

ທ້າວ ອ້ວນ ເພັງຈຳປາ M5 ຜູ້ເຂົ້າຮ່ວມການແຂ່ງຂັນ Cover ເພງປະກອບຮູບເງົາເລື່ອງ "ດອກຈຳປາບານ"

ທ້າວ ອ້ວນ ເພັງຈຳປາ ອາຍຸ 19ປີ |ບ້ານ ສີວິໄລ ເມືອງໄຊທານີ ແຂວງ ນະຄອນຫລວງວຽງຈັນ| M5 ຜູ້ເຂົ້າຮ່ວມການແຂ່ງຂັນ Cover ເພງປະກອບຮູບເງົາເລື່ອງ "ດອກຈຳປາບານ" #ຕົ້ນສະບັບ #ອຈJackBrown

Posted by ຮູບເງົາ ດອກຈຳປາບານ on Sunday, September 1, 2019

  • ລາງວັນຮອງອັນດັບ2 ໄດ້ແກ່ໝາຍເລກ M 8  ທ້າວ ວິໄລພົງ ມະນີລາ ໄດ້ຮັບເງິນລາງວັນມູນຄ່າ 500,000 ກີບ, ສະໜັບສະໜູນໂດຍ ບໍລິສັດ ພູນເງີນການຄ້າ, ໄດ້ບັດເຊີນເຂົ້າຮ່ວມງານ ພິທີເປີດການສາຍຮູບເງົາເລື່ອງ ”ດອກຈຳປາບານ” ຢ່າງເປັນທາງການ ແລະ ປີ້ເຂົ້າຊົມຮູບເງົາຟຣີຈຳນວນ 2 ບັດ.

ຮັບຟັງພ້ອມໆກັນເລີຍ.

ທ້າວ ວິໄລພົງ ມະນີລາ ອາຍຸ19ປີ| ແຂວງຫຼວງພະບາງ | M8 ຜູ້ເຂົ້າຮ່ວມການແຂ່ງຂັນ Cover ເພງປະກອບຮູບເງົາເລື່ອງ "ດອກຈຳປາບານ" #ຕົ້ນສະບັບ #ອຈJackBrown

Posted by ຮູບເງົາ ດອກຈຳປາບານ on Thursday, September 5, 2019

  • ລາງວັນ Popular Vote ໄດ້ແກ່ໝາຍເລກ M 1 ທ້າວ ອັດສະວິນ ຈິດຕະວົງ ໄດ້ຮັບເງິນລາງວັນມູນຄ່າ 300,000 ກີບ, ສະໜັບສະໜູນໂດຍ ບໍລິສັດ ພູນເງີນການຄ້າ, ໄດ້ບັດເຊີນເຂົ້າຮ່ວມງານ ພິທີ ເປີດການສາຍຮູບເງົາເລື່ອງ ”ດອກຈຳປາບານ” ແລະ ປີ້ເຂົ້າຊົມຮູບເງົາຟຣີຈຳນວນ 2 ບັດ.
  • ນອກຈາກນີ້,​ຍັງມີລາງວັນຊົມເຊີຍໃຫ້ກັບຜູ້ເຂົ້າປະກວດ ໄດ້ຮັບເງີນລາງວັນມູນຄ່າ 200,000 ກີບ, ສະໜັບສະໜູນໂດຍ ບໍລິສັດ ພູນເງິນການຄ້າ, ໄດ້ບັດປີ້ເຂົ້າຊົມຮູບເງົາຟຣີຈຳນວນ 2 ບັດ.

 

 

Comments