General

ສ ປປ ລາວ ອາດເປັນປະເທດໜຶ່ງທີ່ີສົ່ງອອກເຂົ້າສານ ຫຼາຍທີ່ສຸດໃນປະເທດອາຊຽນ

ນັກທຸລະກິດຈາກປະເທດມຽນມາ ໄດ້ໃຫ້ສຳພາດຕໍ່ທີມງານວຽງຈັນທາຍໃນມື້ວັນເສົາທີ 2 ພະຈິກ 2019 ທີ່ຜ່ານມາວ່າ : ສປປ ລາວ ອາດຈະເປັນໜຶ່ງຂອງບັນດາປະເທດທີ່ສົ່ງອອກເຂົ້າສານຫຼາຍທີ່ສູດໃນອາຊຽນ ຍ້ອນຍັງມີເນື້ອທີ່ດິນປູກເຂົ້າເປັນຈໍານວນຫຼາຍ ແລະ ຍັງອຸດົມສົມບູນບໍ່ຈຳເປັນຕ້ອງໃຊ້ສານເຄມີໃນການປູກພືດດັ່ງກ່າວ. ໃນອານາຄົດເຊື່ອວ່າ ປະເທດລາວມີຄວາມສາມາດປູກເຂົ້າເປັນສິນຄ້າເພື່ອສົ່ງອອກໄດ້ຫຼາຍກວ່າທີ່ຜ່ານມາ ແລະ ຖ້າຫາກໄດ້ຮັບການສົ່ງເສີມຢ່າງຈິງຈັງ ຈາກພາກລັດ ໂດຍການຮ່ວມມືກັບນັກລົງທຶນ ແລະ ຊາວນາ. ທ່ານ ຈໍສະວາໂຊ (U Kyaw Swar Soe) ປະທານບໍລິສັດ ນາເຣສ໌ ຈຳກັດ ແຫ່ງປະເທດ ໄດ້ກ່າວຕໍ່ສືມວນຊົນ ເນື່ອງໃນໂອກາດທີ່ມາເຊັນສັນຍາ ຊື້-ຂາຍເຂົ້າສານໃຫ້ ບໍລິສັດ ໂຮມໄຊ ການກະເສດ ຂາອອກ-ຂາເຂົ້າ ຂອງລາວ ແລະ ບໍລິການຈຳກັດ ຜູ້ດຽວ ໂດຍຮ່ວມກັບ ບໍລິສັດ ສະຫຍາມ ມ້າທອງ ຈຳກັດ ແຫ່ງປະເທດໄທ. ທ່ານ ໄດ້ອະທິບາຍຕື່ມອີກວ່າ: ການທີ່ຈະໃຫ້ປະເທດລາວກາຍເປັນປະເທດທີ່ສົ່ງອອກເຂົ້າສານຫຼາຍທີ່ສູດໃນອາຊຽນໄດ້ນັ້ນແມ່ນຍັງມີສິ່ງທ້າທາຍຫຼາຍ ເຊັ່ນ : ພາກລັດຕ້ອງໄດ້ຂະຫຍາຍລະບົບຊົນລະປະທານໃຫ້ຫຼາຍເພື່ອສະໜອງນ້ຳໃຫ້ແກ່ການຜະລິດໄດ້ທົ່ວເຖິງ ສາມາດໃຊ້ໄດ້ສອງລະດູ ຫຼື ສາມລະດູໃນການປູກເຂົ້າ. ສະເພາະ ນັກລົງທຶນ ຕ້ອງໄດ້ເອົາໃຈໃສ່ສົ່ງເສີມຊາວນາ ...

Read More »

ວັນພັກທ້າຍປີນີ້ໄປທ່ຽວ ກວາງໂຈວ ດີບໍ່? ໄປ-ມາ ສະດວກເພາະມີທ່ຽວບິນ 5 ຄັ້ງຕໍ່ອາທິດ

ມາມາທາງນີ້!!! ສຳລັບໃຜທີ່ວາງແຜນຈະໄປທ່ອງທ່ຽວໃນໄລຍະທ້າຍປີນີ້ ແຕ່ຍັງບໍ່ຮູ້ຈະໄປໃສ? ເພາະວ່າກໍເປັນໄລຍະພັກຍາວ ຂອງຫຼາຍໆທ່ານ ຫຼື ມື້ພັກປະຈຳປີຍັງຫຼາຍມື້ແຕ່ກໍຍັງຄິດບໍ່ອອກຈະໄປ່ທ່ຽວໃສດີ… ແນະນຳເລີຍ ໄປທ່ຽວ ກວາງໂຈວ ເປັນແຫຼ່ງທ່ອງທ່ຽວທີ່ຂຶ້ນຊື່ລືຊາຂອງ ປະເທດຈີນ ແລະ ຫຼາຍຄົນທົ່ວໂລກຢາກໄປທ່ຽວ ໄປຊ໋ອບປິງ, ຊົມໄຟແສງສີຂອງຕຶກທີ່ທັນສະໄໝໃນຕົວເມືອງ ແລະ ຍັງມີສະຖານທີ່ທ່ອງທ່ຽວທາງວັດທະນະທຳຈີນ ອີກຢ່າງຫຼວງຫຼາຍ.  ນອກນີ້,ກໍໂດງດັງເລື່ອງອາຫານການກິນທີ່ຫຼາກຫຼາຍ ແລະ ນ່າຕື່ນເຕັ້ນອີກດ້ວຍ ໄປກັບໝູ່ເພື່ອນກໍມ່ວນມັນ, ໄປກັບຄົນຮັກກໍໂຣແມນຕິກ ຫຼື ຈະໄປກັບຄອບຄົວກໍແສນຈະອົບອຸ່ນ. ແລ້ວເປັນຫຍັງຈຶ່ງໄປກວາງໂຈວ????  ກໍເນື່ອງຈາກວ່າ ປັດຈຸບັນ, ເດີນທາງໄປກວາງໂຈວແມ່ນສະດວກສະບາຍທີ່ສຸດ ເພາະ  China Southern Airline  ໄດ້ເພີ່ມການບໍລິການຖ້ຽວບິນ ເສັ້ນທາງບິນກົງຈາກ ວຽງຈັນ – ກວາງໂຈວ ເປັນ 5 ຖ້ຽວບິນຕໍ່ອາທິດ ເລີ່ມຈາກວັນທີ 27 ຕຸລາເປັນຕົ້ນໄປ.  ເໝາະແກ່ການໃຫ້ເຮົາວາງແຜນໄດ້ຕາມໃຈ ຕາມສະດວກມື້ພັກຂອງເຮົາໄດ້ເລີຍ. ເພາະໄລຍະທ້າຍປີ ເປັນໄລຍະທີ່ຍົນຫຼາຍຖ້ຽວຈະມັກເຕັມ. ເເຕ່ China Southern Airline ຈະນຳສະເໜີລູກຄ້າ ດ້ວຍບໍລິການທີ່ສະດວກສະບາຍ ແລະ ໄດ້ລາຄາທີ່ເໝາະສົມ. ບໍ່ຕ້ອງຫ່ວງຄຳວ່າຍົນເຕັມ, ບໍ່ມີບ່ອນນັ່ງ ເປັນເຫດຜົນທີ່ເຮັດໃຫ້ທ່ານບໍ່ສາມາດໄປສະຫຼອງປີໃໝ່ກັບຄົນຮັກ, ໝູ່ເພື່ອນ ...

Read More »

ນໍ້າປະປາ ຫຼາຍເຂດໃນນະຄອນຫຼວງວິກິດຫຼາຍວັນຕິດຕໍ່ ຍ້ອນນໍ້າງື່ມບົກແຫ້ງ

2-3 ມື້ຫຼັງມານີ້, ໄດ້ເຫັນຫຼາຍຄົນ ຫຼາຍເຂດໃນນະຄອນຫຼວງວຽງຈັນເຊັ່ນ: ເຂດໂຮງຫມໍ 150 ຕຽງ, ໜອງທາ, ໜອງບອນ, ໜອງໜໜຽງ, ໂພນເຄັ່ງ…ແລະ ຍັງມີເຂດອື່ນໆອີກ. ໂພສລົງສື່ສັງຄົມອອນລາຍເລື່ອງນໍ້າປະປາບໍ່ມາ ເຮັດໃຫ້ມີຄວາມຫຍຸ້ງຍາກໃນການໃຊ້ຊີວິດປະຈຳຫຼາຍພໍສົມຄວນ. ເຊິ່ງເປັນຍ້ອນສາເຫດອັນໃດທີ່ເຮັດໃຫນໍ້າປະປາໄລຍະນີ້ຈຶ່ງບໍ່ມາປົກກະຕິດັ່ງນັ້ນ, ທາງ ນໍ້າປະປານະຄອນຫຼວງ ຈຶ່ງໄດ້ອອກມາຊີ້ແຈງດັ່ງນີ້: ທ່ານ ນາງ ເພື່ອນແສງ ໄຊນາຄໍາ ຮອງຜູ້ອໍານວຍການລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ປັດຈຸບັນ ຫຼາຍເຂດ ຢູ່ ນະຄອນຫຼວງວຽງຈັນ ໂດຍສະເພາະແມ່ນ ເຂດເມືອງ ໄຊທານີ, ໄຊເສດຖາ ຈັນທະບູລີ ໄດ້ຮັບຜົນກະທົບຈາກນໍ້າ ປະປາບໍ່ມາ ຫຼື ມາກໍບໍ່ພຽງພໍ, ພາຍຫຼັງ ໂຮງງານຜະລິດນໍ້າປະປາດົງໝາກຄາຍ ບໍ່ສາມາດຜະລິດນໍ້າປະປາໄດ້ ຍ້ອນສະພາບນໍ້າ ງື່ມແຫ້ງຜິດປົກກະຕິ, ຊຶ່ງເລີ່ມແຕ່ວັນທີ 20 ຕຸລາ ເປັນຕົ້ນມາ ແລະ ປັດຈຸບັນພວມເລັ່ງແກ້ໄຂດ້ວຍການຕິດຕັ້ງຈັກສູບນໍ້າເພີ່ມໃນ ປະລິມານ 20 ພັນແມັດກ້ອນຕໍ່ມື້, ເພື່ອໃຫ້ສະໜອງນໍ້າເປັນປົກກະຕິ. ຮອງຜູ້ອໍານວຍການລັດວິສາຫະກິດ ນໍ້າປະປານະຄອນຫຼວງວຽງຈັນ ໃຫ້ຮູ້ຕື່ມວ່າ: ປັດຈຸບັນ, ສະພາບນໍ້າງື່ມໄດ້ບົກແຫ້ງລົງຜິດ ປົກກະຕິ ແລະ ...

Read More »

ພ້ອມເຮັດວຽກ-ພ້ອມຈ້າງງານໃນງານຕະຫຼາດນັດແຮງງານ Job Fair 2019

ໃນຕອນແລງຂອງມື້ວານນີ້ ວັນທີ 16 ຕຸລາ 2019, ຢູ່ທີ່ສູນການຄ້າລາວໄອເຕັກ (ຕຶກເກົ່າ) ພະແນກແຮງງານ ແລະ ສະຫວັດດີການສັງຄົມ ນະຄອນຫຼວງວຽງຈັນ ແລະ ບໍລິສັດລາວເວີນ ມະຫາຊົນ ຈຳກັດ ໄດ້ຮ່ວມກັນຈັດງານ ແລະ ເປີດງານຕະຫຼາດນັດພົບແຮງງານ (Job Fair 2019) ຄັ້ງທີ 3 , ງານນີ້ຈະໄດ້ມີຂຶ້ນທັງໝົດ 5 ວັນຕັ້ງແຕ່ວັນ 16-20 ຕຸລາ 2019 ນີ້. ພິທີເປີດຕະຫຼາດນັດພົບແຮງງານຢ່າງເປັນທາງການ ໂດຍການເປັນປະທານ ຂອງທ່ານ ສີຫຸນ ສິດທິລືໄຊ ຮອງເລຂາຄະນະພັກ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ແລະໃຫ້ກຽດເຂົ້າຮ່ວມງານ ໂດຍທ່ານ ປອ ຄຳແພງ ໄຊສົມແພງ ກຳມະການສູນກາງພັກລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ ແລະ ແຂກຖືກເຂີນເຂົ້າຮ່ວມ. ຈຸດປະສົງຂອງການຈັດງານຄັ້ງນີ້, ກໍເພື່ອສ້າງໂອກາດ ແລະ ເອື້ອອຳນວຍຄວາມສະດວກ ໃຫ້ຜູ້ຊອກວຽກເຮັດງານທຳ ແລະ ບັນດາຫົວໜ່ວຍແຮງງານໄດ້ມີເວທີພົບປະກັນແລ້ວນຳໄປສູ່ການຈ້າງງານ.  ທັງນີ້, ກໍເພື່ອຫຼຸດຜ່ອນອັດຕາການວ່າງງານ, ຫຼຸດຜ່ອນການເຄື່ອນຍ້າຍແຮງງານໄປເຮັດວຽກຢູ່ຕ່າງປະເທດແບບບໍ່ຖືກຕ້ອງ ທັງເປັນການສົ່ງເສີມການເຮັດວຽກຢູ່ພາຍໃນ. ...

Read More »

ບໍລິສັດ ຜະລິດຝຸ່ນເຄມີ ແລະ ຊີວະພາບ ທີ່ໄດ້ຂື້ນທະບຽນຖືກຕ້ອງຕາມກົດໝາຍ

ປັດຈຸບັນນີ້ ສປປ ລາວ ມີພຽງສາມບໍລິສັດຜະລິດຝຸ່ນເຄມີ ແລະ ຊີວະພາບ ທີ່ໄດ້ຈົດທະບຽນການຜະລິດຝຸ່ນເຄມີ ແລະ ຊີວະພາບຖືກຕ້ອງຕາມກົດໝາຍ ຄື: ບໍລິສັດ ປຸ໋ຍສະຫວັນຈໍາກັດ, ບໍລິສັດມາລີນີການກະເສດຈໍາກັດຜູ້ດຽວ ແລະ ບໍລິສັດ ລາວຄາຍຢວນ ບໍ່ແຮ່ ຈໍາກັດຜູ້ດຽວ. ການຈົດທະບຽນ ແມ່ນມີຄວາມຈໍາເປັນ ເພື່ອສາມາດຄຸ້ມຄອງຜະລິດຕະພັນດັ່ງກ່າວ ບໍ່ໃຫ້ມີຜົນກະທົບທາງລົບຕໍ່ສຸຂະພາບຂອງຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ທັງເປັນການຮັບປະກັນທາງດ້ານຄຸນນະພາບຂອງສິນຄ້າ. ລັດຖະບານຮຽກຮ້ອງໃຫ້ມີການຈົດທະບຽນຜະລິດຕະພັນຝຸ່ນເຄມີ ແລະ ຝຸ່ນຊີວະພາບ ກ່ອນການຜະລິດ ເພື່ອຮັບປະກັນສິນຄ້າທີ່ຜະລິດອອກມາ ບໍ່ມີຜົນກະທົບດ້ານລົບຕໍ່ຄົນ, ສັດ, ພືດ ແລະ ສິ່ງແວດລ້ອມ ແລະ ທັງເປັນການຮັບປະກັນຄຸນນະພາບຂອງສິນຄ້າ. ປັດຈຸບັນ ມີ ສາມບໍລິສັດ ທີ່ໄດ້ຈົດທະບຽນຜະລິດຝຸ່ນເຄມີ ແລະ ຝຸ່ນຊີວະພາບ ຖືກຕ້ອງຕາມກົດໝາຍ ກັບກະຊວງກະສິກໍາ ແລະ ປ່າໄມ້ ລາຍລະອຽດ ຜະລິດຕະພັນຂອງແຕ່ລະບໍລິສັດ ມີດັ່ງລຸ່ມນີ້:​ 1. ບໍລິສັດ ປຸຍສະຫວັນຈໍາກັດ ມີການຈົດທະບຽນ 7 ຜະລິດຕະພັນ ຄື:  ຜະລິດຕະພັນ ...

Read More »

ຈຸດແຂ່ງຂັນ ຊ່ວງເຮືອທ່າວັດຈັນປີນີ້ ມີ 2​ ຈຸດ

ບຸນຊ່ວງເຮືອທ່າວັດຈັນ, ນະຄອນຫຼວງວຽງຈັນປີນີ້ໄດ້ແຍກໜ້ານໍ້າຈັດຢູ່ 2 ຈຸດຄື ຢູ່ຫາດດອນຈັນ ແຂ່ງເຮືອນ້ອຍ 12 ສີພາຍ, ສ່ວນເຮືອປະເພນີ – ເຮືອສູດຈັດແຂ່ງຢູ່ຈຸດເກົ່າຂອງປີຜ່ານມາຄືໜ້າໂຮມແຮມແລນມາກ. ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ອອກແຈ້ງການເລກທີ 0386/ຫວນວ ລົງວັນທີ 9 ຕຸລາ 2019 ເລື່ອງ ການກະກຽມບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອນະຄອນຫຼວງວຽງຈັນປະຈໍາປີ 2019. ອີງຕາມການລາຍງານຂອງຄະຮະຮັບຜິດຊອບຈັດງານບຸນອອກພັນສາ ແລະ ບຸນຊ່ວງເຮືອປະຈໍາປີ 2019 ແລະ ຫ້ອງການຄະນະກໍາມະການປ້ອງກັນຊາດ – ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນຄັ້ງວັນທີ 9 ຕຸລາ 2019. ອີງຕາມການຊີ້ນໍາຂອງກອງປະຊຸມຄະນະປະຈໍາພັກນະຄອນຫຼວງວຽງຈັນ ຄັ້ງທີ 79 ສະໄໝທີ 6 ຄັ້ງວັນທີ 9 ຕຸລາ 2019. ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຖືເປັນກຽດແຈ້ງການຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມຄະນະປະຈໍາພັກນະຄອນຫຼວງວຽງຈັນ ມາຍັງທ່ານດັ່ງນີ້: ເຫັນດີໃຫ້ຈັດການແຂ່ງຂັນຊ່ວງເຮືອນ້ອຍ, ເຮືອກິລາ 12 ສີພາຍຢູ່ຫາດດອນຈັນ ເມືອງຈັນທະບູລີນະຄອນຫຼວງວຽງຈັນໃນວັນທີ 13 ຕຸລາ 2019 ໂດຍໃຫ້ຈັດໃນລະດັບຂັ້ນເມືອງ, ສ່ວນວັນທີ 14 ຕຸລາ ...

Read More »

ແຈ້ງການ!!! ຍຸບເລີກຈຸດກວດກາຂອງເຈົ້າໜ້າທີ່ລັດ ເພື່ອຈຳກັດສ່ອງວ່າງ ການສວຍໃຊ້ໜ້າທີ່ຕໍ່າແໜ່ງ

ເຈົ້າ​ ແຂວງສະຫວັນນະເຂດ ອອກຄຳສັ່ງວ່າດ້ວຍ ການຍຸບເລີກຈຸດກວດກາຂອງເຈົ້າໜ້າທີ່ລັດ​ ພາຍໃນແຂວງສະຫວັນນະເຂດ ທັງນີ້ກໍເພື່ອສ້າງຄວາມເຊື່ອໝັ້ນ ແລະ ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການດຳເນີນທຸລະກິດ ດ້ວຍການແກ້ໄຂຂັ້ນຕອນຕ່າງໆ ທີ່ເປັນການກີດຂວາງ ແລະ ກົດໜ່ວງທ່ວງດຶງ, ສົ່ງເສີມການຜະລິດໃຫ້ຂະຫຍາຍຕົວ ແລະ ກາຍເປັນກຳລັງແຮງປະກອບສ່ວນສຳຄັນເຂົ້າໃນການພັດທະນາປະເທດເສດຖະກິດ-ສັງຄົມຂອງແຂວງ, ຄຽງຄູ່ກັນນັ້ນ ກໍເປັນຫານຈຳກັດສ່ອງຫວ່າງໃນການສວຍໃຊ້ໜ້າທີ່ຕໍ່າແໜ່ງເຄື່ອນໄຫວລະເມີດກົດລະບຽບ, ກົດໝາຍເຈົ້າໜ້າທີ່ລັດ ທັງເປັນການບຸກທະລຸດ້ານຕ່າງໆໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າ. ເຈົ້າແຂວງສະຫວັນ ໄດ້ອອກຄຳສັ່ງດັ່ງນີ້:    

Read More »

ຕ້ອງຫາເວລາໄປໃຫ້ໄດ້!!! ງານວາງສະແດງຮູບພາບ ສະເຫຼີມສະຫຼອງ ວັນຊາດ ສປ ຈີນ ຄົບຮອບ 70 ປີ

ວັນທີ 25 ກັນຍາ 2019, ວິທະຍຸສາກົນ ແຫ່ງປະເທດຈີນ CRI ປະຈຳລາວ, ໄດ້ເປີດງານວາງສະແດງຮູບພາບ ພາຍໃຕ້ຫົວຂໍ້ “ພະລັງແຫ່ງການກ້າວເດີນ” ເພື່ອເປັນການສະເຫຼີມສະຫຼອງ ວັນສະຖາປະນາ ສປ ຈີນ ຄົບຮອບ 70 ປີ ໃນວັນທີ 1 ຕຸລາ 2019 ທີ່ຈະມາເຖິງນີ້ (1949 ຫາ ປີ 2019) ແລະ ເປັນການສ້າງບັນຍາກາດ ປີທ່ອງທ່ຽວລາວຈີນ ປີ 2019 ໃຫ້ຄຶກຄື້ນ, ໃຫ້ກຽດເຂົ້າຮ່ວມງານໂດຍທ່ານ ປິ່ນປາດໜາ ພັນທະມາລີ  ຫົວໜ້າກົມສື່ມວນຊົນ  ກະຊວງຖະແຫຼງຂ່າວ,​ ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ບົວແກ້ວ ພູມວົງໄຊ ຫົວໜ້າກົມການຂ່າວ ກະຊວງການຕ່າງປະເທດ, ມີບັນດາພາກສ່ວນທີ່ກ່ຽວຂ້ອງ, ແຂກຖືກເຊີນເຂົ້າຮ່ວມຢ່າງຄຶກຄື້ນ. ງານວາງສະແດງຮູບພາບ “ພະລັງແຫ່ງການກ້າວເດີນ” ແມ່ນໄດ້ຈັດຂຶ້ນຢູ່ທີ່ສູນການຄ້າວຽງຈັນເຊັນເຕີ້ ແລະ ຈະໄດ້ເປີດໃຫ້ທຸກຄົນໄດ້ເຂົ້າຊົມຕັ້ງແຕ່ມື້ນີ້ຈົນຮອດວັນທີ 2 ເດືອນຕຸລາ, ເຊິ່ງເປີດໃຫ້ຊົມໂດຍບໍ່ເສຍຄ່າ. ທ່ານ ນາງ ສຸດທິດາ ຫົວໜ້າ ວິທະຍຸຈີນສາກົນ ...

Read More »

ສປປ ລາວ ຈັດຢູ່ໃນອັນດັບ 154 ຈາກ 190 ປະເທດ ທີ່ມີຄວາມຍາກງ່າຍໃນການດໍາເນີນທຸລະກິດ

ໃນບົດລາຍງານ ຂອງທະນາຄານໂລກ Doing Business 2019 ເຊິ່ງຜົນການສຶກສາຄວາມງ່າຍດາຍໃນການເນີນທຸລະກິດຈໍານວນ 190 ປະເທດ ຊີ້ໃຫ້ເຫັນວ່າ ສປປ ລາວ ຍັງຄົງຢູ່ໃນອັນດັບຕໍ່າທີ່ສຸດໃນພາກພື້ນອາຊີຕາເວັນອອກ ແລະ ເຂດປາຊີຟິກ, ຄືພຽງແຕ່ຖືກຈັດໃນອັນດັບດີກວ່າ ສ ມຽນມາ (171) ແລະ ຕີມໍເລສເຕ້ (178). ແຕ່ເມືອທຽບໃສ່ປະເທດເພື່ອນບ້ານອາຊຽນ ແລະ ປະເທດຄູ່ແຂ່ງໃນພາກພື້ນແລ້ວ ສປປ ລາວ ກໍຍັງຢູ່ໃນອັນດັບທີ່ລາກທ້າຍຢູ່ ເຊັ່ນ: ກໍາປູເຈຍ (138), ສສ ຫວຽດນາມ (69), ຣຊ ໄທ (27), ມາເລເຊຍ (15) ເຊິ່ງ ສປປ ລາວ ຖືກຈັດຢູ່ໃນອັນດັບທີ 154. ໃນ 10 ໝວດຕົວຊີ້ວັດ ມີພຽງໝວດຕົວຊີ້ວັດການຄ້າຂ້າມແດນ ທີ່ມີການປ່ຽນແປງໃນລຳດັບດີຂຶ້ນ ຄືຈາກລໍາດັບທີ 124 (2018) ມາເປັນ 76 (2019). ດັ່ງນັ້ນ ພາລະກິດຂອງບັນດາຂະແໜງການກ່ຽວຂ້ອງ ຍັງມີຫຼາຍບັນຫາທີ່ຈະຕ້ອງໄດ້ບຸກທະລຸ ເພື່ອສືບຕໍ່ປັບປຸງແວດລ້ອມການດຳເນີນທຸລະກິດໃນ ສປປ ລາວ ...

Read More »

ຮູບເງົາລາວ-ຈີນ “ດອກຈຳປາບານ” ເປີດສາຍແລ້ວທຸກໂຮງຮູບເງົາທົ່ວປະເທດ

ຮູບເງົາ “ດອກຈຳປາບານ ” ໄດ້ເປີດສາຍເປັນຮອບປະຖົມມະເລິກແລ້ວ ໃນມື້ວານນີ້ ຄືຮອບສື່ມວນຊົນ ໃນວັນທີ 18 ກັນຍາ 2019 ຢູ່ທີ່ໂຮງຮູບເງົາເມເຈີ້ ສາຂາວຽງຈັນເຊັນເຕີ້, ພ້ອມທັງຈະເປີດສາຍໃນທຸກໂຮງຮູບໃນທົ່ວປະເທດ ໃນວັນທີ 19 ກັນຍາ 2019 ກໍຄືມື້ນີ້ນັ້ນເອງ…ໃຜທີ່ຕິດຕາມ ແລະ ລໍຖ້າຊົມຢູ່ກໍຢ່າລືມໄປຊົມ, ໄປໃຫ້ກໍາລັງໃຈຜົນງານການສ້າງ ແລະ ການສະແດງຂອງຄົນລາວເຮົາໄດ້. ຮູບເງົາ “ດອກຈໍາປາບານ” ເປັນຮູບເງົາເລື່ອງທໍາອິດທີ່ຮ່ວມມືກັນສ້າງລະຫວ່າງ 2 ປະເທດຄື: ສປປ ລາວ ແລະ ສປ ຈີນ ໂດຍມີຈຸດປະສົງຄື ເພື່ອເປັນການສະເຫຼີມສະຫຼອງວັນສ້າງຕັ້ງສະຖານທຸດຈີນປະຈໍາລາວຄົບຮອບ 55 ປີ. ເນື້ອເລື່ອງລາວໄດ້ພັນລະນາເຖິງຄວາມຮັກ ແລະ ຄວາມຜູກພັນຂອງປະຊາຊົນລາວຈີນຕັ້ງແຕ່ສະໄໝທີ່ປະເທດລາວຖືກຮຸກຮານ, ການລໍຄອຍຄົນຮັກທີ່ພັດພາກຈາກກັນຕັ້ງແຕ່ສະໄໝສົງຄາມ, ພ້ອມທັງສະແດງໃຫ້ເຫັນເຖິງວັດທະນະທໍາ, ຮີດຄອງປະເພນີ ແລະ ທໍາມະຊາດອັນງົດງາມຂອງສອງປະເທດກໍຄື ລາວ-ຈີນ. ຮ່ວມຖ່າຍທອດເລື່ອງລາວຂອງຮູບເງົາປະຫວັດສາດຄັ້ງນີ້ສະແດງນຳໂດຍ ໝໍແນ່ງ ຈັນດາລີ (ນາງເອກ) ຮ່ວມກັບນັກຈະແດງຊື່ດັງຈາກປະເທດຈີນຫຼາກຫຼາຍທ່ານເຊັ່ນ:  Mr. Zhiluo Ma , Mr. Haozhen Wang, Miss Xinhua Chen, Mr. ...

Read More »