ກົມສື່ມວນຊົນ ຮຽກຮ້ອງໃຫ້ສື່ມວນຊົນລາວ ປະຕິບັດກົດລະບຽບກ່ຽວກັບການໂຄສະນາສິນຄ້າ…

ກົມສື່ມວນຊົນ ຮຽກຮ້ອງໃຫ້ສື່ມວນຊົນລາວ ໃຫ້ປະຕິບັດຕາມກົດລະບຽບກ່ຽວກັບການໂຄສະນາສິນຄ້າ….

ໃນວັນທີ 4 ກັນຍາ 2019 ຢູ່ທີ່ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຈັດກອງປະຊຸມ ປຶກສາຫາລືສ້າງນິຕິກໍາລຸ່ມກົດໝາຍສື່ມວນຊົນ (ສະບັບປັບປຸງ) ໂດຍການເປັນປະທານຂອງ ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ທ່ານ ສະຫວັນຄອນ ລາຊມຸນຕີ ຮອງລັດຖະມົນຕີ, ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມ ພ້ອມດ້ວຍ ບັນນາທິການ ຂອງແຕ່ລະສໍານັກຂ່າວເຂົ້າຮ່ວມ.

ພາຍໃນກອງປະຊຸມດັ່ງກ່າວ ທ່ານ ທ່ານ ປິ່ນປາຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ຂຶ້ນກ່າວເຖິງຈຸດປະສົງໃນການສ້າງນິຕິກໍາສະບັບນີ້ ໂດຍອິງຕາມຂໍ້ຕົກລົງຂອງລັດຖະມົນຕີ ວ່າດ້ວຍການຄຸ້ມຄອງການບໍລິການຂອງສື່ມວນຊົນ, ເຊິ່ງລາຍລະອຽດຂອງນິຕິກໍາມີດັ່ງນີ້:

Comments