General

ລັດຖະບານລາວ ກຽມສ້າງວິທະຍາໄລເຕັກນິກ ການລົດໄຟ ເພື່ອຮອງຮັບການນຳໃຊ້ລົດໄຟລາວ-ຈີນ

ເສັ້ນທາງລົດໄຟ ລາວ-ຈີນ ມີຄວາມຈຳເປັນທີ່ຈະຕ້ອງໃຊ້ພະນັກງານຫຼາຍພັນຄົນເພື່ອເຮັດວຽກພາຍຫຼັງການເປີດນຳໃຊ້ໃນປີ 2021, ສະນັ້ນທາງລັດຖະບານລາວມີແຜນຮ່ວມກັບການຊ່ວຍເຫຼືອຈາກ ລັດຖະບານຈີນ ທີ່ຈະສ້າງວິທະຍາໄລວິຊາຊີບເຕັກນິກການທາງລົດໄຟລາວຂຶ້ນ ເພື່ອຕອບສະໜອງ ຊ່ຽວຊານທີ່ເປັນມືອາຊີບເຮັດວຽກໃນໂຄງການດັ່ງກ່າວ. ທ່ານ ຮສ. ດຣ ກອງສີ ແສງມະນີ ຮອງລັດທະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ໃຫ້ສຳພາດກັບສື່ມວນຊົນລາວວ່າ: ວິທະຍາໄລດັ່ງກ່າວແມ່ນຍັງຢູ່ໃນຂັ້ນຕອນການອອກແບບ ແລະ ກໍ່ໃກ້ຈະສຳເລັດແລ້ວ. ປັດຈຸບັນພວກເຮົາກຳລັງຖ້າການອອກແບບຈາກປະເທດຈີນ ແລະ ຄິດວ່າ ໂຄງການກໍ່ສ້າງອາດຈະໄດ້ເລີ່ມໃນທ້າຍປີນີ້. ເຊິ່ງວ່າທາງລົງໄຟ 1 ກິໂລແມັດ ຕ້ອງການຄົນເບິ່ງແຍງ 15 ຄົນ ແບ່ງເປັນວິສະວະກອນ ແລະຊ່າງເຕັກນິກ ເຊິ່ງວິທະຍາໄລດັ່ງກ່າວຈະຊ່ວຍກຽມແຮງງານທີ່ມີທັກສະ ແລະຈ້າງແຮງງານທ້ອງຖິ່ນອີກດ້ວຍ ການກໍ່ສ້າງຈະຕັ້ງຢູ່ໃກ້ກັບເຂດສະໜາມກິລາແຫ່ງຊາດຫຼັກ 16 ແລະ ຄາດວ່າຈະໃຊ້ເວລາ 2 ປີ ໃຫ້ສຳເລັດ, ປັດຈຸບັນທາງກະຊວງສຶກສາທິການ ແລະ ກິລາ ໄດ້ສົ່ງພະນັກງານຄູ 30 ກວ່າຄົນ ໄປສຶກສາອບຮົມຢູ່ທີ່ປະເທດຈີນເພື່ອກ້ຽມພ້ອມສຳລັບວິທະຍາໄລດັ່ງກ່າວ ຫາກການກໍ່ສ້າງສຳເລັດວິທະຍາໄລແຫ່ງໃຫມ່ຈະເປັນສອນ 6 ຫຼັກສູດ ແລະຮັບນັກຮຽນປະມານ 300 ຄົນຕໍ່ປີ ໂດຍທີ່ນັກຮຽນຈະໄດ້ຮຽນຮູ້ກັບທຸກສ່ວນທີ່ກ່ຽວຂ້ອງກັບເຄື່ອງຈັກທາງລົດໄຟ ລວມເຖິງການຂັບລົດໄຟ ການບໍລິການສະຖານີ ແລະການສ້ອມແປງ ບຳລຸງຮັກສາ ...

Read More »

ຂ່າວດີ!!! ອີກ 3 ປີ ຈະໄດ້ໃຊ້ເສັ້ນທາງລົດໄຟສະຖານີ ບ້ານຄຳສະຫວາດ

ຖືເປັນຂ່າວດີທີ່ຢາກໃຫ້ຕິດຕາມກັບໂຄງການກໍ່ສ້າງເສັ້ນທາງລົດໄຟຊ່ວງຕໍ່ຈາກທ່ານາແລ້ງເຂົ້າສູ່ຕົວເມືອງຫຼວງວຽງຈັນທີ່ສະຖານີບ້ານຄຳສະຫວາດ ເມືອງໄຊເສດຖາ, ຫຼັງຈາກນັ້ນຜູ້ທີ່ມີຈຸດປະສົງໄປໃຊ້ບໍລິການລົດໄຟລາວອອກສູ່ໜອງຄາຍ ແລະ ກຸງເທບຂອງໄທຈະໃຊ້ເວລາພຽງບໍ່ເທົ່າໃດນາທີກໍ່ຮອດເພາະຫ່າງຈາກຕົວເມືອງພຽງ 4 ກິໂລແມັດເທົ່ານັ້ນ. ການກໍ່ສ້າງເສັ້ນທາງລົດໄຟຕໍ່ຊ່ວງຈາກສະຖານີທ່ານາແລ້ງຫາບ້ານຄຳສະຫວາດ ເມືອງໄຊເສດຖາ ເປັນໂຄງການທີ່ທາງອົງການທາງລົດໄຟມີເປົ້າໝາຍສ້າງມາດົນແລ້ວ ແຕ່ເນື່ອງຈາກເງື່ອນໄຂປິ່ນອ້ອມຫຼາຍຢ່າງຍັງບໍ່ພ້ອມໂດຍສະເພາະເລື່ອງທຶນຮອນຈິ່ງເຮັດໃຫ້ແກ່ຍາວມາຫຼາຍປີ.ແນວໃດກໍ່ຕາມ ປັດຈຸບັນແມ່ນໄດ້ແຫຼ່ງທຶນພ້ອມແລ້ວທີ່ຈະດຳເນີນການກໍ່ສ້າງເສັ້ນທາງລົດໄຟ ຈາກຂົວມິດຕະພາບລາວໄທ ແຫ່ງທີ I ທ່ານາແລ້ງເຂົ້າມາຫາສູນກາງ ນະຄອນຫຼວງວຽງຈັນ ລວມຄວາມຍາວເປັນໄລຍະ 11 ກິໂລແມັດ ກໍາລັງຈະເປັນຄວາມຈິງຂຶ້ນມາ ພາຍຫຼັງ ການເຊັນບົດບັນທຶກ ຄວາມເຂົ້າໃຈ ລະຫວ່າງ ກົມທາງລົດໄຟ ກະຊວງ ໂຍທາ ແລະ ຂົນສົ່ງ ຮ່ວມກັບ ບໍລິສັດ Sermsanguan Construction ຈໍາກັດ ຈາກປະເທດໄທ. ໂຄງການເຟສ II ດັ່ງກ່າວ ແມ່ນໄດ້ຮັບງົບປະມານ ການຊ່ວຍເຫຼືອລ້າຈາກປະເທດໄທ 30% ແລະ ອີກ 70% ໃນຮູບແບບ ການກູ້ຍືມ ດອກເບ້ຍຕໍ່າ ໂດຍສະຖານີໃໝ່ນີ້ຕັ້ງຢູ່ໃກ້ສູນກາງ ຂອງນະຄອນຫຼວງວຽງຈັນ ແມ່ນສະຖານີ ທີ່ຕັ້ງຢູ່ບ້ານ ຄໍາສະຫວາດ (ປະມານ 4 ກມ ຈາກ ທາດຫຼວງວຽງຈັນ). ການກໍ່ສ້າງເສັ້ນທາງລົດໄຟ ພາກຂະຫຍາຍນີ້ ...

Read More »

ຈະຢຸດຮັບຄູອາສາ, ສ່ວນຜູ້ທີ່ສອນມາຫຼາຍປີແມ່ນຈັດເປັນສອງບຸລິມະສິດ

ຍັງເປັນປະເດັນທີ່ສັງຄົມໃຫ້ຄວາມສົນໃຈຢ່າງຕໍ່ເນື່ອງ ກໍລະນີຄູເຫຼືອບໍ່ພໍ, ຄູອາສາທີ່ສອນມາຫຼາຍປີແຕ່ຍັງບໍ່ທັນໄດ້ບັນຈຸເຂົ້າເປັນລັດຖະກອນເທື່ອ ບັນຫານີ້ກະຊວງໄດ້ຫາທາງອອກໂດຍຈະລົງກວດຕົວຈິງ ແລະ ຈົດເປັນບັນຊີບຸລິມະສິດທີ່ແຕກຕ່າງກັນອີງໃສ່ຄວາມຂະຫຍັນໝັ່ນພຽນ, ສອນດີສອນເກັ່ງ ແລະຄວາມຮຽກຮ້ອງຕ້ອງການຕົວຈິງຂອງແຕ່ລະໂຮງຮຽນເປັນຫຼັກ. ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ໃຫ້ຮູ້ວ່າ: ປັດຈຸບັນມີຄູອາສາສະໝັກຈຳນວນຫຼາຍພັນຄົນ ທີ່ຍັງບໍ່ທັນໄດ້ບັນຈຸເຂົ້າເປັນລັດຖະກອນ ເຊິ່ງນັ້ນມັນເປັນບັນຫາ ແລະ ສິ່ງທ້າທາຍໃຫ້ແກ່ກະຊວງສຶກສາທິການ ແລະ ກິລາ ກໍຄືລັດຖະບານຕ້ອງໄດ້ສືບຕໍ່ແກ້ໄຂໂດຍໄວ. ສາເຫດທີ່ພາໃຫ້ເກີດມີຂໍ້ຄົງຄ້າງໃນຂະແໜງການຄູ ແມ່ນດຳລັດວ່າດ້ວຍລັດຖະກອນຄູ ສະບັບເລກທີ 177/ລບ ກໍານົດການບັນຈຸລັດຖະກອນຄູ ໂດຍອີງໃສ່ອັດຕາສ່ວນນັກຮຽນຕໍ່ຄູເປັນຫຼັກ ໂດຍບໍ່ໄດ້ຄຳນຶງເຖິງຈຸດພິເສດ, ທີ່ຕັ້ງຂອງໂຮງຮຽນ, ຊັ້ນຮຽນ, ຫ້ອງຮຽນ ແລະ ວິຊາຮຽນ; ການສ້າງແຜນຄວາມຕ້ອງການຄູຍັງມີລັກສະນະແບບລວມໆ ຍັງບໍ່ໄດ້ເລີ່ມຈາກໂຮງຮຽນເປັນຫຼັກ, ຕົວເລກໂກຕາທີ່ໄດ້ຮັບມີໜ້ອຍກວ່າຈຳນວນຄູທີ່ສູນເສຍໃນຮູບການຕ່າງໆເຊັ່ນ: ໂກຕາຄູທີ່ລັດຖະບານອະນຸມັດໃນສົກປີ 2017 – 2018 ມີທັງໝົດ 1.850 ຄົນ, ແຕ່ສູນເສຍ ຈຳນວນ 2.750 ຄົນ ແລະ ໃນສົກປີ 2018 – ...

Read More »

ສັນຍາຮ່ວມມື ເພື່ອສະໜອງຂໍ້ມູນຂ່າວສານດ້ານຕະຫຼາດແຮງງານ ໃຫ້ກັບສັງຄົມລາວ

ສູນບໍລິການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຮ່ວມກັບບໍລິສັດ ຮ້ອຍແປດພັນເກົ້າກຣຸບ ໄດ້ເຊັນບົດບັນທຶກການຮ່ວມມື ກ່ຽວກັບການສະໜອງຂໍ້ມູນຂ່າວສານຕະຫຼາດແຮງງານ ເພື່ອຕອບໂຈດໃຫ້ກັບສັງຄົມ ກໍຄືອົງກອນຜູ້ທີ່ຢາກໄດ້ແຮງງານ ແລະ ຜູ້ທີ່ຢາກມີວຽກເຮັດງານທຳ ສາມາດມີຊ່ອງທາງ ແລະ ຂໍ້ມູນ ຄວາມຕ້ອງການໄດ້ເຂົ້າເຖິງໄດ້ງ່າຍ ຜ່ານເວັບໄຊຂອງ 108 Job ພິທີເຊັນບັດບັນທຶກ ການຮ່ວມມືລະຫວ່າງສູນບໍລິການຈັດຫາງານ ແລະ ບໍລິສັດ ຮ້ອຍແປດພັນເກົ້າ ກຣຸບ ຈຳກັດ ( 108 Job)  ໄດ້ຈັດຂຶ້ນໃນຕອນເຊົ້າຂອງມື້ີ້ນີ້ ວັນທີ 26 ມິຖຸນາ 2019  ທີ່ຫ້ອງປະຊຸມໃຫຍ່ ຂອງຫ້ອງການກອງທຶນປະກັນສັງຄົມແຫ່ງຊາດ ນະຄອນຫຼວງວຽງຈັນ.  ໂດຍການປະທານຮ່ວມຂອງທ່ານ ຄຳແສນ ໄຊຍະວົງ  ຫົວໜ້າສູນບໍລິການຈັດຫາງານ ແລະ ທ່ານ ແກ້ວວິສຸກ ດາລາສານ ປະທານບໍລິສັດ ຮ້ອຍແປດພັນເກົ້າ ກຣູບ ແລະ ຮ່ວມເປັນສັກຂີພິຍານ ໂດຍທ່ານ ຄອນສີ ມະຫາວົງ ຮອງຫົວໜ້າກົມ ພັດທະນາສີມືແຮງງານ ແລະ ຈັດຫາງານ, ພ້ອມມີບັນດາບໍລິສັດຈັດຫາງານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ...

Read More »

ເທັກຊັດ ຊິກເກັ້ນ ລາວ ສະເຫຼີມສະຫຼອງ ຄົບຮອບ 3 ປີ ແຈກຟຣີ ຂາໄກ່ 100 ຊຸດ ພ້ອມກິດຈະກຳອີກຫຼາກຫຼາຍຢ່າງ.

ຮ້ານ ເທັກຊັດ ຊິກເກັນ (Texas Chicken Laos) ສະເຫຼີມສະຫຼອງ ຄົບຮອບ 3 ປີ ຄືນກຳໄລໃຫ້ກັບລູກຄ້າ ທີ່ໃຫ້ການສະໜັບສະໜູນ ທາງຮ້ານມາໂດຍຕະຫຼອດ 3 ປີ ໂດຍການມອບຂອງຂວັນສຸດປະທັບໃຈກໍຄື ເມນູ ໄກ່ Texas Chicken 100 ຊຸດ ໃຫ້ກັບລູກຄ້າ 100 ທ່ານ.  ນອກຈາກນີ້, ທາງຮ້ານຍັງມີກິດຈະກຳຫຼິ້ນເກມ ຮັບສ່ວນຫຼຸດ ແລະ ແຈກຂອງຂວັນ ໃນລູກຄ້ານຳອີກ 5 ມື້ເຕັມໆນັບແຕ່ມື້ນີ້ເປັນຕົ້ນໄປ. ໃນຕອນບ່າຍ ວັນທີ 26 ມິຖຸນາ 2019 ນີ້, ຢູ່ທີ່ ຮ້ານ Texas Chicken ສາຂາທາດຫຼວງ. ໄດ້ຈັດງານສະເຫຼີມສະຫຼອງ  ຄົບຮອບ 3 ປີ ຂອງຮ້ານ Texas Chicken Laos. ໂດຍກ່າວເປີດງານຢ່າງເປັນທາງການ ຂອງທ່ານ Martin Darby ຜູ້ອຳນວຍ ບໍລິສັດ EFG Holdings ແລະ  ຮອງປະທານ ບໍລິສັດ  EFG  ...

Read More »

ແມ່ຍິງລາວ ເຂົ້າຮ່ວມກອງປະຊຸມເຄື່ອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN)

ໃນວັນທີ 20 ມິຖຸນາ 2019, ຢູ່ທີ່ບາງກອກ, ປະເທດໄທ, ທ່ານ ດອນ ປຣະມັດວິໄນ ລັດຖະມົນຕີກະຊວງການຕ່າງປະເທດ ເປັນປະທານເປີີດກອງປະຊຸມເຄື່ອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN) ພາຍໃຕ້ແນວຄິດ “ພະລັງແມ່ຍິງປ່ຽນໂລກເສດຖະກິດ ມຸ້ງຂັບເຄື່ອນກ້າວລໍ້າ…ຍຸກປະຕິວັດອຸດສາຫະກຳ 4.0” ໂດຍມີ ທ່ານ ປຣະເມທີ ວິມົນສິຣິ ເລຂາທິການກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ, ພ້ອມດ້ວຍ ທ່ານ ເລີດປັນຍາ ບູຣະບັນດິດ ອະທິບໍດີກົມກິດຈະກຳແມ່ຍິງ ແລະ ສະຖາບັນຄອບຄົວ ຄະນະຜູ້ບໍລິຫານກະຊວງ ການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ, ເຄື່ອຂ່າຍຜູ້ປະກອບການແມ່ຍິງຂອງປະເທດໄທ ແລະ ສະມາຊິກອາຊຽນ 10 ປະເທດ ໃນນີ້,​ ຜູ້ປະກອບການແມ່ຍິງລາວໄດ້ເຂົ້າຮ່ວມທັງໝົດ 24 ທ່ານ ແລະ ຜູ້ແທນໜ່ວຍງານທີ່ກ່ຽວຂ້ອງ ຈຳນວນ 300 ທ່ານເຂົ້າຮ່ວມ. ກອງປະຊຸມເຄື່ອຂ່າຍຜູ້ປະກອບການແມ່ຍິງອາຊຽນ (AWEN) ຈັດຂຶ້ນໂດຍການຮ່ວມມືລະຫວ່າງກະຊວງການພັດທະນາສັງຄົມ ແລະ ຄວາມໝັ້ນຄົງຂອງມະນຸດ ໂດຍ ກົມກິດຈະກຳແມ່ຍິງ ແລະ ສະຖາບັນຄອບຄົວ ແລະ ເຄື່ອຂ່າຍຜູປະກອບການແມ່ຍິງອາຊຽນ (AWEN)  ນຳໂດຍ ທ່ານ ນາງ ນັດທິກາ ວັດທະນາເວຄິນ ອັງອຸບົນກຸນ ...

Read More »

ຂ່າວດີ !!! ແຂວງຊຽງຂວາງ ເຮັດໜັງສື ຜ່ານແດນ ( Passport) ຢູ່ໃນແຂວງໄດ້ແລ້ວ… 

ພະແນກການຕ່າງປະເທດແຂວງຊຽງຂວາງ ອອກໜັງສືແຈ້ງການ  ເລື່ອງ ການເປີດນຳໃຊ້ ສູນຮັບຄຳຮ້ອງເຮັດໜັງສືຜ່ານແດນ ຢູ່ແຂວງຊຽງຂວາງ ຢູ່ທີ່ບ້ານນາລີ ເມືອງແປກ ແຂວງຊຽງຂວາງ. ການສ້າງສູນຮັບຄຳຮ້ອງເຮັດໜັງສືຜ່ານແດນ (Passport) ຂອງກະຊວງການຕ່າງປະເທດ ໄດ້ສຳເລັດ ແລະ ພ້ອມຈະເປີດໃຫ້ບໍລິການ ຮັບໃຊ້ສັງຄົມ ແລະ ເພື່ອເຮັດໃຫ້ການອອກໜັງສືຜ່ານແດນ ຖືກຕ້ອງຕາມເຕັກນິກການເກັບກຳຂໍ້ມູນຂອງສາກົນ ເຊິ່ງຈະເພີ່ມຄວາມສະດວກສະບາຍ ແລະ ປະຢັດລາຍຈ່າຍ ໃຫ້ປະຊາຊົນຢູ່ບັນດາແຂວງ ພາກເໜືອ ຜູ້ທີ່ຕ້ອງການເຮັດໜັງສືຜ່ານແດນ. ກະຊວງການຕ່າງປະເທດ ຈະໄດ້ເປີດບໍລິການຮັບຄໍາຮ້ອງຂໍໜັງສືຜ່ານແດນເລີ່ມວັນທີ 1​ ກໍລະກົດ 2019 ເປັນຕົ້ນໄປ ຢູ່ທີ່ສູນຮັບຄໍາຮ້ອງ ເຮັດໜັງສືຜ່ານແກນ ບ້ານລີ່ ເມືອງແປກ ແຂວງຊຽງຂວາງ ຢ່າງເປັນທາງການ.

Read More »

ຕໍາຫຼວດ ທຸກທ່ານ ຕ້ອງອ່ານ ແລະ ປະຕິບັດຢ່າງເຄັ່ງຄັດ! ລະເມີດ ຖືກລົງວິໄນໜັກ! ບໍ່ມີຂໍ້ຍົກເວັ້ນ

ໃນຕອນເຊົ້າຂອງວັນທີ 13 ມິຖຸນາ 2019, ຢູ່ສະໂມສອນຊັ້ນ 4 ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ທ່ານ ພົຈວ ບຸບຜາ ສີພົມມາ ຄະນະປະຈໍາພັກ ນະຄອນຫຼວງວຽງຈັນ ເລຂາຄະນະພັກ ຫົວໜ້າກອງບັນຊາການ ປກສ ນວ ໄດ້ເຜີຍແຜ່ຂໍ້ຕົກລົງຂອງລັດຖະມົນຕີ ກະຊວງປ້ອງກັນຄວາມສະຫົງບ ສະບັບເລກທີ 564/ປກສ, ລົງວັນທີ 3 ເມສາ 2019 ວ່າດ້ວຍຂໍ້ຫ້າມຕໍ່ນາຍ ແລະ ພົນຕໍາຫຼວດ ໃຫ້ພະນັກງານຂັ້ນບັນຊາ ພ້ອມດ້ວຍພະນັກງານຫຼັກແຫຼ່ງຂອງບັນດາຫ້ອງ, ກອງພັນ, ຄ້າຍຄຸມຂັງ-ດັດສ້າງ ແລະ ບັນດາ ປກສ ເມືອງ 9 ເມືອງໄດ້ເຊື່ອມຊຶມ-ເຂົ້າໃຈຢ່າງເລິກເຊິ່ງ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງເຂັ້ມງວດ. ຂໍ້ຕົກລົງດັ່ງກ່າວປະກອບມີ 6 ໝວດ, ມີ 21 ມາດຕາຄື: ໝວດທີ 1 ວ່າດ້ວຍບັນຍັດທົ່ວໄປ , ໝວດທີ 2 ຂໍ້ຫ້າມ ຕໍ່ ນາຍ ແລະ ພົນຕໍາຫຼວດ, ໝວດທີ 3 ມາດຕະການຕໍ່ຜູ້ລະເມີດ, ...

Read More »

ແລນໂລເວີລາວ ເປີດຕົວລົດໃຫມ່ລ່າສຸດ New Range Rover Evoque 2020 ຢ່າງເປັນທາງການ

ໃນວັນທີ 13 ມິຖຸນາ 2019 ທີ່ຜ່ານມາ, ຢູ່ທີ່ຫໍປະຊຸມແຫ່ງຊາດຫຼັກ 6, ນະຄອນຫຼວງວຽງຈັນ. ບໍລິສັດ ແລນໂລເວີ ລາວ ໄດ້ເປີດຕົວລົດລຸ້ນໃຫມ່ລ່າສຸດ New Range Rover Evoque 2020 ຢ່າງເປັນທາງການ, ໂດຍການກ່າວເປີດງານໂດຍທ່ານ Mr. Robin Colgan ກຳມະການຜູ້ຈັດການ  ແລນໂລເວີ ພາກພື້ນອາຊີປາຊີຟິກ, ມີບັນດາຄະນະຜູ້ບໍລິຫານ ແລນໂລເວີ ລາວ, ມີບັນດາ ລູກຄ້າ ແລະ ແຂກຄົນພິເສດ, ນັກສິລະປິນລາວ ເຂົ້າຮ່ວມງານຢ່າງຄຶກຄື້ນມ່ວນຊື່ນ. RANGE ROVER EVOQUE ເປັນລົດ SUV ,ຂັບເຄື່ອນ 4 ລໍ້,ອອກແບບການຂັບຂີ່ໃຫ້ມີຄວາມຄ່ອງໂຕແບບລົດ Sport ໃນຮູບໂສມລົດ 5 ບ່ອນນັ່ງທີ່ຍັງຄົງຄວາມເປັນ LUXURY ແລະ SPORTY ເພີ່ມຄວາມໂດດເດັ່ນດ້ວຍລາຍເສັ້ນອ້ອມຄັນແຕ່ດ້ານໜ້າຈົນເຖິງດ້ານຫຼັງ. ສຳຫຼັບ NEW RANGE ROVER EVOQUE ໄດ້ປັບຄວາມສວຍງາມແຕກຕ່າງຈາກເກົ່າໂດຍການເພີ່ມຄວາມກວ້າງຂອງໂຕລົດຂຶ້ນນເປັນ 96 ມິນລີແມັດ ແລະ ຄວາມສູງ ...

Read More »

ຊົມເຊີຍ!!! ຄູລາວ ຄົນທີ 3 ໄດ້ຮັບລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ຂອງພະເທບ ປີ 2019

ໃນວັນທີ 14 ມິຖຸນາ 2019 ນີ້, ທີ່ສະຖານທູດໄທ, ນະຄອນຫຼວງວຽງຈັນ.  ຄະນະມູນລະນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກຣີ ( Princess Mahachakri Award: PMCA ) ໄດ້ເດີນທາງມາຢ້ຽມຢາມ ຄູລາວ ທີ່ໄດ້ຮັບລາງວັນວັນສົມເດັດເຈົ້າຟ້າມະຫາຈັກກຣີ ຄົນທຳອິດ ໃນປີ 2015 ຄູ ຄຳສ້ອຍ ວົງສຳພັນ ຄູຈາກໂຮງຮຽນ ມສ ວຽງຈັນ  ແລະ ຜູ້ທີ 2 ໃນປີ 2017 ຄູ ຄູນວິໄລ ເຄນກິຕິສັກ ຄູຈາກໂຮງຮຽມປະຖົມທົ່ງກາງ ແລະ ຈາກນັ້ນກໍໄດ້ເດີນທາງໄປພົບປະຢ້ຽມຢາມ ຄູຜູ້ທີ 3 ທີໄດ້ຮັບລາງວັນ ໃນປີນີ້ ຢູ່ທີ່ແຂວງຫຼວງພະບາງ. ນຳພາຄະນະໂດຍທ່ານ ດ.ຣ ກິດຕິພົງ ກິລະຕິກອນ ປະທານຄະນະກຳມະການ PMCA , ທ່ານ ຈັກກະພັດ ວະທາ ແລະ  ທ່ານ ນາງ ເບັນຈະລັດ ນໍ້າຟ້າ ຜູ້ຈັດການຄະນະກຳມະການມູນລະນິທິ PMCA. ຄູລາງວັນສົມເດັດເຈົ້າຟ້າ ມາຫະຈັກກຣີ ...

Read More »