ພົບຄົນຕ່າງປະເທດເອົາວີຊາທ່ອງທ່ຽວເຂົ້າມາລາວ ແຕ່ມາເຮັດທຸລະກິດ

ເຈົ້າໜ້າທີ່ແຂວງສາລະວັນໄດ້ລາຍງານໃນມື້ເຊົ້າ ວັນທີ 14 ສິງຫາ 2019 ວ່າ ໄດ້ກວດພົບຄົນ ຕ່າງປະເທດຈຳນວນຫຼາຍທີ່ເອົາໜັງສືເດີນທາງ ຫຼື ວີຊານັກທ່ອງທຽ່ວເຂົ້າມາລາວ ແຕ່ມາ ເຮັດວຽກຢູ່ໃນ ສປປ ລາວ ໂດຍສະ ເພາະພາຍໃນແຂວງດັ່ງກ່າວ.

ເພື່ອສ້າງຄວາມເປັນລະບຽບຮຽບຮ້ອຍໃຫ້ແກ່ສັງຄົມ, ພະແນກແຮງງານ ແລະ ສະ ຫວັດດີການສັງຄົມ ແຂວງ ຮ່ວມກັບ ປກສ ແຂວງ, ເມືອງ ແລະ ເຈົ້າໜ້າທີ່ດ່ານລະໄລ ກຳລັງເລັ່ງກວດສອບຄົນຕ່າງປະເທດທີ່ເດີນທາງເຂົ້າ-ອອກດ່ານດັ່ງກ່າວ ໂດຍສະເພາະ ຄົນຫວຽດນາມ ແລະ ຈີນ ທີ່ເອົາວີຊາ ຫຼື ໜັງສືເດີນທາງນັກທ່ອງທ່ຽວ ແຕ່ມາເຮັດວຽກ, ດຳເນີນທຸລະກິດຄ້າຂາຍ ເຊັ່ນ: ວຽກກໍ່ສ້າງ, ຄ້າຂາຍ, ເປີດຮ້ານເສີມສວຍ, ຮ້ານອາຫານ ແລະ ອື່ນໆ, ເຊິ່ງຜິດກົດໝາຍຂອງລາວ.

ທ່ານ ສຳລີ ໂພທິສານ ຫົວໜ້າຄຸ້ມຄອງ ດ່ານສາກົນລະໄລ ໄດ້ກ່າວຕໍ່ທີມງານ ວຽງຈັນທາຍວ່າ: ເຈົ້າໜ້າທີ່ຢູ່ດ່ານໄດ້ມີ ການສົມທົບກັບບັນດາພະແນກທີ່ກ່ຽວຂ້ອງ ລົງກວດກາໜັງສືຜ່ານແດນຂອງອ້າຍນ້ອງ ກຳມະກອນ, ຊາວຄ້າຂາຍ, ຜູ້ເຮັດທຸລະກິດ ແລະ ເຮັດວຽກບໍລິການຕ່າງໆ ທີ່ເປັນຄົນ ຕ່າງປະເທດຢູ່ພາຍໃນແຂວງສາລະວັນ ແລະ ໄດ້ພົບຄົນຕ່າງປະເທດຈຳນວນຫຼາຍທີ່ຖືໜັງສືເດີນທາງນັກທອ່ງທຽ່ວ ແລະ ມາເຮັດວຽກ ຢູ່ປະເທດລາວ. ພາຍຫຼັງທີ່ໄດ້ກວດພົບພວກກ່ຽວ ກໍໄດ້ມີການເຮັດບົດບັນທຶກ ແລະ ສົ່ງກັບຄືນປະເທດໂດຍຜ່ານດ່ານລະໄລ.

ທ່ານ ສຳລີ ຍັງໄດ້ກ່າວຕື່ມອີກວ່າ ດ່ານ ລະໄລ ໄດ້ມີການກວດລະອຽດ ກ່ຽວກັບ ໜັງສືຜ່ານແດນ ແລະ ໜັງສືເດີນທາງຂອງຄົນຕ່າງປະເທດເຊັ່ນ: ເຂົ້າມາຈັກມື້, ກັບມື້ໃດ ຖ້າເຂົາເຈົ້າບໍ່ກັບຕາມກຳນົດກໍ່ຈະມີການຕິດຕາມ ແລະ ປັບໃໝ.

ນອກນັ້ນທາງດ່ານຍັງເອົາໃຈໃສ່ກວດສອບ ການລັກລອບນຳເຂົ້າ ແລະ ສົ່ງອອກສິນຄ້າ ທີ່ຜິດກົດໜາຍທຸກໆປະເພດຢ່າງເຂັ້ມງວດ ຕາມການຊີ້ນຳຂອງຂັ້ນເທິງ. ອັນນີ້ກໍເພື່ອ ຮັບປະກັນໃນການເຮັດໜ້າທີ່ຂອງຕົນ.

ຂ່າວ : ສົມພາວັນ
ພາບ: ດ່ານລະໄລ
Vientianetimes

Comments