General

ຖ້າເມືອງ ຫຼື ປະເທດຖືກປິດ ທຸລະກິດໃດຈະເສຍຜົນປະໂຫຍດ ແລະ ທຸລະກິດໃດຈະໄດ້ປະໂຫຍດເຕັມໆ?

ການລະບາດຂອງໄວຣັດໂຄວິດ-19 ເຮັດໃຫ້ຫຼາຍປະເທດມີມາດຕະການ ປິດເມືອງ ຫຼື ປິດປະເທດ ປິດຊາຍແດນເປັນໄລຍະຊົ່ວຄາວ ລວມທັງປະເທດລາວເຮົາ ກໍໄດ້ມີມາດຕະການປິດດ່ານຊາຍແດນ ທັງສາກົນ ແລະ ດ່ານປະເພນີຕ່າງໆບໍ່ໃຫ້ຄົນເຂົ້າ-ອອກ ທີ່ມີຈຸດປະສົງທ່ອງທ່ຽວ ແລະ ໄປຄ້າຂາຍ ເປັນທີ່ຮຽບຮ້ອຍແລ້ວ ໃນວັນທີ 21 ມີນາ -20 ເມສາ 2020 ແຕ່ສຳລັບການຂົນສົ່ງສິນຄ້າທີ່ຈຳເປັນແມ່ນຍັງອະນຸຍາດໃຫ້ເຂົ້າ-ອອກໄດ້ ແຕ່ຕ້ອງປະຕິບັດຕາມມາດຕະການຂອງຂະແໜງການສາທາລະນະສຸກ ການຄວບຄຸມ ແລະ ປ້ອງກັນໂຄວິດ-19. ແລະ ໃນມື້ວານນີ້ວັນທີ 24 ມີນາ ກະຊວງໄດ້ຖະແຫຼງຂ່າວປະກາດຢ່າງເປັນທາງການ ວ່າ ສປປ ລາວ ເຮົາ ມີຄົນຕິດເຊື້ອໂຄວິດ-19 ແລ້ວ 2 ຄົນ, ຖ້າສົມມຸດປະເທດລາວແລະ ປະເທດອື່ນໆໃນໂລກ ໄດ້ມີມາດຕະການ ປິດເມືອງ ບໍ່ໃຫ້ຄົນອອກຈາກເຮືອນ ຫຼື ບ້ານເລີຍ ຈະມີຜົນກະທົບທາງເສດຖະກິດອັນມະຫາສານ ເພາະຫຼາຍທຸລະກິດ ແມ່ນກໍຕ້ອງໄດ້ຢຸດສະງັກ.  ແຕ່ແນ່ນອນວ່າ ໄລຍະນີ້ ຖ້າມີຜູ້ເສຍຜົນປະໂຫຍດ ກໍຕ້ອງມີຜູ້ໄດ້ຮັບປະໂຫຍດ ໃນທຸກວິກິດມັກຈະມີໂອກາດຢູ່ສະເໝີ ແລ້ວຈະມີທຸລະກິດໃດແດ່ ທີ່ຈະເສຍຜົນປະໂຫຍດ ແລະ ຈະໄດ້ຮັບຜົນປະໂຫຍດໃນໄລຍະນີ້ແບບເຕັມໆ ມາເບິ່ງເລີຍ…. ສົມມຸດວ່າ ...

Read More »

ຊົມເຊີຍ!!! ລັດຖະບານ ສະໜອງເງິນໃຫ້ 4 ທະນາຄານ ສົ່ງເສີມ SME ໃນໄລຍະວິກິດໂຄວິດ-19

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ສະໜອງເງິນທຶນບ້ວງທຳອິດ 100 ຕື້ກີບ ໃຫ້ແກ່ທະນາຄານພັດທະນາລາວ, ທະນາຄານໄຊງ່ອນເທືອງຕິ່ນ ລາວ ( ຊາຄອມແບັງ ລາວ ), ທະນາຄານຮ່ວມທຸລະກິດ ລາວ – ຫວຽດ ແລະ ທະນາຄານມາຣູຮານ ເຈແປນລາວ ເພື່ອປ່ອຍກູ້ສົ່ງເສີມ SME. ໃນວັນທີ 20 ມີນາຜ່ານມາ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ອຄ, ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ໄດ້ຈັດພິທີເຊັນສັນຍາສະໜອງທຶນຂຶ້ນລະຫວ່າງ ທສວ ແລະ 4 ທະນາຄານທຸລະກິດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ, ປະທານສະພາບໍລິຫານ ທສວ ພ້ອມດ້ວຍຜູ້ບໍລິຫານ 4 ທະນາຄານ ...

Read More »

ໂຄວິດ – 19 ສ້າງວິກິດໃຫ້ກັບການບິນລາວ ພັກວຽກພະນັກງານຊົ່ວຄາວ

ການລະບາດຂອງພະຍາດໂຄວິດ – 19 ສ້າງຜົນກະທົບໃຫ້ພາກທຸລະກິດເປັນວົງ ກວ້າງ ໂດຍສະເພາະການບິນລາວລາຍຮັບຫຼຸດລົງເກືອບ ເຄິ່ງ. ດັ່ງນັ້ນ, ເພື່ອປະຢັດລາຍຈ່າຍ ລັດວິສາຫະກິດການບິນລາວ ຈຳເປັນຕ້ອງໃຫ້ພະນັກງານພັກວຽກຊົ່ວຄາວ ໂດຍບໍ່ເອົາເງິນເດືອນຈົນກວ່າສະພາບຈະດີຂຶ້ນ. ພ້ອມນັ້ນ, ກໍໄດ້ໂຈະຖ້ຽວບິນໄປປະເທດທີ່ມີຄວາມສ່ຽງຂອງການລະບາດຂອງເຊື້ອພະຍາດດັ່ງກ່າວ. ທ່ານ ບຸນມາ ຈັນທະວົງສາ ຜູ້ອຳນວຍການໃຫຍ່ລັດວິສາຫະກິດການບິນລາວ ເປີດເຜີຍໃນວັນທີ 4 ກຸມພາ 2020 ວ່າ: ພາຍຫຼັງທີ່ເກີດມີການລະບາດຂອງ ພະຍາດໂຄວິດ – 19 ( COVID – 19 ) ເຮັດໃຫ້ລາຍຮັບຈາກການຂາຍປີ້ຍົນຫຼຸດລົງ 50%. ພ້ອມດຽວກັນ, ພວກເຮົາຍັງໄດ້ໂຈະຊົ່ວຄາວສຳລັບເສັ້ນທາງບິນໄປປະເທດທີ່ມີຄວາມສ່ຽງຄືໄປ ສປ ຈີນ ແລະ ສ.ເກົາຫຼີ. ສຳລັບຖ້ຽວບິນໄປ ສ.ເກົາຫຼີ ແມ່ນໄດ້ຢຸດແຕ່ວັນທີ 29 ກຸມພາເປັນຕົ້ນມາ, ສ່ວນເສັ້ນທາງບິນໄປ ສປ ຈີນ ແມ່ນໄດ້ຢຸດມາແຕ່ຕົ້ນເດືອນກຸມພາ ແຕ່ໄດ້ເລີ່ມເປີດຄືນບາງເສັ້ນທາງຄື ວຽງ ຈັນ – ຄຸນໝິງ 3 ຖ້ຽວຕໍ່ອາທິດ ( ເລີ່ມເປີດວັນທີ 1 ມີນາ ...

Read More »

ຈີນ ເປັນປະເທດທໍາອິດໃນໂລກໂດຍໃຊ້ເອໄອວິເຄາະພະຍາດໂຄວິດພຽງ 20 ນາທີຮູ້ຜົນ …….

ບໍລິສັດເຕັກໂນໂລຊີ(Alibaba ) ຈາກ ສປ ຈີນ ປະກາດສົບຜົນສໍາເລັດເກີນຄາດໃນການພັດທະນາປັນຍາປະດິດ ຫຼື ເອີ້ນວ່າ Artificial Intelligence (AI/ເອໄອ)ທີ່ສາມາດກວດກາ ແລະ ວິເຄາະເຊື້ອໄວຣັດໂຄວິດ-2019 ໃນຮ່າງກາຍຄົນແນ່ນອນ 96% ພຽງເວລາ 20 ນາທີໃນຂະບວນການກວດກາ. ຂະນະທີ່ ແຫຼ່ງຂໍ້ມູນດັ່ງລະບຸວ່າຍັງບໍ່ມີປະເທດໃດເຮັດໄດ້ໃນໂລກເຮັດໄດ້ ເຊິ່ງມີພຽງປະເທດຈີນເທົ່ານັ້ນປະສົບຜົນສໍາເລັດໃນການພັດທະນາປັນຍາປະດິດສໍາລັບຕ້ານ ແລະ ຢຸດການຂະຫຍາຍຕົວພະຍາຍາດໂຄວິດ ເຊິ່ງຖືເປັນຄວາມກ້າວຫນ້າຂອງມວນມະນຸດ. ປັດຈຸບັນບໍລິສັດອາລີບາບາບໍ່ພຽງນໍາໜ້າເຕັກໂນໂລຊີກ່ຽວກັບການຄ້າທາງລະບົບອິນເຕີເນັດເທົ່ານັ້ນໃນໂລກ ແຕ່ຫາກຍັງນໍາໜ້າເຕັກໂນໂລຊີປັນຍາປະດິດດ້ານການແພດອີກດ້ວຍ. ໜ່ວຍງານວິໄຈຂອງອາລີບາບາໄດ້ພັດທະນາ ແລະ ຝຶກສອນ ເອໄອ ໂດຍໄດ້ເກັບເອົາຕົວຢ່າງຂອງຜູ້ຕິດເຊື້ອໂຄວິດ 5.000 ຄົນໃນຈີນ ເຊິ່ງລະບົບເຕັກໂນໂລຊີເອໄອສາມາດກວດກາ ແລະ ວິເຄາະຮ່າງກາຍຄົນເຫຼົ່ານັ້ນໄດ້ແນ່ນອນເຖີງ 96%. ເບື້ອງຕົ້ນເອໄອດັ່ງກ່າວໄດ້ນໍາເອົາໄປໃຊ້ກວດກາ ແລະ ວິເຄາະເຊື້ອໂຄວິດຢູ່ໂຮງຫມໍຊີໂປຊານ (Qiboshan) ໃນເມືອງເຈິ້ງໂຈວ ມົນທົນເຫີໜານ ແລະ ປັດຈຸບັນໄດ້ສືບຕໍ່ນໍາເອົາໄປໃຊ້ຢູ່ຫມໍ 100 ແຫ່ງໃນມົນທົນເຫີເປີ່ຍ, ກວາງຕຸ້ງ ແລະ ອານຫຸຍ. ເຕັກໂນໂລຊີເອໄອດັ່ງກ່າວຈະໃຊ້ເວລາວິເຄາະພາບ ແລະ ລະບຸພະຍາດພຽງ 20 ນາທີ ເຊິ່ງມັນໄດ້ກາຍເປັນລະບົບອັດສະລິຍະສາມາດປະຢັດເວລາ, ຮັກສາຜູ້ປ່ວຍ ຫຼື ກູ້ຊີວິດຄົນທັນເວລາ ແລະ ...

Read More »

ແຜນປັບປຸງ ຄວາມສະດວກໃນການດໍາເນີນທຸລະກິດ ການຄ້າລະຫວ່າງປະເທດ ຕາມຄໍາສັ່ງ ເລກທີ 02/ນຍ

ອີງຕາມ ບົດລາຍງານ ສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດໃນ ສປປ ລາວ 2020 (Doing Business 2020) ໄດ້ສະແດງໃຫ້ເຫັນວ່າ ສປປ ລາວ ມີຄວາມຍາກງ່າຍທາງດ້ານ ການຄ້າລະຫວ່າງປະເທດ ແມ່ນຖືກຈັດຢູ່ໃນອັນດັບທີ່ 78 ໃນ 190 ປະເທດທົ່ວໂລກ. ເພື່ອເປັນການສືບຕໍ່ຈັດຕັ້ງປະຕິບັດຕາມ ຄໍາສັ່ງ ທ່ານ ນາຍົກລັດຖະມົນຕີ ວ່າດ້ວຍການປັບປຸງລະບຽບການ ແລະ ກົນໄກການປະສານງານໃນການດໍາເນີນທຸລະກິດໃນ ສປປ ລາວ ເລກທີ 02/ນຍ, ລົງວັນທີ 01 ກຸມພາ 2018, ກົມການນຳເຂົ້າ ແລະ ສົ່ງອອກ ໄດ້ປຶກສາຫາລື ແລະ ເປັນເອກະພາບກັບ ກົມກ່ຽວຂ້ອງ ຄື: ກົມພາສີ, ກົມຄຸ້ມຄອງບໍ່ແຮ່, ກົມອຸດສາຫະກໍາ ແລະ ກົມຂົນສົ່ງ ເພື່ອກຳນົດແຜນປັບປຸງຕົວຊີ້ວັດທີ 8 ການຄ້າລະຫວ່າງປະເທດ ແຕ່ນີ້ຮອດປີ 2022. ການປັບປຸງສະພາບຄວາມຍາກງ່າຍໃນການດໍາເນີນທຸລະກິດ ໂດຍສະເພາະຕົວຊີ້ວັດທີ່ 8 ແມ່ນມີຈຸດປະສົງເພື່ອອໍານວຍຄວາມສະດວກທາງດ້ານການຄ້າ ໂດຍສ່ວນໃຫຍ່ແມ່ນຕິດພັນກັບຂັ້ນຂອດ-ຂັ້ນຕອນ ຂອງເອກະສານ ແລະ ການດຳເນີນການຢູ່ດ່ານພາສີຊາຍແດນ ...

Read More »

ຂົວມິດຕະພາບ 5 ຈະເລີ່ມລົງມືກໍ່ສ້າງໃນປີ 2020.

ຂົວຂ້າມນ້ຳຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ປາກຊັນ-ບຶງການ, ແມ່ນຕັ້ງຢູ່ເຂດບ້ານກ້ວຍອຸດົມ, ເມືອງປາກຊັນ ຫ່າງຈາກເທສະບານແຂວງບໍລິຄຳໄຊ ໄປທາງທິດເໜືອຕາມທາງເລກ 13 ໃຕ້ປະມານ 10 ກິໂລແມັດ, ຊຶ່ງຫ່າງຈາກທາງເລກ 13 ໃຕ້ 2.860 ແມັດ. ສໍາລັບຝັ່ງປະເທດໄທຈຸດເລີ່ມຕົ້ນໂຄງການຢູ່ທີ່ຖະໜົນໝາຍເລກ 222 ກິໂລແມັດທີ 123 + 430 ໃນເຂດອໍາເພີບຶງການ ມີລວງຍາວທັງໝົດ 12.038 ແມັດ. ຂົວມິດຕະພາບ 5 ປາກຊັນ-ບຶງການ ຕາມແຜນເບື້ອງຕົ້ນແມ່ນຈະເລີ່ມກໍ່ສ້າງ ເດືອນ ມີນາ 2019 ແຕ່ດ້ວຍສາເຫດຫຼາຍປະການ ລັດຖະບານຂອງສອງປະເທດຈຶ່ງໄດ້ເລື່ອນການກໍ່ສ້າງອອກໄປເປັນປີ 2020, ສັນຍາລັກ ເສົາກາງນ້ຳ ຂົວມິດຕະພາບ 5 ມີສັນຍາລັກໂດດເດັ່ນດ້ວຍຮູບແຄນລາວ ຊຶ່ງສຽງແຄນເຊື້ອຊາດລາວໄດ້ຖືກຮັບຮອງເປັນມໍລະດົກດ້ານວັດທະນະທໍາ, ນາມມະທໍາຂອງມວນມະນຸດ ໂດຍອົງການອຸຍແນັສໂກ ຮັບຮອງໃນວັນທີ 7 ທັນວາ 2017. ທ່ານ ໄລທອງ ພົມມະວົງ ຫົວໜ້າໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບ ລາວ-ໄທ ແຫ່ງທີ 5 ໄດ້ແຈ້ງໃຫ້ຊາບເມື່ອບໍ່ດົນຜ່ານມານີ້ວ່າ:….(ລາຍລະອຽດການສຳພາດເພີ່ມຕື່ມສາມາດຊອກອ່ານໄດ້ໃນວາລະສານທາເກັດ ສະບັບ 163 ...

Read More »

ບໍລິສັດ K&C Group ໄດ້ຮັບລາງວັນທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2019

ວັນທີ 14 ກຸມພາ 2020, ຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ( ສຄອຊ ) ໄດ້ຈັດງານມອບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2019, ເຊິ່ງປະກອບມີ 55 ບໍລິສັດພາຍໃນ ສປປ ລາວ ທີ່ໄດ້ຮັບລາງວັນດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕິກະຊວງການເງິນ.  ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີປະທານ ສຄອຊ ພ້ອມດ້ວຍສະມາຊິກ ສຄອຊ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.  ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໄດ້ຄັດເລືອກບໍລິສັດຊັ້ນນໍາດີເດັ່ນ ປະຈໍາປີ 2019 ທີ່ມີເງື່ອນໄຂດ້ານການປະກອບສ່ວນໃນການຂະຫຍາຍຕົວເສດຖະກິດ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການສ້າງວຽກເຮັດງານທຳ, ທັງນີ້, ກໍເພື່ອຍົກໃຫ້ເຫັນບົດບາດ ແລະ ຄວາມສໍາຄັນຂອງບັນດາບໍລິສັດທີ່ໄດ້ຮັບລາງວັນເພື່ອໃຫ້ເຂົາເຈົ້າສາມາດຕໍ່ຍອດທຸລະກິດ ແລະ ເປັນການສ້າງແຮງບັນດານໃຈໃຫ້ຫົວໜ່ວຍທຸລະກິດອື່ນໆ. ...

Read More »

ຈະບໍ່ເສຍໃຈພາຍຫຼັງ ເມື່ອເຮັດປະກັນໄພລົດໄວ້ແລ້ວ!!!!

ສຳລັບຜູ້ທີ່ມີລົດໃຫຍ່ເປັນຂອງຕົນເອງ ຄືຈະມັກມີຄຳຖາມໃນໃຈບໍ່ຫຼາຍກໍ່ໜ້ອຍວ່າເປັນຫຍັງ ເຮົາຕ້ອງເຮັດປະກັນໄພລົດ ແລະ ການເຮັດປະກັນໄພນັ້ນມີຄວາມຈຳເປັນຫຼາຍໜ້ອຍເທົ່າໃດຕໍ່ເຮົາ ແລ້ວມັນຈະເປັນຫານສູນເສຍເງິນໄປໂດຍບໍ່ມີປະໂຫຍດຫຼືບໍ່, ໃນ 1 ປີ ເຮົາຈະມີອຸບັດຕິເຫດເກີດຂຶ້ນບໍ່ ຖ້າເກີດຈັກຄັ້ງຕໍ່ປີ ຈະກຸ້ມຄ່າການຈ່າຍປະກັນໄພຕໍ່ປີບໍ່? ແລະ ຖ້າເຮົາກໍຂັບລົດເກັ່ງ ແລະ ລະມັດລະວັງທີ່ສຸດບໍ່ໃຫ້ເກີດອຸບັດຕິເຫດເລີຍ ແລ້ວມັນຈຳເປັນຫຼືບໍ່ທີ່ຕ້ອງນຳເງິນໄປເສຍຄ່າປະກັນໄພແພງໆ ແຕ່ໃນຄວາມເປັນຈິງແລ້ວ ເຖິງວ່າເຮົາຈະລະມັດລະວັງໃນການຂັບຂີ່ຫຼາຍປານໃດກໍບໍ່ໄດ້ເປັນສິ່ງທີ່ຢືນຢັນວ່າ ຈະບໍ່ເກີດອຸບັດຕິຕໍ່ກັບເຮົາ ເພາະທຸກການຂັບຂີ່ແມ່ນມີຄວາມສ່ຽງເກີດຕະຫຼອດເວລາ ດັ່ງນັ້ນ,​ ວິທີທີ່ດີທີ່ສຸດທີ່ຈະຊ່ວຍໃຫ້ມີຄວາມສະບາຍໃຈ ແລະ ປອດໄພ ແລະ ໝັ້ນໃຈທຸກການຂັບຂີ່ ແມ່ນເຮົາຕ້ອງມີການຄຸ້ມຄອງ ແລະ ໄດ້ຮັບເງິນສົດເຊີຍທຸກໆກໍລະນີຈາກການເຮັດປະກັນຢ່າງແນ່ນອນ. ສຳລັບໃຜທີ່ກຳລັງຄິດວ່າການເຮັດປະກັນໄພລົດບໍ່ມີຄວາມຈຳເປັນ ມື້ນີ້,​ທາເກັດມີບົດຄວາມດີໆ ເຫດຜົນທີ່ເຮົາຄວນເຮັດປະກັນລົດໃຫຍ່ມາບອກ ເພື່ອວ່າໃຜທີ່ກຳລັງຄິດວ່າຈະບໍ່ເຮັດບໍ່ປະກັນໄພຈະປ່ຽນໃຈປ່ຽນຄວາມຄິດໃຫມ່. ໄດ້ຮັບຄ່າປົວແປງຈາກການເກີດອຸບັດຕິເຫດ ຫຼື ອັນຕະລາຍຈາກທຳມະຊາດ ການເບິ່ງແຍງລົດໃຫຍ່ຈາກຄວາມສ່ຽງທີ່ເກີດຂຶ້ນຈາກທຳມະຊາດ ຖືເປັນເລື່ອງທີ່ຍາກ ແລະ ຫຼີກລ່ຽງບໍ່ໄດ້ ສຳລັບຜູ້ໃຊ້ລົດທຸກຄົນ ເພາະເຮົາບໍ່ມີທາງຮູ້ເລີຍວ່າມື້ໃດ ໝາກຫີນຈະກະເດັ່ນໃສ່ແວ່ນໜ້າລົດ, ກິ່ງໄມ້ຕົກມາໃສ່ຫຼັງລົດ ຫຼື ເກີດນໍ້າຖ້ວມກະທັນຫັນ ສົ່ງຜົນໃຫ້ເກີດຄວາມເສຍຫາຍຕໍ່ລົດເຮັດໃຫ້ລົດເປ່ເພ່ ແຕ່ຖ້າມີປະກັນໄພໄວ້ ເຮົາກໍຈະສະບາຍໃຈໃນເລື່ອງນີ້. ປ້ອງກັນລົດຈາກການຖືກລັກ ແນ່ນອນວ່າ ລົດໃຫມ່ ຫຼື ລົດເກົ່າບາງລຸ້ນ  ເປັນສິ່ງລໍຕາລໍໃຈ ໂຈນ ເພື່ອລັກເອົາຊິ້ນສ່ວນປະກອບໄປຂາຍ ດັ່ງນັ້ນ, ການເຮັດປະກັນໄພ ...

Read More »

ເຊີນຊວນ!!! ນັກທຸລະກິດລາວ ເຂົ້າຮ່ວມພົບປະນັກທຸລະກິດຍີ່ປຸ່ນ ໃນງານວາງສະແດງສິນຄ້າຍີ່ປຸ່ນປີ 2020

Japan Product Exhibition 2020 Showcase for Quality of Life from Japan! ມາສຳພັດກັບຄຸນນະພາບຊີວິດຈາກຍີ່ປຸ່ນ ໃນງານວາງສະແດງສິນຄ້າຍີ່ປຸ່ນປີ 2020 ໃນວັນທີ 6 (ພະຫັດ) ຫາ ວັນທີ 8 (ເສົາ) ກຸມພາ 2020 ທີ່ຈະມາເຖິງນີ້ ເວລາ 13:00 – 18:00 ໂມງ , ສະເພາະວັນທີ 8 ກຸມພາ ເວລາ 13:00 – 18:30 ໂມງ ສະຖານທີ່ ສູນການຄ້າວຽງຈັນເຊັນເຕີຊັ້ນ 1 ພາຍໃນງານຈະມີຫຼາກຫຼາຍສິນຄ້າຈາກບໍລິສັດຂະໜາດນ້ອຍ ແລະ ກາງ ຈາກປະເທດຍີ່ປຸ່ນ ທີ່ຈະມາວາງສະແດງສິນຄ້າ ເຊັ່ນ: ເຄື່ອງບໍລິໂພກ, ເຄື່ອງອຸປະໂພກ, ເຄື່ອງສໍາອາງ, ອາຫານສຸຂະພາບ ແລະ ຢາເປັນຕົ້ນ… ສຳລັບ, ນັກທຸລະກິດລາວ ຫຼື  ຜູ້ທີ່ສົນໃຈ ຢາກມີທຸລະກິດຮ່ວມກັບນັກທຸລະກິດຍີ່ປຸ່ນ ກໍສາມາດສະໝັກເຂົ້າຮ່ວມພົບປະນັກທຸລະກິດ ຍີ່ປຸ່ນໄດ້ ໂດຍການຕື່ມແບບຟອມ ...

Read More »

7 ວິທີກຳຈັດ “ຄວາມຂີ້ຄ້ານ” ພ້ອມປ່ຽນຕົວເອງໃຫ້ເປັນຄົນໃຫມ່ທີ່ດິີກວ່າເກົ່າ

ສະບາຍດີທ່ານຜູ້ອ່ານທຸກໆທ່ານ ມື້ນີ້ຈະເອົາສິ່ງທີ່ເກືອບວ່າທຸກຄົນເປັນຢູ່ ນັ້ນກໍຄື  “ຄວາມຂີ້ຄ້ານ” ນັ້ນເອງ, ແຕ່ເລື່ອງນີ້ ເຮົາສາມາດປ່ຽນແປງຕົນເອງໄດ້ງ່າຍໆ ພຽງແຕ່ເຮົາຄິດ ແລະ ລົງມຶປະຕິບັດເລີຍ ຄວາມຂີ້ຄ້ານກໍຈະໜີອອກຈາກໂຕເຮົາໄປແນ່ນອນ,​ ມື້ນີ້, ທາເກັດຈະມາບອກ 7 ວິທີເຮັດໃຫ້ຕົນເອງດຸໝັ້ນ ແລະ ບອກລາຄວາມຂີ້ຄ້ານອອກຈາກຕົວເຮົາເອງ. ເຊິ່ງຖ້າເຮົາປະຕິບັດໄດ້ ແນ່ນອນຄວາມສຳເລັດ ກໍຈະຢູ່ບໍ່ໄກຈາກຕົວເຮົາ. ຄິດແລ້ວ ລົງມືເຮັດ (ຢ່າຫາຂໍ້ອ້າງ ແລະ ມີແຕ່ຄິດ) ຕັດຄຳວ່າ: ມື້ນັ້ນ ມື້ນີ້ ຄານີ້ ຄານັ້ນ  ອອກໄປຈາກສະໜອງ ເມື່ອໃດທີ່ຄິດຈະເຮັດ ກໍຂໍໃຫ້ເລີ່ມລົງມືເຮັດຕັ້ງແຕ່ຕອນນັ້ນເລີຍ, ແຕ່ຖ້າຍັງຈະລໍຖ້າ ມື້ນັ້ນກ່ອນ, ມື້ນີ້ກ່ອນ ແລ້ວບໍ່ລົງມືເຮັດຈັກເທື່ອ ທ່ານກໍຈະເລີ່ມເປັນຄົນຂີ້ຄ້ານ ຈົນສຸດທ້າຍ… ສິ່ງທີ່ຈະເຮັດກໍບໍ່ເກີດຊໍ້າ. 2. ເຊື່ອໝັ້ນໃນຕົວເອງວ່າຕ້ອງເຮັດໄດ້ ເອົາທັດສະນະຄະຕິທີ່ວ່າ “ຄືເຮົາ ເຮັດບໍ່ໄດ້ດອກ….” ອອກໄປຈາກຄວາມຄິດ  ເພາະກ່ອນທີ່ເຮົາຈະປະສົບຜົນສຳເລັດໄດ້ນັ້ນ ທ່ານຕ້ອງໄດ້ລົງມືເຮັດກ່ອນ ຈະຖືກຫຼືຜິດ ກໍຖືວ່າເປັນເລື່ອງທຳມະດາ  ທ່ານເຄີຍໄດ້ຍິນບໍ່ວ່າ? ຄົນທີ່ບໍ່ເຄີຍເຮັດຜິດ ຄືຄົນທີ່ບໍ່ເຄີຍເຮັດຫຍັງເລີຍ  ສະນັ້ນ, ເມື່ອໃດທີ່ທ່ານຄິດຈະເຮັດຫຍັງ ແມ່ນໃຫ້ລົງມືເຮັດເລີຍບໍ່ຕ້ອງລໍຖ້າໂອກາດໃດໆ. 3. ໃສ່ໃຈສຸຂະພາບ ທັງຮ່າງກາຍ ແລະ ສະໝອງ ...

Read More »