ຈີນ ເປັນປະເທດທໍາອິດໃນໂລກໂດຍໃຊ້ເອໄອວິເຄາະພະຍາດໂຄວິດພຽງ 20 ນາທີຮູ້ຜົນ …….

ບໍລິສັດເຕັກໂນໂລຊີ(Alibaba ) ຈາກ ສປ ຈີນ ປະກາດສົບຜົນສໍາເລັດເກີນຄາດໃນການພັດທະນາປັນຍາປະດິດ ຫຼື ເອີ້ນວ່າ Artificial Intelligence (AI/ເອໄອ)ທີ່ສາມາດກວດກາ ແລະ ວິເຄາະເຊື້ອໄວຣັດໂຄວິດ-2019 ໃນຮ່າງກາຍຄົນແນ່ນອນ 96% ພຽງເວລາ 20 ນາທີໃນຂະບວນການກວດກາ.

ຂະນະທີ່ ແຫຼ່ງຂໍ້ມູນດັ່ງລະບຸວ່າຍັງບໍ່ມີປະເທດໃດເຮັດໄດ້ໃນໂລກເຮັດໄດ້ ເຊິ່ງມີພຽງປະເທດຈີນເທົ່ານັ້ນປະສົບຜົນສໍາເລັດໃນການພັດທະນາປັນຍາປະດິດສໍາລັບຕ້ານ ແລະ ຢຸດການຂະຫຍາຍຕົວພະຍາຍາດໂຄວິດ ເຊິ່ງຖືເປັນຄວາມກ້າວຫນ້າຂອງມວນມະນຸດ. ປັດຈຸບັນບໍລິສັດອາລີບາບາບໍ່ພຽງນໍາໜ້າເຕັກໂນໂລຊີກ່ຽວກັບການຄ້າທາງລະບົບອິນເຕີເນັດເທົ່ານັ້ນໃນໂລກ ແຕ່ຫາກຍັງນໍາໜ້າເຕັກໂນໂລຊີປັນຍາປະດິດດ້ານການແພດອີກດ້ວຍ.

ໜ່ວຍງານວິໄຈຂອງອາລີບາບາໄດ້ພັດທະນາ ແລະ ຝຶກສອນ ເອໄອ ໂດຍໄດ້ເກັບເອົາຕົວຢ່າງຂອງຜູ້ຕິດເຊື້ອໂຄວິດ 5.000 ຄົນໃນຈີນ ເຊິ່ງລະບົບເຕັກໂນໂລຊີເອໄອສາມາດກວດກາ ແລະ ວິເຄາະຮ່າງກາຍຄົນເຫຼົ່ານັ້ນໄດ້ແນ່ນອນເຖີງ 96%.

ເບື້ອງຕົ້ນເອໄອດັ່ງກ່າວໄດ້ນໍາເອົາໄປໃຊ້ກວດກາ ແລະ ວິເຄາະເຊື້ອໂຄວິດຢູ່ໂຮງຫມໍຊີໂປຊານ (Qiboshan) ໃນເມືອງເຈິ້ງໂຈວ ມົນທົນເຫີໜານ ແລະ ປັດຈຸບັນໄດ້ສືບຕໍ່ນໍາເອົາໄປໃຊ້ຢູ່ຫມໍ 100 ແຫ່ງໃນມົນທົນເຫີເປີ່ຍ, ກວາງຕຸ້ງ ແລະ ອານຫຸຍ.
ເຕັກໂນໂລຊີເອໄອດັ່ງກ່າວຈະໃຊ້ເວລາວິເຄາະພາບ ແລະ ລະບຸພະຍາດພຽງ 20 ນາທີ ເຊິ່ງມັນໄດ້ກາຍເປັນລະບົບອັດສະລິຍະສາມາດປະຢັດເວລາ, ຮັກສາຜູ້ປ່ວຍ ຫຼື ກູ້ຊີວິດຄົນທັນເວລາ ແລະ ປະຢັດເງິນອີກດ້ວຍ.

ໂດຍ: ປອກເປືອກ
ແປຈາກ: www.dailygizmo.tv

ທີ່ມາ: ຂ່າວສານປະເທດລາວ

Comments