ຖ້າເມືອງ ຫຼື ປະເທດຖືກປິດ ທຸລະກິດໃດຈະເສຍຜົນປະໂຫຍດ ແລະ ທຸລະກິດໃດຈະໄດ້ປະໂຫຍດເຕັມໆ?

ການລະບາດຂອງໄວຣັດໂຄວິດ-19 ເຮັດໃຫ້ຫຼາຍປະເທດມີມາດຕະການ ປິດເມືອງ ຫຼື ປິດປະເທດ ປິດຊາຍແດນເປັນໄລຍະຊົ່ວຄາວ ລວມທັງປະເທດລາວເຮົາ ກໍໄດ້ມີມາດຕະການປິດດ່ານຊາຍແດນ ທັງສາກົນ ແລະ ດ່ານປະເພນີຕ່າງໆບໍ່ໃຫ້ຄົນເຂົ້າ-ອອກ ທີ່ມີຈຸດປະສົງທ່ອງທ່ຽວ ແລະ ໄປຄ້າຂາຍ ເປັນທີ່ຮຽບຮ້ອຍແລ້ວ ໃນວັນທີ 21 ມີນາ -20 ເມສາ 2020 ແຕ່ສຳລັບການຂົນສົ່ງສິນຄ້າທີ່ຈຳເປັນແມ່ນຍັງອະນຸຍາດໃຫ້ເຂົ້າ-ອອກໄດ້ ແຕ່ຕ້ອງປະຕິບັດຕາມມາດຕະການຂອງຂະແໜງການສາທາລະນະສຸກ ການຄວບຄຸມ ແລະ ປ້ອງກັນໂຄວິດ-19.

ແລະ ໃນມື້ວານນີ້ວັນທີ 24 ມີນາ ກະຊວງໄດ້ຖະແຫຼງຂ່າວປະກາດຢ່າງເປັນທາງການ ວ່າ ສປປ ລາວ ເຮົາ ມີຄົນຕິດເຊື້ອໂຄວິດ-19 ແລ້ວ 2 ຄົນ, ຖ້າສົມມຸດປະເທດລາວແລະ ປະເທດອື່ນໆໃນໂລກ ໄດ້ມີມາດຕະການ ປິດເມືອງ ບໍ່ໃຫ້ຄົນອອກຈາກເຮືອນ ຫຼື ບ້ານເລີຍ ຈະມີຜົນກະທົບທາງເສດຖະກິດອັນມະຫາສານ ເພາະຫຼາຍທຸລະກິດ ແມ່ນກໍຕ້ອງໄດ້ຢຸດສະງັກ.  ແຕ່ແນ່ນອນວ່າ ໄລຍະນີ້ ຖ້າມີຜູ້ເສຍຜົນປະໂຫຍດ ກໍຕ້ອງມີຜູ້ໄດ້ຮັບປະໂຫຍດ ໃນທຸກວິກິດມັກຈະມີໂອກາດຢູ່ສະເໝີ ແລ້ວຈະມີທຸລະກິດໃດແດ່ ທີ່ຈະເສຍຜົນປະໂຫຍດ ແລະ ຈະໄດ້ຮັບຜົນປະໂຫຍດໃນໄລຍະນີ້ແບບເຕັມໆ ມາເບິ່ງເລີຍ….

ສົມມຸດວ່າ ເມືອງໆໜຶ່ງຖືກປິດ ບໍ່ໃຫ້ມີການເຂົ້າ-ອອກ ປະຊາຊົນສ່ວນຫຼາຍຫຼີກລຽງການອອກຈາກເຮືອນ ທຸລະກິດ ທີ່ໄດ້ຮັບຜົນກະທົບອັນດັບຕົ້ນໆແມ່ນ ທຸລະກິດທີ່ມີໜ້າຮ້ານ ບໍ່ວ່າຈະເປັນ ຮ້ານອາຫານ, ຮ້ານກາເຟ, ສູນການຄ້າຕ່າງໆ…

ເມື່ອການລະບາດຮຸນແຮງຂຶ້ນ ການເດີນທາງອອກຈາກເຮືອນແຕ່ລະຄັ້ງ ຈຶ່ງໝາຍເຖິງການເພີ່ມຄວາມສ່ຽງ ໃນການຕິດເຊື້ອ ການທີ່ຄົນບໍ່ອອກຈາກໃສ ທຸລະກິດທີ່ໄດ້ຮັບຜົນກະທົບຕາມມາກໍຄື ທຸລະກິດ ຂົນສົ່ງສາທາລະນະ ລົດໂດຍສານ, ລົດເມ… ແລະ ທຸລະກິດຕໍ່ມາກໍຄືທຸລະກິດປໍ້ານໍ້າມັນລົດ ເພາະຖ້າບໍ່ມີການໃຊ້ລົດໃນຖະໜົນ ກໍຈະບໍ່ມີລົດໄປຕື່ມນໍ້າມັນຫຼາຍຄືເກົ່າ ແລະ ຍັງມີອີກຫຼາຍໆທຸລະກິດໄດ້ຮັບຜົນກະທົບ ບໍ່ວ່າຈະເປັນການທ່ອງທ່ຽວ ແລະ ໂຮງແຮມ, ບ້ານພັກ…. ເຊິ່ງດຽວນີ້ຫຼາຍໆຄົນເຫັນແຕ່ທຸລະກິດທີ່ໄດ້ຮັບຜົນກະທົບທັງໝົດ.

ສະຫຼຸບແລ້ວ, ທຸລະກິດຫຍັງແດ່? ຈະໄດ້ຮັບຜົນປະໂຫຍດ ລອງຄິດເບິ່ງວ່າ ຖ້າເຮົາຢູ່ແຕ່ໃນເຮືອນເຮົາຈະເຮັດຫຍັງແດ່? ເຮົາກໍຕ້ອງເບິ່ງຮູບເງົາ, ລະຄອນ, ຟັງເພງທາງອອນໄລ໌ ເຮົາຈະເຮັດວຽກຢູ່ບ້ານຜ່ານລະບົບຄຣາວອອນໄລ໌ ເຮົາຈະຕ້ອງອັບເດດຂ່າວສານ ແລະ ເຊື່ອມຕໍ່ໂລກພາຍນອກຜ່ານໂຊຊຽວມີເດຍ ດັ່ງນັ້ນ ທຸລະກິດເຫຼົ່າທີ່ຈະໄດ້ຮັບຜົນປະໂຫຍດ ຈາການທີ່ເຮົາຢູ່ແຕ່ໃນເຮືອນ, ທຸລະກິດຄົມມະນາຄົມການສື່ສານ,​ ອິນເຕີເນັດ

ຕໍ່ມາເລື່ອງອາຫານການກິນ ເຮົາຕ້ອງໄດ້ໃຊ້ບໍລິການຂົນສົ່ງອາຫານເຖິງທີ່ ຫຼື ຂົນສົ່ງສິນຄ້າອຸປະໂພກເຄື່ອງໃຊ້ປະຈຳວັນເຖິງທີ່ ຈາກຮ້ານອາຫານທີ່ເປີດຢູ່ ຫຼື ຮ້ານຄ້າທີ່ເປີດຢູ່ ທີ່ມີບໍລິການແບບນີ້ ເຊື່ອວ່າຖ້າມີຄວາມຕ້ອງການບໍລິການສົ່ງເຖິງທີ່ຈຳນວນຫຼາຍອາດຈະບໍ່ພຽງພໍທຸກຄົນແນ່ນອນ ອາດເກິດຄວາມຊັກຊ້າ, ດັ່ງນັ້ນ, ອາຫານທີ່ເໝາະສົມກັບວິກິດນີ້ກໍຄື ອາຫານສຳເລັດຮູບ ຫຼື ອາຫານແຫ້ງທີ່ສາມາດເກັບໄວ້ກິນໄດ້ໄລຍະຍາວ ເຊັ່ນ: ມີ່, ປາກະປ່ອງ, ຊີ້ນແຫ້ງ, ປາແຫ້ງ….

ນອກຈາກນີ້, ໃນສະຖານະການທີ່ສ່ຽງຕໍ່ການຕິດໄວຣັດຕະຫຼອດແບບນີ້ ທຸລະກິດທີ່ຈະສາມາດເຂົ້າມາແກ້ໄຂຄວາມວິຕົກກັງວົນໄດ້ກໍຄື ການປະກັນໄພກັນສຸຂະພາບ ໂດຍສະເພາະຖ້າສາມາດຄວບຄຸມພະຍາດທີ່ກຳລັງລະບາດນີ້ໄດ້ ກໍຍ່ອມສົ່ງຜົນໃຫ້ມີຜູ້ຄົນສົນໃຈຊື້ການ ປະກັນໄພສຸຂະພາບ ເພີ່ມຂຶ້ນຈຳນວນຫຼາຍແນ່ນອນ,  ທຸລະກິດສຸດທ້າຍ ທີ່ເຮົາອາດຄາດບໍ່ເຖິງຈະໄດ້ຮັບຜົນປະໂຫຍດໃນໄລຍະວິກິດນີ້ກໍຄື ທຸລະກິດປະກັນໄພລົດ ເມື່ອບໍ່ມີຄົນອອກຈາກເຮືອນ ການສັນຈອນຢູ່ຕາມທ້ອງຖະໜົນກໍຈະບໍ່ມີຫຼາຍ ເມື່ອບໍ່ມີລົດແລ່ນ ການເກີດອຸບັດຕິເຫດກໍຈະບໍ່ມີ ບໍລິສັດປະກັນກໍບໍ່ໄດ້ຈ່າຍສິນທົດແທນໃນໄລຍະນີ້.

ສະນັ້ນ, ຫຼັງຈາກໝົດໄຕມາດທຳອິດຂອງປີ ເຮົາຈະເລີ່ມເຫັນຜົນກະທົບຕໍ່ເສດຖະກິດ ຂອງຫຼາຍບໍລິສັດ ແລະ ຂອງປະເທດ , ບາງບໍລິສັດອາດຈະຍອດຂາຍເພີ່ມຂຶ້ນ ແຕ່ຖ້າເຮົາເປັນນັກລົງທຶນ ຫຼື ນັກທຸລະກິດ ເຮົາຄວນຈະເຮັດແບບໃດໃນໄລຍະວິກິດແບບນີ້? ເຮົາຄວນຈະລົງທຶນເຮັດຫຍັງໃນຕອນນີິ້ ເພື່ອຈະພິກວິກິດເປັນໂອກາດ ແລະ ເຮົາ ຄວນຈະມີແຜນການຮອງຮັບໄລຍະຍາວຕໍ່ໄປໄດ້ແບບໃດ?   ແລະ ກໍຕ້ອງສາມາດຄາດເດົາວ່າການປ່ຽນແປງເຫຼົ່ານີ້ໃຫ້ໄດ້ວ່າຈະເກີດຂຶ້ນຊົ່ວຄາວ ຫຼື ຕະຫຼອດໄປ.

ທີ່ມາ: ລົງທຶນ ແມນ

 

Comments