ເຊີນຊວນ!!! ນັກທຸລະກິດລາວ ເຂົ້າຮ່ວມພົບປະນັກທຸລະກິດຍີ່ປຸ່ນ ໃນງານວາງສະແດງສິນຄ້າຍີ່ປຸ່ນປີ 2020

Japan Product Exhibition 2020 Showcase for Quality of Life from Japan!

ມາສຳພັດກັບຄຸນນະພາບຊີວິດຈາກຍີ່ປຸ່ນ ໃນງານວາງສະແດງສິນຄ້າຍີ່ປຸ່ນປີ 2020

ໃນວັນທີ 6 (ພະຫັດ) ຫາ ວັນທີ 8 (ເສົາ) ກຸມພາ 2020 ທີ່ຈະມາເຖິງນີ້ ເວລາ 13:00 – 18:00 ໂມງ , ສະເພາະວັນທີ 8 ກຸມພາ ເວລາ 13:00 – 18:30 ໂມງ ສະຖານທີ່ ສູນການຄ້າວຽງຈັນເຊັນເຕີຊັ້ນ 1

ພາຍໃນງານຈະມີຫຼາກຫຼາຍສິນຄ້າຈາກບໍລິສັດຂະໜາດນ້ອຍ ແລະ ກາງ ຈາກປະເທດຍີ່ປຸ່ນ ທີ່ຈະມາວາງສະແດງສິນຄ້າ ເຊັ່ນ: ເຄື່ອງບໍລິໂພກ, ເຄື່ອງອຸປະໂພກ, ເຄື່ອງສໍາອາງ, ອາຫານສຸຂະພາບ ແລະ ຢາເປັນຕົ້ນ…

ສຳລັບ, ນັກທຸລະກິດລາວ ຫຼື  ຜູ້ທີ່ສົນໃຈ ຢາກມີທຸລະກິດຮ່ວມກັບນັກທຸລະກິດຍີ່ປຸ່ນ ກໍສາມາດສະໝັກເຂົ້າຮ່ວມພົບປະນັກທຸລະກິດ ຍີ່ປຸ່ນໄດ້ ໂດຍການຕື່ມແບບຟອມ ສະໝັກດ້ານລຸ່ນນີ້ ແລ້ວສົ່ງໃຫ້ ອົງການສົ່ງເສີມການຄ້າຍີ່ປຸ່ນ ບໍ່ໃຫ້ກາຍວັນທີ 31 ມັງກອນ 2020 ນີ້. ສາມາດຕິດຕໍ່ສອບຖາມເພີ່ມຕື່ມໄດ້ທີເບີໂທ ຫຼື ວ໋ອດແອ:  020 77295944 ( ນາງ ປ່າ ຊົ່ງ) 020 99961402 (ນາງ ພູວຽງ)

ຈັດງານໂດຍ: ອົງການສົ່ງເສີມການຄ້າຍີ່ປຸ່ນ Japan External Trade Organization (JETRO)

ຢ່າລືມ! ຢ່າພາດ! ເຊີນຊວນກັນມາທ່ຽວຊົມງານເດີ້

ແບບຟອມສະໝັກເຂົ້າຮ່ວມພົບປະນັກທຸລະກິດຍີ່ປຸ່ນ

 

 

ນັກທຸລະກິດ ແລະ ສິນຄ້າ ທີ່ມາຈາກຍີ່ປຸ່ນ ທີ່ຈະມາວາງສະແດງໃນງານ 

Comments