ຈະບໍ່ເສຍໃຈພາຍຫຼັງ ເມື່ອເຮັດປະກັນໄພລົດໄວ້ແລ້ວ!!!!

ສຳລັບຜູ້ທີ່ມີລົດໃຫຍ່ເປັນຂອງຕົນເອງ ຄືຈະມັກມີຄຳຖາມໃນໃຈບໍ່ຫຼາຍກໍ່ໜ້ອຍວ່າເປັນຫຍັງ ເຮົາຕ້ອງເຮັດປະກັນໄພລົດ ແລະ ການເຮັດປະກັນໄພນັ້ນມີຄວາມຈຳເປັນຫຼາຍໜ້ອຍເທົ່າໃດຕໍ່ເຮົາ ແລ້ວມັນຈະເປັນຫານສູນເສຍເງິນໄປໂດຍບໍ່ມີປະໂຫຍດຫຼືບໍ່, ໃນ 1 ປີ ເຮົາຈະມີອຸບັດຕິເຫດເກີດຂຶ້ນບໍ່ ຖ້າເກີດຈັກຄັ້ງຕໍ່ປີ ຈະກຸ້ມຄ່າການຈ່າຍປະກັນໄພຕໍ່ປີບໍ່? ແລະ ຖ້າເຮົາກໍຂັບລົດເກັ່ງ ແລະ ລະມັດລະວັງທີ່ສຸດບໍ່ໃຫ້ເກີດອຸບັດຕິເຫດເລີຍ ແລ້ວມັນຈຳເປັນຫຼືບໍ່ທີ່ຕ້ອງນຳເງິນໄປເສຍຄ່າປະກັນໄພແພງໆ

ແຕ່ໃນຄວາມເປັນຈິງແລ້ວ ເຖິງວ່າເຮົາຈະລະມັດລະວັງໃນການຂັບຂີ່ຫຼາຍປານໃດກໍບໍ່ໄດ້ເປັນສິ່ງທີ່ຢືນຢັນວ່າ ຈະບໍ່ເກີດອຸບັດຕິຕໍ່ກັບເຮົາ ເພາະທຸກການຂັບຂີ່ແມ່ນມີຄວາມສ່ຽງເກີດຕະຫຼອດເວລາ ດັ່ງນັ້ນ,​ ວິທີທີ່ດີທີ່ສຸດທີ່ຈະຊ່ວຍໃຫ້ມີຄວາມສະບາຍໃຈ ແລະ ປອດໄພ ແລະ ໝັ້ນໃຈທຸກການຂັບຂີ່ ແມ່ນເຮົາຕ້ອງມີການຄຸ້ມຄອງ ແລະ ໄດ້ຮັບເງິນສົດເຊີຍທຸກໆກໍລະນີຈາກການເຮັດປະກັນຢ່າງແນ່ນອນ.

ສຳລັບໃຜທີ່ກຳລັງຄິດວ່າການເຮັດປະກັນໄພລົດບໍ່ມີຄວາມຈຳເປັນ ມື້ນີ້,​ທາເກັດມີບົດຄວາມດີໆ ເຫດຜົນທີ່ເຮົາຄວນເຮັດປະກັນລົດໃຫຍ່ມາບອກ ເພື່ອວ່າໃຜທີ່ກຳລັງຄິດວ່າຈະບໍ່ເຮັດບໍ່ປະກັນໄພຈະປ່ຽນໃຈປ່ຽນຄວາມຄິດໃຫມ່.

ໄດ້ຮັບຄ່າປົວແປງຈາກການເກີດອຸບັດຕິເຫດ ຫຼື ອັນຕະລາຍຈາກທຳມະຊາດ

ການເບິ່ງແຍງລົດໃຫຍ່ຈາກຄວາມສ່ຽງທີ່ເກີດຂຶ້ນຈາກທຳມະຊາດ ຖືເປັນເລື່ອງທີ່ຍາກ ແລະ ຫຼີກລ່ຽງບໍ່ໄດ້ ສຳລັບຜູ້ໃຊ້ລົດທຸກຄົນ ເພາະເຮົາບໍ່ມີທາງຮູ້ເລີຍວ່າມື້ໃດ ໝາກຫີນຈະກະເດັ່ນໃສ່ແວ່ນໜ້າລົດ, ກິ່ງໄມ້ຕົກມາໃສ່ຫຼັງລົດ ຫຼື ເກີດນໍ້າຖ້ວມກະທັນຫັນ ສົ່ງຜົນໃຫ້ເກີດຄວາມເສຍຫາຍຕໍ່ລົດເຮັດໃຫ້ລົດເປ່ເພ່ ແຕ່ຖ້າມີປະກັນໄພໄວ້ ເຮົາກໍຈະສະບາຍໃຈໃນເລື່ອງນີ້.

ປ້ອງກັນລົດຈາກການຖືກລັກ

ແນ່ນອນວ່າ ລົດໃຫມ່ ຫຼື ລົດເກົ່າບາງລຸ້ນ  ເປັນສິ່ງລໍຕາລໍໃຈ ໂຈນ ເພື່ອລັກເອົາຊິ້ນສ່ວນປະກອບໄປຂາຍ ດັ່ງນັ້ນ, ການເຮັດປະກັນໄພ ກໍຈະເຮັດໃຫ້ສາາມາດອຸ່ນໃຈໄດ້ວ່າ ຕໍ່ໃຫ້ຊິ້ນສ່ວນຂອງລົດຈະເສຍ ຫຼື ລົດຈະຖືກລັກໄປເປັນຄັນ ເຮົາກໍຈະໄດ້ຮັບການຊົດເຊີຍຄວາມເສຍຫາຍຢ່າງແນ່ນອນ.

ຄ່າໃຊ້ຈ່າຍຈາກການເກີດອຸບັດຕິເຫດທີ່ມີລາຄາແພງ

ແນ່ນອນການເກີດອຸບັດຕິເຫດທາງທ້ອງຖະໝົນກໍເປັນສິ່ງທີ່ຄາດເດົາບໍ່ໄດ້ ແລະ ປາສະຈາກບໍ່ໄດ້ ແລະ ບໍ່ຮູ້ວ່າເມື່ອໃດມັນຊິເກີດຂຶ້ນກັບເຮົາ ເມື່ອເກີດອຸບັດຕິເຫດແນ່ນອນຕ້ອງມີຄ່າໃຊ້ຈ່າຍຈຳນວນຫຼາຍ ບໍ່ວ່າຈະແປງລົດເຮົາ ຫຼື ລົດຄູ່ກໍລະນີ, ຄ່າປິ່ນປົວຈາກໂຮງຫມໍ, ການດຳເນີນຄະດີ ທີ່ມີຄ່າໃຊ້ຈ່າຍຂ້ອນຂ້າງສູງ ຖ້າເຮົາບໍ່ມີປະກັນໄພແນ່ນອນຈະຕ້ອງໄດ້ແບກຮັບພາລະໃຊ້ຈ່າຍຜູ້ດຽວທັງໝົດ ແຕ່ຖ້າມີປະກັນໄພແນ່ນອນປະກັນໄພຈະເປັນຄົນຈ່າຍຄ່າແປງລົດແພງໆໃຫ້ເຮົາ ແລະ ເສຍຄ່າຊົດເຊີຍຕ່າງໆໃຫ້ແທນເຮົາ.

Comments