General

ນິວຊີແລນ ເປີດເຜີຍງົບປະມານຈະຊ່ວຍເຫຼືອ SME ຂອງປະເທດແບບນີ້….

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 2 ພຶດສະພາ 2020, ນະໂຍບາຍຫຼ້າສຸດ ຈາກລັດຖະບານນິວຊີແລນເພື່ອຊ່ວຍຜູ້ປະກອບການທຸລະກິດຂະຫນາດກາງ ແລະຂະຫນາດນ້ອຍທີ່ມີພະນັກງານບໍ່ເກີນ 50 ຄົນ ທີ່ອອກມາໃນວັນທີ່ 1 ພຶດສະພາທີ່ຜ່ານມານັ້ນ ຈະຄວບຄຸມຄ່າໃຊ້ຈ່າຍຂອງບໍລິສັດລວມເຖິງຄ່າຈ້າງພະນັກງານສູງສຸດເປັນເງິນ 100,000 ໂດລານິວຊີແລນ ຫຼື ຄິດເປັນເງີນເກືອບ 20.000 ໂດລາສະຫະລັດ ໂດຍປາສະຈາກດອກເບ້ຍເງີນກູ້ໃນໄລຍະປີທຳອິດ ແກຣນ ໂຣເບິຣຕສັນ ລັດຖະມົນຕີວ່າການກະຊວງການເງິນ (ministry of revenue) ທີ່ຮັບຜິດຊອບເລື່ອງງົບປະມານຂອງລັດຖະບານນິວຊີແລນຊີ້ວ່າ ເປັນເລື່ອງຊັດເຈນແລ້ວວ່າເງີນຊ່ວຍເຫລືອກ່ອນຫນ້ານີ້ທີ່ມອບໃຫ້ກັບເອສເອັມອີຜ່ານທະນາຄານເອກະຊົນບໍ່ພຽງພໍຕໍ່ຄວາມຕ້ອງການ ຈື່ງເປັນເຫດຜົນທີ່ລັດຖະບານຕັ້ງໂຄງການດັງກ່າວຂື້ນມາສະຫນັບສະຫນູນເພີ່ມເຕີມ ທ່ານແກຣນ ອະທິບາຍເງື່ອນໄຂເງີນກູ້ດັງກ່າວວ່າ ເອສເອັມອີຈະໄດ້ຮັບເງີນ 10,000 ດອລລານິວຊີແລນ ຫລືປະມານເກືອບ 2,000 ໂດລາສະຫະລັດ ສຳລັບຄ່າໃຊ້ຈ່າຍຂອງບໍລິສັດແລະຈະໄດ້ຮັບເງີນຄ່າຈ້າງພະນັກງານເພີ່ມລາຍລະ 1,800 ດອລລານິວຊີແລນ ໂດຍເງີນກູ້ນີ້ຈະປອດດອກເບ້ຍໃນຊ່ວງປີທຳອິດ ແລະຈະມີອັດຕາດອກເບ້ຍ 3 %ຕໍ່ປີ ດ້ວຍສັນຍາສູງສຸດ 5 ປີ ນອກຈາກນີ້ ລັດຖະບານຍັງຊ່ວຍໃຫ້ທຸລະກິດບໍ່ຕ້ອງຊຳລະເງີນຄືນໃນຊ່ວງ 2 ປີທຳອິດດ້ວຍ ດ້ານທ່ານຮອນ ສະຈ໊ວດ ນາຊ ລັດຖະມົນຕີວ່າການກະຊວງການຈັດເກັບພາສີ (ministry of revenue) ຊີ້ວ່າ ດ້ວຍມາດຕະການລະດັບ ...

Read More »

ຣັດເຊຍ ພົບຜູ້ຕິດເຊື້ອໂຄວິດ-19 ມື້ດຽວ 10.000 ຄົນ

ລັດຖະບານຣັດເຊຍ ລາຍງານການພົບຜູ້ຕິດເຊື້ອໄວຣັດໂຄວິດ-19 ລາຍໃໝ່ພາຍໃນມື້ດຽວ  10.633 ຄົນ ຖືເປັນສະຖິຕິລາຍວັນສູງທີ່ສຸດ ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນຫຼວງມອດສ໌ໂກ ປະເທດຣັດເຊຍ ໃນວັນທີິ 3 ພຶດສະພາ 2020 ວ່າ ສູນຕອບສະໜອງວິກິດເຊື້ອໄວຣັດໂຄວິດ-19 ຂອງຣັດເຊຍ ລາຍງານໃນວັນອາທິດ ກ່ຽວກັບສະຖານະການເຊື້ອໄວຣັດໂຄວິດ-19 ໃນປະເທດ ວ່າມີການຢືນຢັນຄົນເຈັບຕິດເຊື້ອໃໝ່ອີກ 10.633 ຄົນໃນຮອບ 24 ຊົ່ວໂມງຜ່ານມາ ຖືເປັນສະຖິຕິຜູ້ປ່ວຍລາຍວັນສູງທີ່ສຸດ ແລະ ເພີ່ມຈຳນວນຜູ້ປ່ວຍສະສົມໃນປະເທດ ລວມເປັນ 134.687 ຄົນ ແລະ ປິ່ນປົວຫາຍດີແລ້ວ 16.693 ຄົນ. ແລະ ໃນຮອບ 24 ຊົ່ວໂມງຜ່ານມາຢືນຢັນຜູ້ເສຍຊີວິດເພີ່ມ 58 ຄົນ ສະຖິຕິຜູ້ເສຍຊີວິດສະສົມຈາກໂຄວິດ-19 ໃນຣັດເຊຍຢ່າງໜ້ອຍ 1.280 ຄົນ ເຖິງວ່າອັດຕາການເສຍຊີວິດຈາກໂຄວິດ-19 ໃນຣັດເຊຍ ຍັງຕໍ່າກວ່າໃນສະຫະລັດອາເມລິກາ ແລະ ອີກຫຼາຍປະເທດໃນທະວີບເອີຣົບ ບໍ່ວ່າຈະເປັນອີຕາລີ, ສະເປນ ແຕ່ການພົບຜູ້ຕິດເຊື້ອລາຍວັນຂອງລັດເຊຍເພີ່ມເປັນຈຳນວນຫຼາຍຢ່າງຕໍ່ເນື່ອງຕັ້ງແຕ່ອາທິດກ່ອນ. ສຳລັບ, ປະທານາທິບໍດີ ລາດິເມຍ ປູຕິນ ກໍຂະຫຍາຍເວລາມາດຕະການລ໋ອກດາວໃນຣັດເຊຍ ມີຜົນຕັ້ງແຕ່ທ້າpເດືອນ ມີນາ ທີ່ຜ່ານມາ ຈົນຮອດວັນທີ ...

Read More »

ເປີດໃຫ້ບໍລິການລົດໂດຍສານພາຍໃນນະຄອນຫຼວງ ແລະ ພາຍໃນແຂວງໄດ້ ແຕ່ຕ້ອງປະຕິບັດຕາມຄຳແນະນຳຢ່າງເຄັ່ງຄັດດັ່ງນີ້….

ແຈ້ງແນະນຳການໃຫ້ບໍລິການລົດໂດຍສານ ພາຍໃນນະຄອນຫຼວງ ແລະ ບັນດາແຂວງໄດ້ ແຕ່ຕ້ອງປະຕິບັດຕາມຄຳແນະນຳຢ່າງເຄັ່ງຄັດຂອງ ຄະນະສະເພາະກິດ ອີງຕາມແຈ້ງການຄຳແນະນຳ ສະບັບເລກທີ 292/ຍທຂ ລົງວັນທີ 3 ພຶດສະພາ 2020 ສຳລັບການບໍລິການຂົນສົ່ງລົດໂດຍສານພາຍໃນນະຄອນຫຼວງວຽງຈັນ ແລະ ຢູ່ພາຍໃນບັນດາແຂວງ ເຊິ່ງລວມມີ ລົດຕູ້, ລົດຮັບສົ່ງພະນັກງານ, ລົດຮັບສົ່ງກຳມະກອນ, ລົດຕັກຊີ,​ລົດສອງແຖວ,​ ລົດຕຸກໆ ແລະ ລົດຈຳໂບ້  ໃຫ້ຈັດຕັ້ງຕາມມາດຕະການລຸ່ມນີ້:

Read More »

ຜູ້ເຄີຍຕິດເຊື້ອໂຄວິດ-19 ປິ່ນປົວຫາຍດີ ແລ້ວກັບຄືນມາເປັນອີກຄັ້ງ ມີຄວາມສ່ຽງຕໍ່ການແຜ່ເຊື້ອອີກບໍ່?

ຊຽນຊານດ້ານພະຍາດໂຄວິດ-19 ຢືນຢັນວ່າ ຜູ້ເຄີຍຕິດເຊື້ອທີ່ປີ່ນປົວຫາຍດີ ແລະ ໄດ້ອອກຈາກໂຮງໝໍແລ້ວກັບມາກວດສຸຂະພາບຄືນແລ້ວພົບວ່າຕິດເຊື້ອນັ້ນ ບໍ່ມີຄວາມສ່ຽງໃນການແຜ່ເຊື້ອຕໍ່ຄົນອອ້ມຂ້າງ ແລະ ສັງຄົມ !!! ໃນກໍລະນີນີ້ແມ່ນບໍ່ຮຸນແຮງເມື່ອທຽບໃສ່ ຜູ້ຕິດເຊື້ອໃໝ່, ເພາະກໍລະນີນີ້ ເມື່ອກິນຢາຕາມຄໍາແນະນໍາ-ຫຼັກການຂອງການປີ່ນປົວ ແລ້ວກັບບ້ານ  ເພາະມັນບໍ່ແມ່ນເຊື້ອໂຄວິດ-19 ແຕ່ເປັນພຽງຊິ້ນສ່ວນຂອງໄວຣັດທີ່ຕິດຄ້າງຢູ່ໃນໂຕຂອງຄົນຜູ້ເຄີຍຕິດເຊື້ອເທົ່ານັ້ນ, ເຊິ່ງຊິ້ນສ່ວນດັ່ງກ່າວແມ່ນຕາຍແລ້ວບໍ່ສາມາດເຕີບໂຕ ແລະ ແຜ່ເຊື້ອໄດ້. ດຣ. ສະຫນອງ ທອງຊະນະ ຜູ້ອຳນວຍການໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວໜັງສືພິມວຽງຈັນທາຍ ຜ່ານທາງໂທລະສັບໃນວັນທີ 2 ພຶດສະພາ 2020 ນີ້ວ່າ ສປປ ລາວ ເຮົາບໍ່ແມ່ນປະເທດທຳອິດທີ່ພົບກໍລະນີດັ່ງກ່າວ, ເຊິ່ງຫຼາຍປະເທດໃນໂລກກໍເຄີຍພົບມີກໍລະນີແບບນີ້ເຊັ່ນກັນ. ປະເທດເຫຼົ່ານີ້ໄດ້ເຄີຍເອົາຜູ້ສໍາຜັດ ໃກ້ຊິດກັບຜູ້ຕິດເຊື້ືອໂຄວິດ-19 ທີ່ໄດ້ປິ່ນປົວດີ ແລະ ອອກຈາກໂຮງໝໍແລ້ວກັບມາກວດຄືນແລ້ວພົບວ່າມີເຊື້ອ ແຕ່ຜູ້ໃກ້ຊິດ ເຫຼົ່ານັ້ນຜ່ານການກວດແລ້ວກໍ່ບໍ່ມີຜູ້ຕິດເຊື້ືອ. ອັນນີ້ໄດ້ຢັ້ງຢືນວ່າ ຊິ້ນສ່ວນຂອງພະຍາດດັ່ງກ່າວທີ່ຕົກຄ້າງຢູ່ນັ້ນບໍ່ສາດແຜ່ເຊື້ອໄດ້. ອີກອັນໜຶ່ງ ຍ້ອນວ່າເປັນພະຍາດໃໝ່ທາງວິທະຍາສາດການແພດ ຈຶ່ງເອົາມາ ກວດຄືນຕາມຫຼັກການແພດເມື່ອອອກໂຮງໝໍໄປແລ້ວຕ້ອງໄດ້ມາກວດຄືນ. ອີງຕາມຂໍ້ມູນຈາກໂຮງໝໍມິດຕະພາບ ຜູ້ເຄີຍຕິດເຊື້ືອພະຍາດໂຄວິດ-19 ທີ່ປິ່ນປົວຫາຍດີ ແລະ ອອກຈາກໂຮງໝໍໄປແລ້ວ ແຕ່ໄດ້ກັບມາກວດສຸຂະພາບຄືນພົບວ່າຕິດເຊື້ອນັ້ນ ແມ່ນຜູ້ຕິດເຊື້ອກໍລະນີທີ 14, ເຊິ່ງແມ່ນນັກສຶກສາລາວ ທີ່ກັບມາຈາກປະເທດອັງກິດ, ປັດຈຸບັນຢູ່ ບ້ານຊ້າງຄູ້, ເມືອງໄຊທານີ, ...

Read More »

ດ່ວນ!!!! ອົດສະຕຣາລີ ຜະລິດວັກຊິີນ ປ້ອງກັນໂຄວິດ-19 ຈະສຳເລັດ ເດືອນກັນຍານີ້…

ວັນທີ 1 ພຶດສະພາ 2020  The Australian  ລາຍງານວ່າ ທີມນັກວິໄຈ ມະຫາວິທະຍາໄລຄວິນແລນ ໄດ້ເປີດເຜີຍວ່າ ທາງທີມວິໄຈ ຈະສາມາດເລີ່ມທົດລອງວັກຊີນໃນຄົນໃຫ້ໄດ້ໄວທີ່ສຸດ ໃນເດືອນກັນຍານີ້.   ທ່ານ ດຣ ເທຣນ ມຸນໂຣ ຫົວໜ້າທີມວິໄຈກ່າວ່າ ” ການຜະລິດວັກຊີນອອກມາໃຫ້ທັນໃນເດືອນກັນຍາ (9) ຄືເປົ້າໝາຍຂອງພວກເຮົາ ເຊິ່ງເປັນເປົ້າໝາຍທີ່ສູງ ແລະ ຈະສູ້ຊົນທີ່ສຸດ ແລະ ຂ້ອຍຄິດວ່າ ມັນມີຄວາມເປັນໄປໄດ້ຖ້າທຸກຢ່າງດຳເນີນໄປຕາມແຜນທີ່ວາງໄວ” ໂດຍທາງມະຫາວິທະນາໄບ ຄວີນແລນ ໄດ້ໃຊ້ເຕັກໂນໂລຊີ ການຫນີບໃນລະດັບໂມເລກູນ (molecular clamp) ເຊິ່ງໄດ້ຮັບສິດທິບັດແລ້ວ ໂດຍວັກຊີນນີ້ຖືກນຳໃຊ້ໄປທົດສອບກັບ ໜູ ແລ້ວໃນບໍ່ດົນມານີ້ ແລະ ພົບວ່າ ສາມາດກະຕຸ້ນແອນຕີ້ບໍດີ້ ທີ່ຈຳເປັນຕໍ່ການໂຈມຕີຂອງໄວຣັດໂຄວິດ-19  ດ້ານ ທ່ານ ຄີທ ແຊບເພີນ ຫົວໜ້າໂຄງການຮ່ວມມືຂອງມະຫາວິທະຍາໄລຄວີນແລນກ່າວວ່າ ” ເວໂຣຄຣີນິກ ເອັກຊ໌ພລອຣ໌ ກຳລັງກວດສອບເພີ່ມຕື່ມກ່ຽວກັບຄວາມສາມາດຂອງວັກຊີນໃນການປ້ອງກັນໄວຣັດທີ່ມີຊີວິດໃນການທົດລອງກັບສັດຕົ້ນແບບຫຼາຍຊະນິດ ເຊິ່ງຄວາມຄືບໜ້ານີ້ ອາດຈະບໍ່ເກີດຂຶ້ນໄດ້ຕາມແຜນເວລາທີ່ກຳນົດໄດ້ ແລະ ຄວາມສາມາດທີ່ມີໃນອົດສະຕຣາລີ ຖ້າຫາກປາສະຈາກຄວາມຮ່ວມມືຄັ້ງນີ້” ສາສະດາຈານ Kanta Subbarao ຈາກສະຖາບັນ(Doherty Institute) ...

Read More »

Bill Gates ເຕືອນ!!! 4 ທຸລະກິດ ກະທົບຍາວ ຝື້ນຕົວຍາກ ຫຼັງໂຄວິດ-19 ພ້ອມບອກວິທີແກ້ໄຂດ່ວນ

ຈາກສະຖານະການໄວຣັດ ໂຄວິດ-19 ລະບາດໄປທົ່ວໂລກ ຕັ້ງແຕ່ທ້າຍເດືອນ ທັນວາ 2019 ຜ່ານມາ, ປັດຈຸບັນ ເປັນໄລຍະ 4 ເດືອນແລ້ວ ໄດ້ຮັບຜົນກະທົບໄປເຕັມໆ ໂດຍສະເພາະເລື່ອງເສດຖະກິດທົ່ວໂລກຊຸດໂຊມລົງຢ່າງເຫັນໄດ້ຊັດເຈນ. ບິວເກດ ຜູ້ກໍ່ຕັ້ງ ໄມໂຄຊ໋ອບ ບຸກຄົນທີ່ຮັ່ງມີ ໃຈບຸນຂອງໂລກ ໄດ້ໃຫ້ອອກມາສຳພາດ ໃນລາຍການ  This is Working  ວ່າ:  ເຖິງວ່າສະຖານະການ ວິກິດ ໂຄວິດ-19 ຈະມິດງຽບໄປ ແຕ່ກໍຍັງຈະມິອຸດສາຫະກຳບາງຢ່າງ ຈະບໍ່ສາມາດກັບມາເປັນຄືເກົ່າໄດ້ອີກຕໍ່ໄປ  ຈົນກວ່າຈະມິວັກຊີນທີ່ສາມາດຮັກສາໄວຣັດໂຄວິດ-19 ໄດ້ຢ່າງແນ່ນອນ ການໃຊ້ຊີວິດຂອງຜູ້ບໍລິໂພກພາຍຫຼັງໂຄວິດ-19 ເປັນແບບໃດ?  ທຸລະກິດ ໂຮງງານ, ກໍ່ສ້າງ, ໂຮງຮຽນ ແລະ ອື່ນໆ….  ອາດຈະກັບມາເປັນປົກກະຕິ ໃນລະດັບໜຶ່ງ ແຕ່ທຸລະກິດ ແຕ່ກໍຈະມີທຸລະກິດທີ່ຖືກຜົນກະທົບໃນໄລຍະຍາວແນ່ນອນ. ບິວເກດ ຄາດການວ່າ ເຖິງວ່າ ສະຖານະການໂຄວິດ-19 ຈະຈົບລົງ ແຕ່ປະຊາຊົນຈະມີບົດຮຽນ ແລະ ມີຄວາມລະແວງໃຈ ແລະຈະຄິດຫຼາຍທີ່ຈະກັບໄປໃຊ້ຊີວິດແບບເກົ່າໆເຊັ່ນ:  ການໄປງານ Event, ການເດີນທາງໂດຍຍົນ ແລະ ລວມໄປເຖິງການຈະໄປກໍ່ໜີ້ໄລຍະຍາວ ເຊັ່ນ: ອາສັງຫາລິມະຊັບ. 4 ...

Read More »

ລັດຖະບານລາວ!!! ເລັ່ງໃຫ້ການຊ່ວຍເຫຼືອແຮງງານນອກລະບົບປະກັນສງຄົມ

ຕາມຂ່າວໜັງສືພິມວຽງຈັນທາຍລາຍງານໃຫ້ຮູ້ວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະເລັ່ງຊ່ວຍເຫຼືອກຸ່ມເປົ້າໝາຍທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ສໍາລັບຜູ້ປະກອບອາຊີບນອກລະບົບປະກັນສັງຄົມ. ອີງຕາມບົດລາຍງານຂອງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທີ່ສະເໜີຕໍ່ກອງປະຊຸມຂອງຄະນະສະເພາະກິດ ກ່ຽວກັບການແກ້ໄຂຜົນກະທົບ ແລະ ຜັນຂະຫຍາຍນະໂຍບາຍ, ມາດຕະການເພື່ອຫຼຸດຜ່ອນຜົນກະທົບຈາກພະຍາດໂຄວິດ-19 ໃນວັນທີ 20 ເມສາ 2020 ທີ່ຜ່ານມາ ວ່າ ນະໂຍບາຍໃຫ້ການຊ່ວຍເຫຼືອລວມມີ ຈ່າຍເງິນສົດໃຫ້ກຸ່ມເປົ້າໝາຍ 100.000 ກີບ/ຄົນ ໄລຍະ 3 ເດືອນ, ເຊີ່ງເປັນການປະຕິບັດນະໂຍບາຍ ຄືກັນກັບຜູ້ປະສົບໄພພິບັດນໍ້າຖ້ວມ ຢູ່ເມືອງສະໜາມໄຊ ແຂວງອັດຕະປື ໃນຜ່ານມາ, ພ້ອມກັນນີ້ ກໍ່ໃຫ້ມີການຫຼຸດຜ່ອນ ຫຼື ເລື່ອນການຈ່າຍຄ່າເຊົ່າທີ່ອາໄສ ສໍາລັບຜູ້ທີ່ຢູ່ຫ້ອງເຊົ່າ ໂດຍແມ່ນເຈົ້າຂອງກິດຈະການຫ້ອງເຊົ່າ ມີສ່ວນຮ່ວມໃນການຊ່ວຍເຫຼືອ. ກຸ່ມເປົ້າໝາຍທີ່ຈະໄດ້ຮັບນະໂຍບາຍ ແລະ ການຊ່ວຍເຫຼືອ ແມ່ນຜູ້ອອກແຮງງານ ຢູ່ຮ້ານບັນເທີງ, ຮ້ານຄາລາໂອເກະ, ຮ້ານເບຍ, ຮ້ານບໍລິການນວດ, ຮ້ານສະປາ, ສະຖານທີ່ອອກກໍາລັງກາຍ, ສະຖານທີ່ຫຼີ້ນກິລາ, ຕະຫຼາດກາງຄືນ, ໂຮງງານຕັດຫຍິບ, ການບໍລິການທ່ອງທ່ຽວ, ໂຮງງານອື່ນໆ ແລະ ບັນດາໂຄງການໃຫຍ່ທີ່ມີຄວາມສ່ຽງໃນການລະບາດຂອງພະຍາດ ໂຄວິດ-19, ນອກນີ້ຍັງມີພາກສ່ວນເຮັດບໍລິການຂົນສົ່ງໂດຍສານ ເຊັ່ນ ລົດໂດຍສານ, ຕຸກໆ, ຈໍາໂບ້ ...

Read More »

ລັດຖະບານ ກຳລັງຄົ້ນຄວ້າຫຼຸດລາຄາໄຟຟ້າ – ນໍ້າປາປາຂອງຜູ້ຊົມໃຊ້

ນັກຂ່າວສານປະເທດລາວ ລາຍງານໃຫ້ຮູ້ວ່າ ລັດຖະບານ ແຫ່ງ ສປປ ລາວ ໄດ້ເລັ່ງຄົ້ນຄວ້າ ແລະ ກຳນົດ ບັນດານະໂຍບາຍ ທາງດ້ານເສດຖະກິດ ທີ່ໄດ້ວາງອອກກ່ອນໜ້ານີ້ ໃຫ້ມີຄວາມແທດເໝາະກັບສະພາບຕົວຈິງ ເພື່ອຫຼຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງລາວ ຈາກການລະບາດຂອງພະຍາດ ໂຄວິດ-19 ເຊິ່ງປັດຈຸບັນນະໂຍບາຍນີ້ ສ່ວນຫຼາຍ ແມ່ນກໍາລັງຈັດຕັ້ງປະຕິບັດ ແລະ ມີຈຳນວນໜຶ່ງ ຢູ່ໃນຂັ້ນຕອນການຄົ້ນຄວ້າພິຈາລະນາ. ຫຼ້າສຸດໄດ້ນຳສະເໜີ ໃນກອງປະຊຸມຂອງຄະນະສະເພາະກິດ ດ້ານເສດຖະກິດເພື່ອແກ້ໄຂ ຜົນກະທົບການລະບາດ ພະຍາດ ໂຄວິດ-19 ໃນວັນທີ 20 ເມສາ 2020 ທີ່ນະຄອນຫລວງວຽງຈັນ ເພື່ອພ້ອມກັນຄົ້ນຄວ້າ ແລະ ປັບປຸງຄືນໃໝ່ອີກຮອບ ແນໃສ່ໃຫ້ມີຄວາມເໝາະສົມກວ່າເກົ່າ ແລະ ຈັດຕັ້ງປະຕິບັດ ຢ່າງມີປະສິດທິພາບ. ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ເນັ້ນໃຫ້ໃຫ້ມີການຄົ້ນຄວ້າຜ່ອນຜັນເຊິ່ງປະກອບມີ: ລາຄາ ຕໍ່ເວລາໃນການຊຳລະຄ່າໄຟຟ້າ ແລະ ນໍ້າປະປາ ຂອງຜູ້ຊົມໃຊ້ຄົວເຮືອນ ແລະ ພາກທຸລະກິດ. ເຫັນດີໃຫ້ທະນາຄານແຫ່ງ ສປປ ລາວ ປະຕິບັດການປັບຫຼຸດ ອັດຕາດອກເບັ້ຍພື້ນຖານ ...

Read More »

ຊົມເຊີຍ!!! ກະຊວງການເງິນ ປະຕິບັດຕາມຂໍ້ຕົກລົງຂອງນາຍົກ ນະໂຍບາຍ ຫຼຸດຜ່ອນຜົນກະທົບຈາກໂຄວິດ-19

Read More »

ເຜີຍແຜ່ຄຳສັ່ງນາຍົກລັດຖະມົນຕີ ໃຫ້ບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ

ໃນຕອນເຊົ້າມື້ນີ້, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ນຳເອົາຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ ລົງວັນທີ 29 ມີນາ 2020 ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນ, ກັນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ເພື່ອຕ້ານພະຍາດໂຄວິດ-19 ມາເຜີຍແຜ່ໃຫ້ບັນດາທຸຕານຸທູດ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ປະຈຳ ສປປ ລາວ ເພື່ອໃຫ້ຮັບຊາບ, ທັງນີ້ ກໍເພື່ອໃຫ້ທຸກພາກສ່ວນ, ທຸກຂັ້ນ ແລະ ທົ່ວສັງຄົມ ຈັດຕັ້ງປະຕິບັດຢ່າງເປັນເອກະພາບ, ມີປະສິດທິພາບ ແລະ ປະສິດທິຜົນ. ໃນຂະນະດຽວກັນ ກໍໄດ້ແຈກຢາຍຄຳສັ່ງດັ່ງກ່າວ ທີ່ເປັນພາສາອັງກິດ ໃຫ້ບັນດາຜູ້ເຂົ້າຮ່ວມ ເພື່ອໃຫ້ເຂົ້າໃຈເຖິງລາຍລະອຽດຕໍ່ກັບມາດຕະການຕ່າງໆ ແລະ ນຳໄປຈັດຕັ້ງປະຕິບັດຢ່າງເຄັ່ງຄັດ.  

Read More »