General

ເລີ່ມກຽມກໍ່ສ້າງຂົວມິດຕະພາບລາວ-ໄທ ແຫ່ງທີ V ຫຼັງລັດຖະບານ ກູ້ຢືມເງິນຈາກປະເທດໄທ 1.380 ລ້ານບາດ

ລັດຖະບານ ແຫ່ງ ສປປ ລາວ ຕາງໜ້າໂດຍ ກະຊວງການເງິນ ໄດ້ລົງນາມເຊັນສັນຍາເງິນກູ້ຢືມເງິນຈາກອົງການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (ນີດາ ຫລື NEDA) ແຫ່ງລາຊະອານາຈັກໄທ, ສຳລັບໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ແຂວງບໍລິຄໍາໄຊ-ບຶງການ)ໃນມູນຄ່າ 1.380 ລ້ານບາດ ເມື່ອວັນທີ 17 ມັງກອນ 2020 ທີ່ນະຄອນຫຼວງວຽງຈັນ. ຕາງໜ້າລັດຖະບານແຫ່ງສປປ ລາວໂດຍແມ່ນທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີກະຊວງການເງິນກັບທ່ານ ພິຣະເມດ ວຸດທິທອນເນຕິຣັກ ປະທານອົງການຮ່ວມມືພັດທະນາເສດຖະກິດກັບປະເທດເພື່ອນບ້ານ (NEDA) ແຫ່ງລາຊະອານາຈັກໄທ, ມີຄະນະນໍາຈາກກະຊວງໂຍທາທິການ ແລະ ຂົນສົ່ງ, ເອກອັກຄະລາຊະທູດໄທ ປະຈຳ ສປປລາວ, ຫົວໜ້າກົມ, ຮອງກົມ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ໂຄງການກໍ່ສ້າງຂົວຂ້າມນໍ້າຂອງມິດຕະພາບລາວ-ໄທ ແຫ່ງທີ V (ແຂວງບໍລິຄໍາໄຊ-ບຶງການ) ແມ່ນແຜນຍຸດທະສາດລະດັບຊາດ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ VIII (2016-2020) ຂອງ ສປປ ລາວ ພາຍໃຕ້ເປົ້າໝາຍເປີດກວ້າງການຮ່ວມມື ແລະ ເຊື່ອມຈອດກັັບພາກພື້ນ ...

Read More »

ແຈ້ງການ ປັບລາຄານໍ້າມັນຂຶ້ນ ເລີ່ມປະຕິບັດວັນທີ 21 ມັງກອນ 2020 ເວລາ 6:00 ໂມງ

ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການສະບັບເລກທີ 0067/ອຄ.ກຄພນ, ລົງວັນທີ 20ມັງກອນ 2020, ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ; ເລື່ອງ ແຈ້ງປັບຂຶ້ນລາຄາຂາຍຍ່ອຍນໍ້າມັນເຊື້ອໄຟໃນຂອບເຂດທົ່ວປະເທດ ລາຄາໃຫ່ມແມ່ນໃຫ້ເລີ່ມປະຕິບັດວັນທີ 21 ມັງກອນ 2020 ເວລາ 6:00 ໂມງ ໃນຂອບເຂດທົ່ວປະເທດ ການປັບລາຄາໃໝ່ໃນຄັ້ງນີ້ ແມ່ນໄດ້ຫຼຸດການເກັບເງິນຄັງແຮສະເພາະນໍ້າມັນກາຊວນລົງ 100 ກີບຕໍ່ລິດ (ຈາກ 500ກີບຕໍ່ລິດ ເປັນ 400ກີບຕໍ່ລິດ) ແລະ ປັບຂຶ້ນລາຄານໍ້າມັນເຊື້ອໄຟທຸກຊະນິດຄື: ແອັດຊັງພິເສດ ປັບຂຶ້ນ 90 ກີບຕໍ່ລິດ (ເປັນ 10.770 ກີບ) , ແອັດຊັງທໍາມະດາ ປັບຂຶ້ນ 180 ກີບຕໍ່ລິດ (ເປັນ 9.650 ກີບ) ກາຊວນປັບຂຶ້ນ 380 ກີບຕໍ່ລິດ (ເປັນ 9.040 ກີບ)  

Read More »

ອາລິອັນສ໌ ແລະ ສະຖາບັນການເງິນ ເອກພັດທະນາ ສະເໜີຜະລິດຕະພັນໃຫມ່!!! ຝາກເງິນແຖມປະກັນຊີວິດເງິນຝາກ

ໃນຕອນເຊົ້າ ຂອງວັນທີ 16 ມັງກອນ 2020, ບໍລິສັດ ອາລີອັນສ໌ ປະກັນໄພລາວ (AGL) ໄດ້ລົງນາມເຊັນສັນຍາ ກັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ (EMI). ໂດຍການເປັນປະທານຮ່ວມຂອງທ່ານ ກີ ອາໂປວີ ຜູ້ອຳນວຍການໃຫຍ່ ບໍລິສັດ AGL ແລະ ທ່ານ ສົມພອນ ສີແສງລັດ ຜູ້ອຳນວຍການໃຫຍ່ ສະຖາບັນ EMI . ທັງນີ້ກໍ ເພື່ອເປັນການພັດທະນາບໍລິການໃຫ້ມີຄວາມຫຼາກຫຼາຍ ແລະ ຕອບສະໜອງຄວາມຕ້ອງການຂອງລູກຄ້າຫຼາຍກຸ່ມໃຫັມີຊີວິດທີ່ດີຂຶ້ນ ແລະ ຫາຍຫ່ວງນຳຄອບຄົວເມື່ອເກີດເສຍຊີວິດກະທັນຫັນ. ດັ່ງນັ້ນ, ສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ ຈຶ່ງໄດ້ຮ່ວມມືກັບ ບໍລິສັດອາລິອັນສ໌ ປະກັນໄພລາວ ແລະ ກຸ່ມບໍລິສັດ ອາລີອັນສ໌ ປະເທດເຢຍລະມັນ ຄິດຄົ້ນພັດທະນາຜະລິດຕະພັນປະກັນຊີວິດເງິນຝາກນີ້ເພື່ອສະໜອງໃຫ້ລູກຄ້າທຸກຄົນທີ່ເຂົ້າມາຝາກເງິນກັບສະຖາບັນການເງິນຈຸລະພາກທີ່ຮັບຝາກເງິນ ເອກພັດທະນາທຸກຄົນ ຈະໄດ້ຮັບປະກັນໄປຊີວິດເງິນຝາກໃນວົງເງິນທີ່ນຳໄປຝາກ. ປະກັນຊີວິດເງິນຝາກ  ແມ່ນປະກັນໄພທີ່ໃຫ້ຄຸ້ມຄອງ ແລະ ທົດແທນຄືນໃນກໍລະນີເສຍຊີວິດຈາກການເຈັບປ່ວຍ ຫຼືເສຍຊີວິດຈາກອຸບັດຕິເຫດ, ສັນຍາປະກັນໄພຊີວິດເງິນຝາກນີ້ແມ່ນຈະຖືກຄັດຕິດເຂົ້າກັບທຸກບັນຊີເງິນຝາກທີ່ມີກັບສະຖາບັນການເງິນຈຸລະພາກທີ່ຮັບເງິນຝາກເອກພັດທະນາ. ຖືໄດ້ວ່າເປັນອີກໜື່ງຜົນປະໂຫຍດທີ່ທາງສະຖາບັນໄດ້ມອບໃຫ້ກັບລູກຄ້າ ໂດຍບໍ່ມີຄ່າໃຊ້ຈ່າຍໃດໆທັງສິ້ນ. ເງື່ອນໄຂດັ່ງນີ້: ຄຸ້ມຄອງຊີວິດ ແລະ ທົດແທນຄືນ ການເສຍຊີວິດຈາກພະຍາດ 100% ແລະ ເສຍຊີວິດຈາກອຸບັດຕິເຫດ ...

Read More »

ເງື່ອນໄຂ ຂອງສປປ ລາວ ທີ່ຈະມອບສັນຊາດລາວໃຫ້ຄົນຕ່າງປະເທດ ທີ່ອາໄສຢູ່ລາວ

ກົດໝາຍວ່າດ້ວຍສັນຊາດລາວໃນມາດຕາ 14,  ເງື່ອນໄຂການໄດ້ສັນຊາດລາວຂອງພົນລະເມືອງຕ່າງປະເທດ ຫຼື ຄົນບໍ່ມີສັນຊາດ ພົນລະເມືອງຕ່າງປະເທດ ຫຼື ຄົນບໍ່ມີສັນຊາດອາດຈະໄດ້ສັນຊາດລາວຕາມຄໍາຮ້ອງຂໍຂອງຜູ້ກ່ຽວຖ້າຫາກວ່າມີເງື່ອນໄຂຄົບຖ້ວນດັ່ງນີ້: ຕ້ອງມີອາຍຸແຕ່ສິບແປດປີຂຶ້ນໄປໃນເວລາເຮັດຄໍາຮ້ອງຂໍເອົາສັນຊາດລາວ ເຄົາລົບລັດຖະທໍາມະນູນ ແລະ ກົດໝາຍຂອງ ສປປ ລາວ ເວົ້າ, ອ່ານ ແລະ ຂຽນພາສາລາວໄດ້ໃນລະດັບອັນແນ່ນອນ ມີຫຼັກຖານວ່າຕົນໄດ້ເຊື່ອມເຂົ້າສັງຄົມ ແລະ ວັດທະນະທໍາລາວ, ຮູ້ ແລະ ເຄົາລົບຮີດຄອງປະເພນີດີງາມຂອງລາວ ມີສຸຂະພາບດີ, ບໍ່ເປັນພະຍາດຕິດຕໍ່ຮ້າຍແຮງ, ບໍ່ຕິດຢາເສບຕິດ ບໍ່ຖືກສານຕັດສິນລົງໂທດຕັດອິດສະລະພາບ ໄດ້ປະກອບສ່ວນໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ ບໍ່ໄດ້ສ້າງຄວາມເສຍຫາຍໃຫ້ແກ່ຜົນປະໂຫຍດຂອງຊາດ ໄດ້ປະສັນຊາດເດີມຂອງຕົນ (ຍົກເວັ້ນຄົນບໍ່ມີສັນຊາດ) ໄດ້ຢູ່ ສປປ ລາວ ຢ່າງຕໍ່ເນື່ອງແຕ່ສິບປີຂຶ້ນໄປກ່ອນເວລາເຮັດຄໍາຮ້ອງຂໍເອົາສັນຊາດລາວ, ສໍາລັບຜູ້ມີຄວາມຮູ້ດ້ານວິຊາສະ ເພາະຂັ້ນຊ່ຽວຊານກໍານົດເວລາດັ່ງກ່າວນີ້ອາດຈະສັ້ນກວ່າ ມີວິຊາສະເພາະ, ວິຊາຊີບໃດໜຶ່ງທີ່ແນ່ນອນ, ມີຖານະດ້ານເສດຖະກິດທີ່ໝັ້ນຄົງ ໃນວັນທີ 10 ມັງກອນ ທີ່ຜ່ານມາ, ພະ​ແນກ​ພາຍ​ໃນນະ­ຄອນ­ຫຼວງ​ວຽງ​ຈັນ ກໍໄດ້ຈັດ​ພິ­ທີ​ມອບ​ສັນ­ຊາດ​ລາວ​ໃຫ້​ຄົນ​ຕ່າງ­ປະ­ເທດ ຫຼື ຄົນ​ທີ່​ບໍ່​ມີ​ສັນ­ຊາດ​ທີ່​ອາ­ໄສ​ຢູ່ ສປປ ລາວ ແລະ ມີ​ເງື່ອນ­ໄຂ​ຄົບ​ຖ້ວນ​ຕາມ​ກົດ­ໝາຍ​ວ່າ​ດ້ວຍ​ສັນ­ຊາດ​ລາວ, ​ມອບ​ໂດຍ​ ທ່ານ ບຸນ​ໜາ ຜາ​ທຸມ​ມະ​ວົງ ຫົວ­ໜ້າ​ພະ​ແນກ​ພາຍ​ໃນນະຄອນຫຼວງ, ...

Read More »

ແຈ້ງການ… ເຖິງຫົວໜ່ວຍທຸລະກິດ ທີ່ຍັງບໍ່ຊໍາລະອາກອນປີ 2019 ໃຫ້ຮີບຮ້ອນມາຊຳລະດ່ວນ!!!!

ແຈ້ງການຈາກກົມສ່ວຍສາອາກອນ ເຖິງຜູ້ອໍານວຍການບໍລິສັດ, ວິສາຫະກິດ ແລະ ຈຸນລະວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງ ຂອງເມືອງໄຊທານີ ໃຫ້ຮີບຮ້ອນຍື່ນເອກະສານ ໃຍຢັ້ງຢືນການຊໍາລະອາກອນປະຈໍາປີ 2019 ກ່ອນວັນທີ 30 ມີນາ 2020 ຖ້າຫາກກາຍກໍາໜົດເວລາທີ່ລະບຸໄວ້ ຈະຖືກປັບໄຫມ ຕາມອັດຕາທີ່ໄດ້ກໍາໜົດໄວ້ ໃນກົດໝາຍສ່ວຍສາອາກອນ ແລະ ກົດໝາຍວ່າດ້ວຍການບັນຊີ.  

Read More »

ການຟອກເງິນ ພຶດຕິກຳຜິດກົດໝາຍ ສົ່ງຜົນກະທົບຕໍ່ເສດຖະກິດ-ສັງຄົມຂອງປະເທດຊາດ

ວຽກງານການຕ້ານສະກັດກັ້ນການຟອກເງິນ ແມ່ນວຽກງານໜຶ່ງ ທີ່ມີຄວາມສຳຄັນຕໍ່ສະພາບການດຳເນີນທຸລະກິດໃນປະເທດ ເພາະວ່າ ຖ້າປະເທດເຮົາບໍ່ສາມາດຈັດຕັ້ງປະຕິບັດເງື່ອນໄຂມາດຖານ 40 ຂໍ້ແນະນໍາຂອງສາກົນວາງອອກໄດ້ ກໍ່ຈະເຮັດໃຫ້ສາກົນຂຶ້ນບັນຊີເປັນສີເທົາ ແລະຈະເຮັດໃຫ້ ສປປ ລາວ ພົບຄວາມຫຍຸ້ງຍາກຫຼາຍດ້ານເຊັ່ນ: ລະບົບໃນການຊໍາລະເງິນກັບສາກົນຖືກຈຳກັດ, ບໍ່ສາມາດໂອນເງິນໄປຊໍາລະຄ່າສິນຄ້າ-ບໍລິການ,   ເຮັດໃຫ້ສົ່ງຜົນກະທົບຕໍ່ພາບພົດຊື່ສຽງຂອງປະເທດເຮົາ ເປັນຕົ້ນ ທາງດ້ານການເມືອງ ກໍ່ຈະຕົກເປັນປະເທດມີຄວາມສ່ຽງສູງໃນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ, ດ້ານເສດຖະກິດກໍ່ຖືກຈໍາກັດ ພ້ອມທັງການລົງທຶນຈາກຕ່າງປະເທດກໍ່ຫຼຸດລົງ. ສະນັ້ນ, ເພື່ອເປັນການຫຼຸດຜ່ອນ ແລະ ສະກັດກັ້ນຕ້ານການຟອກເງິນ ເຮົາທຸກຄົນກໍຄວນຮັບຮູ້ໄວ້ ແລະ ເປັນຫູເປັນຕາ ຊ່ວຍກັນສະກັດກັ້ນບັນຫາດັ່ງກ່າວ ແລະ ລາຍງານໃຫ້ເຈົ້າໜ້າທີ່ພາກສ່ວນທີ່ກ່ຽວຂ້ອງ. ການຟອກເງິນ ແມ່ນການນຳເອົາເງີນທີ່ເປື້ອນ ໃຫ້ມາເປັນເງີນທີ່ສະອາດ, ການຟອກເງິນແມ່ນການນຳເງິນມາປ່ຽນຮູບການນຳໃຊ້,​ ເຄື່ອນຍ້າຍ, ແລກປ່ຽນ, ໄດ້ມາ, ຄອບຄອງ, ໂອນກຳມະສິດທີ່ແທ້ຈິງຂອງເງິນ ຫຼື ຊັບສິນອື່ນທີ່ບຸກຄົນ,​ນິຕິບຸກຄົນ ຫຼື ການຈັດຕັ້ງໂດຍທີ່ຮູ້, ໄດ້ຮູ້ ຫຼື ສົງໃນວ່າເງີນ ຫຼື ຊັບສິນນັ້ນມາຈາກການກະທຳຜິດຕົ້ນ ເພື່ອປົກປິດ ຫຼື ບຸກເຊື່ອງຄຸນລັກສະນະ,​ທີ່ມາຂອງເງິນ,​ທີ່ຕັ້ງຂອງຊັບສິນ ເພື່ອເຮັດໃຫ້ເງິນ ຫຼື ຊັບສິນດັ່ງກ່າວຖືກຕ້ອງຕາມກົດໝາຍ. ສະຫຼຸບງ່າຍໆກໍຄື ການເອົາເງິນທີ່ໄດ້ມາແບບບຜິດກົດໝາຍ ມາດຳເນີນງານຕ່າງໆ ເພື່ອໃຫ້ກາຍເປັນເງິນ ...

Read More »

ກະຊວງການເງິນ!!! ແຈ້ງການປັບປຸງມື້ອອກເລກເປັນ 2 ຄັ້ງຕໍ່ອາທິດ ເລີ່ມວັນທີ 3 ກຸມພານີ້

ແຈ້ງການຈາກ ກະຊວງການເງິນ ເຫັນດີໃຫ້ບໍລິສັດລັດ ວິສາຫະກິດ ຫວຍພັດທະນາປັບປຸງມື້ອອກເລກລາງວັນຫວຍພັດທະນາຈາກ 1 ຄັ້ງ ຕໍ່ອາທິດ ມາເປັນ 2 ຄັ້ງ ຕໍ່ອາທິດ ໂດຍກໍານົດເອົາເວລາ 20:00 ໂມງ ຂອງທຸກໆວັນຈັນ ແລະ ວັນພະຫັດເປັນວັນເວລາອອກເລກ ລາງວັນຫວຍພັດທະນາ (ກໍລະນີມື້ອອກເລກລາງວັນຫາກກົງກັບມື້ວັນພັກລັດຖະການແມ່ນໃຫ້ເລື່ອນໄປໃສມື້ໃຫມ່ຕາມວັນເວລາທີ່ເໝາະສົມ). ຂໍ້ຕົກລົງສະບັບນີ້ ໃຊ້ປ່ຽນແທນຂໍ້ຕົກລົງສະບັບເລກທີ 2845/ກງ ລົງວັນທີ 23 ສິງຫາ 2017 ແລະ ມີຜົນສັກສິດ ນໍາໃຊ້ເປັນທາງການນັບແຕ່ວັນທີ 03 ກຸມພາ 2020 ເປັນຕົ້ນໄປ.  

Read More »

ປີ 2020-2030 ສປປ ລາວ ຄາດຄະເນການສົ່ງອອກ ພະລັງງານໄຟຟ້າໃຫ້ໄດ້ ຫຼາຍກ່ວາ 20.000 ເມກາວັດ

ການຜະລິດພະລັງງານໄຟຟ້າ ຖືວ່າເປັນສິນຄ້າໜຶ່ງ ທີ່ສ້າງລາຍຮັບມະຫາສານ ໃຫ້ແກ່ ສປປ ລາວ ໂດຍການສົ່ງອອກໄປຍັງບັນດາປະເທດທີ່ມີຊາຍແດນຕິດຈອດ ແລະ ບັນດາປະເທດກຸ່ມອາຊຽນນໍາກັນ ຄື: ໄທ, ສສ ຫວຽດນາມ, ກໍາປູເຈຍ, ມາເລເຊຍ, ມຽນມາ, ແລະ ສິງກາໂປ. ໄລຍະແຕ່ປີ 2020-2030 ຄາດຄະເນ່ປະລິມານການສົ່ງອອກໄຟຟ້າຂອງ ສປປ ລາວ ໄປຍັງປະເທດດັ່ງກ່າວ ຈະເພີ່ມຂື້ນປະມານ 20.000 ເມກາວັດ. ການສົ່ງອອກພະລັງການໄຟຟ້າໄປຍັງປະເທດທີ່ບໍ່ມີຊາຍແດນຕິດຈອດກັນ ແມ່ນສົ່ງຜ່ານ ປະເທດໄທ ໂດຍການເຊື່ອມໂຍງລະບົບສາຍສົ່ງລະຫວ່າງ ສປປ ລາວ ແລະ ໄທ ເພື່ອສົ່ງກະແສໄຟຟ້າໄປຍັງປະເທດມາເລເຊຍ ແລະ ເຊື່ອມໂຍງກັບລະບົບສາຍສົ່ງຂອງປະເທດມາເລເຊຍ ເພື່ອສົ່ງໄປສິງກະໂປ.   ຄວາມຕ້ອງການນໍາໃຊ້ພະລັງງານໄຟຟ້າພາຍໃນ ສປປ ລາວ ໃນສຸມປີຜ່ານມາ ແມ່ນນັບມື້ນັບຂະຫຍາຍຕົວຂື້ນ ຍ້ອນມີການຂະຫຍາຍຕົວຂອງພົນລະເຮືອນ ແລະ ໂຮງຈັກໂຮງງານ ສະເພາະ ປີ 2019 ການຊົມໃຊ້ໄຟຟ້າພາຍໃນປະເທດແມ່ນ 1,222 ເມກາວັດ ແຕ່ ກະຊວງ ພະລັງງານ ແລະ ບໍ່ແຮ່ ຍັງໃຫ້ຮູ້ອິກວ່າ ...

Read More »

ສື່ມວນຊົນລາວ!!! ເຊື່ອມຊືມວຽກງານຕ້ານການຟອກເງິນ ແລະ ການສະໜອງທຶນໃຫ້ການກໍ່ການຮ້າຍ

ໃນຕອນເຊົ້າວັນທີ 13 ມັງກອນ 2020 ຢູ່ທີ່ທະຫານຄານແຫ່ງ ສປປ ລາວ. ໄດ້ຈັດກອງປະຊຸມເຜີຍແຜ່ວຽກງານການຕ້ານ ສະກັດກັ້ນການຟອກເງິນ ແລະ ການສະໜອງທຶນໃຫ້ແກ່ການກໍ່ການຮ້າຍ (AML/CFT) ໃຫ້ພາກສ່ວນ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ພາຍໃຕ້ການເປັນ ປະທານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງ ຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ແລະ ທ່ານ ພຸດທະໄຊ ສີວິໄລ ຮອງຜູ້ວ່າການທະນາຄານ ແຫ່ງ ສປປ ລາວ. ເນື່ອງຈາກວຽກງານຕ້ານການຟອກເງິນ ແລະ ສະໜອງເງິນແກ່ການກໍ່ການຮ້າຍ ເປັນວຽກທີ່ສຳຄັນທີ່ທຸກຄົນຕ້ອງເອົາໃຈໃສ່ເປັນຫູເປັນຕາຊ່ວຍກັນ ໃນນັ້ນສື່ມວນຊົນຖືເປັນກະກອກສຽງສຳຄັນ ແລະ ສາມາດເຜີຍເຜີຍຂໍ້ມູນຂ່າວສານເປັນວົງກວ້າງທັນວ່ອງໄວທັນການ. ວຽກງານດັ່ງກ່າວ, ເປັນວຽກງານທີ່ມີຄວາມສຳຄັນຕໍ່ສະພາບການດຳເນີນເສດຖະກິດໃນປະເທດ, ສປປ ລາວ ໄດ້ເລັ່ງເຫັນຄວາສຳຄັນ ແລະ ໄດ້ສ້າງ ຄະນະກຳມະການລະດັບຊາດຂຶ້ນໂດຍປະກອບມີ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ເປັນປະທານ ແລະ ຍັງໄດ້ປະກອບມີລັດຖະມົນຕີ ແລະ ຮອງລັດຖະມົນຕີຈາກ 13 ກະຊວງ ...

Read More »

Mitsubishi ເປີດຕົວລົດໃຫມ່ໃນລາວ Xpander 2019 ຕອບໂຈດທຸກກຸ່ມຄົນ

ຕື່ມເຕັມທຸກຄວາມຝັນຂອງທ່ານ ດ້ວຍ Mitsubishi Xpander 2019 ມິດຊູບິຊິ ມໍເຕີ ລາວ (Mitsubishi Motors Laos) ໄດ້ຈັດງານເປີດຕົວລົດລຸ້ນໃຫມ່ໃນລາວ Mitsubishi All new  Xpander 2019  ຢ່າງເປັນທາງການ ໃນມື້ນີ້, ຕອນເຊົ້າ ວັນທີ 12 ທັນວາ 2019 ທີ່ສູນ ມິດຊູບິຊິ ເຕ້ 2, ນະຄອນຫຼວງວຽງຈັນ. ທ່ານ ຊັດຊະວານ ເພີ່ມສຸກຈາຣຸຊັບ ຜູ້ອຳນວຍການໃຫຍ່ Mitsubishi Motors Laos ໄດ້ນຳສະເໜີເຖິງຄຸນສົມບັດລົດ Xpander 2019  ເປັນລົດທີ່ສາມາດຕອບໂຈດ ແລະ ຕື່ມເຕັມທຸກຄວາມຝັນຂອງທຸກທ່ານໄດ້ ເພາະເປັນລົດ ເຄິ່ງລົດຈິບ SUV ເຄິ່ງລົດ ຕູ້ຂະໜາດນ້ອຍທີ່ມາພ້ອມ 7 ບ່ອນນັ່ງ ມີການອອກແບບທາງໜ້າລົດ ທີ່ສວຍງານເປັນເອກະລັກໂດດເດັ່ນ ໃນແບບຂອງມິດຊູບິຊິ ໂດຍສະເພາະ,  ບໍ່ມີແຕ່ຄວາມງາມທີ່ນ່າຫຼົງໄຫຼເທົ່ານັ້ນ ແຕ່ຍັງອອກແບບມາເພື່ອຄວາມປອດໄພ ແລະ ເສີມບຸກຄະລິກຂະພາບຂອງຜູ້ຂັບຂີ່ອີກດ້ວຍ. ລາຍລະອຽດ ແລະ ຄຸນສົມບັດຄວາມສາມາດການໃຊ້ງານທີ່ຫຼາກຫຼາຍ ທີ່ຕອບໂຈດທຸກກຸ່ມຄົນ ແລະ ...

Read More »