ຊົມເຊີຍ!!! ລັດຖະບານ ສະໜອງເງິນໃຫ້ 4 ທະນາຄານ ສົ່ງເສີມ SME ໃນໄລຍະວິກິດໂຄວິດ-19

ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ສະໜອງເງິນທຶນບ້ວງທຳອິດ 100 ຕື້ກີບ ໃຫ້ແກ່ທະນາຄານພັດທະນາລາວ, ທະນາຄານໄຊງ່ອນເທືອງຕິ່ນ ລາວ ( ຊາຄອມແບັງ ລາວ ), ທະນາຄານຮ່ວມທຸລະກິດ ລາວ – ຫວຽດ ແລະ ທະນາຄານມາຣູຮານ ເຈແປນລາວ ເພື່ອປ່ອຍກູ້ສົ່ງເສີມ SME.

ໃນວັນທີ 20 ມີນາຜ່ານມາ ທີ່ກະຊວງອຸດສາຫະກຳ ແລະ ການຄ້າ ອຄ, ກອງທຶນສົ່ງເສີມວິສາຫະກິດຂະໜາດນ້ອຍ ແລະ ກາງ ( ທສວ ) ໄດ້ຈັດພິທີເຊັນສັນຍາສະໜອງທຶນຂຶ້ນລະຫວ່າງ ທສວ ແລະ 4 ທະນາຄານທຸລະກິດ ໂດຍການເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ນາງ ເຂັມມະນີ ພົນເສນາ ລັດຖະມົນຕີກະຊວງ ອຄ, ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງ ອຄ, ປະທານສະພາບໍລິຫານ ທສວ ພ້ອມດ້ວຍຜູ້ບໍລິຫານ 4 ທະນາຄານ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ນາງ ລັດທະນາ ດວງບຸຜາ ຜູ້ອຳນວຍການ ທສວ ກ່າວວ່າ: ທຶນທີ່ສະໜອງໃນຄັ້ງນີ້ເປັນເງິນທີ່ລັດຖະບານປະກອບໃຫ້ ທສວ ງວດທຳອິດຈຳນວນ 100 ຕື້ກີບ ຂອງບ້ວງເງິນ 200 ຕື້ກີບ ແລະ ໄດ້ຈັດສັນໃຫ້ທະນາຄານ ຄື: ທະນາຄານພັດທະນາລາວ ໄດ້ຮັບທຶນມູນຄ່າ 27 ຕື້ກີບ, ທະນາຄານໄຊງ່ອນເທືອງຕິ່ນ ລາວ ໄດ້ຮັບມູນຄ່າ 30 ຕື້ກີບ, ທະນາຄານຮ່ວມທຸລະກິດ ລາວ – ຫວຽດ ໄດ້ຮັບທຶນມູນຄ່າ 30 ຕື້ກີບ ແລະ ທະນາຄານມາຣູຮານເຈແປນລາວ ໄດ້ຮັບທຶນມູນຄ່າ 13 ຕື້ກີບ.

ດ້ານເພດານການປ່ອຍສິນເຊື່ອໃຫ້ຈຸນລະວິສາຫະກິດບໍ່ເກີນ 1,5 ຕື້ກີບຕໍ່ສັນຍາ, ວິສາຫະກິດຂະໜາດນ້ອຍບໍ່ເກີນ 3 ຕື້ກີບຕໍ່ສັນຍາ, ວິສາຫະກິດຂະໜາດກາງ ບໍ່ເກີນ 4 ຕື້ກີບຕໍ່ສັນຍາ ໃນອັດຕາດອກເບ້ຍ 3% ຕໍ່ປີ. ສຳລັບຂະແໜງບຸລິມະສິດ ແລະ ຂົງເຂດບຸລິມະສິດ ປະກອບມີ: ຂະແໜງອຸດສາຫະກຳປຸງແຕ່ງ, ຜະລິດຕະພັນກະສິກຳ, ຂະແໜງຫັດຖະກຳ, ຂະແໜງກະສິກໍາປູກຝັງ ແລະ ລ້ຽງສັດ ແລະ ຂະແໜງທ່ອງທ່ຽວ.

ສຳລັບຂັ້ນຕອນການພິຈາລະນາ ແລະ ອະນຸມັດສິນເຊື່ອໃຫ້ທຸລະກິດຂະໜາດນ້ອຍ ແລະ ກາງ ( SME ) ນັ້ນແມ່ນມອບໃຫ້ເປັນໜ້າທີ່ ແລະ ຄວາມຮັບຜິດຊອບຂອງທະນາຄານທຸລະກິດເອງ, ກອງທຶນສົ່ງເສີມ SME ຈະເຮັດໜ້າທີ່ຕິດຕາມ, ປະເມີນຜົນ ແລະ ແນະນຳທະນາຄານທຸລະກິດ ເພື່ອຮັບປະກັນວ່າການນຳໃຊ້ແຫຼ່ງທຶນດັ່ງກ່າວສອດຄ່ອງກັບຈຸດປະສົງ ແລະ ເປົ້າໝາຍທີ່ທາງກອງທຶນກໍານົດໄວ້.

ທີ່ມາ: ຂ່າວເສດຖະກິດ-ການຄ້າ

Comments