General

ຂ່າວດີ!!! ຜູ້ຕິດເຊື້ອໂຄວິດ-19 ປິ່ນປົວດີ ແລະ ອອກໂຮງໝໍມື້ນີ້ 2 ຄົນ

ຂ່າວດີ!!!  ຜູ້ຕິດເຊື້ອພະຍາດໂຄວິດ-19 ກໍລະນີທີ 16 ເພດຍິງ ອາຍຸ 23 ປີ ບ້ານ ໜອງດ້ວງ, ເມືອງສີໂຄດຕະບອງ, ນະຄອນຫລວງວຽງຈັນ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 8/4/2020 ແລະ ກໍລະນີທີ 18 ເພດຍິງ ອາຍຸ 32 ປີ ບ້ານ ໜອງດ້ວງ ເມືອງສີໂຄດຕະບອງ ເຂົ້າປິ່ນປົວຢູ່ໂຮງໝໍມິດຕະພາບ ວັນທີ 10/4/2020. ທັງ 2 ຄົນ ແມ່ນໄດ້ປິ່ນປົວດີ ແລະ ໄດ້ອອກໂຮງໝໍແລ້ວ ໃນວັນທີ 27 ພຶດສະພາ 2020.

Read More »

ລັດຖະບານລາວ ເປີດໂຕເວັບໄຊ ປັບປຸງຄວາມສະດວກການດຳເນີນທຸລະກິດ ຢູ່ ສປປ ລາວ

ເວັບໄຊ (http://db.investlaos.gov.la) ກ່ຽວກັບວຽກງານປັບປຸງຄວາມສະດວກໃນການດໍາເນີນທຸລະກິດ ຢູ່ ສປປ ລາວ ໄດ້ເປີດໂຕຢ່າງເປັນທາງການ  ໃນວັນທີ 25 ພຶດສະພາ 2020 ທີ່ກະຊວງແຜນການ ແລະ ການລົງທຶນ ໃນນາມເປັນໃຈກາງປະສານກັບຂະແໜງການກ່ຽວຂ້ອງເພື່ອຕິດຕາມຄວາມຄືບໜ້າໃນການແກ້ໄຂຂອດຂັ້ນຫຍຸ້ງຍາກໃນບັນດາ 10 ຕົວຊີ້ວັດ ກ່ຽວກັບຄວາມສະດວກໃນການດຳເນີນທຸລະກິດທີ່ທາງທະນາຄານໂລກວາງອອກໄດ້ເປີດໂຕເວັບໄຊກ່ຽວກັບວຽກງານປັບປຸງຄວາມສະດວກໃນການດຳເນີນທຸລະກິດ ຢູ່ ສປປ ລາວ ຂຶ້ນຢ່າງເປັນທາງການ (http://db.investlaos.gov.la) ໂດຍການສະໜັບສະໜູນຈາກອົງການ ການເງິນສາກົນ (International Finance Corporation-IFC) ເຊິ່ງເປັນຄູ່ຮ່ວມພັດທະນາໃນໂຄງການປັບປຸງສະພາບແວດລ້ອມການລົງທຶນຢູ່ ສປປ ລາວ (Lao Investment Climate Reform Project) ຈຸດປະສົງໃນການເປີດເວັບໄຊຄັ້ງນີ້ ເພື່ອເປັນການສະໜອງຂໍ້ມູນຄື: 1. ການປັບປຸງບັນດາລະບຽບການ,​ 2. ຂັ້ນຕອນ, 3. ເວລາ ແລະ ຄ່າໃຊ້ຈ່າຍໃນການດຳເນີນທຸລະກິດຢູ່ ສປປ ລາວ.  ພ້ອມດຽວກັນນີ້ ຍັງເປັນຊ່ອງທາງໜຶ່ງເພື່ອໃຫ້ພາກລັດກໍຄືພາກທຸລະກິດ ສາມາດຕິດຕາມຄວາມຄືບໜ້າຂອງການຈັດຕັ້ງປະຕິບັດຄຳສັ່ງເລກທີ 02/ນຍ ອີກດ້ວຍ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ...

Read More »

ປະເທດໄທ ເລີ່ມທົດລອງວັກຊີນໂຄວິດ-19 ໃນລີງແລ້ວ ກ່ອນຈະທົດລອງກັບຄົນໃນເດືອນສິງຫານີ້…

ຜູ້ເສຍຊີວິດຈາກເຊື້ອໄວຣັດໂຄວິດ-19 ທົ່ວໂລກລະທຸ 347,852 ຄົນແລ້ວ ແລະ ມີຜູ້ຕິດເຊື້ອຫຼາຍກວ່າ 5,5 ລ້ານຄົນ ປະຊາຊົນທົ່ວໂລກຕ່າງຄົນຕ່າງລໍຖ້າຂ່າວດີ ກ່ຽວກັບການຜະລິດວັກຊີນປ້ອງກັນໂຄວິດ-19 ເຖິງຮູ້ດີວ່າການພັດທະນາວັກຊີນສຳລັບພະຍາດໃດໜຶ່ງ ຕ້ອງໃຊ້ເວລາຫຼາຍເດືອນ ຫຼື ເປັນປີ ແຕ່ໃນສະຖານະການແບບນີ້ ຄວາມກ້າວໜ້າພຽງເລັກໜ້ອຍກໍສ້າງຄວາມຫວັງໃຫ້ຜູ້ຄົນໄດ້ຫຼາຍພໍສົມຄວນ. ນັບວ່າເປັນຂ່າວດີ ແລະ ຄວາມສຳເລັດໜຶ່ງ ທີ່ປະເທດໄທ ທ່ານ ສຸວິດ ເມສິນສີ ລັດຖະມົນຕີວ່າການກະຊວງ ການອຸດົມສຶກສາວິທະຍາສາດວິໄຈ ແລະ ນະວັດຕະກຳ ນຳທີມຜູ້ບໍລິຫານ ລົງພື້ນທີ່ສູນວິໄຈໄທເມດແຫ່ງຊາດ ຈຸລາລົງກອນມະຫາວິທະຍາໄລ ເມືອງແກ່ງຄອຍ ຈັງຫວັດ ສະລະບູລີ ເພື່ອຕິດຕາມຄວາມຄືບໜ້າການທົດສອບວັດຊີກໂຄວິດ-19 ວັກຊີນທີ່ໃຊ້ທົດລອງເປັນເຕັກໂນໂລຊີໃຫມ່ຂອງການວິໄຈວັກຊີນ ໂດຍສາຍພັນທຸກຳຂອງເຊື້ອຊະນິດ  mRNA  ທີ່ຜ່ານມາ ການທົດລອງວັກຊີນຊະນິດນີ້ໃນໜູຖືກລະບຸວ່າ: ປະສົບຄວາມສຳເລັດໃນລະດັບດີ ຜູ້ວິໄຈຈຶ່ງເລີ່ມການທົດລອງໃນລີງ ໂດຍໃຊ້ກັບລີງທັງໝົດ 13 ໂຕ ເພດເມຍ ອາຍຸ 4-6 ປີ ຫຼືທຽບໄດ້ກັບຄົນອາຍຸ 12 ປີຂຶ້ນໄປ ເຊິ່ງຢູາໃນໄວຈະເລີນພັນ ທ່ານ ສຸວິດ ກ່າວວ່າ ຈະທົດລອງ ວັກຊິນໃນລີງ 3 ຄັ້ງ ເຊິ່ງຫຼັງການທົດລອງໃນເຂັ້ມທີ ...

Read More »

ຊົມເຊີຍ!!! ຮຸ່ງອາລຸນ ຂົນສົ່ງດ່ວນ ຊ່ວຍເຫຼືອສັງຄົມຕ້ານໂຄວິດ-19 ລວມມູນຄ່າ 300 ລ້ານກີບ

ຂໍຊົມເຊີຍ ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ (HAL Logistics) ໄດ້ສະແດງຄວາມຮູ້ບຸນຄຸນຕໍ່ສັງຄົມ ໃນໄລຍະການລະບາດຂອງເຊື້ອ ໂຄວິດ-19 ທີ່ຜ່ານມາ ດ້ວຍການປະກອບສ່ວນ ມອບໜ້າກາກອະນາໄມ, ຖົງມື ແລະ ນ້ຳດື່ມ ໃຫ້ແກ່ ອ້າຍນ້ອງທະຫານ, ຕຳຫຼວດ, ຫ້ອງການບ້ານ ແລະ ອາສາສະໝັກ ທີ່ເຮັດໜ້າທີ່ຕ້ານພະຍາດລະບາດ ໂຄວິດ-19 ທີ່ປະຕິບັດໜ້າທີ່ຕາມດ່ານທ້ອງຖິ່ນ ໃນນະຄອນຫຼວງວຽງຈັນ,​ ໜ່ວຍສະເພາະກິດດ່ານຂັ້ນແຂວງ ໃນທົ່ວປະເທດ ແລະ ກະຊວງສາທາລະນະສຸກ. ການສະໜັບສະໜູນ ໃນເທື່ອນີ້ ປະກອບມີ:  ໜ້າກາກອະນາໄມ ຈຳນວນ 661 ກັບ, ຖົງມື ຈຳນວນ 548 ກັບ, ໜ້າກາກອະນາໄມ N95 ຈຳນວນ 6,500 ອັນ, ນ້ຳດື່ມ ຈຳນວນ 80 ແພັກ. ລວມມູນຄ່າທັງຫມົດ 300.000.000 ກີບ. ບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ ເປັນບໍລິສັດທີ່ໃຫ້ບໍລິການຂົນສົ່ງພາຍໃນປະເທດພາຍ ໃນລາຄາເລີ່ມຕົ້ນ 12.0000 ສ້າງຕັ້ງມາໄດ້ພຽງ 1 ປີປາຍເທົ່ານັ້ນ ໃນວັນທີ ...

Read More »

UN ຄາດເສດຖະກິດໂລກປີນີ້ຫຼຸດລົງ 3,2% ຜົນກະທົບໂຄວິດ-19

ລາຍງານສະຖານະການ ແລະ ແນວໂນ້ມເສດຖະກິດໂລກ ( WESP) ຂອງສະຫະປະຊາຊາດ  UNITED NATIONS (UN) ຄາດການວ່າ ເສດຖະກິດໂລກຈະຫຼຸດລົງ 3,2% ໃນປີນີ້ ແລະ ມູນຄ່າ ເສດຖະກິດໂລກຈະຫຼຸດລົງເກືອບ 8.5 ລ້ານລ້ານໂດລາ ໃນໄລຍະ 2 ປີຕໍ່ໜ້າ ໂດຍໄດ້ຮັບຜົນກະທົບຈາກການລະບາດຂອງໄວຣັດໂຄວິດ-19. ການທີ່ມູນຄ່າເສດຖະກິດທີ່ຫຼຸດລົງ ແມ່ນໄດ້ລົບລ້າງການເພີ່ມຂຶ້ນຂອງມູນຄ່າເສດຖະກິດໃນໄລຍະ 4 ປີຜ່ານມາ ແລະ ເສດຖະກິດຫຼຸດລົງໃນປີນີ້ ມີຄວາມຮຸນແຮງຫຼາຍທີ່ສຸດ ນັບຕັ້ງແຕ່ສະພາວະເສດຖະກິດຕົກຕໍ່າຄັ້ງໃຫຍ່ໃນປີ 1930 ກ່ອນໜ້ານີ້ WSP ໄດ້ຄາດການ ໃນໄລຍະຕົ້ນປີນີ້ວ່າ ເສດຖະກິດໂລກຈະມີການຂະຫຍາຍຕົວ 2,1% ໃນປີນີ້. ໃນລາຍງານຄາດການວ່າ ການຂະຫຍາຍຕົວຂອງເສດຖະກິດຂອງກຸ່ມປະເທດທີ່ພັດທະນາແລ້ວ ຈະຫຼຸດລົງສູ່ລະດັບ -5% ໃນປີນີ້ ແລະ ຂະຫຍາຍຕົວ 3,4% ໃນປີໜ້າ ຂະນະທີ່ຄາດວ່າການຄ້າໂລກຈະຫຼຸດລົງເກືອບ 15% ໃນປີນີ້ ທ່າມກາງອຸປະສົງທີ່ຕົກຕໍ່າ ແລະ ຫ່ວງໂຊ່ອຸປະທານທີ່ຢຸດສະງັກລົງ. ນອກຈາກນີ້, ຄາດວ່າ ຈະມີປະຊາກອນໂລກຈຳນວນ 34.3 ລ້ານຄົນທີ່ມີຄວາມເປັນຢູ່ທີ່ຕໍ່າກວ່າລະດັບເສັ້ນຄວາມທຸກຍາກໃນປີນີ້ ໂດຍໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງໄວຣັດໂຄວິດ-19  ປະຊາກອນເຫຼົ່ານີ້ 56% ...

Read More »

ຮ້ານອາຫານແສງລາວ ແລະ ເລີປາແດກ ແບບຢ່າງຮ້ານອາຫານ ທີ່ປອດໂຄວິດ-19

ໜ່ວຍງານກວດກາສະເພາະກິດ COVID-19 ຂອງເມືອງໄຊເສດຖາ ສົມທົບກັບ ບ້ານນາໄຊ ປະຕິບັດຕາມຄຳສັ່ງ ໄດ້ລົງກວດບັນດາຫ້າງຮ້ານ ແລະ ທຸລະກິດທີ່ຈະດຳເນີນການໄດ້ໃນໄລຍະໂຄວິດ-19 ລະບາດຢູ່ ແຕ່ຕ້ອງມີເງື່ອນໄຂ ແລະ ມາດຕະການທີ່ຈະສາມາດເປີດບໍລິການໄດ້ ຕາມຄຳແນະນຳ​ ກ່ຽວກັບເງື່ອນໄຂ ​ແລະ ມາດຕະການສຳລັບການເຄື່ອນໄຫວ ຂອງພາກທຸລະກິດໃນໄລຍະທີ່ມີການລະບາດ ຂອງພະຍາດໂຄວິດ-19​ ຕາມທີໄດ້ກຳນົດ ໃນຄຳແນະນຳ 031/ສພກ,ລົງວັນທີ​ 21​ເມສາ​ 2020 ດັ່ງນີ້: ມີສະຖານທີ່ບໍ່ແອອັດ ເວລານັ່ງກິນອາຫານຕ້ອງມີໄລຍະຫ່າງ 1 ແມັດຂຶ້ນ ພະນັກງານ ຕ້ອງມີຜ້າອັດປາກ-ດັງ, ບ່ອນລ້າງມື, ສະບູ ຫຼື ເຈວລ້າງມື ແລະ ໃສ່ຖົງມື ທຸກຄັ້ງໃນການບໍລິການ ຕ້ອງມີຈຸດກວດອຸນຫະພູມ ແລະ ສະໜອງເຈວລ້າງມື ໃຫ້ພະນັກງານ ແລະ ແຂກທີ່ເຂົ້າມາບໍລິການ ຢູ່ທາງເຂົ້າ-ອອກ ຖ້າພົບຜູ້ທີ່ມີອາການໄຂ້ (ອຸນຫະພູມສູງກວ່າ 37,5 ອົງສາ) ຫຼື ໄອ, ຈາາມ , ຫາຍໃຈຍາກ ແມ່ນບໍ່ອະນຸຍາດໃຫ້ເຂົ້າ ແລະ ຕ້ອງແຈ້ງແພດຫມໍ ຫຼື ໂທຫາສາຍດ່ວນ 166 ...

Read More »

ອ່ານດ່ວນ!!!! ຖ້າຢາກຂໍ ນະໂຍບາຍສິນເຊື່ອ ສຳລັບຜູ້ທີ່ຖືກຜົນກະທົບຈາກໂຄວິດ-19

ທະນາຄານແຫ່ງ ສປປ ລາວ ອອກ ຄໍາແນະນໍາກ່ຽວກັບ ການຈັດຕັ້ງປະຕິບັດ ຂໍ້ຕົກລົງວ່າດ້ວຍ ນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບ ໂຄວິດ-19 !!!

Read More »

ສປ ຈີນ ເລີ່ມທົດລອງ ໃຊ້ເງິນດິຈິຕ໋ອລຢວນ ອານາຄົດໃຫມ່ໃນເສດຖະກິດໂລກ

ຈີນເລີ່ມທົດລອງໃຊ້ເງິນດິຈິຕ໋ອລຢວນ ທີ່ພັດທະນາຂຶ້ນເອງ ແລະ ນັບເປັນປະເທດທໍາອິດທີ່ໃຊ້ເງິນສະກຸນດິຈິຕ໋ອລໃນລະບົບການເງິນໃນຕົວຈິງ ດ້ານຂະໜາດເສດຖະກິດ, ການຄ້າ, ການລົງທຶນ, ເຕັກໂນໂລຍີ, ການທະຫານ, ການເມືອງ ຈີນໄດ້ຍົກສູງບົດບາດຂອງຕົນທຽບທັນອາເມລິການແລ້ວ, ບາງດ້ານກໍພັດທະນາກວ່າ ແລະ  ບາງດ້ານກໍຫຼຸດລື່ນກັນໜ້ອຍໜຶ່ງ.  ແຕ່ວ່າ ດ້ານສະກຸນເງິນນັ້ນ,  ເງິນຢວນແມ່ນ ກວມບໍ່ຮອດ 2% ຂອງການຊໍາລະສະສາງຕ່າງໆໃນໂລກ.  ສະນັ້ນ, ເງິນດີຈິຕ໋ອລຂອງ ສປ ຈີນ ທີ່ກຳລັງພັດທະນານີ້ ຈຶ່ງເປັນໄມ້ຕາຍທີ່ຈີນຕ້ອງນໍາມາໃຊ້ ເພື່ອສູ້ຕໍ່ກອນກັບເງິນໂດລາ. ທາງອາເມລິກາເອງກໍຢາກສ້າງ ລີບຣາ ມາຕໍ່ກອນເຊັ່ນກັນ… ສົງຄາມເສດຖະກິດໃນຍຸກໃໝ່ແມ່ນການແຂ່ງຂັນດ້ານການພັດທະນາເຕັກໂນໂລຍີ ການນຳໃຊ້ສະກຸນສຳລັບຊຳລະສະສາງໃນໂລກແມ່ນ  USD 42.22% , Euro 31.69%,  Pond 6.96%,  Yen 3.46%,  RMB 1.94% (ສະຖິຕິໃນປີ 2019 ອ້າງອີງຈາກ Swift) ສຳນັກຂ່າວ Chaina Daily  ລາຍງານວ່າຈີນເລີ່ມທົດລອງໃຊ້ເງິນດີຈີຕ໋ອລຢວນທີ່ພັດທະນາຂຶ້ນເອງກັບລະບົບການເງິນແທ້ໃນຕົວຈິງ ນັບວ່າເປັນປະເທດທຳອິດທີ່ເລີ່ມທົດລອງໃຊ້ໂດຍມີຈຸດປະສົງເພື່ອເປັນທາງເລືອກ ໃຫ້ແກ່ນັກລົງທຶນ ແລະ ນັກທຸລະກິດ ນອກຈາກການໃຊ້ເງິນໂດລາ ທີ່ເປັນສະກຸນເງິນຫຼັກຂອງໂລກ. ເງິນດິຈິຕ໋ອລຢວນ ໄດ້ ຖືກນຳໄປທົດລອງໃຊ້ຢ່າງເປັນທາງການໃນລະບົບການເງິນຂອງ4 ເມືອງຂອງຈີນແລ້ວ ຄື: ເຊິນເຈິ້ນ, ...

Read More »

ນັກວິໄຈ 2 ປະເທດ ໃນໂລກ ສ້າງສານພູມຕ້ານທານໂຄວິດ-19 ສຳເລັດແລ້ວ

ທີມນັກວິໄຈ 2 ກຸ່ມ ຄືປະເທດເນເທີແລນ ແລະ ປະເທດ ອິດສະລາເອວ ອ້າງພວກເຂົາຄົ້ນພົບສານພູມຕ້ານທານ ທີ່ປ້ອງກັນການຕິດເຊື້ອໄວຣັດໂຄວິດ-19 ສຳເລັດ ເຊິ່ງເປັນບາດກ້າວສຳຄັນໃນການພັດທະນາວິທີຮັກສາພະຍາດເຊື້ອໄວຣັດໂຄວິດ-19 ສຳນັກຂ່າວ  the guardian  ລາຍງານວ່າ ທີມນັກວິທະຍາສາດເນເທີແລນ ລະບຸວ່າ ພວກເຂົາຄົ້ນພົບສານພູມຕ້ານທານ ຫຼື ແອນຕິ້ບໍດີ້ (antibody) ທີ່ສາມາດຢຸດຢັ້ງບໍ່ໃຫ້ໄວຣັດໂຄວິດ-19  ຕິດຕໍ່ກັບເຊວໄດ້ໃນການທົດລອງໃນຫ້ອງແລັບ.  ສ່ວນ ກະຊວງປ້ອງກັນຊາດຂອງປະເທດອິດສະລະເອວ ປະກາດວ່າ : ສູນວິໄຈຂອງລັດ ແມ່ນໄດ້ສານພູມຕ້ານທານທີ່ສາມາດຕໍ່ຕ້ານໄວຣັດໂຄວິດໃນຮ່າງກາຍໄດ້. ຜົນການວິໄຈຂອງເນເທີແລນ ຖືກເຜີຍແຜ່ໃນວາລະສານ ‘Nature Communications’ ໃນວັນຈັນ ທີ 4 ພຶດສະພາ ທີ່ຜ່ານມາວ່າ ທີມນັກວິໄຈຈາກມະຫາວິທະຍາໄລ ອູເທຣຕ໌ ແລະ ສູນການແພດ ເອຮາສມັນ ໃນເມືອງຮອຕເທີດາມ ສີດແທ່ງໂປຣຕີນ ທີ່ຍື່ນອອກມາຈາກເຍື່ອຫຸ້ມຂອງໄວຣັດໂຄວິ-19 ສາຍພັນຕ່າງໆ ລວມທັງຕົວທີ່ກໍໃຫ້ເກີດພະຍາດ  SARS ແລະ MERS ເພື່ອຍືດເກາະກັບເຊວ ເຂົ້າໄປໃນໂຕໜູທົດລອງເພື່ອໃຫ້ຕິດຕໍ່ກັບເຊວ ຂະບວນການດັ່ງກ່າວເປັນການສ້າງພູມຕ້ານທານ ເຮັດໃຫ້ເຊວສາມາດຜະລິດສານພູມຕ້ານທານອອກມາຕໍຕ້ານໄວຣັດ ເຊິ່ງນັກວິໄຈໄດ້ນຳເອົາມາເຮັດໃຫ້ບໍລິສຸດແລ້ວນຳໄປໃຊ້ຕ້ານໄວຣັດໂຄວິດ-19 ແລະ ໄວຣັດພະຍາດ ຊາສ໌ ແລະ ພົບແອນຕີ້ບໍດີ້ຊື່ວ່າ‘47D11’  ສາມາດຢຸດຢັ້ງໄວຣັດທັງ 2 ສາຍພັນ ບໍ່ໃຫ້ແທ່ງໂປຣຕີນຍືດເກາະກັບເຊວໄດ້. ...

Read More »

ການຄ້າອອກຄໍາແນະນໍາລະບຽບການຊື້-ຂາຍສິນຄ້າໄລຍະຕ້ານການລະບາດໂຄວິດ-19

ກະຊວງອຸດສາຫະກໍາ ແລະ ການຄ້າ (ອຄ) ອອກແຈ້ງການຄໍາແນະນໍາ ສໍາລັບຕະຫຼາດສົດ, ສູນການຄ້າ, ຮ້ານສັບພະສິນຄ້າ, ຮ້ານສະດວກຊື້ (ໄຮເປີມາເກັດ, ຊຸບເປີເຊັນເຕີ, ຊຸບເປີມາເກັດ, ມິນິມາດ), ຮ້ານຄ້າຂາຍຍົກ-ຂາຍຍ່ອຍ, ຕົວແທນຈໍາຫນ່າຍ ແລະ ຮ້ານສ້ອມແປງລົດຍົນ ແລະ ລົດຈັກ (ຕາມລະຫັດ LSIC ພາກສ່ວນ 45-47) ໃນການປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດ ໂຄວິດ-19. ເພື່ອປະຕິບັດ ຄໍາແນະນໍາ ກ່ຽວກັບເງື່ອນໄຂ ແລະ ມາດຕະການ ສໍາລັບພາກທຸລະກິດ ທີ່ສາມາດ ດໍາເນີນກິດຈະການ ໃນໄລຍະທີ່ມີການລະບາດຂອງພະຍາດ ໂຄວິດ-19 ໃຫ້ມີປະສິດທິພາບ ແລະ ມີປະສິດທິຜົນ ພ້ອມທັງສອດຄ່ອງກັບ ສະພາບຄວາມເປັນຈິງ ທັງຮັບປະກັນການຈັດຕັ້ງປະຕິບັດມາດຕະການປ້ອງກັນການແຜ່ລະບາດຂອງພະຍາດໂຄວິດ-19. ກະຊວງອຸດສາຫະກໍາ ແລະ ການຄ້າ ອອກຄໍາແນະນໍາດັ່ງນີ້: ອະນຸຍາດໃຫ້ເປີດຕະຫຼາດສົດ, ສູນການຄ້າ, ຮ້ານສັບພະສິນຄ້າ, ຮ້ານສະດວກຊື້ (ໄຮເປີມາເກັດ, ຊຸບເປີເຊັນເຕີ້, ຊບເປີມາເກັດ, ມິລິມາກ), ຮ້ານຄ້າຂາຍຍົກ-ຂາຍຍ່ອຍ, ຕົວແທນຈໍາຫນ່າຍ ແລະ ຮ້ານສ້ອມແປງລົດຍົນ ແລະ ...

Read More »