ບໍລິສັດ K&C Group ໄດ້ຮັບລາງວັນທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2019

ວັນທີ 14 ກຸມພາ 2020, ຢູ່ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ. ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດລາວ ( ສຄອຊ ) ໄດ້ຈັດງານມອບລາງວັນນັກທຸລະກິດຊັ້ນນຳດີເດັ່ນ ປະຈຳປີ 2019, ເຊິ່ງປະກອບມີ 55 ບໍລິສັດພາຍໃນ ສປປ ລາວ ທີ່ໄດ້ຮັບລາງວັນດັ່ງກ່າວ, ໂດຍການເຂົ້າຮ່ວມຂອງທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕິກະຊວງການເງິນ.  ທ່ານ ສົມຈິດ ອິນທະມິດ ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ມີປະທານ ສຄອຊ ພ້ອມດ້ວຍສະມາຊິກ ສຄອຊ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.

 ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ) ໄດ້ຄັດເລືອກບໍລິສັດຊັ້ນນໍາດີເດັ່ນ ປະຈໍາປີ 2019 ທີ່ມີເງື່ອນໄຂດ້ານການປະກອບສ່ວນໃນການຂະຫຍາຍຕົວເສດຖະກິດ, ການມີສ່ວນຮ່ວມຂອງຊຸມຊົນ ແລະ ການສ້າງວຽກເຮັດງານທຳ, ທັງນີ້, ກໍເພື່ອຍົກໃຫ້ເຫັນບົດບາດ ແລະ ຄວາມສໍາຄັນຂອງບັນດາບໍລິສັດທີ່ໄດ້ຮັບລາງວັນເພື່ອໃຫ້ເຂົາເຈົ້າສາມາດຕໍ່ຍອດທຸລະກິດ ແລະ ເປັນການສ້າງແຮງບັນດານໃຈໃຫ້ຫົວໜ່ວຍທຸລະກິດອື່ນໆ.

ສໍາລັບບໍລິສັດທີ່ໄດ້ຮັບລາງວັນທຸລະກິດຊັ້ນນໍາດີເດັ່ນ ມີທັງທຸລະກິດພາຍໃນ ແລະ ຕ່າງປະເທດ ເຊິ່ງຜູ້ທີ່ໄດ້ຮັບລາງວັນແມ່ນດໍາເນີນທຸລະກິດຕອບສະໜອງນະໂຍບາຍຂອງພັກ – ລັດໃນການຊ່ວຍເຫຼືອເຂດຫ່າງໄກສອກຫຼີກ, ສ້າງໂຮງຮຽນໃຫ້ຫຼາຍແຂວງດ້ວຍທຶນຂອງຕົນເອງ ແລະ ໝູ່ເພື່ອນ. ລາງວັນດັ່ງກ່າວຈະເປັນການຊ່ວຍຍົກພາລະບົດບາດ, ຄວາມສໍາຄັນຂອງນັກທຸລະກິດລາວ  ແລະ ສ້າງຄວາມໄວ້ເນື້ອເຊື່ອໃຈໃຫ້ກັບບັນດາບໍລິສັດ ຫຼື ນັກທຸລະກິດທັງພາຍໃນ ແລະ ຕ່າງປະເທດທີ່ຈະມາຮ່ວມມື, ດໍາເນີນທຸລະກິດນໍາເຂົາເຈົ້າໃນອະນາຄົດ.

ພ້ອມກັນນີ້ກໍຍັງເປັນຂໍ້ມູນໃຫ້ແກ່ລັດຖະບານ ແລະ ນັກລົງທຶນຕ່າງປະເທດ ເພື່ອໂຄສະນາດຶງດູດເອົານັກລົງທຶນຕ່າງປະເທດເຂົ້າມາຮ່ວມມືກັບນັກທຸລະກິດຂອງ ສປປ ລາວ ພ້ອມກັນປະກອບສ່ວນສ້າງຄວາມເຂັ້ມແຂງໃຫ້ເສດຖະກິດຂອງ ສປປ ລາວ. ສຳລັບລາຍລະອຽດຈໍານວນ 55 ບໍລິສັດ ທີ່ໄດ້ຮັບລາງວັນນັກທຸລະກິດຊັ້ນນໍາດີເດັ່ນ ປະຈໍາປີ 2019 ສຄອຊ ໄດ້ລວບລວມຂໍ້ມູນທັງໝົດໄວ້ໃນປຶ້ມ ລາງວັນທຸລະກິດຊັ້ນນໍາດີເດັ່ນ 2019 ທີ່ມີທັງໝົດ 138 ໜ້າ. ທີ່ຈະໄດ້ແຈກຢາຍໃຫ້ທາງພາກລັດ ແລະ ສະຖານທູດລາວໃນຕ່າງປະເທດ ເພື່ອເປັນຂໍ່ມູນໃນການຕິດຕໍ່ພົວພັນການລົງທຶນຮ່ວມກັບນັກທຸລະກິດໃນ ສປປ ລາວ.

ໃນກອງປະຊຸມ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງການເງິນ ໄດ້ເປັນກຽດມອບລາງວັນໃຫ້ທຸລະກິດຊັ້ນນໍາດີເດັ່ນ ປີ 2019 ພ້ອມນັ້ນກໍຍັງເປີດໂອກາດໃຫ້ພາກທຸລະກິດ 7 ຫົວໜ່ວຍຂຶ້ນປະກອບຄໍາເຫັນຕໍ່ການດໍາເນີນທຸລະກິດໃນໄລຍະຜ່ານມາ ແລະ ສະເໜີແຜນທຸລະກິດທີ່ມີຄວາມເປັນໄປໄດ້ໃນຕໍ່ໜ້າ ເພື່ອໃຫ້ລັດຖະບານ ແລະ ສຄອຊ ພິຈາລະນາເຂົ້າໃນແຜນຍຸດທະສາດ.

55 ບໍລິສັດ ທີ່ໄດ້ຮັບລາງວັນມີດັ່ງນີ້:

  1. ທ່ານ ອຸເດດ ສຸວັນນະວົງ ບໍລິສັດ BW: Best Weatern
  2. ທ່ານ ສູນທອນ ພົມມະຈັກ ບໍລິສັດເບຍລາວ
  3. ທ່ານ ດາວອນ ພະຈັນທະວົງ ບໍລິສັດ ສະຫວັນ Logistics
  4. ທ່ານ ສະໝານ ອະເນກາ ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລີມີເຕັດ
  5. ທ່ານ ທະນົງສິນ ກັນລະຍາ ບໍລິສັດ DATA COM
  6. ທ່ານ ນາງ ຈັນທະຈອນ ວົງໄຊ ບໍລິສັດ K&C Group
  7. ທ່ານ ນາງວາລີ ເວດສະພົງ ບໍລິສັດ ການຢາ ມິດຕະພາບ
  8. ທ່ານ ວັນທອງ ສິດທິກຸນ ບໍລິສັດ DAI
  9. ທ່ານ ບຸນອຸ້ມ ສີວັນເພັວ ລັດວິສາຫະກິດ ໄຟຟ້າລາວ
  10. ທ່ານ ບຸນເລີດ ຫຼວງປະເສີດ ບໍລິສັດຫຼວງປະເສີດ ກໍ່ສ້າງ
  11. ທ່ານ ຈັນທອນ ສິດທິໄຊ ບໍລິສັດ ພົງສະຫວັນ ກຣຸບ ຈຳກັດ
  12. ທ່ານ ຄຳໄພ ສົມຊະນະ ບໍລິສັດ ຄຳໄພຊະນະ ກຣຸບ
  13. ທ່ານ ທັດນະຄອນ ທຳມະວົງ ບໍລິສັດ ທີເຄ ກຣຸບ
  14. ທ່ານ ວັນສົມ ວິລິວົງ ບໍລິສັດ Phonesavanh company vins & Liqeurs
  15. ທ່ານ ທະນູສອນ ພົນອາມາດ ບໍລິສັດ ALo
  16. ທ່ານ ເອກະພັນ ພະພິທັກ ບໍລິສັດ ສີເມືອງກຣຸບ ຈຳກັດ
  17. ທ່ານ ອິນທີ ເດືອນສະຫວັນ ບໍລິສັດ Green Discovery
  18. ທ່ານ ນາງ ສຸພາພອນ ສວນນະວົງ ບໍລິສັດ ໂຕະລາວ
  19. ທ່ານ ເຂັດຊາດ ພິລາພັນເດດ ບໍລິສັດ K.P Company Limited
  20. ທ່ານ ສົມຫວັງ ວົງວິໄລ ບໍລິສັດ ຈິດຈະເລີນ ກໍ່ສ້າງ
  21. ທ່ານ ທອງຫຼ້າ ແສງວິໄຊ ບໍລິສັດ ແສງວິໄຊ ກຣຸບ ຈຳກັດຜູ້ດຽວ
  22. ທ່ານ ພຶດສະພາ ພູມມະສັກ ບໍລິສັດ ເອເຊຍລົງທຶນ, ພັດທະນາ ແລະ ກໍ່ສ້າງຈຳກັດຜູ້ດຽວ
  23. ທ່ານ ພູຂົງ ຈັນທະຈັກ ຜູ້ອຳນວຍການໃຫຍ່ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ
  24. ທ່ານ ສີທັດ ໄຊສຸລິວົງ ບໍລິສັດ ST group
  25. ທ່ານ ນາງ ບຸນເຮືອງ ແຄລໍ ລິດດັງ ກຸ່ມບໍລິສັດດາວເຮືອງ
  26. ທ່ານ ພົງປຣະເສີດ ກັນລະຍາ ບໍລິສັດ ບາຊາ-ບີ ແຄັດແອນແຄຣີ ການຄ້າຈຳກັດ
  27. ທ່ານ ນາງ ສູໄພວັນ ທ່ຽງຈັນໄຊ ບໍລິສັດ ບົວລະພາ ກະສິກຳ-ປ່າໄມ້ ຈຳກັດ
  28. ທ່ານ ພິຊີດ ໄຊຍະທິດ ປະທານ ຫໍພິພິຕະພັນ ວຽງຈັນ ສິລະປະ ຮ່ວມສະໄໝ
  29. ທ່ານ ຮົວ ແສງອາລຸນ ຜູ້ອຳນວຍການຮ້ານຄ້າ ຕັງຈະເລີນ ໂຮມສະຕໍ
  30. ທ່ານ ຈິນດາ ວົງສຸລິ ບໍລິສັດ ຊີບີເອຟ ຟາຣມາ ຈຳກັດ
  31. ທ່ານ TEE CHEE SENG Savan Park Savannakhet
  32. ທ່ານ ນາງແກ່ນຈັນ ກຸ່ມບໍລິສັດ ຫົງຄຳ ພາກໃຕ້
  33. ທ່ານ ລົງກອນ ໄຊຍະວົງ ບໍລິສັດກຸ່ມໄຊຍະວົງ ຈຳກັດຜູ້ດຽວ
  34. ທ່ານ ນາງ ດາລາຄຳ ໄຊຍະວົງ  ໂຮງງານອຸດສາຫະກໄ ໂຕໂຢ ລາວຈຳກັດຜູ້ດຽວ
  35. ທ່ານ ບຸນອູ້ມ ພັນທະປັນຍາ ບໍລິສັດ ບີເຄເອນ ຈຳກັດ
  36. ທ່ານ ຣູຟັສ ປິນໂຕ ANZ
  37. ທ່ານ ວັດດານາ ສຸຄະບັນດິດ ບໍລິສັດ ສຸວັນນີ ໂຮມເຊັນເຕີ
  38. ທ່ານ ພຸດສະດຸ ອິນທະວົງ ກຸ່ມບໍລິສັດ ມາລີນີ ຈຳກັດ
  39. ທ່ານ ສົມເພັດ ມ້າວປະເສີດ ບໍລິສັດ FACET
  40. ທ່ານ ດຣ. ລາຫຸນ ຈັນທະບຸດ ບໍລິສັດ ລັດວິສາຫະກິດ ໂຮງງານຜະລິດຢາເລກ 3
  41. ທ່ານ ບຸນສົງ ແກ້ວມະນີວົງ ເຈົ້າຂອງກິດຈະການໂຮງແຮມດອກຈຳປາຫຼວງນໍ້າທາ
  42. ທ່ານ ຄຳເຫຼັກ ເຊິນຈືເຕີ ບໍລິສັດ ເຊິນຈືເຕີ ພັດທະນາ ແລະ ບໍລິການ ຈຳກັດ
  43. ທ່ານ ທອງເພື່ອນ ຂົນຕິວົງ ບໍລິສັດວຽງທອງການຢາ
  44. ທ່ານ ຢຸຍ ໝິງຊ່ວນ ກຸ່ມບໍລິສັດ ພາວເວີ ໄຊນາ
  45. ທ່ານ ນາງ ຄັດທະຈັນ ຈັນທະບູລີ ບໍລິສັດຮຸ່ງເຮືອງ ໂລເຈັສຕິກ
  46. ທ່ານ ພູວົງ ພະມີສິດ ຮ້ານຄຳພູວົງ
  47. ທ່ານ ສີວຽງທອງ ກອນນິວົງ ລາວສະກາຍເວ
  48. ທ່ານ ແສງຈັນເພັງ ເມືອງວົງ ບໍລິສັດ ແສງເພັດກໍ່ສ້າງ ຂົວທາງ ຈຳກັດ
  49. ທ່ານ ເກຍ ອູ໊ສິດທິເດດ ເຈົ້າຂອງໂຮງານນໍ້າດື່ມ ແລະ ນໍ້າກ້ອນໂລມາຄຳ
  50. ທ່ານ ມົນໄຊ ບຸນອິ່ມ ບໍລິສັດ ພີທີທີ ລາວ ຈຳກັດ
  51. ທ່ານ ໄຊຊະນະ ໄຊສຸລິວົງ ເອັສທີ ເມືອງໄທ ປະກັນໄພ
  52. ທ່ານ ລິວ ແມັງຮາ ບໍລິສັດສະຕາໂທລະຄົມຈຳກັດ
  53. ທ່ານ ແກ້ວ ຈັນທະວົງ ບໍລິສັດພອນສິຣິກຣຸບ
  54. ທ່ານ ອິຕອງ ອຸດົມ ບໍລິສັດ ແສນອຸດົມ ຈຳກັດ
  55. ທ່ານ ສົມພອນ ແສງທອງສະຫວ່າງ ບໍລິສັດບົວໄລມັງກອນທອງ

Comments