7 ວິທີກຳຈັດ “ຄວາມຂີ້ຄ້ານ” ພ້ອມປ່ຽນຕົວເອງໃຫ້ເປັນຄົນໃຫມ່ທີ່ດິີກວ່າເກົ່າ

ສະບາຍດີທ່ານຜູ້ອ່ານທຸກໆທ່ານ ມື້ນີ້ຈະເອົາສິ່ງທີ່ເກືອບວ່າທຸກຄົນເປັນຢູ່ ນັ້ນກໍຄື  “ຄວາມຂີ້ຄ້ານ” ນັ້ນເອງ, ແຕ່ເລື່ອງນີ້ ເຮົາສາມາດປ່ຽນແປງຕົນເອງໄດ້ງ່າຍໆ ພຽງແຕ່ເຮົາຄິດ ແລະ ລົງມຶປະຕິບັດເລີຍ ຄວາມຂີ້ຄ້ານກໍຈະໜີອອກຈາກໂຕເຮົາໄປແນ່ນອນ,​ ມື້ນີ້, ທາເກັດຈະມາບອກ 7 ວິທີເຮັດໃຫ້ຕົນເອງດຸໝັ້ນ ແລະ ບອກລາຄວາມຂີ້ຄ້ານອອກຈາກຕົວເຮົາເອງ. ເຊິ່ງຖ້າເຮົາປະຕິບັດໄດ້ ແນ່ນອນຄວາມສຳເລັດ ກໍຈະຢູ່ບໍ່ໄກຈາກຕົວເຮົາ.

  1. ຄິດແລ້ວ ລົງມືເຮັດ (ຢ່າຫາຂໍ້ອ້າງ ແລະ ມີແຕ່ຄິດ)

ຕັດຄຳວ່າ: ມື້ນັ້ນ ມື້ນີ້ ຄານີ້ ຄານັ້ນ  ອອກໄປຈາກສະໜອງ ເມື່ອໃດທີ່ຄິດຈະເຮັດ ກໍຂໍໃຫ້ເລີ່ມລົງມືເຮັດຕັ້ງແຕ່ຕອນນັ້ນເລີຍ, ແຕ່ຖ້າຍັງຈະລໍຖ້າ ມື້ນັ້ນກ່ອນ, ມື້ນີ້ກ່ອນ ແລ້ວບໍ່ລົງມືເຮັດຈັກເທື່ອ ທ່ານກໍຈະເລີ່ມເປັນຄົນຂີ້ຄ້ານ ຈົນສຸດທ້າຍ… ສິ່ງທີ່ຈະເຮັດກໍບໍ່ເກີດຊໍ້າ.

2. ເຊື່ອໝັ້ນໃນຕົວເອງວ່າຕ້ອງເຮັດໄດ້

ເອົາທັດສະນະຄະຕິທີ່ວ່າ “ຄືເຮົາ ເຮັດບໍ່ໄດ້ດອກ….” ອອກໄປຈາກຄວາມຄິດ  ເພາະກ່ອນທີ່ເຮົາຈະປະສົບຜົນສຳເລັດໄດ້ນັ້ນ ທ່ານຕ້ອງໄດ້ລົງມືເຮັດກ່ອນ ຈະຖືກຫຼືຜິດ ກໍຖືວ່າເປັນເລື່ອງທຳມະດາ  ທ່ານເຄີຍໄດ້ຍິນບໍ່ວ່າ? ຄົນທີ່ບໍ່ເຄີຍເຮັດຜິດ ຄືຄົນທີ່ບໍ່ເຄີຍເຮັດຫຍັງເລີຍ  ສະນັ້ນ, ເມື່ອໃດທີ່ທ່ານຄິດຈະເຮັດຫຍັງ ແມ່ນໃຫ້ລົງມືເຮັດເລີຍບໍ່ຕ້ອງລໍຖ້າໂອກາດໃດໆ.

3. ໃສ່ໃຈສຸຂະພາບ ທັງຮ່າງກາຍ ແລະ ສະໝອງ

ກຽມຄວາມພ້ອມດ້ວຍການກິນອາຫານທີ່ດີ ມີປະໂຫຍດ, ພັກຜ່ອນໃຫ້ພຽງພໍ ເພາະຖ້າຮ່າງກາຍບໍ່ພ້ອມ ທຸກຢ່າງກໍຈະບໍ່ພ້ອມ ແລ້ວຄວາມຂີ້ຄ້ານ ກໍຈະກັບມາຫາທ່ານຄືເກົ່າ.

4. ເລືອກເຮັດໃນສິ່ງທີ່ຮັກ ຫຼື ສິ່ງທີ່ຝັນກ່ອນ

ຖ້າເຮົາເຮັດຫຍັງໃນສິ່ງທີ່ມັກ ໂດຍບໍ່ຖືກບີບບັງຄັບ ຫຼື ກົດດັນ ເຮົາກໍຈະມີຄວາມສຸກ ແລະ ເຮັດສິ່ງນັ້ນໄດ້ຢ່າງມີປະສິດທີພາບ.

5. ສ້າງແຮງບັນດານໃຈ

ລອງຫາແຮງຈູງໃຈ ຫຼື ແຮງບັນດານໃຈ ວ່າສິ່ງທີ່ເຮັດນັ້ນ ເຮັດໄປເພື່ອໃຜ (ຕົນເອງ, ພໍ່ແມ່ ຄອບຄົວ ຫຼື ຄົນທີ່ຮັກ…) ແລະ ເພື່ອຫຍັງ?…. ເປົ້າໝາຍຄືຫຍັງ?,… ເຮັດແລ້ວດີແບບໃດ?.

6. ຢ່າຕັ້ງເປົ້າໝາຍໄວ້ສູງເກີນໄປ

ການຕັ້ງເປົ້າໝາຍໄວ້ສູງ ບາດເວລາທີ່ຜິດຫວັງຈະເຮັດໃຫ້ເຮົາເສຍໃຈຫຼາຍ ຄ່ອຍໄຕ່ຂຶ້ນແຫ່ງຄວາມຫວັງໄປເທື່ອລະເລັກລະໜ້ອຍ ຄ່ອຍເປັນຄ່ອຍໄປຈະດີກວ່າ.

7. ໃຫ້ລາງວັນກັບຕົວເອງ.

ເມື່ອທ່ານຕັ້ງເປົ້າໝາຍວ່າ ຈະເຮັດຫຍັງໃຫ້ສຳເລັດໜຶ່ງຢ່າງແລ້ວ ຄວນໃຫ້ລາງວັນກັບຕົວເອງ ເພື່ອເປັນແຮງບັນດານໃຈຕອບແທນຄວາມພະຍາຍາມເລັກໆນ້ອຍໆຂອງຕົນເອງ ເຊັ່ນ: ຖ້າຕັ້ງໃຈຫຼຸດນໍ້າໜັກ ແລະ ໄດ້ເຮັດມາຫຼາຍມື້ແລ້ວ ເຮົາອາດຈະກິນຫຍັງທີ່ເປັນສິ່ງທີ່ມັກ ສີ່ງທີ່ຢາກກິນ ແບບຈັດເຕັມຈັກມື້ໜຶ່ງ.

by: Smart SME

Comments