ໃນປີ 2020 ພະແນກການເງິນ ແຂວງເຊກອງ ໄດ້ຮັບຕົວເລກແຜນສູ້ຊົນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ທັງໝົດ 90,78 ຕື້ກວ່າກີບ ຖ້າທຽບໃສ່ແຜນດັດແກ້ປີ 2019 ຜ່ານມາ ເພີ່ມຂຶ້ນ 13%. ໃນນັ້ນ, ພູດສູນກາງປະຕິບັດໄດ້ 8,17 ຕື້ກີບ ແລະ ສ່ວນພູດທ້ອງຖິ່ນ ປະຕິບັດໄດ້ 82,61 ຕື້ກວ່າກີບ. ທ່ານ ຄໍາຮູ້ ອ່ອນມະນີ ຫົວໜ້າພະແນກການເງິນ ແຂວງເຊກອງ ໃຫ້ຮູ້ເມື່ອບໍ່ດົນມານີ້ວ່າ: ໃນປີ 2020 ພະແນກການເງິນ ແຂວງເຊກອງ ໄດ້ຮັບແຜນສູ້ຊົນເກັບລາຍຮັບເຂົ້າງົບປະມານທີ່ກະຊວງການເງິນ ສັງລວມລາຍຮັບ – ລາຍຈ່າຍມອບໃຫ້ແຂວງເຊກອງ ແລະ ວິຊາການ ຈໍານວນ 90,78 ຕື້ກີບ ຫາກສົມທຽບໃສ່ແຜນດັດແກ້ປີ 2019 ເພີ່ມຂຶ້ນ 13%. ໃນນັ້ນ, ພູດສູນກາງປະຕິບັດໃນທ້ອງຖິ່ນ ຈໍານວນ 8,17 ຕື້ກີບ ສົມທຽບແຜນດັດແກ້ປີ 2019 ຮັກສາໄວ້ຄືເກົ່າ; ສ່ວນພູດທ້ອງຖິ່ນ ຈໍານວນ 82,61 ຕື້ກີບ ສົມທຽບແຜນດັດແກ້ປີ 2019 ເພີ່ມຂຶ້ນ ...
Read More »General
ທ່ານ ນາຍົກລັດຖະມົນຕີ ເດີນທາງຢ້ຽມຢາມປະເທດຫວຽດນາມ ເພື່ອຫາລືເລື່ອງການຟື້ນຟູເສດຖະກິດ…
ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານຫງວຽນ ຊວນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມເຮັດວຽກເປັນການພາຍໃນ ທີ່ນະຄອນດານັງ, ສສ. ຫວຽດນາມ ໃນລະຫວ່າງວັນທີ 05-06 ກໍລະກົດ 2020, ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ແລກປ່ຽນບົດຮຽນໃນການພື້ນຟູເສດຖະກິດຫຼັງການລະບາດຂອງພະຍາດໂຄວິດ-19 ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດ ລາວ-ຫວຽດນາມ ແນໃສ່ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມໃຫ້ແໜ້ນແຟ້ນຍິ່ງຂຶ້ນ. ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງເຖິງສາຍພົວພັນມິດຕະພາບອັນມີມາແຕ່ຍາວນານ, ຄວາມສາມັກຄີພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ...
Read More »ອິນເດຍແບນແອັບຂອງຈີນ ຫຼາຍກ່ວາ 50 ລາຍການ…
ຄົນຫຼາຍລ້ານຄົນປ່ຽນຈາກການໃຊ້ແອັບ TikTok ໄປໃຊ້ Application ທ້ອງຖິ່ນຫຼັງຈາກທີ່ອິນເດຍແບນແອັບຂອງຈີນ. ປະຊາກອນອິນເດຍຫຼາຍລ້ານຄົນໄດ້ເຂົ້າຮ່ວມ Platform Social Media ຂອງອິນເດຍ ຫຼັງຈາກທີ່ລັດຖະບານຫ້າມການໃຊ້ງານແອັບຈີນຈໍານວນຫຼາຍ ລວມເຖິງແອັບ TikTok ໃນທ່າມກາງຄວາມຕຶງຄຽດທີ່ເພີ່ມຂຶ້ນ. ການແບນເກີດຂືຶ້ນເມື່ອອິນເດຍ ເພີ່ມແຮງກົດດັນທາງດ້ານເສດຖະກິດຕໍ່ຈາກຈີນ ຫຼັງການສູ້ຮົບບໍລິເວນຊາຍແດນໃນເດືອນຜ່ານມາ ເຮັດໃຫ້ມີທະຫານອິນເດຍ 20 ຄົນເສຍຊີວິດ. ເຊິ່ງແອັບທີ່ຖືກແບນ ລວມມີ 59 ລາຍການ ໃນນັ້ນມີແອັບTikTok, Helo, ikee ແລະ ອື່ນໆ. ໂດຍເຈົ້າໜ້າທີ່ກ່າວຫາວ່າພວກເຂົາໄດ້ສ້າງກິດຈະກຳທີ່ “ອັກຄະຕິ” ຕໍ່ “ອຳນາດອະທິປະໄຕ ແລະ ຄວາມຊື່ສັດຂອງອິນເດຍ”. ນາຍົກລັດຖະມົນຕີ Narendra Modi ຜູ້ມີ Profile Social Media ໃນ Platform ຂອງ Weibo ກໍໄດ້ປິດບັນຊີຂອງຕົນເອງລົງເຊັ່ນກັນ. ປາຊາກອນປະມານ 1,3 ພັນລ້ານຄົນໃນປະເທດອິນເດຍເປັນຕະຫຼາດສຳຄັນສຳຫຼັບຜູ້ຫຼິ້ນອິນເຕີເນັດທົ່ວໂລກ ແລະ Platform ແອັບທີ່ໃຊ້ງານໃນ Sharechat ແລະ Roposo ກ່າວວ່າ ພວກເຂົາໄດ້ເຫັນຜູ້ໃຊ້ລາຍໃໝ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ນັບຕັ້ງແຕ່ວັນຈັນທີ່ຜ່ານມາ. Sharechat ກ່າວໃນຖະແຫຼງການວ່າ Platform ຂອງບໍລິສັດ ມີການດາວໂລກໃໝ່ 15 ລ້ານຄັ້ງ ຄິດໄລ່ເປັນເຄິ່ງລ້ານຕໍ່ທຸກໆ ...
Read More »ປັດຈຸບັນ ລະບົບລັກຊາ LaCSA (The Lao Climate Services for Agriculture System) ໄດ້ຮັບການພັດທະນາ…
ລະບົບລັກຊາ LaCSA (The Lao Climate Services for Agriculture System) ໄດ້ຖືກຮັບການພັດທະນາ ໂດຍໂຄງການ SAMIS ທີອົງການ Food and Agriculture Organization of the United Nations (FAO) ເປັນຜູ້ຈັດຕັ້ງປະຕິບັດ. ປັດຈຸບັນ ໂຄງການນີ້ ຜະລິດໃບແຈ້ງຂ່າວ ລາຍອາທິດ ແບບອັດຕະໂນມັດ ໃຫ້ທຸກໆເມືອງໃນທົ່ວປະເທດ ນັບແຕ່ໄດ້ມີການຜະລິດບົດຂ່າວ ກຽ່ວກັບການພະຍາກອນອາກາດ ແຕ່ເດືອນ ພຶດສະພາ 2019. ຊາວກະຊິກອນ ແລະ ຜູ້ວາງນະໂຍບາຍ ໃນປະເທດລາວສາມາດນຳໃຊ້ລະບົບລັກຊາ ເພື່ອດາວໂຫລດ ຂໍ້ມູນພະຍາກອນ ເປັນພາສາລາວ ຂອງທຸກໆເມືອງ. ການປັງປຸງການດຳເນີນງານຂອງລະບົບລັກຊາ LaCSA ແມ່ນ ຖືກນຳສະເໜີໂດຍ ພະແນກ ພູມອາກາດ ແລະ ອຸຕຸກະເສດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍໃຕ້ການຮ່ວມມື ກັບບັນດາກົມຕ່າງໆໃນກະຊວງກະຊິກຳ ແລະ ປ່າໄມ້. ...
Read More »ມາຮູ້ຈັກ!!! 3 Platform Google ທີ່ຊ່ວຍໃນການເຮັດທຸລະກິດ SME…
1 Google My Business ເພື່ອຕອບໂຈດ Customer Journey ນັບຕັ້ງແຕ່ການຄົ້ນຫາຈົນໄປຮອດການປິດການຂາຍ ໂດຍ 3 ພື້ນທີ່ທີ່ Google My Business ສະໜັບສະໜຸນຄື: – ອັບເດດ profile ທຸລະກິດຂອງຕົນເອງເຊັ່ນ: ບ່ອນຢູ່, ເບີໂທຕິດຕໍ່, ເວັບໄຊ້, ເວລາເປີດ-ປິດ ໂດຍພົບວ່າຈະເປີດໂອກາດໃຫ້ຜູ້ບໍລິໂພກຄົ້ນພົບ ແລະ ຄຣິກເບິ່ງລາຍລະອຽດເພີ່ມຂຶ້ນ 7 ເທົ່າ, ໂດຍສະເພາະ ເພີ່ມຮູບພາບທີ່ຈະຊ່ວຍໃຫ້ການຄົ້ນຫາທຸລະກິດ ແລະ ຮ້ານອາຫານຕ່າງໆ ມີຄວາມສົນໃຈຫຼາຍຂຶ້ນ ນຳຜູ້ບໍລິໂພກໄປສູ່ການໃຊ້ Google Maps ເພືີ່ອນຳມາຮູ້ຈັກຮ້ານເພີ່ມຂຶ້ນເຖິງ 42%. – ສ້າງ Engagement ຜູ້ປະກອບການສາມາດສ້າງໂພສເພື່ອປະກາດໃຫ້ຜູ້ບໍລິໂພກຮັບຮູ້ເຖິງການຈັດໂປຣໂມຊັ່ນ ລວມທັງມີຟີເຈີ Messaging ໃຫ້ສົນທະນາກັນໄດ້ ຫຼ້າສຸດເພີ່ມຟີເຈີໃໝ່ “Book Online” ຮອງຮັບທຸລະກິດທີ່ໃຫ້ບໍລິການ Online Booking. – ເປີດຕົວບໍລິການໃໝ່ ເຊື່ອມຕໍ່ກັບການບໍລິການ Delivery ແລະ Take Home ເຊິ່ງຈະເຮັດໃຫ້ຮ້ານຂອງຜູ້ປະກອບການໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກຫຼາຍຂຶ້ນ. 2 Market Finder ໜຶ່ງໃນ Insights ຂອງຜູ້ປະກອບການທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ ຄືຢາກຂະຫຍາຍໄປຕະຫຼາດຕ່າງປະເທດ ...
Read More »ດ່ານພາສີສາກົນນໍ້າເງິນ ເກັບລາຍຮັບໄດ້ຫຼາຍກວ່າ 50% ໃນ 6 ເດືອນທຳອິດ ຂອງປີ 2020
ທ່ານ ສອນເພັດ ຜົນວິຈິດ ຫົວໜ້າດ່ານພາສີສາກົນນໍ້າເງິນ ແຂວງໄຊຍະບູລີ – ຈັງຫວັດນ່ານ ໃຫ້ຮູ້ວ່າ: ການຈັດເກັບລາຍຮັບເຂົ້າງົບປະມານ ປະຈໍາປີ 2020 ນີ້ ເປັນປີທີ່ທ້າທາຍຫຼາຍຢ່າງ, ຖ້າທຽບໃສ່ຕົວເລກແຜນ ການທີ່ໄດ້ຮັບມອບໝາຍ ບວກກັບການລະບາດຂອງພະຍາດໂຄວິດ – 19, ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການເກັບລາຍຮັບ. ແຕ່ຍ້ອນຄວາມ ບຸກບືນ ແລະ ເອົາໃຈໃສ່ຊີ້ນໍາ – ນໍາພາຂອງຄະນະດ່ານແຕ່ລະສະຫາຍ ແລະ ຄວາມໃກ້ຊິດຕິດແທດຂອງການນໍາແຂວງ ເພື່ອເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານໄດ້ຕາມຄາດໝາຍ. ເຖິງແມ່ນວ່າໃນ 6 ເດືອນຕົ້ນປີ 2020 ປະເທດເຮົາຈະປະສົບພົບພໍ້ກັບຄວາມຫຍຸ້ງຍາກຫຼາຍຢ່າງອັນເນື່ອງມາຈາກພະຍາດລະບາດໂຄວິດ-19 ເຮັດໃຫ້ການນຳເຂົ້າ-ສົ່ງອອກສິນຄ້າບໍ່ເປັນໄປຕາມຄາດໝາຍ ແຕ່ດ່ານພາສີສາກົນນໍ້າເງິນ ແຂວງໄຊຍະບູລີ ຍັງສາມາດເກັບລາຍຮັບໄດ້ 144 ຕື້ກວ່າກີບ ເທົ່າກັບ 53,82% ຂອງແຜນການປີ, ລາຍຮັບສ່ວນໃຫຍ່ມາຈາກການນໍາເຂົ້ານໍ້າມັນເຊື້ອໄຟ, ເຄື່ອງອາໄຫຼ່ ແລະ ເຄື່ອງກໍ່ສ້າງ. ໃນປີ 2020 ນີ້ ດ່ານພາສີສາກົນນໍ້າເງິນ ໄດ້ຮັບຕົວເລກແຜນການໃນການຈັດເກັບລາຍຮັບທັງໝົດ 269 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ປະຕິບັດໄດ້ 144 ຕື້ກວ່າກີບ ເທົ່າກັບ ...
Read More »ປະເທດ ບອດສວານາ (Botswana)ພົບຊ້າງປ່າຕາຍ 350 ໂຕ ພາຍໃນເວລາ 1 ເດືອນ
ໃນວັນທີ 2 ກໍລະກົດ ລາຍງານຄວາມຄືບໜ້າວິກິດຊ້າງປ່າ ລົ້ມຕາຍປິດສະຖາມໃນປະເທດ ບອດສວານາ (Botswana) ໜຶ່ງໃນປະເທດທີ່ຢູ່ໃນ ອາຟຣິກາໃຕ້ ວ່າ: ສຳນັກງານກູ້ໄພອຸທິຍານແຫ່ງຊາດ ບອດສວານາ ເປີດເຜີຍວ່າ ພົບຊາກສ້າງປ່າຕາຍບໍລິເວນດິນດອນສາມຫຼ່ຽມປາກແມ່ນໍ້າໂອຄາວັງໂກ ແລະ ພື້ນທີ່ທາງຕອນເໜືອ ເພີ່ມຂຶ້ນອີກຢ່າງນ້ອຍ 181 ໂຕ. ສົ່ງຜົນໃກ້ຍອດສະສົມການຕາຍຂອງຊ້າງປ່າຕັ້ງແຕ່ເດືອນ ພຶດສະພາຜ່ານມາ ມີປະມານ 350 ໂຕ ແລະ ເພີ່ມຂຶ້ນເກືອບ 2 ເທົ່າໃນຊ່ວງກາງເດືອນ ມິຖຸນາ ໂດຍ70% ແມ່ນພົບຊ້າງຕາຍໃກ້ກັບແຄມນໍ້າ. ເບື້ອງຕົ້ນລັດຖະບານຍັງບໍ່ເປີດເຜີຍ ຜົນການກວດສອບຊາກຊ້າງວ່າໄດ້ຮັບສານພິດ ຫຼືເປັນໂລກຢ່າງໃດກໍຕາມ ເຈົ້າໜ້າທີ່ຕັດຂໍ້ສັນນິຖານວ່າຊ້າງເຫຼົ່ານີ້ອາດຈະປ່ວຍດ້ວຍພະຍາດ ແອນແທຣກ (Anthrax). ດຣ. ໄນອອລ ແມັກແຄນ (Niall McCann) ຜູ້ອຳນວຍການສຳນັກງານກູ້ໄພອຸດທະຍານແຫ່ງຊາດ ບອດສວານາ (Botswana) ກ່າວວ່າ ເປັນການຕາຍເປັນຝູງຄັ້ງນີ້ເປັນສິ່ງໂຫດຮ້າຍທີ່ສຸດ ເພາະນອກຈາດການຕາຍຍ້ອນຄວາມແຫ້ງແລ້ງແລ້ວ ລາວບໍ່ເຄີຍເຫັນຈຳນວນຊ້າງລົ້ມຕາຍຫຼາຍຂະໜາດນີ້ມາກ່ອນ. ປະຊາຊົນທີ່ພົບເຫັນເຫດການແຈ້ງເຂົ້າມາວ່າຊ້າງຫຼາຍໂຕຍ່າງເປັນວົງມົນ ຄາດວ່າລະບົບປະສາດເກີດຄວາມບົກພ່ອງ ແລະ ອາດຈະມີສາເຫດມາຈາກໂຮກ ຫຼືສານພິດ, ຊ້າງບາງໂຕລົ້ມຂວໍ້າໜ້າແລ້ວຕາຍ ສິ່ງນັ້ນໝາຍຄວາມວ່າມັນຕາຍຢ່າງກະທັນຫັນ ໃນຂະນະທີ່ບາງໂຕ ໃຊ້ເວລາຢ່າງຊ້າໆກ່ອນທີ່ຈະລົ້ມຕາຍ ຄືກັນກັບໂຕທີ່ຍ່າງວົນໄປມາຫຼາຍໆຮອບ ຈຶ່ງເປັນສິ່ງທີ່ຍາກທີ່ຈະບອກວ່າມັນຖືກສານພິດ ຫຼືບໍ່. ທາງດ້ານ ດຣ. ໄຊຣິລ ...
Read More »ທາງລົດໄຟລາວ-ຈີນ ຊ່ວງຜ່ານຫຼວງນໍ້າທາ ສຳເລັດ 96%
ທ້າຍອາທິດຜ່ານມາ ຫ້ອງການບ້ານນາເຕີຍ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດແກ້ໄຂຜົນກະທົບການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານ ແຂວງຫຼວງນໍ້າທາ ເຂດບ້ານນາເຕີຍ ໂດຍການເປັນປະທານຂອງ ທ່ານ ຄຳໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາຜູ້ຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ, ທ່ານ ນາງ ອຸ່ນຫຼ້າ ອ້ຽງລໍລາດ ຮອງປະທານສະພາປະຊາຊົນແຂວງຄະນະໄກ່ເກ່ຍຂັ້ນແຂວງ ແລະປະຊາຊົນຜູ້ຖືກຜົນກະທົບເຂົ້າຮ່ວມ. ຄະນະໄກ່ເກ່ຍແກ້ໄຂຜົນກະທົບການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເລີ່ມແຕ່ ບໍ່ເຕ່ນຊາຍແດນລາວ-ຈີນ ແຂວງຫຼວງນໍ້າທາ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 409 ກິໂລແມັດ, ໂດຍແລວທາງລົດໄຟໄດ້ຜ່ານ ແຂວງຫຼວງນໍ້າທາ 16,9 ກິໂລແມັດ, ໄດ້ກໍ່ສ້າງຂົວໃຫຍ່ຈຳນວນ 7 ແຫ່ງ, ເຈາະອຸໂມງ 3 ແຫ່ງ ແລະ ກໍ່ສ້າງເສົາຂົວທັງໝົດແມ່ນກໍ່ສ້າງສຳເລັດ 100%, ວາງຂາງຂົວສຳເລັດຈຳນວນ 313 ຂາງເທົ່າກັບ 93%, ການກໍ່ສ້າງ ທາງລົດໄຟລາວ-ຈີນ ສັນຍາທີ 1 ຊ່ວງ ຜ່ານແຂວງຫຼວງນໍ້າທາປະຈຸບັນສຳເລັດ ແລ້ວ 96%. ...
Read More »ຕັກກະແຕນທີ່ລະບາດຢູ່ ແຂວງຜົ້ງສາລີ ໄດ້ຖືກກຳຈັດແລ້ວ…
ຈາກເຫດການ ການລະບາດຂອງຕັກແຕນຝູງໄມ້ປ່ອງ ຢູ່ເມືອງໃໝ່, ແຂວງຜົ້ງສາລີ ໃນວັນທີ 26 ມິຖຸນາ 2020 ຜ່ານມາ ທີ່ໄດ້ຮັບການລາຍງານຈາກຄະນະພັກ ແລະ ປະຊາຊົນບ້ານເພຍລໍໃໝ່ວ່າມີຕັກແຕນຝູງໄມ້ປ່ອງ ເຂົ້າທຳລາຍແນວປູກຕ່າງໆຂອງພໍ່ແມ່ປະຊົນ ຈຳນວນ 20 ຄອບຄົວ ໂດຍທໍາລາຍເນື້ອທີ່ການຜະລິດຂອງປະຊາຊົນໄປແລ້ວ 4,94 ເຮັກຕາ ຜົນຜະລິດເສຍຫາຍ 24 ລ້ານກວ່າກີບ. ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ພໍ່ແມ່ປະຊາຊົນ. ເຊິ່ງຂະແໜງການທີ່ກ່ຽວຂ້ອງ ກໍຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງແຈກຢາຍຢາສີດພົ່ນໃຫ້ກັບພໍ່ແມ່ປະຊາຊົນ ຈໍານວນ 1.000 ຖົງ, 1 ຖົງໃສ່ນ້ຳໄດ້ 20 ລິດ ແລະ ສາມາດສີດໄດ້ໃນເນື້ອທີ່ ປະມານ 0,3 ເຮັກຕາ ແລະ ກໍໄດ້ນຳພາພໍ່ແມ່ປະຊາຊົນລົງພົ່ນສີດຕາມຫຼັກການບ່ອນທີ່ມີຝູງຕັກແຕນຈຳນວນຫຼວງຫຼາຍ. ໃນປັດຈຸບັນ ຈາກສູນປ້ອງກັນພືດ ກົມປູກຝັງ ກະຊວງກະສິກຳ ແລະ ປ່າໄມ້ ໄດ້ແຈ້ງໃຫ້ຮູ້ວ່າ ໄດ້ກຳຈັດຝູງຕັກກະແຕນເຫຼົ່ານັ້ນເປັນທີ່ຮຽບຮ້ອຍແລ້ວ. ແຫຼ່ງຂໍ້ມູນ: https://m.facebook.com/story.php?story_fbid=287523005829251&id=100037146621193
Read More »“ຍຸກໃໝ່ແຫ່ງການຜະລິດຄໍາ” ບໍ່ຄຳ-ທອງເຊໂປນ ຈະຍືດເວລາການຂຸດຄົ້ນບໍ່ແຮ່ ໄປອີກ 10 ປີ ຢ່າງຕໍ່າ…
ໃນວັນທີ 23 ມິຖຸນາ 2020 ບໍລິສັດ ລ້ານຊ້າງ ມີເນໂຣນສ໌ ລິມິເຕັດ (LXML) ບໍ່ຄໍາ-ທອງເຊໂປນ ໄດ້ສະເຫຼີມສະຫຼອງການຫຼອມຄໍາແທ່ງທໍາອິດ ເປັນຂີດໝາຍ “ຍຸກໃໝ່ແຫ່ງການຜະລິດຄໍາ” ຂອງໂຄງການຄໍາ-ທອງເຊໂປນ ທີ່ເມືອງ ວິລະບູລີ, ແຂວງສະຫວັນນະເຂດ. ໃຫ້ກຽດເປີດພິທີໃນຄັ້ງນີ້ ໂດຍ ທ່ານ ທ່ອນແກ້ວ ພຸດທະໄກຍາລາດ ຮອງເຈົ້າແຂວງ ແຂວງສະຫວັນເຂດ, ທ່ານ ຄໍາຜຸຍ ສີບຸນເຮືອງ ເຈົ້າເມືອງ ເມືອງ ວິລະບູລີ, ທ່ານ ຝູ ເຊຍເຊີນ ປະທານ LXML, ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML ພ້ອມດ້ວຍຫຼາຍພາກສ່ວນເຂົ້າຮ່ວມ. ການກັບຄືນມາຜະລິດຄໍາໃນຄັ້ງນີ້ ຈະຍືດອາຍຸການຂຸດຄົ້ນບໍ່ແຮ່ຂອງໂຄງການຄໍາ-ທອງເຊໂປນໄປອີກ 10 ປີຢ່າງຕໍ່າ ແລະ ຈະສືບຕໍ່ສ້າງວຽກເຮັດງານທໍາ ພ້ອມທັງສ້າງລາຍໄດ້ ກໍຄືປັບຊີວິດການເປັນຢູ່ຂອງຊຸມຊົນເຂດນັ້ນໃຫ້ດີຂຶ້ນ. LXML ຈະສືບຕໍ່ປະກອບສ່ວນໃສ່ ການພັດທະນາ-ເສດຖະກິດສັງຄົມຂອງ ສປປ ລາວ ໂດຍຄາດວ່າຈະຜະລິດແທ່ງຄໍາໃຫ້ໄດ້ປະມານ 250.000 ອອນສ໌ຕໍ່ປີ ພ້ອມທັງລົງທຶນໃສ່ວຽກງານສໍາຫຼວດຫຼາຍຂຶ້ນ ພ້ອມທັງຂະຫຍາຍໂຄງການອື່ນໆອີກ. ແຫຼ່ງຂໍ້ມູນຈາກ: ບໍລິສັດ ...
Read More »