ທາງລົດໄຟລາວ-ຈີນ ຊ່ວງຜ່ານຫຼວງນໍ້າທາ ສຳເລັດ 96%

ທ້າຍອາທິດຜ່ານມາ ຫ້ອງການບ້ານນາເຕີຍ, ເມືອງຫຼວງນໍ້າທາ, ແຂວງຫຼວງນໍ້າທາ ໄດ້ຈັດກອງປະຊຸມປຶກສາຫາລືການຈັດຕັ້ງປະຕິບັດແກ້ໄຂຜົນກະທົບການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານ ແຂວງຫຼວງນໍ້າທາ ເຂດບ້ານນາເຕີຍ ໂດຍການເປັນປະທານຂອງ ທ່ານ ຄຳໄຫຼ ສີປະເສີດ ຮອງເຈົ້າແຂວງໆຫຼວງນໍ້າທາຜູ້ຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ, ທ່ານ ນາງ ອຸ່ນຫຼ້າ ອ້ຽງລໍລາດ ຮອງປະທານສະພາປະຊາຊົນແຂວງຄະນະໄກ່ເກ່ຍຂັ້ນແຂວງ ແລະປະຊາຊົນຜູ້ຖືກຜົນກະທົບເຂົ້າຮ່ວມ.

ຄະນະໄກ່ເກ່ຍແກ້ໄຂຜົນກະທົບການກໍ່ສ້າງທາງລົດໄຟ ລາວ-ຈີນ ຊ່ວງຜ່ານແຂວງຫຼວງນໍ້າທາ ໄດ້ລາຍງານການຈັດຕັ້ງປະຕິບັດໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ເລີ່ມແຕ່ ບໍ່ເຕ່ນຊາຍແດນລາວ-ຈີນ ແຂວງຫຼວງນໍ້າທາ ຫາ ນະຄອນຫຼວງວຽງຈັນ ມີຄວາມຍາວທັງໝົດ 409 ກິໂລແມັດ, ໂດຍແລວທາງລົດໄຟໄດ້ຜ່ານ ແຂວງຫຼວງນໍ້າທາ 16,9 ກິໂລແມັດ, ໄດ້ກໍ່ສ້າງຂົວໃຫຍ່ຈຳນວນ 7 ແຫ່ງ, ເຈາະອຸໂມງ 3 ແຫ່ງ ແລະ ກໍ່ສ້າງເສົາຂົວທັງໝົດແມ່ນກໍ່ສ້າງສຳເລັດ 100%, ວາງຂາງຂົວສຳເລັດຈຳນວນ 313 ຂາງເທົ່າກັບ 93%, ການກໍ່ສ້າງ ທາງລົດໄຟລາວ-ຈີນ ສັນຍາທີ 1 ຊ່ວງ ຜ່ານແຂວງຫຼວງນໍ້າທາປະຈຸບັນສຳເລັດ ແລ້ວ 96%.

ໃນນັ້ນ ມີ 4 ບ້ານທີ່ຖືກຜົນກະທົບຈາກໂຄງການຄື: ບ້ານບໍ່ເຕ່ນ, ບ້ານບໍ່ປຽດ, ບ້ານຕີນຕົກ ແລະ ບ້ານນາເຕີຍ ມາເຖິງປະຈຸບັນປະຊາຊົນໄດ້ຮັບເງິນຊົດເຊີຍສິ່ງກີດຂວາງຈາກບໍລິສັດທາງລົດໄຟລາວ-ຈີນ ແລະ ຄະນະຄຸ້ມຄອງໂຄງການ, ກະຊວງໂຍທາທິການ ແລະຂົນສົ່ງຈຳນວນ 7 ງວດ ລວມເປັນເງິນທັງໝົດ 131 ຕື້ກວ່າກີບ ແລະ ໄດ້ເບີກຈ່າຍໃຫ້ປະຊາຊົນຈຳນວນ 218 ຄອບຄົວ ມີມູນຄ່າທັງໝົດ 100 ຕື້ກວ່າກີບ, ໃນຈໍານວນ 321 ຄອບຄົວ.

ຂໍ້ມູນ: ຂ່າວເສດຖະກິດ-ສັງຄົມ

Comments