ຕັກກະແຕນທີ່ລະບາດຢູ່ ແຂວງຜົ້ງສາລີ ໄດ້ຖືກກຳຈັດແລ້ວ…

ຈາກເຫດການ ການລະບາດຂອງຕັກແຕນຝູງໄມ້ປ່ອງ ຢູ່ເມືອງໃໝ່, ແຂວງຜົ້ງສາລີ ໃນວັນທີ 26 ມິຖຸນາ 2020 ຜ່ານມາ ທີ່ໄດ້ຮັບການລາຍງານຈາກຄະນະພັກ ແລະ ປະຊາຊົນບ້ານເພຍລໍໃໝ່ວ່າມີຕັກແຕນຝູງໄມ້ປ່ອງ ເຂົ້າທຳລາຍແນວປູກຕ່າງໆຂອງພໍ່ແມ່ປະຊົນ ຈຳນວນ 20 ຄອບຄົວ ໂດຍທໍາລາຍເນື້ອທີ່ການຜະລິດຂອງປະຊາຊົນໄປແລ້ວ 4,94 ເຮັກຕາ ຜົນຜະລິດເສຍຫາຍ 24 ລ້ານກວ່າກີບ. ເຊິ່ງໄດ້ສົ່ງຜົນກະທົບໂດຍກົງຕໍ່ພໍ່ແມ່ປະຊາຊົນ. ເຊິ່ງຂະແໜງການທີ່ກ່ຽວຂ້ອງ ກໍຄືຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ໄດ້ລົງແຈກຢາຍຢາສີດພົ່ນໃຫ້ກັບພໍ່ແມ່ປະຊາຊົນ ຈໍານວນ 1.000 ຖົງ, 1 ຖົງໃສ່ນ້ຳໄດ້ 20 ລິດ ແລະ ສາມາດສີດໄດ້ໃນເນື້ອທີ່ ປະມານ 0,3 ເຮັກຕາ ແລະ ກໍໄດ້ນຳພາພໍ່ແມ່ປະຊາຊົນລົງພົ່ນສີດຕາມຫຼັກການບ່ອນທີ່ມີຝູງຕັກແຕນຈຳນວນຫຼວງຫຼາຍ.

ໃນປັດຈຸບັນ ຈາກສູນປ້ອງກັນພືດ ກົມປູກຝັງ ກະຊວງ​ກະສິກຳ ​ແລະ ​ປ່າໄມ້​ ໄດ້ແຈ້ງໃຫ້ຮູ້ວ່າ ໄດ້ກຳຈັດຝູງຕັກກະແຕນເຫຼົ່ານັ້ນເປັນທີ່ຮຽບຮ້ອຍແລ້ວ.

ແຫຼ່ງຂໍ້ມູນ: https://m.facebook.com/story.php?story_fbid=287523005829251&id=100037146621193

Comments