ມາຮູ້ຈັກ!!! 3 Platform Google ທີ່ຊ່ວຍໃນການເຮັດທຸລະກິດ SME…

1 Google My Business

ເພື່ອຕອບໂຈດ Customer Journey ນັບຕັ້ງແຕ່ການຄົ້ນຫາຈົນໄປຮອດການປິດການຂາຍ ໂດຍ 3 ພື້ນທີ່ທີ່ Google My Business ສະໜັບສະໜຸນຄື:

– ອັບເດດ profile ທຸລະກິດຂອງຕົນເອງເຊັ່ນ: ບ່ອນຢູ່, ເບີໂທຕິດຕໍ່,​ ເວັບໄຊ້, ເວລາເປີດ-ປິດ ໂດຍພົບວ່າຈະເປີດໂອກາດໃຫ້ຜູ້ບໍລິໂພກຄົ້ນພົບ ແລະ ຄຣິກເບິ່ງລາຍລະອຽດເພີ່ມຂຶ້ນ 7 ເທົ່າ,  ໂດຍສະເພາະ ເພີ່ມຮູບພາບທີ່ຈະຊ່ວຍໃຫ້ການຄົ້ນຫາທຸລະກິດ ແລະ ຮ້ານອາຫານຕ່າງໆ ມີຄວາມສົນໃຈຫຼາຍຂຶ້ນ ນຳຜູ້ບໍລິໂພກໄປສູ່ການໃຊ້  Google Maps ເພືີ່ອນຳມາຮູ້ຈັກຮ້ານເພີ່ມຂຶ້ນເຖິງ 42%.

– ສ້າງ Engagement  ຜູ້ປະກອບການສາມາດສ້າງໂພສເພື່ອປະກາດໃຫ້ຜູ້ບໍລິໂພກຮັບຮູ້ເຖິງການຈັດໂປຣໂມຊັ່ນ ລວມທັງມີຟີເຈີ Messaging  ໃຫ້ສົນທະນາກັນໄດ້ ຫຼ້າສຸດເພີ່ມຟີເຈີໃໝ່ “Book Online” ຮອງຮັບທຸລະກິດທີ່ໃຫ້ບໍລິການ Online Booking.

– ເປີດຕົວບໍລິການໃໝ່ ເຊື່ອມຕໍ່ກັບການບໍລິການ Delivery ແລະ Take Home ເຊິ່ງຈະເຮັດໃຫ້ຮ້ານຂອງຜູ້ປະກອບການໄດ້ຮັບຄວາມສົນໃຈຈາກຜູ້ບໍລິໂພກຫຼາຍຂຶ້ນ.

2 Market Finder

ໜຶ່ງໃນ  Insights ຂອງຜູ້ປະກອບການທຸລະກິດຂະໜາດກາງ ແລະ ຂະໜາດນ້ອຍ ຄືຢາກຂະຫຍາຍໄປຕະຫຼາດຕ່າງປະເທດ ແຕ່ເປັນທີ່ຮູ້ກັນດີວ່າມັນບໍ່ແມ່ນເລື່ອງງ່າຍ ເພາະວັດທະນະທຳ, Lifestyle ແລະ ພຶດຕິກຳຂອງຜູ້ບໍລິໂພກແຕ່ລະປະເທດຍ່ອມແຕກຕ່າງກັນ. ດັ່ງນັ້ນ, ຫົວໃຈສຳຄັນຂອງການເຂົ້າໄປສ້າງຕະຫຼາດໃນປະເທດນັ້ນໆໄດ້ ຕ້ອງຢູ່ທີ່ການມີຖານຂໍ້ມູນຕະຫຼາດ ແລະ Insights ເພື່ອຮູ້ຄວາມຕ້ອງການຂອງຜູ້ບໍລິໂພກທ້ອງຖິ່ນ ໂດຍພົບວ່າ:

– 60% ຂອງທຸລະກິດບໍ່ຮູ້ວ່າຈະຂະຫຍາຍຖານຕະຫຼາດແບບໃດ

– 83% ຂອງທຸລະກິດມັກຈະຕິດບັນຫາດ້ານຂະບວນການສົ່ງອອກ

ດັ່ງນັ່ນ, Google ຈຶ່ງໄດ້ພັດທະນາ “Market Finder” ເຄື່ອງມືທີ່ຈັດກຽມ Insights  ແລະ Solution ແບບ End-to-End ທີ່ວິເຄາະເທຣນ ແລະ ການຄົ້ນຫາຕ່າງໆຜ່ານ Google Trends, Google Web Search, Image Search, News Search, Google Shopping ແລະ YouTube Search ໂດຍສະໝັກຜ່ານ g.co/marketfinder.

3 Grow With Google 

Platform ແບບຮວບຮວມການ Training ຄວາມຮູ້ຕ່າງໆ Tools ແລະ Resources  ຟຣີ ເພື່ອພັດທະນາທັກສະ, ອາຊີບ ແລະ ທຸລະກິດ ໃຫ້ກັບບຸກຄົນທົ່ວໄປ ແລະ ຜູ້ປະກອບການທຸລະກິດ ໂດຍເຂົ້າໄປທີ່ g.co/growthailand

ຫຼ້າສຸດເປີດ “Primer” Application ທີ່ຊ່ວຍໃຫ້ຜູ້ໃຊ້ງານຮຽນຮູ້ທຸລະກິດ ແລະ ການຕະຫຼາດ ຜ່ານບົດຮຽນສັ້ນໆ ໃນເວລາບໍ່ເກີນ 5 ນາທີ ເພື່ອໃຫ້ສາມາດນຳຄວາມຮູ້ ແລະ ທັກສະທາງ Digital ໄປໃຊ້ຮ່ວມກັບທຸລະກິດໃຫ້ເກີດການປ່ຽນແປງ ແລະ ເຕີຍໃຫຍ່ຢ່າງຕໍ່ເນື່ອງ ພາຍໃຕ້ຫົວຂໍ້ຕ່າງໆ ຕາມຜູ້ປະກອບການ SME ໃຫ້ຄວາມສົນໃຈ ບໍ່ວ່າຈະເປັນການເຮັດທຸລະກິດໃນສະພາວະທີ່ມີການປ່ຽນແປງຢ່າງຕໍ່ເນື່ອງ ການເວັ້ນໄລຍະຫ່າງທາງສັງຄົມ ແະ ຂໍ້ຄວນປະຕິບັດຕ່າງໆ ເຊັ່ນ: ຮຽນຮູ້ການປັບຕົວໃຫ້ເຂົ້າກັບສະຖານະການ New Normal ຄວບຄຸມທັງຄວວາມຮູ້ດ້ານ Digital Marketing, ສ້າງຄວາມເຂົ້າໃຈກັບລູກຄ້າໃຫ້ດີຍິ່ງຂຶ້ນ ແລະ ແນວທາງການສ້າງເນື້ອໃນ.

ແຫຼ່ງຂໍ້ມູນ: <iframe src=”https://www.facebook.com/plugins/post.php?href=https%3A%2F%2Fwww.facebook.com%2FMarketingOopsdotcom%2Fposts%2F10156966054762610&width=500″ width=”500″ height=”572″ style=”border:none;overflow:hidden” scrolling=”no” frameborder=”0″ allowTransparency=”true” allow=”encrypted-media”></iframe>

Comments