ປະເທດ ບອດສວານາ (Botswana)ພົບຊ້າງປ່າຕາຍ 350 ໂຕ ພາຍໃນເວລາ 1 ເດືອນ

ໃນວັນທີ 2 ກໍລະກົດ ລາຍງານຄວາມຄືບໜ້າວິກິດຊ້າງປ່າ ລົ້ມຕາຍປິດສະຖາມໃນປະເທດ ບອດສວານາ (Botswana) ໜຶ່ງໃນປະເທດທີ່ຢູ່ໃນ ອາຟຣິກາໃຕ້ ວ່າ: ສຳນັກງານກູ້ໄພອຸທິຍານແຫ່ງຊາດ ບອດສວານາ ເປີດເຜີຍວ່າ ພົບຊາກສ້າງປ່າຕາຍບໍລິເວນດິນດອນສາມຫຼ່ຽມປາກແມ່ນໍ້າໂອຄາວັງໂກ ແລະ ພື້ນທີ່ທາງຕອນເໜືອ ເພີ່ມຂຶ້ນອີກຢ່າງນ້ອຍ 181 ໂຕ.

ສົ່ງຜົນໃກ້ຍອດສະສົມການຕາຍຂອງຊ້າງປ່າຕັ້ງແຕ່ເດືອນ ພຶດສະພາຜ່ານມາ ມີປະມານ 350 ໂຕ ແລະ ເພີ່ມຂຶ້ນເກືອບ 2 ເທົ່າໃນຊ່ວງກາງເດືອນ ມິຖຸນາ ໂດຍ70% ແມ່ນພົບຊ້າງຕາຍໃກ້ກັບແຄມນໍ້າ. ເບື້ອງຕົ້ນລັດຖະບານຍັງບໍ່ເປີດເຜີຍ ຜົນການກວດສອບຊາກຊ້າງວ່າໄດ້ຮັບສານພິດ ຫຼືເປັນໂລກຢ່າງໃດກໍຕາມ ເຈົ້າໜ້າທີ່ຕັດຂໍ້ສັນນິຖານວ່າຊ້າງເຫຼົ່ານີ້ອາດຈະປ່ວຍດ້ວຍພະຍາດ ແອນແທຣກ (​Anthrax).

ດຣ. ໄນອອລ ແມັກແຄນ (Niall McCann) ຜູ້ອຳນວຍການສຳນັກງານກູ້ໄພອຸດທະຍານແຫ່ງຊາດ ບອດສວານາ (Botswana) ກ່າວວ່າ ເປັນການຕາຍເປັນຝູງຄັ້ງນີ້ເປັນສິ່ງໂຫດຮ້າຍທີ່ສຸດ ເພາະນອກຈາດການຕາຍຍ້ອນຄວາມແຫ້ງແລ້ງແລ້ວ ລາວບໍ່ເຄີຍເຫັນຈຳນວນຊ້າງລົ້ມຕາຍຫຼາຍຂະໜາດນີ້ມາກ່ອນ.

ປະຊາຊົນທີ່ພົບເຫັນເຫດການແຈ້ງເຂົ້າມາວ່າຊ້າງຫຼາຍໂຕຍ່າງເປັນວົງມົນ ຄາດວ່າລະບົບປະສາດເກີດຄວາມບົກພ່ອງ ແລະ ອາດຈະມີສາເຫດມາຈາກໂຮກ ຫຼືສານພິດ, ຊ້າງບາງໂຕລົ້ມຂວໍ້າໜ້າແລ້ວຕາຍ ສິ່ງນັ້ນໝາຍຄວາມວ່າມັນຕາຍຢ່າງກະທັນຫັນ ໃນຂະນະທີ່ບາງໂຕ ໃຊ້ເວລາຢ່າງຊ້າໆກ່ອນທີ່ຈະລົ້ມຕາຍ ຄືກັນກັບໂຕທີ່ຍ່າງວົນໄປມາຫຼາຍໆຮອບ ຈຶ່ງເປັນສິ່ງທີ່ຍາກທີ່ຈະບອກວ່າມັນຖືກສານພິດ ຫຼືບໍ່.

ທາງດ້ານ ດຣ. ໄຊຣິລ ທາໂອໂລ ຮັກສາການກະຊວງສັດປ່າ ແລະ ອະທະຍານແຫ່ງຊາດ ກ່າວວ່າຮູ້ເຖິງບັນຫາຊ້າງຕາຍ ທາງການຢືນຢັນການຕາຍຂອງຊ້າງ 280 ໂຕ ທີ່ໄດ້ຮັບແຈ້ງ ແລະ ກຳລັງເລັ່ງກວດສອບຊາກຊ້າງທີ່ຍັງເຫຼືອພ້ອມລະບຸວ່າ ສະຖານະການ Covid-19 ເຮັດໃຫ້ຂະບວນການກວດສອບມີຄວາມລ້າຊ້າ ເນື່ອງຈາກທາງການຕ້ອງສົ່ງຜົນປະເມີນໄປຕ່າງປະເທດ.

ແຫຼ່ງຂໍ້ມູນ: <iframe src=”https://www.facebook.com/plugins/post.php?href=https%3A%2F%2Fwww.facebook.com%2Fkhaosod%2Fposts%2F5057697704247148&width=500″ width=”500″ height=”493″ style=”border:none;overflow:hidden” scrolling=”no” frameborder=”0″ allowTransparency=”true” allow=”encrypted-media”></iframe>

Comments