ອິນເດຍແບນແອັບຂອງຈີນ ຫຼາຍກ່ວາ 50 ລາຍການ…

ຄົນຫຼາຍລ້ານຄົນປ່ຽນຈາກການໃຊ້ແອັບ TikTok ໄປໃຊ້ Application ທ້ອງຖິ່ນຫຼັງຈາກທີ່ອິນເດຍແບນແອັບຂອງຈີນ. ປະຊາກອນອິນເດຍຫຼາຍລ້ານຄົນໄດ້ເຂົ້າຮ່ວມ Platform Social Media ຂອງອິນເດຍ ຫຼັງຈາກທີ່ລັດຖະບານຫ້າມການໃຊ້ງານແອັບຈີນຈໍານວນຫຼາຍ ລວມເຖິງແອັບ TikTok ໃນທ່າມກາງຄວາມຕຶງຄຽດທີ່ເພີ່ມຂຶ້ນ. ການແບນເກີດຂືຶ້ນເມື່ອອິນເດຍ ເພີ່ມແຮງກົດດັນທາງດ້ານເສດຖະກິດຕໍ່ຈາກຈີນ ຫຼັງການສູ້ຮົບບໍລິເວນຊາຍແດນໃນເດືອນຜ່ານມາ ເຮັດໃຫ້ມີທະຫານອິນເດຍ 20 ຄົນເສຍຊີວິດ.

ເຊິ່ງແອັບທີ່ຖືກແບນ ລວມມີ 59 ລາຍການ ໃນນັ້ນມີແອັບTikTok, Helo, ikee ແລະ ອື່ນໆ.

ໂດຍເຈົ້າໜ້າທີ່ກ່າວຫາວ່າພວກເຂົາໄດ້ສ້າງກິດຈະກຳທີ່ “ອັກຄະຕິ” ຕໍ່ “ອຳນາດອະທິປະໄຕ ແລະ ຄວາມຊື່ສັດຂອງອິນເດຍ”. ນາຍົກລັດຖະມົນຕີ Narendra Modi ຜູ້ມີ Profile Social Media ໃນ Platform ຂອງ Weibo ກໍໄດ້ປິດບັນຊີຂອງຕົນເອງລົງເຊັ່ນກັນ.

ປາຊາກອນປະມານ 1,3 ພັນລ້ານຄົນໃນປະເທດອິນເດຍເປັນຕະຫຼາດສຳຄັນສຳຫຼັບຜູ້ຫຼິ້ນອິນເຕີເນັດທົ່ວໂລກ ແລະ  Platform ແອັບທີ່ໃຊ້ງານໃນ Sharechat ແລະ Roposo ກ່າວວ່າ ພວກເຂົາໄດ້ເຫັນຜູ້ໃຊ້ລາຍໃໝ່ເພີ່ມຂຶ້ນຢ່າງຫຼວງຫຼາຍ ນັບຕັ້ງແຕ່ວັນຈັນທີ່ຜ່ານມາ. Sharechat ກ່າວໃນຖະແຫຼງການວ່າ  Platform  ຂອງບໍລິສັດ ມີການດາວໂລກໃໝ່ 15 ລ້ານຄັ້ງ ຄິດໄລ່ເປັນເຄິ່ງລ້ານຕໍ່ທຸກໆ 30 ນາທີ ໃນ 48 ຊົ່ວໂມງ ຫຼັງການແບນແອັບຂອງຈີນ ຕອນນີ້ມີຜູ້ລົງທະບຽນຢ່າງນ້ອຍ 150 ລ້ານຄົນ.

ແຫຼ່ງຂໍ້ມູນ: <iframe src=”https://www.facebook.com/plugins/post.php?href=https%3A%2F%2Fwww.facebook.com%2Ftribuneglobal%2Fposts%2F1353844108142734&width=500″ width=”500″ height=”655″ style=”border:none;overflow:hidden” scrolling=”no” frameborder=”0″ allowTransparency=”true” allow=”encrypted-media”></iframe>

Comments