General

ປີ 2020 ນີ້ ກະຊວງກະສິກຳ ແລະ ປ່າໄມ້ ຈະປ່ອຍປາ 55 ລ້ານໂຕ ລົງສູ່ແມ່ນ້ຳທຳມະຊາດ…

ປີ 2020 ນີ້, ກະຊວງກະສິກຳ ແລະ ປ່າໄມ້ ຈະປ່ອຍປາລົງສູ່ແມ່ນ້ຳທຳມະຊາດ, ໜອງ, ບຶງ, ອ່າງເກັບນ້ຳ ບໍ່ໃຫ້ຫລຸດ 55 ລ້ານໂຕ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແກ່ແມ່ນ້ຳສາຍຕ່າງໆ ແລະ ລະບົບນິເວດ. ໃນຂະນະທີ່ປີຜ່ານມາ ໄດ້ປ່ອຍປາລົງສູ່ແມ່ນ້ຳທຳມະຊາດ, ອ່າງເກັບນ້ຳ, ບຶງ ແລະ ໜອງ ຫຼາຍກວ່າ 50 ລ້ານໂຕ. ທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 9 ກໍລະກົດນີ້ວ່າ: ວັນທີ 13 ກໍລະກົດ ທຸກປີເປັນວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ແລະ ເປັນວັນທີ່ມີຄວາມໝາຍທາງປະຫວັດສາດຄື: ວັນເກີດຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ, ເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນໃຫ້ມີສະຕິຮັກ ແລະ ຫວງແຫນສັດນ້ຳ-ສັດປ່າ ແລະ ອື່ນໆ. ສຳລັບປີນີ້, ໄດ້ຊຸກຍູ້ພະນັກງານວິຊາການປະຈຳບັນດາສະຖານີຜະລິດລູກປາຂອງລັດ, ເອກະຊົນ ແລະ ຄອບຄົວຜະລິດລູກປາ ເພື່ອຕອບສະໜອງໃຫ້ແກ່ການປ່ອຍປາຢ່າງພຽງພໍ ແລະຕາມແຜນແລ້ວ, ໃນທົ່ວປະເທດຈະປ່ອຍປາລົງແມ່ນໍ້າທໍາມະຊາດບໍ່ໃຫ້ຫລຸດ ...

Read More »

ສະຫະປະຊາຊາດ ຄາດການວ່າ ໂລກຂອງເຮົາຈະຮ້ອນຂື້ນອີກ ໃນ 5 ປີທາງໜ້າ…

 ອົງການ ອຸຕຸນີຍົມ ວິທະຍາໂລກ ຫລື WMO ເປັນໜ່ວຍງານ ຂອງສະຫະປະຊາຊາດ ຄາດວ່າສະພາບອາກາດ ໃນໄລຍະ 5 ປີ ຕໍ່ໜ້າ ໂລກຈະມີອຸນຫະພູມເພີ່ມຂຶ້ນສູງກວ່າລະດັບ ກ່ອນຍຸກອຸດສາຫະກຳຢ່າງໜ້ອຍ 1 ອົງສາ ໃນທຸກໆ 5 ປີ ຖັດໄປ ແລະ ອາດຈະເພີ່ມຂຶ້ນເຖິງ 20% ໃນປີໃດປີໜຶ່ງ.   ໃນຊຸມປີຜ່ານມາ, ສະພາບອາກາດ ແມ່ນຮ້ອນຂຶ້ນຫລາຍທີ່ສຸດ ແລະ ຄາດວ່າ ໃນລະຫວ່າງ ປີ2020-2024 ອຸນຫະພູມໃນໂລກຈະເພີ່ມຂຶ້ນຈາກ 0,91 ຫາ 1,59 ອົງສາ. ນອກຈາກນີ້, ທ່ານເລຂາ WMO ຍັງກ່າວວ່າ ຜົນການສຳຫລວດໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມທ້າທາຍອັນຍິ່ງໃຫຍ່ ໃນການບັນລຸເປົ້າໝາຍຂໍ້ຕົກລົງປາຣີ ວ່າດ້ວຍການປ່ຽນແປງສະພາບພູມອາກາດທີ່ກຳນົດໄວ້ເພື່ອຄວບຄຸມບໍ່ໃຫ້ໂລກມີອຸນຫະພູມເພີ່ມຂຶ້ນສູງກວ່າລະດັບຍຸກກ່ອນອຸດສາຫະກຳ ເກີນ 2 ອົງສາ. ແຫຼ່ງຂໍ້ມູນ: ຂປລ

Read More »

ການປຸກສ້າງເຮືອນຖາວອນໃຫ້ຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ ສໍາເລັດພຽງ 30-40%…

ຈາກເຫດການສັນເຂື່ອນອ່າງເກັບນໍ້າສໍາຮອງ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກຢູ່ເມືອງສະຫນາມໄຊ, ແຂວງອັດຕະປື ວັນທີ 23 ກໍລະກົດ 2018 ຜ່ານມາ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ກັບປະຊາຊົນພາຍໃນພື້ນທີ່ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 71 ຄົນ, ປະຊາຊົນ 6 ບ້ານໄດ້ຮັບຜົນກະທົບ 100% ແລະ ອີກ 13 ບ້ານໄດ້ຮັບຜົນກະທົບໃນລະດັບເບົາ ຫາ ປານກາງ. ປັດຈຸບັນ, ການປຸກສ້າງເຮືອນຖາວອນໃຫ້ປະຊາຊົນຜູ້ປະສົບໄພພິບັດ ເຊິ່ງມີແຜນສ້າງທັງໝົດ 802 ຫລັງ ສຳເລັດແລ້ວປະມານ 30-40% ຂອງແຜນການ. ໃນນັ້ນເຮືອນຈຳນວນ 102 ຫລັງ ແມ່ນໄດ້ຮັບທຶນຊ່ວຍເຫລືອລ້າຈາກປະຊາຊົນໄທ ແລະ ອົງການ UN-HABITAT ແລະ ອີກ 700 ຫລັງ ແມ່ນນຳໃຊ້ທຶນຈາກບໍລິສັດພັດທະນາເຂື່ອນເຊປຽນ-ເຊນ້ຳນ້ອຍ. ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ໃນໂອກາດເຄື່ອນໄຫວເຮັດວຽກຢູ່ ແຂວງອັດຕະປື ແລະ ໄດ້ໄປເບິ່ງຕົວຈິງສະຖານທີ່ກໍ່ສ້າງເຮືອນຖາວອນໃຫ້ຜູ້ປະສົບໄພພິບັດດັ່ງກ່າວ ທີ່ເມືອງສະຫນາມໄຊ ເມື່ອບໍ່ດົນມານີ້ວ່າ: ສາເຫດທີ່ເຮັດໃຫ້ການກໍ່ສ້າງມີຄວາມຫລ້າຊ້າ ເນື່ອງຈາກຫລາຍປັດໄຈ ເປັນຕົ້ນແມ່ນ: ແບບເຮືອນ, ເຊິ່ງຜູ້ໜຶ່ງມັກແບບໜຶ່ງ ຜູ້ໜຶ່ງມັກອີກແບບໜຶ່ງ ...

Read More »

ມາເບິ່ງວ່າ ໜັງສືຜ່ານແດນ (Passport) ປະເທດໃດໄປໄດ້ຫຼາຍປະເທດທີ່ສຸດໃນໂລກໂດຍບໍ່ຈຳເປັນຕ້ອງຂໍວີຊາ…

ການຈັດອັນດັບ ໜັງສືຜ່ານແດນ (Passport) ທີ່ສາມາເດີນທາງໄປໄດ້ຫຼາຍປະເທດໂດຍບໍ່ຕ້ອງຂໍວີຊາ ລວມມີ 66 ອັນດັບ. ມາຮູ້ຈັກ ອັນດັບທີ 1 ຫາ ອັນດັບທີ 5 ຂອງໜັງສືຜ່ານແດນທີ່ສາມາດໄປໄດ້ຫຼາຍປະເທດທີ່ສຸດໃນໂລກ ລວມມີດັ່ງລຸ່ມນີ້: ອັນດັບ 1 ໜັງສືຜ່ານແດນທີ່ສາມາດເດີນໄປໄດ້ທັງໝົດ 117 ປະເທດທົ່ວໂລກ ລວມມີໜັງສືຜ່ານແດນຂອງ 2 ປະເທດຄື: – ປະເທດຍີ່ປຸ່ນ (JAPAN) – ປະເທດນິວຊີແລນ NEW ZEALAND   ອັນດັບ ທີ 2 ໜັງສືຜ່ານແດນທີ່ສາມາດເດີນໄປໄດ້ທັງໝົດ 116 ປະເທດທົ່ວໂລກ ລວມໜັງສືຜ່ານແດນຂອງມີ 6 ປະເທດຄື: – ປະເທດຟິນແລນ (FINLAND) – ປະເທດອອສເຕຣຍ (AUSTRIA) – ປະເທດລັກເຊມເບີກ ຊີຕີ (LUXEMBOURG) – ປະເທດເກົາຫຼີໃຕ້ (SOUTH KOREA) – ປະເທດຊະວິດເຊີແລນ (SWITZERLAND) – ປະເທດໄອຣ໌ແລນ (IRELAND) – ປະເທດອົດສະຕາລີ ...

Read More »

ຝົນຕົກໜັກເລື້ອຍໆ ຍີ່ປຸ່ນສັ່ງປະຊາກອນ 2 ແສນຄົນ ອົບພະຍົບ…

ວັນທີ 8 ກໍລະກົດ ຍີ່ປຸ່ນຍັງພົບກັບສະພາບອາກາດທີ່ມີຝົນຕົກຢ່າງຕໍ່ເນື່ອງບໍລິເວນພື້ນທີ່ພາກກາງ ແລະ ຕໍ່ເນື່ອງຈາກພາກໃຕ້ ທີ່ໄດ້ເຮັດໃຫ້ເກີດນໍ້າຖ້ວມ ແລະ ດິນເຈື່ອນຢ່າງຮຸນແຮງ ຈົນມີຜູ້ເສຍຊີວິດແລ້ວຢ່າງນ້ອຍ 55 ຄົນ. ສຳນັກງານອຸຕຸນິຍົມວິທະຍາ ເຕືອນໄພ ແຂວງ ກິຟຸ ແລະ ແຂວງ ນາງາໂນະ ວ່າ ມີຝົນຕົກໜັກ ພ້ອມທັງຈະເຮັດໃຫ້ລະດັບນໍ້າເພີ່ມສູງຂຶ້ນ ເຊິ່ງມີຄວາມສ່ຽງສູງໃນການຈະເກີດດິນເຈື່ອນ ແລະ ນ້ຳຖ້ວ ອີກຄັ້ງ ເຊິ່ງທາງການມີຄຳສັ່ງໃຫ້ປະຊາຊົນຈຳນວນ 219,000 ຄົນ ທີ່ອາໄສຢູ່ ແຂວງ ກິຟຸ ອົບພະຍົບອອກຈາກພື້ນທີ່ສ່ຽງໄພ. ຊາກອາຄານ, ເສດໄມ້ ແລະ ເສດເຫຼັກ ທີ່ຖືກເຈື່ອນ ແລະ ຖືກນ້ຳພັດເຊາະ ກອງກັນກະຈາຍຕາມຖະໜົນຫົນທາງ ຢູ່ທີ່ ເມືອງ ຄຸມາມູຣະ, ແຂວງ ຄຸມາໂມໂຕະ ດ້ານເຈົ້າໜ້າທີ່ກູ້ໄພຫຼາຍກວ່າ 38 ຄົນ ພະຍາຍາມຄົ້ນຫາຜູ້ທີ່ອາດຈະລອດຊີວິດ ທີ່ຕິດຢູ່ຕາມຊາກອາຄານທີ່ຖືກດິນເຈື່ອນ ແລະ ນໍ້າຖ້ວມ ໃນພາກໃຕ້ ໂດຍສະເພາະທີ່ ແຂວງ ຄຸມາໂມໂຕະ. ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຊິນໂຊ ...

Read More »

ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X…

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຂຶ້ນໃນວັນທີ 8 ກໍລະກົດ 2020 ນີ້, ໃຫ້ກຽດປາຖະກະຖາ ໂດຍ ສະຫາຍ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຮອງລັດຖະມົນຕີ, ພະນັກງານຫລັກແຫລ່ງ, ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນເຂົ້າຮ່ວມ. ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ຍົກໃຫ້ເຫັນກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມຄົບ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, 8, 9 ສະໄໝທີ X ຕິດພັນກັບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ, ເງິນຕາປະຈໍາໄຕມາດ 1 ປີ 2020 ແລະ ທິດທາງໃນຕໍ່ໜ້າ. ການກະກຽມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ທິດປັບປຸງກົງຈັກລັດຖະບານ. ນອກຈາກນີ້, ຍັງຍົກໃຫ້ເຫັນເຖິງ ສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດທີ່ຜ່ານມາ ແລະ ...

Read More »

ເມືອງ Wuhan ຂອງຈີນໄດ້ຍົກສູງລະດັບການປ້ອງກັນໄພນໍ້າຖ້ວມ ຢູ່ໃນລະດັບສູງສຸດເປັນອັນດັບສອງ…

ໃນວັນທີ 6 ກໍລະກົດ ເມືອງ Wuhan, ເມືອງເອກຂອງແຂວງ Hubei ທາງພາກກາງຂອງຈີນ ໄດ້ຍົກລະດັບການຕອບໂຕ້ສຸກເສີນ ສຳລັບການຄວບຄຸມ ແລະ ປ້ອງກັນໄພນໍ້າຖ້ວມ ຈາກຊັ້ນ 3 ເຖິງຊັ້ນ 2, ເຊິ່ງເປັນລະດັບສູງສຸດເປັນອັນດັບສອງຂອງລະບົບ 4 ຊັ້ນ. ເນື່ອງຈາກມີຝົນຕົກແຮງໃນທົ່ວເມືອງໄລຍະສອງມື້ທີ່ຜ່ານມາ, ເຊິ່ງເຮັດໃຫ້ຖະໜົນຫົນທາງຖືກນໍ້າຖ້ວມ ແລະ ລະດັບນໍ້າເກີນລະດັບເຕືອນໄພໃນບາງບ່ອນ. ນອກຈາກນັ້ນ, ພະຍຸຝົນຕົກໜັກ ຄາດວ່າຈະຍັງຄົງສືບຕໍ່ຕົກຢູ່ເລື້ອຍໆ. ໃນການສັງເກດສະພາບການໃນປະຈຸບັນ, ສຳນັກງານຄວບຄຸມໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງໃນເມືອງ ໄດ້ປະກາດ ໃນຕອນເຊົ້າຂອງວັນຈັນທີ່ຜ່ານມາວ່າ ຈະເພີ່ມລະດັບການປ້ອງກັນສຸກເສີນສຳຫຼັບໄພນໍ້າຖ້ວມ ແລະ ຈະລະບາຍນໍ້າໃຫ້ສູງທີ່ສຸດເປັນອັນດັບສອງ. ຝົນຕົກໜັກ ໄດ້ສົ່ງຜົນກະທົບຕໍ່ພື້ນທີ່ສ່ວນໃຫຍ່ຂອງຈີນ, ໂດຍສະເພາະຕໍ່ປະຊາຊົນຫຼາຍລ້ານຄົນ ແລະ ກໍ່ໃຫ້ເກີດການສູນເສຍທາງດ້ານເສດຖະກິດຢ່າງຫຼວງຫຼາຍ. ໃນວັນອາທິດທີ່ຜ່ານມາ ຫລາຍພື້ນທີ່ໃນແຂວງ, ລວມທັງເມືອງ Hubei, Anhui ແລະ Hunan ໄດ້ຍົກສູງລະດັບການປ້ອງກັນໄພນໍ້າຖ້ວມ ຍ້ອນຄາດວ່າຝົນຈະຕົກແຮງ ເຊິ່ງຈະເຮັດໃຫ້ລະດັບນໍ້າໃນແມ່ນໍ້າ ແລະ ໜອງ ໃນທ້ອງຖິ່ນເພີ່ມຂື້ນຢ່າງຕໍ່ເນື່ອງ. ແຫຼ່ງຂໍ້ມູນ: http://www.xinhuanet.com/english/2020-07/06/c_139192006.htm

Read More »

ຜູ້ຊ່ຽວຊານ ຢູເອັນ (United Nation) ປະກາດເຕືອນ ພະຍາດທີ່ເກີດຈາກສັດສູ່ຄົນເພີ່ມຂຶ້ນຫຼາຍ…

ໃນວັນທີ 7 ເດືອນກໍລະກົດ ຜ່ານມາ, ບັນດາຜູ້ຊ່ຽວຊານຂອງສະຫະປະຊາຊາດ ຫລືຢູເອັນ (United Nation) ປະກາດເຕືອນເຖິງໄພອັນຕະລາຍ ຈາກພະຍາດຕິດເຊື້ອຈາກສັດສູ່ຄົນກຳລັງເພີ່ມຂື້ນ ແລະ ມີທ່າອຽງ ຈະເພີ່ມຂື້ນອີກ ຖ້າຫາກຍັງບໍ່ມີມາດຕະການ ຄຸ້ມຄອງສັດປ່າ ແລະ ອະນຸລັກສິ່ງແວດລ້ອມ. ຊ່ຽວຊານລະບຸວ່າ  ຜູ້ຕິດເຊື້ອຈາກສັດສູ່ຄົນເພີ່ມຂຶ້ນຫຼາຍ ເປັນຕົ້ນແມ່ນພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດຢູ່ທົ່ວໂລກໃນປັດຈຸບັນ, ຍ້ອນຄວາມຕ້ອງການໂປຣຕີນຈາກຊິ້ນສັດເພີ່ມຂຶ້ນ, ຂະແໜງການກະສິກຳ ບໍ່ມີຄວາມໝັ້ນຄົງ ແລະ ບັນຫາສະພາບອາກາດໃນໂລກຮ້ອນຂຶ້ນ. ພະຍາດຕິດເຊື້ອດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊິວິດຢູ່ໃນບັນດາປະເທດທ່ີມີລາຍຮັບຕ່ຳ ແລະ ປານກາງ ເຖິງ  2 ລ້ານຄົນຕໍ່ປີ ແລະ ຄາດວ່າພະຍາດໂຄວິດ-19  ຈະສ້າງຄວາມເສຍຫາຍໃຫ້ແກ່ ເສດຖະກິດໂລກເພີ່ມສູງຂຶ້ນ ເຖິງ 9 ລ້ານໂດລາສາະຫລັດໃນໄລຍະໄລຍະ 2 ປີຕໍ່ໜ້າ. ກ່ອນໜ້ານີ້ ໂລກໄດ້ປະສົບກັບພະຍາດຕິດເຊື້ອຈາກສັດສູ່ຄົນມາແລ້ວບໍ່ວ່າຈະເປັນພະຍາດ ອີໂບລາ, ໄຂ້ສະໝອງອັກເສບຈາກເຊື້ອໄວຣັສ ເວັສໄນ ແລະ ພະຍາດທາງເດີນຫາຍໃຈ ຫລືພະຍາດ ຊາຣ ຢ່າງຮຸນແຮງ. ນອກຈາກນີ້, ຜູ້ຊ່ຽວຊານຢູເອັນຍັງໄດ້ສະເໜີວິທີທາງການປ້ອງກັນ ບໍ່ໃຫ້ເກີດພະຍາດລະບາດຈາກສັດສູ່ຄົນ ດ້ວຍການບໍລິຫານຈັດການທີ່ດິນແບບຍືນຍົງ, ຟື້ນຟູຄວາມຫລາກຫລາຍທາງຊີວະພາບ ແລະ ເພີ່ມການລົງທຶນເຂົ້າໃນການຄົ້ນຄວົ້າວິໄຈທາງວິທະຍາສາດໃຫ້ຫລາຍຂື້ນ. ແຫຼ່ງຂໍ້ມູນ: ຂປລ

Read More »

ປະທານາທິບໍດີປະເທດບຣາຊິວ ກວດເຊື້ອພະຍາດCovid-19 ເປັນບວກ…

ປະທານາທິບໍດີບຣາຊິວ ທ່ານ Jair Bolsonaro ອາຍຸ 65 ປີ, ເປີດເຜີຍຕໍ່ສື່ໃນວັນອັງຄານຜ່ານມາວ່າ ມີຜົນການກວດເຊື້ອພະຍາດ Covid-19 ເປັນບວກ (ຕິດຕິດເຊື້ອ Covid-19) ຫຼັງຈາກທີ່ຕົນເອງເລີ່ມຮູ້ສຶກບໍ່ສະບາຍຕັ້ງແຕ່ວັນອາທິດທີ່ຜ່ານມາ, ເຊິ່ງໄດ້ຢືນຢັນວ່າອາການໂດຍລວມໃນປັດຈຸບັນຍັງປົກກະຕິ ແລະ ຍັງມີສະພາບປອດສົມບູນ. ປະທານາທິບໍດີ  Jair Bolsonaro ກ່າວໃນຂະນະທີ່ເຜີຍການຕິດເຊື້ອຕໍ່ສື່ມວນຊົນທີ່ທາງນອກທຳນຽບລັດຖະບານໃນບຣາຊິວ ພ້ອມກັບຖອດໜ້າກາກອະນາໄມອອກ ໃນຂະນະທີ່ກຳລັງຖະແຫຼງຂ່າວຢູ່ ເຊິ່ງຫ່າງຈາກນັກຂ່າວບໍ່ເທົ່າໃດແມັດ ລາວໄດ້ເວົ້າວ່າ:​ “ເບິ່ງຂ້ອຍແມ ຂ້ອຍຍັງສະບາຍດີ ຂອບໃຈພະເຈົ້າ ແລະ ຂອບໃຈທຸກຄົນທີ່ສູດມົນພາວະນາໃຫ້ຂ້ອຍ… ສ່ວນພວກທີ່ວິພາກວິຈານ ບໍ່ເປັນຫຍັງ ວິຈານຕໍ່ໄປຕາມທີ່ຕ້ອງການ”. ປະທານາທິບໍດີ ບຣາຊິວ ໄດ້ຕົກເປັນທີ່ວິພາກວິຈານໂດຍຕະຫຼອດ ເຖິງຄວາມລະເລີຍ ແລະ ການເບິ່ງຂ້າມການຮັບມືຕໍ່ສະຖານະການ ການລະບາດຂອງພະຍາດ Covid-19 ໃນປະເທດ, ປະໂຫຍກເດັດທີ່ ປະທານາທິບໍດີ ບຣາຊິວ ກ່າວຄື ການປຽບທຽບ Covid-19 ບໍ່ຕ່າງຫຍັງຈາກ ໄຂ້ຫວັດທົ່ວໄປ. ຜ່ານມາ ປະທານາທິບໍດີ ບຣາຊິວ ບໍ່ມີການຮັກສາໄລຍະຫ່າງທາງສັງຄົມ, ປະຕິເສດການສວມໃສ່ໜ້າກາກອະນາໄມ, ເດີນທາງພົບປະ, ປາໄສ ຕໍ່ກຸ່ມຄົນຜູ້ສະໜັບສະໜູນ. ພ້ອມກັນນັ້ນ,​ ຍັງມີຈຸດຢືນສະໜັບສະໜູນປະຊາຊົນບຣາຊິວ ຈຳນວນໜຶ່ງທີ່ອອກມາປະທ້ວງຕໍ່ຕ້ານການ ...

Read More »

ສາຍການບິນ China Eastern Airlines ປະຕິບັດຕາມຂໍ້ສະເໜີ ການບິນທີ່ບໍ່ຈຳກັດ…

ວັນທີ 18 ມິຖຸນາຜ່ານມາ, ເຊິ່ງເປັນເທດສະການຊື້ເຄື່ອງອອນລາຍກາງປີຂອງຈີນ, ບໍລິສັດການບິນ China Eastern Airlines ໄດ້ເປີດຕົວຖ້ຽວບິນບໍ່ຈຳກັດ ຫຼືຖ້ຽວບິນບຸບເຟ່ ທ້າຍອາທິດ (weekend-unlimited flight) ໃນຕະຫຼາດພາຍໃນປະເທດ ດ້ວຍລາຄາ 3,322 ຢວນ (469 ໂດລາສະຫະລັດ) ເຊິ່ງຜູ້ໂດຍສານສາມາດໃຊ້ຖ້ຽວບິນຈາກບໍລິສັດການບິນ China Eastern Airlines ແລະ Shanghai Airlines ໄປສູ່ຕົວເມືອງໃຫຍ່ຂອງຈີນ ໂດຍບໍ່ມີກຳນົດເວລາ ຈຳກັດໃນປີ 2020.  ແຕ່ລະສະມາຊິກຂອງ Eastern Miles ສາມາດຊື້ປີ້ໄດ້ເຖິງ 10 ຊຸດ ໂດຍບໍ່ຈຳກັດຈຳນວນການນຳໃຊ້, ແຕ່ໃນເວລາດຽວກັນ ປີ້ຍົນທີ່ນຳໃຊ້ບໍ່ໄດ້ມີພຽງແຕ່ສາມໃບເທົ່ານັ້ນ. ສ່ວນໜັງສືຜ່ານແດນແມ່ນຍັງບໍ່ໄດ້ຈ່າຍຄ່າພາສີ, ສະນັ້ນ ຜູ້ໂດຍສານ ຈຳເປັນຕ້ອງຈ່າຍຄ່າພາສີເພີ່ມເຊັ່ນກັນ ແລະ ໜັງສືຜ່ານແດນມີແຕ່ສຳຫຼັບການຊື້ຂອງພົນລະເມືອງຈີນເທົ່ານັ້ນ. ພ້ອມດຽວກັນນັ້ນ, ກໍຍັງມີຂໍ້ຈຳກັດຈຳນວນຫລວງຫລາຍ. ອີງຕາມບໍລິສັດການບິນ China Eastern, ຜະລິດຕະພັນດັ່ງກ່າວແມ່ນຕອບສະໜອງ ຄວາມຕ້ອງການດ້ານການເດີນທາງສຳຫຼັບຄູ່ຜົວເມຍທີ່ອາໄສຢູ່ໃນຄົນລະເມືອງ, ຄົນທີ່ໄປເຮັດວຽກ ຫຼືສຶກສາຢູ່ສະຖານທີ່ຕ່າງໆ. ພ້ອມກັນນັ້ນ, ຍັງເປັນທາງເລືອກທີ່ດີ ສຳລັບກຸ່ມນັກທ່ອງທ່ຽວທີ່ມີການເດີນທາງເປັນປະຈຳເຊັ່ນ: ນັກທ່ອງທ່ຽວທີ່ມັກການເດີນທາງ, ຊ່າງຖ່າຍຮູບ, ກຸ່ມນັກທ່ອງທ່ຽວໄວກາງຄົນ ແລະ ...

Read More »