ດ່ານພາສີສາກົນນໍ້າເງິນ ເກັບລາຍຮັບໄດ້ຫຼາຍກວ່າ 50% ໃນ 6 ເດືອນທຳອິດ ຂອງປີ 2020

ທ່ານ ສອນເພັດ ຜົນວິຈິດ ຫົວໜ້າດ່ານພາສີສາກົນນໍ້າເງິນ ແຂວງໄຊຍະບູລີ – ຈັງຫວັດນ່ານ ໃຫ້ຮູ້ວ່າ: ການຈັດເກັບລາຍຮັບເຂົ້າງົບປະມານ ປະຈໍາປີ 2020 ນີ້ ເປັນປີທີ່ທ້າທາຍຫຼາຍຢ່າງ, ຖ້າທຽບໃສ່ຕົວເລກແຜນ ການທີ່ໄດ້ຮັບມອບໝາຍ ບວກກັບການລະບາດຂອງພະຍາດໂຄວິດ – 19, ອັນໄດ້ສົ່ງຜົນກະທົບໂດຍກົງຕໍ່ກັບການເກັບລາຍຮັບ. ແຕ່ຍ້ອນຄວາມ ບຸກບືນ ແລະ ເອົາໃຈໃສ່ຊີ້ນໍາ – ນໍາພາຂອງຄະນະດ່ານແຕ່ລະສະຫາຍ ແລະ ຄວາມໃກ້ຊິດຕິດແທດຂອງການນໍາແຂວງ ເພື່ອເຮັດໃຫ້ການເກັບລາຍຮັບເຂົ້າງົບປະມານໄດ້ຕາມຄາດໝາຍ. ເຖິງແມ່ນວ່າໃນ 6 ເດືອນຕົ້ນປີ 2020 ປະເທດເຮົາຈະປະສົບພົບພໍ້ກັບຄວາມຫຍຸ້ງຍາກຫຼາຍຢ່າງອັນເນື່ອງມາຈາກພະຍາດລະບາດໂຄວິດ-19 ເຮັດໃຫ້ການນຳເຂົ້າ-ສົ່ງອອກສິນຄ້າບໍ່ເປັນໄປຕາມຄາດໝາຍ ແຕ່ດ່ານພາສີສາກົນນໍ້າເງິນ ແຂວງໄຊຍະບູລີ ຍັງສາມາດເກັບລາຍຮັບໄດ້ 144 ຕື້ກວ່າກີບ ເທົ່າກັບ 53,82% ຂອງແຜນການປີ, ລາຍຮັບສ່ວນໃຫຍ່ມາຈາກການນໍາເຂົ້ານໍ້າມັນເຊື້ອໄຟ, ເຄື່ອງອາໄຫຼ່ ແລະ ເຄື່ອງກໍ່ສ້າງ.

ໃນປີ 2020 ນີ້ ດ່ານພາສີສາກົນນໍ້າເງິນ ໄດ້ຮັບຕົວເລກແຜນການໃນການຈັດເກັບລາຍຮັບທັງໝົດ 269 ຕື້ກວ່າກີບ, ຜ່ານການຈັດຕັ້ງປະຕິບັດ 6 ເດືອນຕົ້ນປີ ປະຕິບັດໄດ້ 144 ຕື້ກວ່າກີບ ເທົ່າກັບ 53,82% ຂອງແຜນປີ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເພີ່ມຂຶ້ນ 18,05%, ເປັນເງິນ 18 ຕື້ກວ່າກີບ, ເຊິ່ງລາຍຮັບສ່ວນໃຫຍ່ແມ່ນໄດ້ມາຈາກການນໍາເຂົ້ານໍ້າມັນເຊື້ອໄຟ, ເຄື່ອງອາໄຫຼ່, ເຄື່ອງກໍ່ສ້າງ, ເຄື່ອງອຸປະໂພກ – ບໍລິໂພກ ແລະ ຄ່າທໍານຽມຕ່າງໆຕາມລໍາດັບ, ສ່ວນສິນຄ້າສົ່ງອອກແມ່ນຜົນຜະລິດກະສິກໍາ.

ທ່ານ ສອນເພັດ ຜົນວິຈິດ ຍັງໃຫ້ຮູ້ຕື່ມອີກວ່າ: 6 ເດືອນທ້າຍປີນີ້ ຈະສູ້ຊົນເກັບລາຍຮັບໃຫ້ໄດ້ຕາມແຜນທີ່ວາງໄວ້ ໂດຍຈະເພີ່ມທະວີສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ, ສະມາຊິກພັກ, ເພີ່ມທະວີຄວາມເຂັ້ມງວດ, ຕິດຕາມ ແລະ ກວດກາການປະຕິບັດໜ້າທີ່ຂອງພະນັກງານທຸກພາກສ່ວນ, ແບ່ງ ຄວາມຮັບຜິດຊອບນັບແຕ່ຄະນະດ່ານ, ໜ່ວຍງານ ລວມເຖິງພະນັກງານວິຊາການ, ເອົາໃຈໃສ່ຕິດຕາມກວດກາ – ຄຸ້ມຄອງການເສຍພາສີໃຫ້ຖືກຕ້ອງ, ຊອກຫາຖານຂໍ້ມູນລາຍຮັບທີ່ເປັນທ່າແຮງບົ່ມຊ້ອນ, ສືບຕໍ່ປຸກລະດົມ ແລະ ຊຸກຍູ້ຜູ້ປະກອບການໃຫ້ປະຕິບັດມອບພັນທະເຂົ້າງົບປະມານ, ສືບຕໍ່ໂຄສະນາເຜີຍແຜ່ກົດໝາຍພາສີ, ມະຕິຄໍາສັ່ງຕ່າງໆກ່ຽວກັບພາສີໃຫ້ຜູ້ປະກອບການ ແລະ ບຸກຄົນເພື່ອພ້ອມກັນນໍາໄປຈັດຕັ້ງປະຕິບັດໃຫ້ມີປະສິດທິຜົນ.

ປີ 2019 ຜ່ານມາ, ດ່ານພາສີສາກົນນໍ້າເງິນ ໄດ້ຮັບຕົວເລກມອບໝາຍທັງໝົດແມ່ນ 290 ຕື້ກີບ, ສາມາດປະຕິ ບັດໄດ້ຕົວຈິງ 248 ຕື້ກີບ, ທຽບໃສ່ແຜນການປີ ເທົ່າກັບ 85,68%, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 0,98%.

ແຫຼ່ງຂໍ້ມູນ:  ຂ່າວເສດຖະກິດ-ການຄ້າ Lao Economic Daily

Comments