General

ຈີນພົບໄວຣັສ ໄຂ້ຫວັດໃຫຍ່ສາຍພັນໃໝ່ ເຊິ່ງມີອົງປະກອບຄົບທຸກຢ່າງທີ່ຈະພັດທະນາກາຍເປັນໄວຣັສທີ່ຕິດຕໍ່ໄປສູ່ມະນຸດ…

ນັກວິທະຍາສາດຄົ້ນພົບໄວຣັສໄຂ້ຫວັດໃຫຍ່ສາຍພັນໃໝ່ໃນຈີນ ເຊິ່ງມີສັກກະຍະພາບທີ່ຈະກໍ່ໃຫ້ເກີດການລະບາດຄັ້ງໃຫຍ່ໄດ້. ໄວຣັສຊະນິດນີ້ມີໝູເປັນພາຫະນະນຳເຊື້ອ ແລະ ສາມາດຕິດຕໍ່ສູ່ຄົນໄດ້, ຜູ້ຊ່ຽວຊານດ້ານໄວຣັສກຳລັງກັງວົນວ່າມັນອາດຈະເຮັດໃຫ້ຕິດຕໍ່ຈາກຄົນສູ່ຄົນໄດ້ໂດຍງ່າຍ ແລະ ອາດຈະເກີດການລະບາດໃຫຍ່ທີ່ສຸດ, ເຖິງແມ່ນວ່າສະຖານະການຂອງໄວຣັສຊະນິດນີ້ ຈະຍັງບໍ່ເປັນທີ່ວິຕົກລາຍເກີນໄປ, ແຕ່ນັກວິທະຍາສາດບອກວ່າມີອົງປະກອບຄົບທຸກຢ່າງທີ່ຈະພັດທະນາກາຍເປັນໄວຣັສທີ່ຕິດຕໍ່ໄປສູ່ມະນຸດ ແລະ ຈຳເປັນທີ່ຈະຕ້ອງສັງເກດເບິ່ງຢ່າງໃກ້ຊິດ ເນື່ອງຈາກຄວາມທີ່ເປັນໄວຣັສສາຍພັນໃໝ່ ມະນຸດຈຶ່ງມີພູມຄຸ້ມກັນຕໍ່ໄວຣັສຊະນິດນນີ້ຕ່ຳຫຼາຍ ຫຼືບໍ່ມີເລີຍ. ນັກວິທະຍາສາດທີ່ເຮັດການສຶກສາກ່ຽວກັບໄຂ້ຫວັດໃຫຍ່ສາຍພັນໃໝ່ນີ້ໄດ້ກ່າວວ່າ ເຖິງແມ່ນວ່າໄວຣັສຊະນິດນີ້ຍັງບໍ່ທັນໄດ້ຈັດວ່າເປັນໄພຄຸກຄາມອັນຮ້າຍແຮງ, ແຕ່ໜ່ວຍງານທີ່ກ່ຽວຂ້ອງຄວນເລີ່ມວາງມາດຕະການຄວບຄຸມໄວຣັສໃນໝູ ແລະ ເຝົ້າລະວັງການຕິດເຊື້ອໃນກຸ່ມຄົນທີ່ເຮັດວຽກໃນອຸດສາຫະກຳສັດລ້ຽງ (ໝູ). ພ້ອມກັນນັ້ນ, ສາດສະດາຈານ ຈາກມະຫາວິທະຍາໄລນອດຕິ້ງແຮມ ໃນປະເທດອັງກິດແຈ້ງໃນສຳນັກຂ່າວ BBC ວ່າ ຕອນນີ້ທຸກຄົນກຳລັງສົນໃຈເລື່ອງໄວຣັສ Covid-19 ເຊິ່ງກໍເປັນເລື່ອງທີ່ຖືກຕ້ອງແລ້ວ, ແຕ່ເຮົາຕ້ອງບໍ່ປະໝາດໄວຣັສສາຍພັນໃໝ່ອື່ນໆ ທີ່ມີຄວາມຮ້າຍແຮງໃກ້ກັນ, ເຊິ່ງເຮົາຈະບໍ່ສົນໃຈເລີຍບໍໄດ້. ໄວຣັສຂະໜາດໃຫຍ່ສາຍພັນໃໝ່ ເປັນໜຶ່ງໃນເຊື້ອໂຣກທີ່ຜູ້ຊ່ຽວຊານຊ່ວຍລະວັງຢູ່ຕະຫຼອດເວລາ ເຖິງແມ່ນວ່າໃນຂະນະທີ່ທົ່ວໂລກກຳລັງຕໍ່ສູ້ກັບການລະບາດໃຫຍ່ຂອງ Covid-19 ການລະບາດຂອງໄຂ້ຫວັດໃຫຍ່ຄັ້ງຫຼ້າສຸດ ຄືການລະບາດຂອງໄວຣັສໄຂ້ຫວັດໝູ ໃນປີ 2009 ເຊິ່ງໄດ້ເກີດຂຶ້ນທຳອິດຢູ່ປະເທດແມັກຊິໂກ, ແຕ່ການລະບາດຄັ້ງນັ້ນບໍ່ໄດ້ຮຸນແຮງຫຼາຍ ເນື່ອງຈາກປະຊາກອນໄວກາງຄົນຈຳນວນຫຼາຍມີພູມຄຸ້ມກັນຕໍ່ໄວຣັສສາຍພັນນີ້, ເຊິ່ງອາດຈະເປັນຍ້ອນວ່າມັນມີຄວາມໃກ້ຄຽງກັບໄວຣັສໄຂ້ຫວັດໃຫຍ່ສາຍພັນອື່ນໆ ທີ່ເຄີຍລະບາດມາແລ້ວ. ໃນລະຫວ່າງທີ່ເຮົາສາມາດປ້ອງກັນການຕິດເຊື້ອໄວຮັສໄຂ້ຫວັດໃຫຍ່ A/H1N1pdm09 ທີ່ເຮັດໃຫ້ເກີດໄຂ້ຫວັດໝູ ໂດຍການສີດວັກຊີນປ້ອງກັນໄຂ້ຫວັດໃຫຍ່ປະຈຳປີ. ນັກວິທະຍາສາດລະບຸວ່າໄວຮັສໄຂ້ຫວັດໃຫຍ່ສາຍພັນໃໝ່ຫຼ້າສຸດ ທີ່ພົບໃນຈີນມີຄວາມຄ້າຍຄືກັບໄຂ້ຫວັດໝູ 2009 ແຕ່ບາງຢ່າງມີການປ່ຽນແປງເພີ່ມຂຶ້ນ. ເຈມສ ວູດ ຫົວໜ້າພາກວິຊາສັດຕະວະແພດ, ມະຫາວິທະຍາໄລແຄມບຣິດຈ໌ ໄດ້ເວົ້າເຖິງງານວິໄຈກ່ຽວກັບໄວຣັສໄຂ້ຫວັດໃຫຍ່ສາຍພັນໃໝ່ນີ້ວ່າມັນມີປະໂຫຍດຫຼາຍເພາະຊ່ວຍເຕືອນວ່າມະນຸດຊາດຢູ່ໃນທ່າມກາງຄວາມສ່ຽງຈາກເຊື້ອໂຣກອຸບັດໃໝ່ທີ່ມີພາຫະນະນຳເຊື້ອເປັນສັດລ້ຽງໃນຟາມສັດ ເຊິ່ງມີຄວາມໃກ້ຊິດກັບຄົນຫຼາຍກ່ວາສັດປ່າ. ...

Read More »

ທະນາຄານກາງຂອງປະເທດສະວີເດັນ ເຊິ່ງເປັນທະຄານທີ່ເກົ່າແກ່ທີ່ສຸດໃນໂລກ ກຳນົດ 4 ທາງເລືອກໃນການນຳໃຊ້ເງິນ Digital…

ທະນາຄານກາງຂອງປະເທດສະວີເດັນ ໄດ້ກຳນົດ 4 ຮູບແບບໃນການນຳໃຊ້ສະກຸນເງິນ Digital, ເຊິ່ງການໃຊ້ສະກຸນເງິນ Digital ມີທັງຂໍ້ດີ ແລະ ຂໍ້ເສຍ. ໃນນັ້ນ ຮູບແບບ ທີ 4 ຖືໄດ້ວ່າເປັນຂໍ້ດີທີ່ສຸດຈາກການທົບທວນເສດຖະກິດຂອງ CBDCs ໃນການນຳໃຊ້ສະກຸນເງິນ Digital ໂດຍນອກເໜືອຈາກການອະນຸຍາດໃຫ້ສະຖາບັນຫຼາຍແຫ່ງເຂົ້າເຖິງລະບົບການຊຳລະສະສາງລວມ (RTGS) ໃນເວລາຈິງແລ້ວ, ຮູບແບບດັ່ງກ່າວສ່ວນໃຫຍ່ຍັງແມ່ນກົດໝາຍໃໝ່ ທີ່ຕ້ອງສ້າງບັນຊີແຍກຕ່າງຫາກສຳຫຼັບການທະນາຄານອື່ນ. ແຕ່ເຖິງຢ່າງໃດ ຮູບແບບນີ້ແມ່ນຄ້າຍຄືກັນກັບຮູບແບບທີ່ມີຢູ່ແລ້ວ, ເຊິ່ງບົດບາດຂອງທະນາຄານກາງແມ່ນສະແດງໃນລະບົບການຈ່າຍເງິນກັບຕະຫຼາດເອກະຊົນເຮັດໜ້າທີ່ເປັນຊັ້ນຮອງຮັບບໍລິການລູກຄ້າ. ສຳລັບພາກເອກະຊົນ ວິທີແກ້ໄຂການຊຳລະເງິນທີ່ມີຢູ່ໃນປັດຈຸບັນ ສາມາດດຳເນີນງານໄດ້ເຊັ່ນດຽວກັນໂດຍບໍ່ຈຳເປັນຕ້ອງມີ Hardware ຫລືການລົງທຶນເພີ່ມ. ສິ່ງທີ່ເຮັດໃຫ້ Synthetic e-krona ມີຄວາມດຶງດູດໃຈແມ່ນຂະໜາດຈຳກັດຂອງມັນ ເມື່ອທຽບໃສ່ກັບແບບອື່ນໆ ມັນຈະບໍ່ກ່ຽວຂ້ອງກັບການລົງທຶນທີ່ສຳຄັນໃນພື້ນຖານໂຄງລ່າງ ແລະ Riksbank ສາມາດຖິ້ມຄວາມຮັບຜິດຊອບທັງໝົດກ່ຽວກັບ KYC, ALM ແລະ ອື່ນໆໄດ້ອີກດ້ວຍ. Riksbank ສະຫຼຸບໄດ້ວ່າທັງຮູບແບບທີ່ເປັນກາງ ແລະ ແບບແບ່ງຂັ້ນກາງປະກອບມີຕົວກາງ, ພ້ອມທັງການສະໜອງລະບົບເອເລັກໂທຣນິກກາງໂດຍບໍ່ມີຕົວກາງຈະເຮັດໃຫ້ມີການປ່ຽນແປງ ແລະ ມີຄ່າໃຊ້ຈ່າຍຢ່າງຫຼວງຫຼາຍ. ເອກະສານ Digital ສະບັບພາສາສະວີເດັນ ສາມາດພິສູດໄດ້ວ່າມັນເປັນໄປໄດ້ແຕ່ອາດຈະບໍ່ແມ່ນການຈັດປະເພດເປັນ CBDC. ທະນາຄານກາງກ່າວຕື່ມວ່າການສ້າງແບບຈໍາລອງຈະຕ້ອງໄດ້ຂະຫຍາຍອອກໄປໃນຫຼາຍດ້ານໃນການສຶກສາໃນອະນາຄົດ. ແຫຼ່ງຂໍ້ມູນ: https://www.coindesk.com/riksbank-worlds-oldest-central-bank-study-digital-currency-results

Read More »

Facebook-Twitter ຫຸ້ນຕົກຫຼາຍ, ຫຼັງຈາກບັນດາບໍລິສັດ Unilever, Coca-Cola, Verizon ຖອນໂຄສະນາ ຈາກການປະທ້ວງຈຳແນກສີຜິວ…

ເຖິງແມ່ນວ່າຈະມີຫຼັກຖານມາດົນແລ້ວວ່າທາງ Platform Social Media ເຕັມໄປດ້ວຍ Hate Speech ການຈຳແນກເຊື້ອຊາດ ແລະ ຄວາມຮຸນແຮງ ເຊິ່ງທາງດ້ານ Platform ເອງກໍມີການຈ້າງທີມງານເອົາຂໍ້ມູນຈຳນວນຫຼາຍເຂົ້າມາກວດແກ້ເນື້ອໃນເຫຼົ່ານັ້ນ, ຈົນເຄີຍເປັນຂ່າວດັງວ່າ ອະດີດພະນັກງານບາງຄົນອອກມາຮຽກຮ້ອງຄ່າຊົດເຊີຍທາງດ້ານສະພາບຈິດໃຈກັບທາງບໍລິສັດດັງເຊັ່ນ Facebook, ແຕ່ເບິ່ງຄືວ່າຄວາມເຄື່ອນໄຫວຮອບຫຼ້າສຸດທີ່ແບຣນດັງມີຕໍ່ Platform Social Media ໂດຍສະເພາະ Facebook ເຖິງແມ່ນວ່າຈະຢູ່ໃນເລື່ອງເກົ່າເຊັ່ນ Hate Speech ແລະ ການຈຳແນກສີຜິວນັ້ນ ກຳລັງເຮັດໃຫ້ຫຸ້ນຂອງຍັກໃຫຍ່ແບບ Facebook ຫຼຸດລົງຢ່າງບໍ່ເຄີຍເປັນມາກ່ອນ. ໃນວັນສຸກທີ່ຜ່ານມາບໍລິສັດ Unilever ໄດ້ອອກມາປະກາດແລ້ວວ່າຈະຢຸດການລົງໂຄສະນາໃນສະຫະລັດອາເມລິກາໃນ Platform ເຊັ່ນ: Facebook, Instagram ແລະ Twitter ໄປຈົນເຖິງທ້າຍປີນີ້ເປັນຢ່າງນ້ອຍ ໂດຍໃຫ້ເຫດຜົນວ່າບໍ່ຢາກເຂົ້າໄປຫຍຸ້ງກ່ຽວກັບການແບ່ງພັກແບ່ງຝ່າຍ ໃນໄລຍະລະຫວ່າງການຫາສຽງເລືອກຕັ້ງປະທານາທິບໍດີສະຫະລັດອາເມລິກາທີ່ຮ້ອນແຮງໃນຂະນະນີ້ ພ້ອມບອກອີກວ່າ ການໃຫ້ແບຣນດັງເຊັ່ນ Dove ຫຼື Lipton ປະກົດຕົວໃນ Platform ໃນໄລຍະເວລາດັງກ່າວ ບໍ່ໄດ້ຊ່ວຍເພີ່ມມູນຄ່າໃຫ້ກັບຜູ້ຄົນ ຫຼືສັງຄົມແຕ່ຢ່າງໃດ.   ໃນປັດຈຸບັນ,​ ການລົນນະລົງຢຸດການໂຄສະນາໃນ Facebook ແລະ Instagram ມີຂຶ້ນພາຍໃຕ້ຊື້ Stop Hate For Profit ເຊິ່ງເກີດຈາກຄວມຮ່ວມມືກັນຂອງ  The Anti-Defamation League, The NAACP ແລະ ອີກຫຼາຍອົງການຈັບມືກັນ, ໂດຍຕອນນີ້ມີຫຼາຍກວ່າ 100 ແບຣນແລ້ວທີ່ລົງຊື່ເຫັນດີ,  ເຊິ່ງສ່ວນໜຶ່ງຂອງການປະທ້ວງນີ້ ຍັງໄດ້ລວມເອົາການທີ່ Facebook ບໍ່ຍອມເຮັດຫຍັງກັບໂພສຂອງປະທານາທິບໍດີ ...

Read More »

ຄາຣສະເບີກຮ່ວມສະເຫຼີມສະຫຼອງແຊ້ມກັບແຟນບານ ລິເວີພູ ທົ່ວໂລກດ້ວຍກະປ໋ອງເບຍລຸ້ນພິເສດ

ຄາຣສະເບີກ ຮ່ວມສະເຫຼີມສະຫຼອງການເປັນແຊ້ມລີກສູງສຸດຂອງປະເທດອັງກິດ ຫຼື Premier League ດ້ວຍການເປີດໂຕເບຍກະປ໋ອງລຸ້ນ ລິມິຕິດ ອິດິຊັນ ທີ່ມີຊື່ວ່າ “Champions can’” ໃຫ້ກັບແຟນບານໃນ 25 ປະເທດ ທົ່ວໂລກ. ໃນກະປ໋ອງລຸ້ນພິເສດນີ້ໄດ້ມີການປັບປ່ຽນຈາກສີຂຽວທີ່ເປັນສີເອກະລັກຂອງ ຄາຣສະເບີກ ມາເປັນສີແດງທີ່ເປັນສີເອກກະລັກຂອງ ລິເວີພູ. ພ້ອມກັນນັ້ນ ກະປ໋ອງລິມິຕິດ ອິດິຊັນ ນີ້ຍັງມີຈຸດເດັ່ນຢູ່ທີ່ກາສັນຍາລັກຮູບນົກຂອງສະໂມສອນລິເວີພູ, ລາຍເຊັນຂອງບັນດານັກເຕະ ແລະ ຍັງໄດ້ປ່ຽນຂໍ້ຄວາມຈາກ “1847 onwards” (ທີ່ສື່ເຖີງປະຫວັດອັນຍາວນານ 173 ປີຂອງ ຄາຣສະເບີກ)ໃຫ້ມາເປັນ “Champions, 2020 onwards”. ໃນຄໍ່າຄືນຂອງມື້ວານນີ້ Liverpool FC ຖືກຢືນຢັນເປັນທີ່ແນ່ນອນແລ້ວວ່າຈະໄດ້ເປັນແຊ້ມພຣິເມຍລີກປະຈຳລະດູການນີ້  ຫຼັງຈາກທີ່ Manchester City ບຸກໄປແພ້ Chelsea, ຫຼັງຈາກທີ່ Liverpool FC ເອົາຊະນະ Crystal Palace ໃນວັນພຸດທີ່ຜ່ານມາ. ຜ່ານລະດູການທີ່ໜ້າອັດສະຈັນນີ້ເຮັດໃຫ້ Liverpool FC ສາມາດຄວ້າແຊ້ມໄດ້ກ່ອນປິດລະດູການ ທັງທີ່ຍັງເຫຼືອການແຂ່ງຂັນເຖິງ 7 ນັດ. ແຟນບານທັງ 25 ...

Read More »

ການຄາດຄະເນເສດຖະກິດໂລກ World Economic Outlook ຫຼ້າສຸດ ປີ 2020…

ການແຜ່ລະບາດຂອງພະຍາດ COVID-19 ໄດ້ສົ່ງຜົນກະທົບໃນທາງລົບຕໍ່ກິດຈະການ ໃນ 6 ເດືອນ ປີ 2020 ຫຼາຍກວ່າທີ່ຄາດໄວ້ ແລະ ການຟື້ນຕົວຄາດວ່າຈະຍາກຖ້າທຽບກັບການຄາດການໄວ້ກ່ອນໜ້ານີ້ການເຕີບໂຕຂອງໂລກຄາດວ່າຈະຢູ່ທີ່ 94.9% ໃນປີ 2020 ໂດຍມີ 1.9 ສ່ວນຮ້ອຍ ເຊິ່ງຕໍ່າກວ່າການຄາດຄະເນການຄາດຄະເນເສດຖະກິດໂລກ (WEO) ຂອງເດືອນ ເມສາ ປີ 2020. ໃນປີ 2021 ການຂະຫຍາຍຕົວທົ່ວໂລກຄາດວ່າຈະຢູ່ທີ່ 5,4%. ໂດຍລວມແລ້ວ, ສິ່ງນີ້ອາດຈະເຮັດໃຫ້ປີ GDP ປີ 2021 ປະມານ 6,5% ຕໍ່າກ່ວາໃນການຄາດຄະເນລ່ວງໜ້າຂອງ PRID-19 ໃນເດືອນ ມັງກອນ ປີ 2020. ຈາກຂໍ້ມູນດັ່ງກ່າວ, ສາມາດສະຫຼຸບໄດ້ວ່າ ຜົນການຄາດຄະເນການຂະຫຍາຍຕົວໃນເດືອນ ມິຖຸນາ 2020 ແມ່ນມີການຫຼຸດລົງຫຼາຍກວ່າການຄາດການໃນ ເດືອນເມສາ ທີ່ຜ່ານມາ. ແຫຼ່ງຂໍ້ມູນ: https://www.imf.org/en/Publications/WEO/Issues/2020/06/24/WEOUpdateJune2020

Read More »

ບາດກ້າວເລີ່ມຕົ້ນຂອງການທ່ອງທ່ຽວຢູ່ປະເທດຝຣັ່ງ ພາຍຫຼັງຄວບຄຸມໂຄວິດ-19 ໄດ້…

ຫໍ Eiffel ໄດ້ເປີດໃຫ້ບໍລິການແກ່ນັກທ່ອງທ່ຽວໃນຕອນເຊົ້າວັນພະຫັດທີ່ຜ່ານມາ, ຫລັງຈາກໄດ້ຖືກປິດລົງເປັນເວລາຫຼາຍກວ່າ 3 ເດືອນຍ້ອນການແຜ່ລະບາດຂອງ COVID-19 . ມັນແມ່ນການປິດທີ່ດົນນານທີ່ສຸດຂອງປາຣີນັບຕັ້ງແຕ່ສົງຄາມໂລກຄັ້ງທີ 2. ການເປີດໃຫ້ບໍລິການຄືນໃໝ່ເປັນສັນຍານແຫ່ງຄວາມສຸກຂອງຜູ້ຄົນໃນປະເທດຝຣັ່ງ, ຫຼັງຈາກປະຕິບັດຕາມຂໍ້ຈຳກັດຫຼາຍກວ່າ 100 ວັນ, ແຕ່ໃນປັດຈຸບັນ, ຈຸດສູງສຸດຂອງຫໍຄອຍຍັງບໍ່ທັນເປີດເທື່ອ, ເຊິ່ງນັກທ່ອງທ່ຽວຈະຕ້ອງໄດ້ຍ່າງຂັ້ນໄດໃນການຂຶ້ນໄປຊົມ ແລະ ຍັງມີຂໍ້ຈຳກັດຫຼາຍຢ່າງຂອງສະຖານທີ່ດັ່ງກ່າວ. ສໍາຫຼັບນັກທ່ອງທ່ຽວທີ່ມີອາຍຸ 11 ປີ ຂຶ້ນໄປ ແມ່ນຕ້ອງໃສ່ໜ້າກາກອະນາໄມ ແລະ ມີເຄື່ອງຫມາຍການເຄື່ອນຍ້າຍຢູ່ໃນສະຖານທີ່ດ່ັງກ່າວ. ເຈົ້າຄອງນະຄອນປາຣີ ທ່ານ Anne Hidalgo ໄດ້ສະແດງຄວາມຍິນດີຕໍ່ການກັບມາຂອງນັກທ່ອງທ່ຽວ ແລະ ສຳຫຼັບການບໍລິການລິຟພາຍໃນຫໍແມ່ນເລີ່ມຕົ້ນໃຫ້ບໍລິການໃໝ່ ໃນວັນທີ 1 ກໍລະກົດນີ້ 2020 ນີ້ ສ່ວນຄ່າບໍລິການສະເລ່ຍປະມານ 10.40 ເອີໂຣ (ປະມານ 11.65 ໂດລາສະຫະລັດ). ສຳລັບປີ້ແມ່ນໄດ້ເປີດຂາຍແລ້ວ, ໃນຕອນບ່າຍຫຼາຍໆຈຸດໄດ້ເປີດປົກກະຕິ ແຕ່ສຳຫຼັບຕອນແລງແມ່ນໄດ້ປິດທັງໝົດ. ເຈົ້າໜ້າທີ່ຂອງລັດຖະບານຝຣັ່ງປະກາດວ່າພະຍາດ COVID-19 ແມ່ນຖືກຄວບຄຸມ ໃນຕົ້ນເດືອນມິຖຸນາທີ່ຜ່ານມາ. ຝຣັ່ງໄດ້ເຂົ້າຮ່ວມກັບສະຫະພາບເອີຣົບທີ່ຍັງເຫຼືອໃນການຍົກເລີກຂໍ້ຈຳກັດຊາຍແດນຫຼາຍຢ່າງ. ພ້ອມກັນນັ້ນ, ຍັງມີສັນຍານສະແດງໃຫ້ເຫັນວ່າໄວຣັສຍັງຢູ່ໃນການຄວບຄຸມ ແລະ ອັດຕາການທົດສອບຂອງປະເທດຝຣັ່ງກ່ຽວກັບ COVID-19 ແມ່ນ 1.5%, ອີງຕາມຂໍ້ມູນຫຼ້າສຸດຈາກອົງການສາທາລະນະສຸກແຫ່ງຊາດ. ນອກຈາກນັ້ນ, ປະເທດຝຣັ່ງໄດ້ລາຍງານວ່າມີ 161,348 ...

Read More »

KFC ເປີດ “ຮ້ານອາຫານແຫ່ງອະນາຄົດ” ບໍລິການດ້ວຍຫຸ່ນຍົນ

ບໍລິສັດ KFC ເປີດຮ້ານພ້ອມກັບພະນັກງານຫຸ່ນຍົນ ໂດຍເອີ້ນວ່າ “ຮ້ານອາຫານແຫ່ງອະນາຄົດ” ເຊິ່ງໄດ້ທຳເລເປີດຮ້ານຢູ່ທີ່ມອສໂກ ປະເທດຣັັດເຊຍ ເຊິ່ງເປັນຮ້ານທີ່ຖືກສ້າງຕັ້ງຂຶ້ນກ່ອນການລະບາດຂອງພະຍາດ COVID-19. ຮ້ານອາຫານແຫ່ງອະນາຄົດ ມີຈຸດມຸ່ງໝາຍເພື່ອຫຼຸດຜ່ອນການຕິດຕໍ່ ຫຼືພົບປະກັນລະຫວ່າງ ພະນັກງານ ແລະ ລູກຄ້າ. ຄວາມຄິດນີ້ເກີດຂຶ້ນກ່ອນທີ່ຣັດເຊຍ ແລະ ຫຼາຍປະເທດຈະເລີ່ມມາດຕະການ Lockdown ໂດຍເຫັນວ່າເປັນທາງເລືອກທີ່ປອດໄພກວ່າໃນການໃຫ້ບໍລິການອາຫານ ຜົນຈາກການໃຊ້ຫຸ່ນຍົນແບບບໍຕ້ອງເພິ່ງພາພະນັກງານ ໃນການນຳອາຫານປຸງສຸກແລ້ວມາເສີບທີ່ຈຸດຮັບອາຫານທີ່ກຳນົດໄວ້. ຈາກນັ້ນ, ລູກຄ້າຈະຕ້ອງປ້ອນລະຫັດທີ່ທາງຮ້ານກຳນົດໃຫ້ເພື່ອຊຳລະເງິນຜ່ານບັດເຄຣດິດ ຫຼືຢືນຢັນຕົວຕົນດ້ວຍຂໍ້ມູນໃບໜ້າທີ່ລົງທະບຽນໄວ້ ໂດຍຄຳສັ່ງຊື້ທັງໝົດຈະຖືກ ນຳເຂົ້າລະບົບແບບບໍ່ຕ້ອງໃຊ້ພະນັກງານ ແຫຼ່ງຂໍ້ມູນ: <iframe src=”https://www.facebook.com/plugins/post.php?href=https%3A%2F%2Fwww.facebook.com%2FMarketingOopsdotcom%2Fposts%2F10156951454462610&width=500″ width=”500″ height=”612″ style=”border:none;overflow:hidden” scrolling=”no” frameborder=”0″ allowTransparency=”true” allow=”encrypted-media”></iframe>

Read More »

ເຂດ Siberian ຂອງປະເທດຣັດເຊຍ ມີອຸນຫະພູມຮ້ອນທີ່ສຸດໃນປະຫວັດສາດ ຕັ້ງແຕ່ເລີ່ມແທກມາ…

ຄື້ນຄວາມຮ້ອນ ໃນເມືອງ Siberian ຂອງຣັດເຊຍ ໄດ້ສ້າງສະຖິຕິໃໝ່ ເຊິ່ງອາດຈະເປັນອຸນຫະພູມທີ່ຮ້ອນທີ່ສຸດໃນພາກເໜືອຂອງອາກຊັງຕິນ ແລະ ຖືໄດ້ວ່າເປັນອຸນຫະພູມຮ້ອນທີ່ສຸດໃນປະຫວັດສາດ ຕັ້ງແຕ່ເລີ່ມແທກມາໃນປີ 1885. ສ່ວນສິ່ງທີ່ຜິດປົກກະຕິແມ່ນສະຖານທີ່ດັ່ງກ່າວ ເປັນໜຶ່ງໃນສະຖານທີ່ທີ່ໜາວທີ່ສຸດໃນໂລກໃນລະດູໜາວ. ອຸນຫະພູມສູງໃນເມືອງ Verkhoyansk ໃນພາກຕາເວັນອອກສ່ຽງເໜືອຂອງປະເທດຣັດເຊຍ ປະມານ 418 ກິໂລແມັດ, ທາງທິດໃຕ້ຂອງຊາຍຝັ່ງມະຫາສະໝຸດ Arctic ປະມານ 9 ກິໂລແມັດ, ທາງທິດເໜືອຂອງ Arctic Circle ສູງສຸດເຖິງ 38 ອົງສາ C ຫຼື 100,4 ອົງສາ ຟາເຣນຮາຍ (Fahrenheit) ໃນວັນເສົາທີ່ຜ່ານມາ, ເຊິ່ງສະຖິຕິການວັດແທກອຸນຫະພູມຂອງເມືອງຜ່ານມາຢູ່ທີ່ 37.3 ອົງສາ C ຫຼື 99,1 ອົງສາຟາເຣນຮາຍ (Fahrenheit) ໃນວັນທີ 25 ກໍລະກົດ ປີ 1988. ເຂດ Siberia ເປັນໜຶ່ງໃນບັນດາສະຖານທີ່ທີ່ໜາວທີ່ສຸດຂອງໂລກໃນລະດູໜາວ, ເຊິ່ງປີກ່ອນມີອຸນຫະພູມເຖິງ 100 ອົງສາຟາເຣນຮາຍ (Fahrenheit) ທີ່ເມືອງ Dallas ຫຼືເມືອງ Houston. ເພື່ອຫຼຸດຜ່ອນຄວາມຮ້ອນ, ເດັກນ້ອຍໄດ້ພາກັນອາບນໍ້າຢູ່ທະເລສາບໃກ້ເມືອງ Verkhoyansk, ທະເລສາບນີ້ຈະເປັນນໍ້າແຂງໃນລະດູໜາວ, ...

Read More »

ທະນາຄານແຫ່ງປະເທດໄທ ປັບຫຼຸດຄາດຄະເນ GDP ປີ 2020 ເຫຼືອ -8,1% ຈາກ -5,3% ແລະ ມີການແກ້ໄຂເປັນເອກະພາບກ່ຽວກັບອັດຕາດອກເບ້ຍນະໂຍບາຍຢູ່ທີ່ 0.5%

ວັນທີ 24 ມິຖຸນາ ທີ່ຜ່ານມາ, ທະນາຄານແຫ່ງປະເທດໄທ ປະເມີນວ່າເສດຖະກິດປະເທດໄທປີນີ້ ມີແນວໂນ້ມຫຼຸດລົງກວ່າການຄາດຄະເນໃນປີຜ່ານມາ ເນື່ອງຈາກຜົນກະທົບຂອງພະຍາດ Covid-19 ທີ່ຮຸນແຮງກ່ອນຄາດການໄວ້. ແຕ່ເຖິງຢ່າງໃດກໍຕາມ ທະນາຄານແຫ່ງປະເທດໄທເຫັນວ່ານະໂຍບາຍທາງການເງິນທີ່ຜ່ອນຄາຍລົງມາແຕ່ຕົ້ນປີ ລວມເຖິງມາດຕະການທາງງົບປະມານຂອງລັດຖະບານ ແລະ ມາດຕະການດ້ານການເງິນ ແລະ ສິນເຊື່ອທີ່ອອກມາເພີ່ມ ຈະຊ່ວຍໃຫ້ຜົນກະທົບທີ່ເກີດຂຶ້ນຜ່ອນຜັນລົງ ແລະ ຈະສະໜັບສະໜູນການຟື້ນຕົວຂອງເສດຖະກິດໄດ້ ຫຼັງການລະບາດຂອງ Covid-19 ຫຼຸດຜ່ອນລົງ. ຍ້ອນສາເຫດນີ້, ຈຶ່ງເຮັດໃຫ້ທະນາຄານປັບຫຼຸດ GDP ປີ 2020 ເຫຼືອ -8.1% ແລະ ມີມາດຕະການປັບອັດຕາດອກເບ້ຍນະໂຍບາຍຢູ່ທີ່ 0.5%.

Read More »

ສາຍການບິນ Nokscoot ປັບຫຼຸດຍົນ 3 ລຳ ພ້ອມທັງປະກາດປົດພະນັກງງານ…

ຈາກສະຖານະການ ການແຜ່ລະບາດຂອງພະຍາດ COVID-19 ສົ່ງຜົນໃຫ້ຜູ້ປະກອບການທາງດ້ານທຸລະກິດປະສົບບັນຫາຢ່າງຫຼວງຫຼາຍ ໂດຍສະເພາະທຸລະກິດສາຍການບິນ ເພາະມີມາດຕະການ Lock Down ຈຶ່ງເຮັດໃຫ້ຫຼາຍສາຍການບິນໃນທົ່ວໂລກຖືກສັ່ງໂຈະ ເພື່ອປ້ອງກັນການລະບາດຂອງເຊື້ອພະຍາດ ສິ່ງດັ່ງກ່າວໄດ້ເຮັດໃຫ້ບັນດາສາຍການບິນຂາດລາຍຮັບຢ່າງຫຼວງຫຼາຍ. ໃນວັນທີ 24 ມິຖຸນາ ສາຍການບິນ Nokscoot ໄດ້ອອກປະກາດແຈ້ງມາຍັງສື່ມວນຊົນ ໂດຍລະບຸວ່າ ຕາມທີ່ໄດ້ປະເມີນການດຳເນີນທຸລະກິດໃນຊ່ວງທີ່ຜ່ານມາ ສາຍການບິນ Nokscoot ຕັດສິນໃຈດຳເນີນການປັບໂຄງສ້າງທຸລະກິດຈາກສະຖານະການການແຜ່ລະບາດຂອງ COVID-19 ທີ່ມີຜົນຕໍ່ທຸລະກິດການບິນຢ່າງໜັກ ເຖິງແມ່ນວ່າກ່ອນໜ້ານີ້ການແຜ່ລະບາດຈະຫຼຸດຜ່ອນລົງ, ມີບາງປະເທດເລີ່ມເປີດນ່ານຟ້າແລ້ວ ແຕ່ການເດີນທາງລະຫວ່າງປະເທດຍັງມີຂໍ້ຈຳກັດຫຼາຍຢ່າງ ແລະ ອາດຈະມີຜົນກະທົບໄປອີກ 2-3 ປີ ເຮັດໃຫ້ບໍ່ສາມາດຟື້ນຕົວຄືກັບປີຜ່ານມາໄດ້. ຈາກພາບລວມຂອງອຸຸດສາຫະກຳການບິນທີ່ຢູ່ໃນໄລຍະຂາລົງ ສາຍການບິນ Nokscoot ໄດ້ປັບຫຼຸດຍົນຈຳນວນ 3 ລຳ ພາຍໃນທ້າຍເດືອນນີ້ ເຊິ່ງສົ່ງຜົນໃຫ້ບໍລິສັດຈໍາເປັນຕ້ອງຕັດສິນໃຈຫຼຸດຈຳນວນພະນັກງານລົງ, ສິ່ງນີ້ກາຍເປັນການຕັດສິນໃຈທີ່ຍາກລໍາບາກທີ່ສຸດ ແລະ ທາງບໍລິສັດເຂົ້າໃຈດີຕໍ່ຜົນກະທົບຂອງພະນັກງານ  ຈຶ່ງໄດ້ຊົດເຊີຍຕາມກົດໝາຍຄຸ້ມຄອງແຮງງານຢ່າງເໝາະສົມ. ທາງບໍລິສັດໄດ້ເຂົ້າໃຈເຖິງການຫາວຽກໃໝ່ໃນຊ່ວງນີ້ ແລະ ຈະພະຍາຍາມຊ່ວຍເຫຼືອພະນັກງານທີ່ໄດ້ຮັບຜົນກະທົບໃຫ້ຫຼາຍທີ່ສຸດເທົ່າທີ່ຈະເຮັດໄດ້, ແຕ່ເຖິງຢ່າງໃດກໍຕາມ ສາຍການບິນ Nokscoot  ຍັງຄຳນຶງເຖິງຄວາມປອດໄພຂອງຜູ້ໂດຍສານ ແລະ ພະນັກງງານທຸກຄົນເປັນສໍາຄັນ. ແຫຼ່ງຂໍ້ມູນ: https://l.facebook.com/l.php?u=https%3A%2F%2Fwww.khaosod.co.th%2Fspecial-stories%2Fnews_4376560%3Ffbclid%3DIwAR3JOnMQmueG6pRb59eJYK_2W-ONv6o4oW6R2-KE6gj1FQ9zjezrX2fJ53g&h=AT1RpHB2RXVVtHvXHPwI4N9MpN-9u0liv5WiqA-lkZnZQDrCx1vJ_5qxUK_pfC-sIvwQXilDqmSyZU4f2h-7N1auIgQ0Kx6xJc-eEPHbnjt82bCqbWtDy0eY8hh7dubwA3pExysS7yOeS3Cdf0ZdjmaObfuHvFiaVghwiCjdJlHmQ1K2dQlo-jByjC7wSMnLdVDZMih0O486-0qkzbIw96H7c4GsAgSvlCfj6MgUm1zENAT3XpzjOUQSIbdflnh51-SYPU8yN3-QpWokDWHyLwwlM5HzJW0kybAjIfW72QhK0qcDPk52aGw1jzZF-WVhgemvj_gJQ4iwTMzNuoR6SOZ5P7VxfGqNAKqaElRrXRuieZdYXgwudr9zBJIbaX48JP3R5lFBU49gE3-wX1RAT3g1ljSC2cpD-chlg3ne9ygm_TnAwlllYKSdZD9ifWPPBM83cXITv6KCA1KiIYtcHIjAT1giKGrQKvXWWdqwrpyHm7LoreREYL7C0sfQSs7uubUkdmmi2LyYroDzfNY0y4Vd7kEM3lgnH0DX1aUSDQ-IAjf-A39NLqogoznUsFBMK5NqdLBuRDvRc_pvsX7m0RvAAbo-513cX27mKyeqo5Qyjp2fGoH_o4fOhS33M2L9JcwQ

Read More »