ປັດຈຸບັນ ລະບົບລັກຊາ LaCSA (The Lao Climate Services for Agriculture System) ໄດ້ຮັບການພັດທະນາ…

ລະບົບລັກຊາ LaCSA (The Lao Climate Services for Agriculture System) ໄດ້ຖືກຮັບການພັດທະນາ ໂດຍໂຄງການ SAMIS ທີອົງການ Food and Agriculture Organization of the United Nations (FAO) ເປັນຜູ້ຈັດຕັ້ງປະຕິບັດ. ປັດຈຸບັນ ໂຄງການນີ້ ຜະລິດໃບແຈ້ງຂ່າວ ລາຍອາທິດ ແບບອັດຕະໂນມັດ ໃຫ້ທຸກໆເມືອງໃນທົ່ວປະເທດ ນັບແຕ່ໄດ້ມີການຜະລິດບົດຂ່າວ ກຽ່ວກັບການພະຍາກອນອາກາດ ແຕ່ເດືອນ ພຶດສະພາ 2019.

ຊາວກະຊິກອນ ແລະ ຜູ້ວາງນະໂຍບາຍ ໃນປະເທດລາວສາມາດນຳໃຊ້ລະບົບລັກຊາ ເພື່ອດາວໂຫລດ ຂໍ້ມູນພະຍາກອນ ເປັນພາສາລາວ ຂອງທຸກໆເມືອງ. ການປັງປຸງການດຳເນີນງານຂອງລະບົບລັກຊາ LaCSA ແມ່ນ ຖືກນຳສະເໜີໂດຍ ພະແນກ ພູມອາກາດ ແລະ ອຸຕຸກະເສດ, ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພາຍໃຕ້ການຮ່ວມມື ກັບບັນດາກົມຕ່າງໆໃນກະຊວງກະຊິກຳ ແລະ ປ່າໄມ້.

ແຫຼ່ງຂໍ້ມູນ: <iframe src=”https://www.facebook.com/plugins/post.php?href=https%3A%2F%2Fwww.facebook.com%2FLaosBriefly%2Fposts%2F2617563631891286&width=500″ width=”500″ height=”803″ style=”border:none;overflow:hidden” scrolling=”no” frameborder=”0″ allowTransparency=”true” allow=”encrypted-media”></iframe>

 

Comments