“ຍຸກໃໝ່ແຫ່ງການຜະລິດຄໍາ” ບໍ່ຄຳ-ທອງເຊໂປນ ຈະຍືດເວລາການຂຸດຄົ້ນບໍ່ແຮ່ ໄປອີກ 10 ປີ ຢ່າງຕໍ່າ…

ໃນວັນທີ 23 ມິຖຸນາ 2020 ບໍລິສັດ ລ້ານຊ້າງ  ມີເນໂຣນສ໌ ລິມິເຕັດ (LXML) ບໍ່ຄໍາ-ທອງເຊໂປນ ໄດ້ສະເຫຼີມສະຫຼອງການຫຼອມຄໍາແທ່ງທໍາອິດ ເປັນຂີດໝາຍ “ຍຸກໃໝ່ແຫ່ງການຜະລິດຄໍາ” ຂອງໂຄງການຄໍາ-ທອງເຊໂປນ ທີ່ເມືອງ ວິລະບູລີ, ແຂວງສະຫວັນນະເຂດ. ໃຫ້ກຽດເປີດພິທີໃນຄັ້ງນີ້ ໂດຍ ທ່ານ ທ່ອນແກ້ວ ພຸດທະໄກຍາລາດ ຮອງເຈົ້າແຂວງ ແຂວງສະຫວັນເຂດ, ທ່ານ ຄໍາຜຸຍ ສີບຸນເຮືອງ ເຈົ້າເມືອງ ເມືອງ ວິລະບູລີ, ທ່ານ ຝູ ເຊຍເຊີນ ປະທານ LXML, ທ່ານ ພໍ ແຮຣິສ ຜູ້ຈັດການໃຫຍ່ LXML ພ້ອມດ້ວຍຫຼາຍພາກສ່ວນເຂົ້າຮ່ວມ.

ການກັບຄືນມາຜະລິດຄໍາໃນຄັ້ງນີ້ ຈະຍືດອາຍຸການຂຸດຄົ້ນບໍ່ແຮ່ຂອງໂຄງການຄໍາ-ທອງເຊໂປນໄປອີກ 10 ປີຢ່າງຕໍ່າ ແລະ ຈະສືບຕໍ່ສ້າງວຽກເຮັດງານທໍາ ພ້ອມທັງສ້າງລາຍໄດ້ ກໍຄືປັບຊີວິດການເປັນຢູ່ຂອງຊຸມຊົນເຂດນັ້ນໃຫ້ດີຂຶ້ນ.

LXML ຈະສືບຕໍ່ປະກອບສ່ວນໃສ່ ການພັດທະນາ-ເສດຖະກິດສັງຄົມຂອງ ສປປ ລາວ ໂດຍຄາດວ່າຈະຜະລິດແທ່ງຄໍາໃຫ້ໄດ້ປະມານ 250.000 ອອນສ໌ຕໍ່ປີ ພ້ອມທັງລົງທຶນໃສ່ວຽກງານສໍາຫຼວດຫຼາຍຂຶ້ນ ພ້ອມທັງຂະຫຍາຍໂຄງການອື່ນໆອີກ.

 

 

ແຫຼ່ງຂໍ້ມູນຈາກ: ບໍລິສັດ ຊືເຟິງ ຈີຫຼົງ ຂຸດຄົ້ນຄໍາ ຈໍາກັດ

Comments