ທ່ານ ນາຍົກລັດຖະມົນຕີ ເດີນທາງຢ້ຽມຢາມປະເທດຫວຽດນາມ ເພື່ອຫາລືເລື່ອງການຟື້ນຟູເສດຖະກິດ…

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານຫງວຽນ ຊວນຟຸກ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມເຮັດວຽກເປັນການພາຍໃນ ທີ່ນະຄອນດານັງ, ສສ. ຫວຽດນາມ ໃນລະຫວ່າງວັນທີ 05-06 ກໍລະກົດ 2020, ເພື່ອປຶກສາຫາລືກ່ຽວກັບການຮ່ວມມືສອງຝ່າຍ ແລະ ແລກປ່ຽນບົດຮຽນໃນການພື້ນຟູເສດຖະກິດຫຼັງການລະບາດຂອງພະຍາດໂຄວິດ-19 ເພື່ອຊຸກຍູ້ການຄ້າ ແລະ ການລົງທຶນ, ການທ່ອງທ່ຽວ ແລະ ການໄປມາຫາສູ່ລະຫວ່າງ ປະຊາຊົນສອງຊາດ ລາວ-ຫວຽດນາມ ແນໃສ່ເພື່ອຊຸກຍູ້ສົ່ງເສີມສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ ແລະ ຫວຽດນາມໃຫ້ແໜ້ນແຟ້ນຍິ່ງຂຶ້ນ.

ໃນການຢ້ຽມຢາມຄັ້ງນີ້, ສອງຝ່າຍ ໄດ້ຕີລາຄາສູງເຖິງສາຍພົວພັນມິດຕະພາບອັນມີມາແຕ່ຍາວນານ, ຄວາມສາມັກຄີພິເສດ ແລະ ຄວາມໄວ້ເນື້ອເຊື່ອໃຈ ເຊິ່ງກັນ ແລະ ກັນ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ ແລະ ຫວຽດນາມ ອ້າຍນ້ອງ ທີ່ໄດ້ຮັບການສົ່ງເສີມ ແລະ ຮັດແໜ້ນໃຫ້ແໜ້ນເເຟ້ນໃນໄລຍະຜ່ານມາ. ສອງຝ່າຍ ຍັງໄດ້ຕີລາຄາສູງການພົວພັນຮ່ວມມືທີ່ມີໝາກມີຜົນໃນໄລຍະຜ່ານມາ ໂດຍສະເພາະຜົນສໍາເລັດໃນການຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ທັງຢູ່ ສສ.ຫວຽດນາມ ແລະ ສປປ ລາວ ກໍຄືການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນໄລຍະການເເຜ່ລະບາດຂອງພະຍາດດັ່ງກ່າວ. ໃນໄລຍະການຢ້ຽມຢາມເຮັດວຽກໃນຄັ້ງນີ້, ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ພ້ອມຄະນະຍັງໄດ້ເດີນທາງໄປຢ້ຽມຢາມເຂດອຸດສະຫະກຳ ດ້ຽນນາມ-ດ້ຽນ ຫງ໋ອກ, ແຂວງກວາງນາມ ອີກດ້ວຍ ເພື່ອຖອດຖອນບົດ ຮຽນໃນການພັດທະນາເສດຖະກິດ-ສັງຄົມໃນເຂດດັ່ງກ່າວ.

ນອກຈາກນີ້, ສອງຝ່າຍ ຍັງໄດ້ຕີລາຄາສູງ ແລະ ສະແດງຄວາມຊົມເຊີຍເຊິ່ງກັນ ແລະ ກັນ ຕໍ່ຜົນສຳເລັດໃນການສ້າງສາ ແລະ ພັດທະນາປະເທດຊາດ, ສາມາດຮັກສາໄດ້ສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ, ເສດຖະກິດສືບຕໍ່ຂະຫຍາຍໃນຕົວ ແລະ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນສອງຊາດໄດ້ຮັບການພັດທະນາໃຫ້ດີຂື້ນເທື່ອລະກ້າວ.

ໃນໂອກາດນີ້, ຝ່າຍລາວ ໄດ້ສະແດງຄວາມຊົມເຊີຍຝ່າຍຫວຽດນາມ ທີ່ໄດ້ປະສົບຜົນສຳເລັດໃນການເປັນປະທານກອງປະຊຸມສຸດຍອດອາຊຽນຄັ້ງທີ 36, ກອງປະຊຸມໄອປາ ແລະ ທັງເປັນປະທານກອງປະຊຸມສະມາຊິກບໍ່ຖາວອນ ຂອງສະພາຄວາມໝັ້ນຄົງ ສປຊ ໃນປີ 2020 ນີ້.

ພາບ-ຂ່າວ: ກົມການຂ່າວ, ກະຊວງການຕ່າງປະເທດ

Comments