General

ຜູ້ຜະລິດຢາປິ່ນປົວໂຄວິດ-19 ຂອງຈີນ ເຜີຍກຳໄລເຄີ່ງປີທໍາອິດເພີ່ມຂຶ້ນ 50 ສ່ວນຮ້ອຍ

ສຳນັກຂ່າວຊິນຫົວລາຍງານເມື່ອວັນທີ 14 ກໍລະກົດ 2020 ວ່າ ບໍລິສັດ ສືເຈຍຈວງ ອີ໋ຫລິ່ງ ຟາຣມາຊູຕິຄອລ ຈຳກັດ ຜູ້ຜະລິດຢາແຄັບຊູນຫຼຽນຮວາຊິງເວິນ ຊື່ງເປັນຢາທີ່ຄະນະກຳມະການສຸຂະພາບແຫ່ງຊາດຈີນ ແນະນຳວ່າມີປະສິດທິພາບໃນການປິ່ນປົວພະຍາດໂຄວິດ-19 ລາຍງານການເຕີບໂຕຂອງຜົນກຳໄລທີ່ເພີ່ມຂຶ້ນຢ່າງເຫັນໄດ້ຊັດເຈນໃນຊ່ວງເຄີ່ງປີ 2020. ການປະເມີນການລາຍໄດ້ເບື້ອງຕົ້ນຂອງບໍລິສັດ ທີ່ຍື່ນຕໍ່ຕະຫລາດຫລັກຊັບເຊິນເຈິ້ນ ລະບຸວ່າກຳໄລສຸດທິຂອງກຸ່ມຜູ້ຖືຫຸ້ນໄດ້ເພີ່ມຂື້ນລະຫວ່າງ 50-60 ສ່ວນຮ້ອຍ ເມື່ອທຽບປີຕໍ່ປີ ຢູ່ທີ່ລະຫວ່າງ 682-728 ລ້ານຢວນ (ປະມານ 100 ລ້ານໂດລາ). ໃນຊ່ວງເຄີ່ງປີທຳອິດ ບໍລິສັດເຜີຍວ່າຍອດຈຳຫນ່າຍຢາແຄັບຊູນຫຼຽນຮວາຊິງເວິນເຕີບໂຕຢ່າງວ່ອງໄວໃນຊ່ວງເຄີ່ງປີທຳອິດ ໂດຍສະເພາະຢ່າງຍິ່ງໃນໄຕມາດ 2 ເນື່ອງຈາກແພດແຜນຈີນ ໄດ້ຮັບການຍອມຮັບຫລາຍຂື້ນທັງໃນແລະຕ່າງປະເທດ ຊື່ງຊ່ວຍກະຕຸ້ນຍອດຈຳຫນ່າຍເພີ່ມສູງຕາມໄປ. ທັງນີ້ ຢາແຄັບຊູນຫຼຽນຮວາຊິງເວິນໄດ້ຮັບການອະນຸມັດໃຫ້ວາງຈຳຫນ່າຍໃນສິງກະໂປ ຫລັງຂື້ນທະບຽນເປັນຢາຈີນທີ່ມີສິດທິບັດ ໂດຍສຳນັກງານວິທະຍາສາດສຸຂະພາບ ຂອງສິງກະໂປຢ່າງເປັນທາງການ ເມື່ອເດືອນພຶດສະພາທີ່ຜ່ານມາ. ຂະນະດຽວກັນມູນຄ່າຫຸ້ນຂອງສື່ເຈຍຈວງ ອີ໋ຫລິ່ງ ຟາຣມາຊູຕິຄອລ ຊື່ງເປັນບໍລິສັດຜູ້ຜະລິດຢາທີ່ຈົດທະບຽນໃນຕະຫລາດຫລັກຊັບເຊິນເຈິ້ນເພີ່ມຂື້ນ 4.49 ສ່ວນຮ້ອຍ ປິດທີ່ 35.89 ຢວນ (ປະມານ 50,000 ກີບ) ຕໍ່ຫນ່ວຍເມື່ອວັນສຸກ (10 ກໍລະກົດ) ທີ່ຜ່ານມາ.

Read More »

ປີ 2030 ຄາດວ່າ ສປປ ລາວ ຈະມີປະຊາກອນຫລາຍກ່ວາ 8 ລ້ານຄົນ

ທ່ານ ກິແກ້ວ ຈັນທະບູຣີ ຮອງລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ ກ່າວ ໃນພິທີສະເຫລີມສະຫລອງ ວັນປະຊາກອນໂລກ ຄົບຮອບ 33 ປີ ໃນວັນທີ 10 ກໍລະກົດ 2020 ນີ້​ວ່າ: ລັດຖະບານ ສປປ ລາວ ໄດ້ສຸມໃສ່ການຟື້ນຟູ ຜົນກະທົບຈາກການແຜ່ ລະບາດຂອງພະຍາດ ໂຄວິດ-19 ຄຽງຄູ່ກັນກັບການວາງແຜນ ພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ 9 ແລະ ໄດ້ເຮັດບົດລາຍງານການຄາດຄະເນ ປະຊາກອນລາວ ໃນປີ 2030 ເຊິ່ງເຫັນວ່າປະຊາກອນ ສປປ ລາວ ຈະເພີ່ມຂຶ້ນເຖິງ 8.1 ລ້ານຄົນ. ສະນັ້ນ, ຈິ່ງຈຳເປັນຈະຕ້ອງໄດ້ເພີ່ມທະວີ ການລົງທຶນໃສ່ການປັບປຸງ ການສຶກສາລະດັບມັດທະ ຍົມ ໂດຍໃຫ້ມີໂຮງຮຽນ ແລະ ຄູສອນທີ່ມີທັກສະພຽງພໍ ເພື່ອຮັບຮອງນັກຮຽນເຖິງ 1 ລ້ານ​ກວ່າ​ຄົນທີ່ຈະບັນຈຸເຂົ້າ ໃນການສຶກສາລະດັບ ມັດທະຍົມໃນຕໍ່ໜ້າ; ພາຍໃນປີ 2030 ຕ້ອງມີວຽກຮອງຮັບຊາວໜຸ່ມ 87.000 ຄົນ ...

Read More »

ສ່ວນແບ່ງຕະຫລາດອຸປະກອນ 5G ຂອງ Huawei ມີອັດຕາສ່ວນເຖິງ 35.7%, ການຄາດຄະເນຂອງ Dell’Oro

ສຳນັກຂ່າວເຕັກໂນໂລຊີຂອງເກົາຫຼີລາຍງານກ່ຽວກັບການຄາດຄະເນຂອງບໍລິສັດ Dell’Oro ຄົ້ນຄ້ວາໂຄງປະກອບຂອງຕະຫຼາດອຸປະກອນ 5G ໃນໄຕມາດທຳອິດຂອງ ປີ 2020. ບໍລິສັດ Huawei ຂອງຈີນ ໄດ້ຮັບສ່ວນແບ່ງຍອດລາຍຮັບທົ່ວໂລກໃນຂະແໜງນີ້ 35,7%, ກ່ອນໜ້າ Ericsson (24.6%), Nokia (15,8%) ແລະ Samsung (13,2%). ບໍລິສັດ Huawei ໄດ້ພັດທະນາເຕັກໂນໂລຊີໃນຂົງເຂດເຄືອຂ່າຍໂທລະຄົມມະນາຄົມທົ່ວໂລກ ນັບແຕ່ປີ 2016 ເປັນຕົ້ນມາ ແລະ ໄດ້ຮັບຜົນປະໂຫຍດທີ່ໝັ້ນຄົງໃນຂະແໜງການນີ້. ແຫຼ່ງຂໍ້ມູນ: https://equalocean.com/briefing/20200705230002319

Read More »

Elon Musk ແຈ້ງລົດບໍ່ຕ້ອງໃຊ້ຄົນຂັບ ມີໂອກາດພັດທະນາສົມບູນແບບໃນທ້າຍປີນີ້…

ລົດທີ່ບໍ່ຕ້ອງມີຄົນຂັບ ກາຍເປັນເຕັກໂນໂລຊີ ທີ່ຫຼາຍຄົນໃຫ້ຄວາມສົນໃຈ ໂດຍສະເພາະເມື່ອເຕັກໂນໂລຊີ AI ຮວມເຂົ້າກັບການຮັບສົ່ງຂໍ້ມູນດ້ວຍຄວາມໄວສູງໃນລະດັບ 5G ຊ່ວຍໃຫ້ລົດທີ່ບໍ່ຕ້ອງມີຄົນຂັບມີປະສິດທິພາບຫຼາຍຂຶ້ນ ສິ່ງທີ່ສຳຄັນມີຄວາມຖືກຕ້ອງສູງໃນການກວດຈັບສະພາບການຈະລາຈອນໃນຖະໜົນໄດ້ແບບ Real Time ເຊິ່ງຈະຊ່ວຍເພີ່ມຄວາມປອດໄພໃຫ້ກັບການເດີນທາງໃນທ້ອງຖະໜົນ. ເປັນທີຮູ້ກັນດີຢູ່ແລ້ວວ່າ Tesla ຄ່າຍລົດໄຟຟ້າທີ່ສ້າງຂຶ້ນມາຫຼັງປີ 2000 ເປັນຄ່າຍທຳອິດທີ່ໃຫ້ຄວາມສຳຄັນກັບການໃຊ້ເຕັກໂນໂລຊີລົດໃຫຍ່ທີ່ບໍ່ຕ້ອງມີຄົນຂັບ ໂດຍສະເພາະ Fuction Autopilot ທີ່ຊ່ວຍໃຫ້ລົດຢູ່ໃນເລນ ໂດຍໃນປະເທດທີ່ Tesla ເຂົ້າໄປເຮັດການຕະຫຼາດຢ່າງຈິງຈັງ Fuction Autopilot ຈະເຮັດວຽກກ່ຽວກັບລະບົບ  GPS ໃນການຄົ້ນຫາເສັ້ນທາງ ແລະ ເຮັດການເດີນທາງໄປຕາມເສັ້ນທາງທີ່ GPS ກຳນົດໂດຍອັດຕະໂນມັດ. ໂດຍກ່ອນໜ່ານີ້ Tesla ຫາກໍເປີດໂຕ Fuction ໃໝ່ ຄື: “Smart Summon” ໃນການສັ່ງໃຫ້ລົດ Tesla ອອກຈາກບ່ອນຈອດລົດມາຫາເຈົ້າຂອງລົດແບບບໍ່ຕ້ອງມີຄົນຂັບ ເປັນສິ່ງທີ່ຊ່ວຍຢືນຢັນໃນການພັດທະນາເຕັກໂນໂລຊີຂອງ Tesla ສົ່ງຜົນໃຫ້ເມື່ອບໍ່ດົນມານີ້ຄ່າຍລົດ Tesla ມີມູນຄ່າສູງກວ່າຄ່າຍລົດຍົນໃຫຍ່ຍີ່ປຸ່ນເຊັ່ນ TOYOTA ແລະ ສົ່ງຜົນໃຫ້ Elon Musk ມີສັບສິນຫຼາຍກ່ວາ Warren Buffett  ແລ້ວເຮັດໃຫ້ Elon Musk ກາຍເປັນເສດຖີອັບດັບທີ 7 ຂອງໂລກ. ນອກຈາກນີ້, Elon Musk  ຍັງຊີ້ໃຫ້ເຫັນວ່າ ລົດທີ່ມີເຕັກໂນໂລຊີໃນລະດັບ 5​G ເຊິ່ງໝາຍເຖິງລົດທີ່ຂັບໄດ້ເອງ ໂດຍບໍ່ຕ້ອງມີການແຊກແຊງຂອງມະນຸດ 100% ຫຼື ...

Read More »

ອັດຕາເງິນກີບຜັນຜວນໃນຮອບ 4 ປີ ແລະ ອ່ອນຄ່າຕໍ່ເນື້ອງ…

ການຄ້າຊາຍແດນໄທ-ລາວຕັ້ງຮັບ ຄ່າເງິນກີບຫຼຸດ-Lockdown ກົດສົ່ງອອກ-ນໍາເຂົ້າໃນຮອບ 5 ເດືອນຫຼຸດທຶນຫຼາຍ ຫໍການຄ້າສະເໜີໃຫ້ໜອງຄາຍໂມເດລ ເປີດດ່ານເພີ່ມຮັບພໍ່ຄ້າຊາຍແດນເຂົ້າມາຊື້ຂາຍມື້ລະ 250 ຄົນ. ສຳນັກງານສົ່ງເສີມການຄ້າໃນຕ່າງປະເທດນະຄອນຫຼວງວຽງຈັນ ລາຍງານສັນຍານ ສປປ.ລາວ ກັງວົນ ບັນຫາເງິນກີບຜັນຜວນທີ່ສຸດໃນຮອບ 4 ປີ ແລະ ອ່ອນຄ່າຕໍ່ເນື້ອງ ໂດຍມີອັດຕາແລກປ່ຽນກັບ 1 ບາດໄທ ທີ່ເລດ 301.99 ກີບ  ໃນຕົ້ນປີ ວັນທີ 2 ມັງກອນ 2020 ທີ່ຜ່ານມາ ແລະ ອ່ອນຄ່າໄປຢູ່ທີ່ 312.73 ໃນວັນທີ 17 ມິຖຸນາ 2020 ລ່າສຸດລົງໄປທີ 314.74  ກີບ ໃນ ວັນທີ 2 ກໍລະກົດນີ້. ນັກເສດຖະສາດ ສປປ.ລາວແຈ້ງໃຫ້ຮູ້ວ່າ ເສດຖະກິດລາວໃນໄລຍະໂຄວິດ-19 ບວກກັບຍັງມີມາດຕະການ Lockdown ເຮັດໃຫ້ບັນດາດ່ານ ແລະ ຊາຍແດນຕ່າງໆປິດຊົ່ວຄາວ ເຊິ່ງເຮັດໃຫ້ຄວາມຕ້ອງການສິນຄ້າອຸປະໂພກທີ່ຕ້ອງນໍາເຂົ້າມີເພີ່ມຂຶ້ນ ລວມໄປເຖິງອັດຕາການແລກປ່ຽນເງິນຕານອກລະບົບມີລາຄາທີ່ສູງຫຼາຍ ເຊິ່ງຕ່າງອັດຕາແລກປ່ຽນໃນລະບົບທະນາຄານ ນີ້ຈຶ່ງເປັນສາເຫດທີ່ເຮັດໃຫ້ອັດຕາເງິນກີບຫຼຸດລົງໜັກ ແລະ ຮຽກຮ້ອງໃຫ້ສົ່ງເສີມການຜະລິດພາຍໃນຫຼາຍຂຶ້ນ. ອັດຕາເງິນກີບຫຼຸດລົງເລື້ອຍໆ ຕັ້ງແຕ່ຕົ້ນປີ 2020 ເປັນຕົ້ນມາ ຫຼາຍກວ່າ 20%  ແລ້ວ ...

Read More »

ຄະນະສະເພາະກິດດ້ານເສດຖະກິດ ຕີລາຄາຄືນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19…

ວັນທີ 13 ກໍລະກົດ 2020, ຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໄດ້ຈັດກອງປະຊຸມເພື່ອຕີລາຄາຄືນຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ແລະ ສະພາບການຜັນຂະຫຍາຍນະໂຍບາຍ ແລະ ມາດຕະການທີ່ລັດຖະບານໄດ້ແຈ້ງອອກເພື່ອຫລຸດຜ່ອນຜົນກະທົບຕໍ່ເສດຖະກິດຂອງລາວ ໂດຍການເປັນປະທານຂອງ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ທັງເປັນຫົວໜ້າຄະນະສະເພາະກິດດ້ານເສດຖະກິດ ເພື່ອແກ້ໄຂຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໂດຍການເຂົ້າຮ່ວມຂອງທຸກຂະແໜງການທີ່ກ່ຽວຂ້ອງ. ທ່ານ ສອນໄຊ ສີພັນດອນ ກ່າວວ່າ: ກອງປະຊຸມໃນມື້ນີ້ ແມ່ນຈະໄດ້ສຸມໃສ່ການຕີລາຄາການປະເມີນຜົນກະທົບໃນໄລຍະຜ່ານມາວ່າ ໄດ້ມີການແກ້ໄຂຄືແນວໃດ ເພື່ອພ້ອມກັນຄົ້ນຄວ້າ ກຳນົດທິດທາງວຽກງານຈຸດສຸມ ໃນການຟື້ນຟູເສດຖະກິດຂອງ ສປປ ລາວ ໃນ 6 ເດືອນທ້າຍປີ ແລະ ໃນຕໍ່ໜ້າ. ພ້ອມກັນນັ້ນ, ກໍໄດ້ເນັ້ນໃຫ້ບັນດາຂະແໜງການຕ່າງໆ ໃຫ້ເອົາໃຈໃສ່ຄົ້ນຄວ້າປຶກສາຫາລືຕໍ່ບັນດານະໂຍບາຍ ແລະ ມາດຕະການຜ່ອນຜັນຕ່າງໆ ເພື່ອຫລຸດຜ່ອນຜົນກະທົບ, ຄວາມຫຍຸ້ງຍາກໃນການດຳລົງຊີວິດ ແລະ ການດຳເນີນທຸລະກິດຢູ່ພາຍໃນປະເທດ ເປັນຕົ້ນແມ່ນ: ການຊຳລະສະສາງພັນທະຕ່າງໆ, ການຫລຸດຜ່ອນຄ່າບໍລິການພາກສັງຄົມ ແລະ ປະຊາຊົນ, ການສະໜອງທຶນໃຫ້ແກ່ການດໍາເນີນທຸລະກິດຂະໜາດນ້ອຍ ແລະ ກາງ, ການຊຸກຍູ້ການຜະລິດກະສິກຳ, ການສົ່ງເສີມການຊົມໃຊ້ຜະລິດຕະພັນພາຍໃນ, ບັນຫາແຮງງານທີ່ກັບມາແຕ່ໄທ, ...

Read More »

ສະຫະລັດອາເມລິກາ ແບນແອັບ TikTok ອ້າງຕອບໂຕ້ຈີນທີ່ເປັນຕົ້ນເຫດໃຫ້ເກີດການແຜ່ລະບາດ Covid-19…

ປະທານາທິບໍດີສະຫະລັດອາເມລິກາ ໂດນັລ ທຣຳ ເປີດເຜີຍວ່າ ຝ່າຍບໍລິຫານຄະນະລັດຖະບານກຳລັງພິຈາລະນາຄຳສັ່ງຫ້າມແອັບ TikTok ທີ່ເປັນແອັບກ່ຽວກັບຄຣິບວີດີໂອສັ້ນໆ ດຳເນີນງານໃນແຜ່ນດິນຂອງສະຫະລັດອາເມລິກາ ໂດຍມີການຊີ້ແຈງວ່າເປັນມາດຕະການໜຶ່ງໃນການຕອບໂຕ້ຈີນທີ່ບໍ່ສາມາດຈັດການກັບການແຜ່ລະບາດຂອງ COVID-19 ຈົນກໍ່ໃຫ້ເກີດການລະບາດໄປທົ່ວໂລກ ແລະ ມີຜູ້ເສຍຊີວິດເປັນຈຳນວນຫຼວງຫຼາຍ.   ການຕັດສິນໃຈດັ່ງກ່າວ ຂອງປະທານາທິບໍດີສະຫະລັດອາເມລິກາ ເກີດຂຶ້ນຫຼັງຈາກທີ່ທ່ານ ໄມຄ໌ ປອມເປໂອ (Mike Pompeo) ລັດຖະມົນຕີວ່າການກະຊວງຕ່າງປະເທດ ສະຫະລັດອາເມລິກາ ເປີດເຜີຍວ່າ ກຳລັງພິຈາລະນາແບນ Application Social Media ຂອງຈີນ ໃນນັ້ນມີແອັບ TikTok ນຳ ເຖິງແມ່ນວ່າແອັບ TikTok ໃນສະຫະລັດອາເມລິກາ ໄດ້ວ່າຈ້າງ Kevin Mayer  ອະດີດຜູ້ບໍລິຫານບໍລິສັດ Walt Disney Co. ໃນຕຳແໜ່ງປະທານເຈົ້າໜ້າທີ່ບໍລິຫານ ໃນເດືອນທີ່ຜ່ານມາ.  ແຕ່ບໍລິສັດແມ່ເຊັ່ນ ByteDance ກໍຍັງເປັນບໍລິສັດຈາກຈີນ ໂດຍທ່ານ ໄມຄ໌ ປອມເປໂອ (Mike Pompeo)  ແນະນຳໃຫ້ປະຊາກອນໃນອາເມລິກາ ບໍ່ຄວນດາວໂຫຼດແອັບ TikTok ລົງໃນໂທລະສັບມືຖື ຍົກເວັ້ນແຕ່ການໃຫ້ຂໍ້ມູນສ່ວນຕົວຂອງພວກເຂົາຕົກຢູ່ໃນມືຂອງພັກຄອມມູນິດຈີນ, ໃນສະຫະລັດອາເມລິກາ ແອັບ TikTok ໄດ້ຮັບການດາວໂຫຼດຫຼາຍກ່ວາ 165 ລ້ານເທື່ອ. ໂດຍທາງ TikTok ໄດ້ປະຕິເສດຂໍ້ກ່າວຫາວ່າເປັນໄພຄຸກຄາມຕໍ່ຄວາມໝັ້ນຄົງຂອງສະຫະລັດອາເມລິກາ. ແຫຼ່ງຂໍ້ມູນ: <iframe src=”https://www.facebook.com/plugins/post.php?href=https%3A%2F%2Fwww.facebook.com%2FMarketingOopsdotcom%2Fposts%2F10156990103187610&width=500″ width=”500″ height=”585″ ...

Read More »

ມາຮູ້ຈັກກັບ ເງິນຢວນ Digital ແລະ ຄຳຖາມທີ່ຄາໃຈວ່າ ເປັນຫຍັງເງິນຢວນ Digital ອາດຈະຖືກໃຊ້ໃນໄວໆນີ້…

ສະກຸນເງິນຢວນ Digital ອາດຈະຖືກນຳໃຊ້ໃນອີກບໍ່ດົນ ເຊິ່ງເລື່ອງນີ້ເປັນປະເດັນໃຫຍ່ມາແຮງຫຼາຍ, ແຕ່ກໍມີຄຳຖາມສຳຄັນທີ່ຫຼາຍຄົນອາດຈະເບິ່ງຂ້າມຄື ຈີນພ້ອມທີ່ຈະໃຊ້ງານແທ້ໆແລ້ວບໍ ແລ້ວນອກຈາກນີ້ ມັນອາດຈະສົ່ງຜົນກະທົບຫຍັງແດ່. ສະກຸນເງິນຢວນ Digital ແມ່ນຫຍັງ? ຫາກອະທິບາຍແບບພາບລວມໃຫ້ເຂົ້າໃຈງ່າຍທີ່ສຸດຄື ມັນມີຮູບແບບຂອງການນຳເງິນສົດໃນກະເປົາຍ້າຍມາທີ່ໂລກ Online ເຊິ່ງມີຈຸດເດັ່ນຄືໃຊ້ຈ່າຍໄດ້ໃນແບບອອຟໄລນ໌ (Offline) ໂດຍບໍ່ຕ້ອງເຊື່ອມອິນເຕີເນັດສະເໝີໄປ, ສ່ວນແອັບສຳຄັນໃນການໃຊ້ງານເຊັ່ນ: Alipay ແລະ WeChatPay ເຊິ່ງເປັນ 2 ແອັບຫຼັກ ທີ່ຄົນຈີນໃຊ້ງານຢູ່ແລ້ວໃນມືຖືຂອງແຕ່ລະຄົນ ພ້ອມທັງແອັບເຫຼົ່ານີ້ໄດ້ຜູກມັດກັບບັນຊີທະນາຄານຂອງແຕ່ລະຄົນອີກດ້ວຍ. ສຳຫຼັບທີ່ມາຂອງສະກຸນເງິນຢວນ Digital ຖືກພັດທະນາໃນກຸ່ມວິໄຈດ້ານເງິນ Digital Currency Research Institute ເຊິ່ງເປັນການຮ່ວມກັນກໍ່ຕັ້ງໂດຍລັດຖະບານ ແລະ ເອກະຊົນ ຕັ້ງແຕ່ປີ 2017 ຜ່ານມາ, ໂດຍເງິນຢວນ Digital ທີ່ອອກແບບກັນມານັ້ນ ມີລັກສະນະເປັນ Central Bank Digital Currency (CBDC) ເຊິ່ງເປັນສະກຸນເງິນທີ່ຄວບຄຸມໂດຍທະນາຄານກາງຂອງຈີນນັ້ນເອງ. ສຳຫຼັບອັດຕາຄ່າເງິນ, ເງິນນີ້ຈະຖືກອອກແບບໃຫ້ຢູ່ໃນອັດຕາສ່ວນ 1:1 ນັ້ນໝາຍຄວາມວ່າ ທຸກການອອກເງິນ 100 ຢວນ Digital ຈະຕ້ອງມີເງິນເກັບໄວ້ໃນບັນຊີຂອງທະນາຄານກາງຂອງຈີນສະເໝີ. ພ້ອມກັນນັ້ນ ສິ່ງທີ່ເປັນຈຸດແຂງໂດຍຫຼັກເລີຍຄື ການທີ່ຊ່ວຍໃຫ້ສາມາດສ້າງທຸລະກິດທາງການເງິນໄດ້ໃນແບບ Offline ໝາຍຄວາມວ່າ ເຖິງແມ່ນວ່າມືຖືຂອງເຮົາຈະບໍ່ໄດ້ຕໍ່ສັນຍານອິນເຕີເນັດ ...

Read More »

ກອງທຶນການເງິນສາກົນ (IMF) ອອກຄຳແນະນຳ ປັບໂຄງສ້າງໜີ້ສິນເພີ່ມ…

ກອງ​ທຶນການ​ເງິນສາກົນ (IMF)​ ອອກ​ຄຳແນະນຳບັນດາປະ​ເທດລາ​ຍ​ໄດ້​ຕ່ຳ ປັບ​ໂຄງ​ສ້າງ​ໜີ້ີ້ ຫລັງ​ກູ້​ຢືມ​ເງິນມາ​ຈັດການ​ເສດຖະກິດທີ່​ໄດ້​ຮັບ​ຜົນ​ກະທົບ ຈາກ​ໂຄ​ວິດ-19 ຫລຸດ​ຄວາມ​ສ່ຽງທີ່​ຈະ​ຜະ​ເຊີນກັບພາລະ​ໜີ້​ສິນ​ເພີ່ມ. ​ເມື່ອ​ພິຈາລະນາ ຈາກ​ປະ​ເທດທີ່​ມີ​ລາຍ​ໄດ້​ຕ່ຳ ປະມານ 400% ທີ່​ພົບ​ກັບໜີ້ີ້ສິນ ຫລື ຄວາມ​ສ່ຽງ​ສູງ​ທີ່ຈະ​ພົບ​ບກັບ​ໜີ້​ສິນ​ນັ້ນ  ຈຶ່ງ​ມີ​ຄວາມ​ຈຳ​ເປັນ ​ໃນ​ການ​ປັບ​ໂຄງ​ສ້າງ​ໜີ້​ຄັ້ງ​ໃຫຍ່ ຫລັງ​ຈາກ ທ່ານ ນາງ ກິ​ຕາ ​ໂກ​ປີ​ນາ, ຫົວໜ້າ ນັກ​ເສດຖະສາດຂອງ​ກອງ​ທຶນການ​ເງິນ​ສາກົນ​ ກ່າວວ່າ: ກຸ່ມ​ຈີ 20 ​ແລະ ກຸ່ມ​ປາຣີສ ຄລັບ ທີ່​ເປັນ​ກຸ່ມ​ປະ​ເທດ​ເຈົ້າໜີ້ຈັດ​ກອງ​ປະຊຸມ​ລະດັບ​ສູງ ​ເພື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ໜີ້ີ້, ກະ​ແສ​ເງິນ​ທຶນ ​ແລະ ການ​ເງິນ ທີ່​ກ່ຽວຂ້ອງ​ກັບເສດຖະກິດທີ່​ເກີດ​ຈາກ​ໂຄ​ວິດ-19. ນອກ​ຈາກນີ້, ລັດຖະມົນຕີ​ກະຊວງ​ການ​ເງິນ ຈີ 20 ​,ຜູ້ນຳ ​ໄອ​ເອັມ​ເອຟ ​ແລະ ທະນາຄານ​ໂລກ ລວມ​ເຖິງ ​ເຈົ້າໜ້າ​ທີ່​ພາກ​ເອກະ​ຊົນປຶກສາ​ຫາລືກັນ​ກ່ຽວ​ກັບທາງ​ເລືອກ​ຕ່າງໆ ​ໃນ​ການ​ຮັບ​ມມືກັບ​ກະ​ແສເງິນ​ທຶນ ​ໄຫລ​ອອກ​ຈາກຕະຫລາດ​ເກີດ​ໃໝ່, ບັນຫາ​ໜີ້​ສິນ ​ແລະ ວິທີທີ່​ດີ​ທີ່​ສຸດ ​ຄືການ​ສົ່ງ​​ເສີມການ​ຂະຫຍາຍຕົວທາງ​ເສດຖະກິດທີ່​ເຂັ້ມ​ແຂງ ​ແລະ​ ຍືນ​ຍົງ​ໃນ​ຕໍ່ໜ້າ. ແຫຼ່ງຂໍ້ມູນ: ຂປລ

Read More »

ເຈົ້າໜ້າທີ່ແຂວງຄຳມ່ວນ ທໍາລາຍເຄື່ອງໃນສັດເກືອບ 2 ໂຕນ ທີ່ລັກລອບນໍາເຂົ້າແຖມປົນເປື້ອນສານເຄມີ…

ຍັງມີໃຫ້ເຫັນມາເລື້ອຍໆສໍາລັບການລັກລອບນໍາເຂົ້າສິນຄ້າແບບບໍ່ຖືກຕ້ອງ ເຖິງແມ່ນວ່າຜ່ານມາພາກສ່ວນກ່ຽວຂ້ອງຈະມີການຄຸມເຂັ້ມກວດຍຶດທໍາລາຍຖິ້ມມາແລ້ວຈໍານວນບໍ່ໜ້ອຍ ແຕ່ກໍ່ຍັງມີກຸ່ມຄົນຈໍານວນໜຶ່ງທີ່ຝ່າຝືນເຮັດສິ່ງຜິດລະບຽບກົດໝາຍຢູ່, ຫຼ້າສຸດພົບຢູ່ຄໍາມ່ວນເປັນເຄື່ອງໃນສັດເກືອບ 2ໂຕນ ເຊິ່ງເຈົ້າໜ້າທີ່ກໍ່ສາມາດຍຶດໄດ້ ແລະ ນໍາໄປທໍາລາຍຖິ້ມ. ທ່ານ ວຽງທອງ ພິມມະສອນ ຫົວໜ້າຂະແໜງການຄ້າພາຍໃນ ພະແນກອຸດສາຫະກຳ ແລະ ການຄ້າ ແຂວງຄຳມ່ວນ ລາຍງານໃຫ້ຮູ້ວ່າ: ໃນເວລາ 9:00 ໂມງ ຂອງວັນທີ 7 ກໍລະກົດ 2020 ມີພົນລະເມືອງດີທ່ານໜຶ່ງແຈ້ງຕໍ່ເຈົ້າໜ້າທີ່ວ່າມີການລັກລອບນຳເຂົ້າສິນຄ້າປະເພດເຄື່ອງໃນສັດ ແບບບໍ່ຖືກຕ້ອງຕາມກົດໝາຍ ທາງເຈົ້າໜ້າທີ່ກໍ່ໄດ້ລົງເຄື່ອນໄຫວຕິດຕາມລົດໝາຍເລກທະບຽນຕາມການແຈ້ງຂອງພົນລະເມືອງດີ, ເມື່ອກວດກາລົດຄັນດັ່ງກ່າວກໍ່ໄດ້ພົບເຫັນສິນຄ້າປະເພດຕັບໝູ ແລະ ເຄື່ອງໃນງົວ, ຄວາຍ ທີ່ຊຸກເຊື່ອງຢູ່ພື້ນລົດ ເຊິ່ງມີທັງໝົດຈຳນວນ 22 ແກັດ, ນ້ຳໜັກ 1.870 ກິໂລກຼາມ ລວມມີມູນຄ່າ 28 ລ້ານກວ່າກີບ. ຕາມການກວດກາຂອງເຈົ້າໜ້າທີ່ເຫັນວ່າສິນຄ້າ ປະເພດດັ່ງກ່າວແມ່ນມີສານເຈືອປົນເປັນຈຳນວນຫຼາຍ ສະນັ້ນທາງເຈົ້າໜ້າທີ່ຈຶ່ງໄດ້ຍຶດ ພ້ອມນຳເອົາສິນຄ້າດັ່ງກ່າວໄປທຳລາຍ ທີ່ສະຖານທີ່ຖິ້ມຂີ້ເຫຍື້ອບ້ານນາບວບ ເມືອງທ່າແຂກ ແຂວງຄຳມ່ວນ ໃນວັນທີ 8 ກໍລະກົດ 2020 ໂດຍມີເຈົ້າໜ້າທີ່ຈາກຂະແໜງ ການຕ່າງໆຂອງແຂວງທີ່ກ່ຽວຂ້ອງເຂົ້າຮ່ວມ. ແຫຼ່ງຂໍ້ມູນ: Khammouane News

Read More »