ເມືອງ Wuhan ຂອງຈີນໄດ້ຍົກສູງລະດັບການປ້ອງກັນໄພນໍ້າຖ້ວມ ຢູ່ໃນລະດັບສູງສຸດເປັນອັນດັບສອງ…

ໃນວັນທີ 6 ກໍລະກົດ ເມືອງ Wuhan, ເມືອງເອກຂອງແຂວງ Hubei ທາງພາກກາງຂອງຈີນ ໄດ້ຍົກລະດັບການຕອບໂຕ້ສຸກເສີນ ສຳລັບການຄວບຄຸມ ແລະ ປ້ອງກັນໄພນໍ້າຖ້ວມ ຈາກຊັ້ນ 3 ເຖິງຊັ້ນ 2, ເຊິ່ງເປັນລະດັບສູງສຸດເປັນອັນດັບສອງຂອງລະບົບ 4 ຊັ້ນ. ເນື່ອງຈາກມີຝົນຕົກແຮງໃນທົ່ວເມືອງໄລຍະສອງມື້ທີ່ຜ່ານມາ, ເຊິ່ງເຮັດໃຫ້ຖະໜົນຫົນທາງຖືກນໍ້າຖ້ວມ ແລະ ລະດັບນໍ້າເກີນລະດັບເຕືອນໄພໃນບາງບ່ອນ.

ນອກຈາກນັ້ນ, ພະຍຸຝົນຕົກໜັກ ຄາດວ່າຈະຍັງຄົງສືບຕໍ່ຕົກຢູ່ເລື້ອຍໆ. ໃນການສັງເກດສະພາບການໃນປະຈຸບັນ, ສຳນັກງານຄວບຄຸມໄພນໍ້າຖ້ວມ ແລະ ໄພແຫ້ງແລ້ງໃນເມືອງ ໄດ້ປະກາດ ໃນຕອນເຊົ້າຂອງວັນຈັນທີ່ຜ່ານມາວ່າ ຈະເພີ່ມລະດັບການປ້ອງກັນສຸກເສີນສຳຫຼັບໄພນໍ້າຖ້ວມ ແລະ ຈະລະບາຍນໍ້າໃຫ້ສູງທີ່ສຸດເປັນອັນດັບສອງ.

ຝົນຕົກໜັກ ໄດ້ສົ່ງຜົນກະທົບຕໍ່ພື້ນທີ່ສ່ວນໃຫຍ່ຂອງຈີນ, ໂດຍສະເພາະຕໍ່ປະຊາຊົນຫຼາຍລ້ານຄົນ ແລະ ກໍ່ໃຫ້ເກີດການສູນເສຍທາງດ້ານເສດຖະກິດຢ່າງຫຼວງຫຼາຍ. ໃນວັນອາທິດທີ່ຜ່ານມາ ຫລາຍພື້ນທີ່ໃນແຂວງ, ລວມທັງເມືອງ Hubei, Anhui ແລະ Hunan ໄດ້ຍົກສູງລະດັບການປ້ອງກັນໄພນໍ້າຖ້ວມ ຍ້ອນຄາດວ່າຝົນຈະຕົກແຮງ ເຊິ່ງຈະເຮັດໃຫ້ລະດັບນໍ້າໃນແມ່ນໍ້າ ແລະ ໜອງ ໃນທ້ອງຖິ່ນເພີ່ມຂື້ນຢ່າງຕໍ່ເນື່ອງ.

ແຫຼ່ງຂໍ້ມູນ: http://www.xinhuanet.com/english/2020-07/06/c_139192006.htm

Comments