ປະທານາທິບໍດີປະເທດບຣາຊິວ ກວດເຊື້ອພະຍາດCovid-19 ເປັນບວກ…

ປະທານາທິບໍດີບຣາຊິວ ທ່ານ Jair Bolsonaro ອາຍຸ 65 ປີ, ເປີດເຜີຍຕໍ່ສື່ໃນວັນອັງຄານຜ່ານມາວ່າ ມີຜົນການກວດເຊື້ອພະຍາດ Covid-19 ເປັນບວກ (ຕິດຕິດເຊື້ອ Covid-19) ຫຼັງຈາກທີ່ຕົນເອງເລີ່ມຮູ້ສຶກບໍ່ສະບາຍຕັ້ງແຕ່ວັນອາທິດທີ່ຜ່ານມາ, ເຊິ່ງໄດ້ຢືນຢັນວ່າອາການໂດຍລວມໃນປັດຈຸບັນຍັງປົກກະຕິ ແລະ ຍັງມີສະພາບປອດສົມບູນ. ປະທານາທິບໍດີ  Jair Bolsonaro ກ່າວໃນຂະນະທີ່ເຜີຍການຕິດເຊື້ອຕໍ່ສື່ມວນຊົນທີ່ທາງນອກທຳນຽບລັດຖະບານໃນບຣາຊິວ ພ້ອມກັບຖອດໜ້າກາກອະນາໄມອອກ ໃນຂະນະທີ່ກຳລັງຖະແຫຼງຂ່າວຢູ່ ເຊິ່ງຫ່າງຈາກນັກຂ່າວບໍ່ເທົ່າໃດແມັດ ລາວໄດ້ເວົ້າວ່າ:​ “ເບິ່ງຂ້ອຍແມ ຂ້ອຍຍັງສະບາຍດີ ຂອບໃຈພະເຈົ້າ ແລະ ຂອບໃຈທຸກຄົນທີ່ສູດມົນພາວະນາໃຫ້ຂ້ອຍ… ສ່ວນພວກທີ່ວິພາກວິຈານ ບໍ່ເປັນຫຍັງ ວິຈານຕໍ່ໄປຕາມທີ່ຕ້ອງການ”.

ປະທານາທິບໍດີ ບຣາຊິວ ໄດ້ຕົກເປັນທີ່ວິພາກວິຈານໂດຍຕະຫຼອດ ເຖິງຄວາມລະເລີຍ ແລະ ການເບິ່ງຂ້າມການຮັບມືຕໍ່ສະຖານະການ ການລະບາດຂອງພະຍາດ Covid-19 ໃນປະເທດ, ປະໂຫຍກເດັດທີ່ ປະທານາທິບໍດີ ບຣາຊິວ ກ່າວຄື ການປຽບທຽບ Covid-19 ບໍ່ຕ່າງຫຍັງຈາກ ໄຂ້ຫວັດທົ່ວໄປ. ຜ່ານມາ ປະທານາທິບໍດີ ບຣາຊິວ ບໍ່ມີການຮັກສາໄລຍະຫ່າງທາງສັງຄົມ, ປະຕິເສດການສວມໃສ່ໜ້າກາກອະນາໄມ, ເດີນທາງພົບປະ, ປາໄສ ຕໍ່ກຸ່ມຄົນຜູ້ສະໜັບສະໜູນ. ພ້ອມກັນນັ້ນ,​ ຍັງມີຈຸດຢືນສະໜັບສະໜູນປະຊາຊົນບຣາຊິວ ຈຳນວນໜຶ່ງທີ່ອອກມາປະທ້ວງຕໍ່ຕ້ານການ Lock Down ເມືອງ ຂອງໜ່ວຍງານທ້ອງຖິ່ນໃນແຕ່ລະລັດ.

ກ່ອນໜ້າການເຜີຍແຜ່ການຕິດເຊື້ອບໍ່ເທົ່າໃດຊົ່ວໂມງ ສື່ທ້ອງຖິ່ນຂອງບຣາຊິວ ໄດ້ລາຍງານວ່າ ປະທານາທິບໍດີບຣາຊິວ ເລີ່ມມີອາການໄຂ້ສູງ 38 ອົງສາ, ເລີ່ມມີອາການໄອ ເຊິ່ງເປັນອາການທົ່ວໄປ ຂອງຜູ້ຕິດເຊື້ອ Covid-19 ໂດຍທີ່ປະທານະທິບໍດີ ບຣາຊິວໄດ້ກິນຍາ ຄລໍໂຣຄຣິນ (CHLOROQUINE) ເຊິ່ງເປັນຢາຕ້ານໄຂ້ເລືອດອອກ (Malaria) ແລະ ຢາແອຊິໂທຣໄມຊິນ (Erythromycin) ເຊິ່ງເປັນຢາປະຕິຊີວະນະ ທີ່ບາງຝ່າຍເຊື່ອວ່າສາມາດປ້ອງກັນ ແລະ ຮັກສາພະຍາດ Covid-19 ໄດ້ ເຖິງວ່າຈະບໍ່ມີຫຼັກຖານທາງວິທະຍາສາດຮອງຮັບກໍຕາມ.

ພ້ອມກັນນັ້ນ, ຍັງບໍ່ຮູ້ຊັດເຈນວ່າ ທ່ານ ປະທານາທິບໍດີ ບຣາຊິວ ຕິດເຊື້ອມາຈາກໃສ ເນື່ອງຈາກໄລຍະທ້າຍອາທິດທີ່ຜ່ານມາໄດ້ໄປຮ່ວມງານຫຼາຍງານ ແຕ່ອາການປ່ວຍສະແດງໃຫ້ເຫັນພຽງ 3 ວັນ ຫຼັງຈາກທີ່ໄດ້ພົບປະກັບ ທອດດ໌ ແຊັບແມນ ເອກອັກຄະລັດຖະທູດ ສະຫະລັດອາເມລິກາ ປະຈຳບຣາຊິວ ໃນງານສະຫຼອງວັນຊາດ ສະຫະລັດອາເມລິກາ ໃນວັນທີ 4 ກໍລະກົດ ທີ່ຜ່ານມາ, ໂດຍ ທັງ ປະທານາທິບໍດີ ບຣາຊິວ ພ້ອມດ້ວຍຄະນະລັດຖະມົນຕີ 5 ທ່ານ ແລະ ທູດ ແຊັບແມນ ມີພາບຖ່າຍທີ່ຢືນຢັນເຖິງການສຳຜັດໃກ້ຊິດ ໂດຍບໍ່ມີການໃສ່ໜ້າກາກປ້ອງກັນ ແລະ ຍັງຮັບປະທານອາຫານຮ່ວມກັນອີກດ້ວຍ.

ນັບຕັ້ງແຕ່ເດືອນ ມີນາ ທີ່ຜ່ານມາ ປະທານາທິບໍດີ ບຣາຊິວ ໄດ້ເຂົ້າຮ່ວມການກວດເຊື້ອ Covid-19 ຫຼາຍຄັ້ງ, ຫຼັງຈາກທີ່ພົບບຸກຄົນໃນສະຖານທີ່ເຮັດວຽກໃກ້ຊິດທະຍອຍຕິດເຊື້ອໄປແລ້ວຫຼາຍກໍລະນີ ແຕ່ປະທານາທິບໍດີ ກໍມີຜົນກວດເຊື້ອ ເປັນລົບມາໂດຍຕະຫຼອດ ເຖິງຈະມີຄວາມສ່ຽງຕິດເຊື້ອພຽງໃດ. ນອກຈາກນັ້ນ, ປະທານາທິບໍດິກໍຍັງເມີນເສີຍຕໍ່ການເວັ້ນໄລຍະຫ່າງ ແລະ ບໍ່ສົນໃຈການໃສ່ໜ້າກາກອະນາໄມ. ປັດຈຸບັນ, ປະເທດບຣາຊິວ ມີຜູ້ຕິດເຊື້ອສະສົມຫຼາຍທີ່ສຸດເປັນອັນດັບທີ 2 ຂອງໂລກ ຮອງຈາກສະຫະລັດອາເມລິກາ ກ່ວາ 1,65 ລ້ານຄົນ, ເສຍຊີວິດ 65,000 ຄົນ ແລະ ປິ່ນປົວດີແລ້ວ ປະມານ 979,000 ກໍລະນີ.

ແຫຼ່ງຂໍ້ມູນ: https://m.facebook.com/story.php?story_fbid=1341845949355911&id=177444735796044

Comments