ຜູ້ຊ່ຽວຊານ ຢູເອັນ (United Nation) ປະກາດເຕືອນ ພະຍາດທີ່ເກີດຈາກສັດສູ່ຄົນເພີ່ມຂຶ້ນຫຼາຍ…

ໃນວັນທີ 7 ເດືອນກໍລະກົດ ຜ່ານມາ, ບັນດາຜູ້ຊ່ຽວຊານຂອງສະຫະປະຊາຊາດ ຫລືຢູເອັນ (United Nation) ປະກາດເຕືອນເຖິງໄພອັນຕະລາຍ ຈາກພະຍາດຕິດເຊື້ອຈາກສັດສູ່ຄົນກຳລັງເພີ່ມຂື້ນ ແລະ ມີທ່າອຽງ ຈະເພີ່ມຂື້ນອີກ ຖ້າຫາກຍັງບໍ່ມີມາດຕະການ ຄຸ້ມຄອງສັດປ່າ ແລະ ອະນຸລັກສິ່ງແວດລ້ອມ.

ຊ່ຽວຊານລະບຸວ່າ  ຜູ້ຕິດເຊື້ອຈາກສັດສູ່ຄົນເພີ່ມຂຶ້ນຫຼາຍ ເປັນຕົ້ນແມ່ນພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດຢູ່ທົ່ວໂລກໃນປັດຈຸບັນ, ຍ້ອນຄວາມຕ້ອງການໂປຣຕີນຈາກຊິ້ນສັດເພີ່ມຂຶ້ນ, ຂະແໜງການກະສິກຳ ບໍ່ມີຄວາມໝັ້ນຄົງ ແລະ ບັນຫາສະພາບອາກາດໃນໂລກຮ້ອນຂຶ້ນ. ພະຍາດຕິດເຊື້ອດັ່ງກ່າວ ເຮັດໃຫ້ມີຜູ້ເສຍຊິວິດຢູ່ໃນບັນດາປະເທດທ່ີມີລາຍຮັບຕ່ຳ ແລະ ປານກາງ ເຖິງ  2 ລ້ານຄົນຕໍ່ປີ ແລະ ຄາດວ່າພະຍາດໂຄວິດ-19  ຈະສ້າງຄວາມເສຍຫາຍໃຫ້ແກ່ ເສດຖະກິດໂລກເພີ່ມສູງຂຶ້ນ ເຖິງ ລ້ານໂດລາສາະຫລັດໃນໄລຍະໄລຍະ ປີຕໍ່ໜ້າ.

ກ່ອນໜ້ານີ້ ໂລກໄດ້ປະສົບກັບພະຍາດຕິດເຊື້ອຈາກສັດສູ່ຄົນມາແລ້ວບໍ່ວ່າຈະເປັນພະຍາດ ອີໂບລາໄຂ້ສະໝອງອັກເສບຈາກເຊື້ອໄວຣັສ ເວັສໄນ ແລະ ພະຍາດທາງເດີນຫາຍໃຈ ຫລືພະຍາດ ຊາຣ ຢ່າງຮຸນແຮງນອກຈາກນີ້, ຜູ້ຊ່ຽວຊານຢູເອັນຍັງໄດ້ສະເໜີວິທີທາງການປ້ອງກັນ ບໍ່ໃຫ້ເກີດພະຍາດລະບາດຈາກສັດສູ່ຄົນ ດ້ວຍການບໍລິຫານຈັດການທີ່ດິນແບບຍືນຍົງຟື້ນຟູຄວາມຫລາກຫລາຍທາງຊີວະພາບ ແລະ ເພີ່ມການລົງທຶນເຂົ້າໃນການຄົ້ນຄວົ້າວິໄຈທາງວິທະຍາສາດໃຫ້ຫລາຍຂື້ນ.

ແຫຼ່ງຂໍ້ມູນ: ຂປລ

Comments