ສະຫະປະຊາຊາດ ຄາດການວ່າ ໂລກຂອງເຮົາຈະຮ້ອນຂື້ນອີກ ໃນ 5 ປີທາງໜ້າ…

 ອົງການ ອຸຕຸນີຍົມ ວິທະຍາໂລກ ຫລື WMO ເປັນໜ່ວຍງານ ຂອງສະຫະປະຊາຊາດ ຄາດວ່າສະພາບອາກາດ ໃນໄລຍະ ປີ ຕໍ່ໜ້າ ໂລກຈະມີອຸນຫະພູມເພີ່ມຂຶ້ນສູງກວ່າລະດັບ ກ່ອນຍຸກອຸດສາຫະກຳຢ່າງໜ້ອຍ ອົງສາ ໃນທຸກໆ ປີ ຖັດໄປ ແລະ ອາດຈະເພີ່ມຂຶ້ນເຖິງ 20% ໃນປີໃດປີໜຶ່ງ.  

ໃນຊຸມປີຜ່ານມາ, ສະພາບອາກາດ ແມ່ນຮ້ອນຂຶ້ນຫລາຍທີ່ສຸດ ແລະ ຄາດວ່າ ໃນລະຫວ່າງ ປີ2020-2024 ອຸນຫະພູມໃນໂລກຈະເພີ່ມຂຶ້ນຈາກ 0,91 ຫາ 1,59 ອົງສາ. ນອກຈາກນີ້, ທ່ານເລຂາ WMO ຍັງກ່າວວ່າ ຜົນການສຳຫລວດໃນຄັ້ງນີ້ ໄດ້ສະແດງໃຫ້ເຫັນເຖິງຄວາມທ້າທາຍອັນຍິ່ງໃຫຍ່ ໃນການບັນລຸເປົ້າໝາຍຂໍ້ຕົກລົງປາຣີ ວ່າດ້ວຍການປ່ຽນແປງສະພາບພູມອາກາດທີ່ກຳນົດໄວ້ເພື່ອຄວບຄຸມບໍ່ໃຫ້ໂລກມີອຸນຫະພູມເພີ່ມຂຶ້ນສູງກວ່າລະດັບຍຸກກ່ອນອຸດສາຫະກຳ ເກີນ ອົງສາ.

ແຫຼ່ງຂໍ້ມູນ: ຂປລ

Comments