ປີ 2020 ນີ້ ກະຊວງກະສິກຳ ແລະ ປ່າໄມ້ ຈະປ່ອຍປາ 55 ລ້ານໂຕ ລົງສູ່ແມ່ນ້ຳທຳມະຊາດ…

ປີ 2020 ນີ້, ກະຊວງກະສິກຳ ແລະ ປ່າໄມ້ ຈະປ່ອຍປາລົງສູ່ແມ່ນ້ຳທຳມະຊາດ, ໜອງ, ບຶງ, ອ່າງເກັບນ້ຳ ບໍ່ໃຫ້ຫລຸດ 55 ລ້ານໂຕ ເພື່ອເພີ່ມຄວາມອຸດົມສົມບູນໃຫ້ແກ່ແມ່ນ້ຳສາຍຕ່າງໆ ແລະ ລະບົບນິເວດ. ໃນຂະນະທີ່ປີຜ່ານມາ ໄດ້ປ່ອຍປາລົງສູ່ແມ່ນ້ຳທຳມະຊາດ, ອ່າງເກັບນ້ຳ, ບຶງ ແລະ ໜອງ ຫຼາຍກວ່າ 50 ລ້ານໂຕ.

ທ່ານນາງ ວິໄລພອນ ວໍລະພິມ ຫົວໜ້າກົມລ້ຽງສັດ ແລະ ການປະມົງ, ກະຊວງກະສິກຳ ແລະ ປ່າໄມ້ ໄດ້ໃຫ້ສຳພາດຕໍ່ສື່ມວນຊົນໃນວັນທີ 9 ກໍລະກົດນີ້ວ່າ: ວັນທີ 13 ກໍລະກົດ ທຸກປີເປັນວັນປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າແຫ່ງຊາດ ແລະ ເປັນວັນທີ່ມີຄວາມໝາຍທາງປະຫວັດສາດຄື: ວັນເກີດຂອງປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາລົບຮັກຂອງພວກເຮົາ, ເປັນການປູກຈິດສຳນຶກໃຫ້ແກ່ອະນຸຊົນໃຫ້ມີສະຕິຮັກ ແລະ ຫວງແຫນສັດນ້ຳ-ສັດປ່າ ແລະ ອື່ນໆ. ສຳລັບປີນີ້, ໄດ້ຊຸກຍູ້ພະນັກງານວິຊາການປະຈຳບັນດາສະຖານີຜະລິດລູກປາຂອງລັດ, ເອກະຊົນ ແລະ ຄອບຄົວຜະລິດລູກປາ ເພື່ອຕອບສະໜອງໃຫ້ແກ່ການປ່ອຍປາຢ່າງພຽງພໍ ແລະຕາມແຜນແລ້ວ, ໃນທົ່ວປະເທດຈະປ່ອຍປາລົງແມ່ນໍ້າທໍາມະຊາດບໍ່ໃຫ້ຫລຸດ 55 ລ້ານໂຕ ເປັນຕົ້ນ ປາປາກ, ປາກົດ, ປາເໝັ້ນ, ປາແກງ, ປາເຄິງ. ສ່ວນຕາມໜອງ, ອ່າງນ້ຳ ຈະປ່ອຍປານິນ, ປາໄນ, ປາກິນຫຍ້າ, ປາດຸກ ແລະ ປາຊະນິດອື່ນໆ.ທ່ານ ຫົວໜ້າກົມລ້ຽງສັດ ແລະ ການປະມົງ ກ່າວຕື່ມວ່າ: ສຳລັບມາດຕະການຄຸ້ມຄອງຫລັງປ່ອຍປາແລ້ວ ໄດ້ຈັດຕັ້ງຄະນະກຳມະການຮັບຜິດຊອບໂດຍອົງການປົກຄອງ, ປະຊາຊົນເປັນເຈົ້າການຄຸ້ມຄອງ, ຮັກສາ ແລະມີລະບຽບຂໍ້ຫ້າມຕ່າງໆ; ພ້ອມທັງມີການປູກຈິດສຳນຶກໃຫ້ປະຊາຊົນໄດ້ຮັບຮູ້ ແລະເຂົ້າໃຈຄວາມສຳຄັນ, ຄຸນປະໂຫຍດຂອງປາ ແລະສັດນ້ຳ ໂດຍຜ່ານການຝຶກອົບຮົມ, ເຜີຍແຜ່ລະບຽບກົດໝາຍທີ່ກ່ຽວຂ້ອງຜ່ານສື່ຕ່າງໆ. ນອກນີ້, ຍັງໄດ້ອອກແຈ້ງການຫ້າມນຳໃຊ້ເຄື່ອງມືຫາປາແບບຜິດກົດໝາຍເຊັ່ນ: ທາດເບື່ອ, ລະເບີດ, ເຄື່ອງໄຟຟ້າ ແລະ ເຄື່ອງມືຫາປາອື່ນໆທີ່ຕ້ອງຫ້າມ.

ແຫຼ່ງຂໍ້ມູນ: ຂປລ

Comments