
ຊາກອາຄານ, ເສດໄມ້ ແລະ ເສດເຫຼັກ ທີ່ຖືກເຈື່ອນ ແລະ ຖືກນ້ຳພັດເຊາະ ກອງກັນກະຈາຍຕາມຖະໜົນຫົນທາງ ຢູ່ທີ່ ເມືອງ ຄຸມາມູຣະ, ແຂວງ ຄຸມາໂມໂຕະ ດ້ານເຈົ້າໜ້າທີ່ກູ້ໄພຫຼາຍກວ່າ 38 ຄົນ ພະຍາຍາມຄົ້ນຫາຜູ້ທີ່ອາດຈະລອດຊີວິດ ທີ່ຕິດຢູ່ຕາມຊາກອາຄານທີ່ຖືກດິນເຈື່ອນ ແລະ ນໍ້າຖ້ວມ ໃນພາກໃຕ້ ໂດຍສະເພາະທີ່ ແຂວງ ຄຸມາໂມໂຕະ.
ນາຍົກລັດຖະມົນຕີຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ຖະແຫຼງເພີ່ມຈຳນວນທະຫານເຂົ້າຊ່ວຍກູ້ໄພເປັນ 20,000 ຄົນ, ໃນຂະນະທີ່ຄຳສັ່ງອົບພະຍົບໜີໄພທີ່ເລີ່ມໃຊ້ມາຕັ້ງແຕ່ ວັນທີ 4 ກໍລະກົດ ທີ່ຜ່ານມາ ເຊິ່ງໄດ້ຄວບຄຸມປະຊາຊົນແລ້ວ 1,4 ລ້ານຄົນ.
ແຫຼ່ງຂໍ້ມູນ: <iframe src=”https://www.facebook.com/plugins/post.php?href=https%3A%2F%2Fwww.facebook.com%2Fkhaosod%2Fposts%2F5079250142091904&width=500″ width=”500″ height=”493″ style=”border:none;overflow:hidden” scrolling=”no” frameborder=”0″ allowTransparency=”true” allow=”encrypted-media”></iframe>