ມາເບິ່ງວ່າ ໜັງສືຜ່ານແດນ (Passport) ປະເທດໃດໄປໄດ້ຫຼາຍປະເທດທີ່ສຸດໃນໂລກໂດຍບໍ່ຈຳເປັນຕ້ອງຂໍວີຊາ…

ການຈັດອັນດັບ ໜັງສືຜ່ານແດນ (Passport) ທີ່ສາມາເດີນທາງໄປໄດ້ຫຼາຍປະເທດໂດຍບໍ່ຕ້ອງຂໍວີຊາ ລວມມີ 66 ອັນດັບ. ມາຮູ້ຈັກ ອັນດັບທີ 1 ຫາ ອັນດັບທີ 5 ຂອງໜັງສືຜ່ານແດນທີ່ສາມາດໄປໄດ້ຫຼາຍປະເທດທີ່ສຸດໃນໂລກ ລວມມີດັ່ງລຸ່ມນີ້:

ອັນດັບ 1 ໜັງສືຜ່ານແດນທີ່ສາມາດເດີນໄປໄດ້ທັງໝົດ 117 ປະເທດທົ່ວໂລກ ລວມມີໜັງສືຜ່ານແດນຂອງ 2 ປະເທດຄື:

– ປະເທດຍີ່ປຸ່ນ (JAPAN)

– ປະເທດນິວຊີແລນ NEW ZEALAND

 

ອັນດັບ ທີ 2 ໜັງສືຜ່ານແດນທີ່ສາມາດເດີນໄປໄດ້ທັງໝົດ 116 ປະເທດທົ່ວໂລກ ລວມໜັງສືຜ່ານແດນຂອງມີ 6 ປະເທດຄື:

– ປະເທດຟິນແລນ (FINLAND)

– ປະເທດອອສເຕຣຍ (AUSTRIA)

– ປະເທດລັກເຊມເບີກ ຊີຕີ (LUXEMBOURG)

– ປະເທດເກົາຫຼີໃຕ້ (SOUTH KOREA)

– ປະເທດຊະວິດເຊີແລນ (SWITZERLAND)

– ປະເທດໄອຣ໌ແລນ (IRELAND)

– ປະເທດອົດສະຕາລີ (AUSTRALIA)

 

ອັນດັບ ທີ 3 ໜັງສືຜ່ານແດນທີ່ສາມາດເດີນໄປໄດ້ທັງໝົດ 115 ປະເທດທົ່ວໂລກ ລວມມີໜັງສືຜ່ານແດນຂອງ 7 ປະເທດຄື:

– ປະເທດເດນມາກ (DENMARK)

– ປະເທດເບວຢຽມ (BELGIUM)

– ປະເທດເຢນລະມັນ (GERMANY)

– ປະເທດອີຕາລີ (ITALY)

– ປະເທດສະເປນ (SPAIN)

– ປະເທດນໍເວ (NORWAY)

– ປະເທດສະຫະລາດຊະອານາຈັກ (UNITED KINGDOM)

 

ອັນດັບ ທີ 4 ໜັງສືຜ່ານແດນທີ່ສາມາດເດີນໄປໄດ້ທັງໝົດ 114 ປະເທດທົ່ວໂລກ ລວມມີໜັງສືຜ່ານແດນຂອງ 7 ປະເທດຄື:

– ປະເທດມອນທາ (MALTA)

– ປະເທດສະວີເດັນ (SWEDEN)

– ປະເທດເນເທີແລນ (NETHERLANDS)

– ປະເທດຝຣັ່ງ (FRANCE)

– ປະເທດກຣີຊ (GREECE)

– ປະເທດໄອສແລນ (ICELAND)

– ປະເທດແຄນາດາ (CANADA)

 

ອັນດັບ ທີ 5 ໜັງສືຜ່ານແດນທີ່ສາມາດເດີນໄປໄດ້ທັງໝົດ 113 ປະເທດທົ່ວໂລກ ລວມມີ 6 ປະເທດຄື:

– ປະເທດເຊັກເຊຍ (CZECH REPUBLIC)

– ປະເທດໂປຕຸຍເກດ (PORTUGAL)

– ປະເທດສະໂລເວເນຍ (SLOVENIA)

– ປະເທດໂປແລນ (POLAND)

– ປະເທດຮົງກາຣີ (HUNGARY)

– ປະເທດລີທົວເນຍ (LITHUANIA)

 

ສ່ວນໜັງສືຜ່ານແດນຂອງປະເທດລາວ ແມ່ນຖືກຈັດຢູ່ໃນອັນດັບທີ 55 ເຊິ່ງສາມາດເດີນທາງໄປໄດ້ທັງໝົດ 41 ປະເທດ ແລະ ມີສາຍພົວພັນການທູດທັງໝົດ 154 ປະເທດ.

ແຫຼ່ງຂໍ້ມູນ: https://www.passportindex.org/byRank.php?f=

 

 

Comments