ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X…

ກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ເຜີຍແຜ່ມະຕິກອງປະຊຸມຄົບຄະນະ ຄັ້ງທີ 10 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ X ຂຶ້ນໃນວັນທີ 8 ກໍລະກົດ 2020 ນີ້, ໃຫ້ກຽດປາຖະກະຖາ ໂດຍ ສະຫາຍ ບໍ່ວຽງຄຳ ວົງດາລາ ກຳມະການສູນກາງພັກ, ເລຂາຄະນະພັກ, ລັດຖະມົນຕີກະຊວງວິທະຍາສາດ ແລະ ເຕັກໂນໂລຊີ, ມີຮອງລັດຖະມົນຕີ, ພະນັກງານຫລັກແຫລ່ງ, ສະມາຊິກພັກ, ພະນັກງານ-ລັດຖະກອນພາຍໃນເຂົ້າຮ່ວມ.

ສະຫາຍ ບໍ່ວຽງຄຳ ວົງດາລາ ໄດ້ຍົກໃຫ້ເຫັນກ່ຽວກັບການຜັນຂະຫຍາຍມະຕິກອງປະຊຸມຄົບ ຄະນະບໍລິຫານງານສູນກາງພັກ ຄັ້ງທີ 7, 8, 9 ສະໄໝທີ X ຕິດພັນກັບຄວາມຄືບໜ້າການຈັດຕັ້ງປະຕິບັດແຜນພັດທະນາ ເສດຖະກິດ-ສັງຄົມ, ແຜນງົບປະມານ, ເງິນຕາປະຈໍາໄຕມາດ 1 ປີ 2020 ແລະ ທິດທາງໃນຕໍ່ໜ້າ. ການກະກຽມເນື້ອໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ແລະ ທິດປັບປຸງກົງຈັກລັດຖະບານ. ນອກຈາກນີ້, ຍັງຍົກໃຫ້ເຫັນເຖິງ ສະພາບຄວາມຫຍຸ້ງຍາກ ທາງດ້ານເສດຖະກິດ-ສັງຄົມ ຂອງປະເທດທີ່ຜ່ານມາ ແລະ ຜົນສະທ້ອນໃນສະເພາະໜ້າ ແລະ ຍາວນານ, ການປັບປຸງປະສິດທິພາບການດຳເນີນທຸລະກິດ ຂອງລັດວິສາຫະກິດຈຳນວນໜຶ່ງ ເພື່ອກະຕຸ້ນ ແລະ ຍູ້ແຮງການເຕີບໂຕຂອງເສດຖະກິດ ເປັນຕົ້ນແມ່ນປັບປຸງສະພາບແວດລ້ອມການລົງທຶນ, ການແກ້ໄຂໜີ້ສິນ, ແກ້ໄຂການຮົ່ວໄຫລຂອງງົບປະມານ, ການຈຳກັດລາຍຈ່າຍບໍລິຫານ ແລະ ບັນຫາອື່ນໆ. ທັງນີ້, ກໍເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະນຳ, ສະມາຊິກພັກ ກໍຄືພະນັກງານ-ລັດຖະກອນ ພາຍໃນກະຊວງ ໄດ້ຮັບຮູ້ເຂົ້າໃຈ, ກຳແໜ້ນ, ເຊື່ອມຊຶມ ແລະ ເປັນເອກະພາບສູງຕໍ່ບັນດາເນື້ອໃນທີ່ສຳຄັນ ຂອງມະຕິກອງປະຊຸມຄົບຄະນະຄັ້ງ ທີ 10 ຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ເພື່ອຫັນເອົາມະຕິດັ່ງກ່າວ ເປັນທິດທາງ ແລະ ເປັນແຜນປະຕິບັດງານລະອຽດຮອບດ້ານ ເຂົ້າໃນຂະແໜງການຕົນໃຫ້ຟົດຟື້ນ, ແຂງແຮງ, ຕໍ່ເນື່ອງ ແລະ ເຂົ້າສູ່ລວງເລິກ.

ແຫຼ່ງຂໍ້ມູນ: ຂປລ

Comments