ການປຸກສ້າງເຮືອນຖາວອນໃຫ້ຜູ້ປະສົບໄພພິບັດຢູ່ເມືອງສະໜາມໄຊ ສໍາເລັດພຽງ 30-40%…

ຈາກເຫດການສັນເຂື່ອນອ່າງເກັບນໍ້າສໍາຮອງ ເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ ແຕກຢູ່ເມືອງສະຫນາມໄຊ, ແຂວງອັດຕະປື ວັນທີ 23 ກໍລະກົດ 2018 ຜ່ານມາ ໄດ້ສ້າງຄວາມເສຍຫາຍຢ່າງຫຼວງຫຼາຍໃຫ້ກັບປະຊາຊົນພາຍໃນພື້ນທີ່ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 71 ຄົນ, ປະຊາຊົນ 6 ບ້ານໄດ້ຮັບຜົນກະທົບ 100% ແລະ ອີກ 13 ບ້ານໄດ້ຮັບຜົນກະທົບໃນລະດັບເບົາ ຫາ ປານກາງ.

ປັດຈຸບັນ, ການປຸກສ້າງເຮືອນຖາວອນໃຫ້ປະຊາຊົນຜູ້ປະສົບໄພພິບັດ ເຊິ່ງມີແຜນສ້າງທັງໝົດ 802 ຫລັງ ສຳເລັດແລ້ວປະມານ 30-40% ຂອງແຜນການ. ໃນນັ້ນເຮືອນຈຳນວນ 102 ຫລັງ ແມ່ນໄດ້ຮັບທຶນຊ່ວຍເຫລືອລ້າຈາກປະຊາຊົນໄທ ແລະ ອົງການ UN-HABITAT ແລະ ອີກ 700 ຫລັງ ແມ່ນນຳໃຊ້ທຶນຈາກບໍລິສັດພັດທະນາເຂື່ອນເຊປຽນ-ເຊນ້ຳນ້ອຍ.

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໃຫ້ຮູ້ໃນໂອກາດເຄື່ອນໄຫວເຮັດວຽກຢູ່ ແຂວງອັດຕະປື ແລະ ໄດ້ໄປເບິ່ງຕົວຈິງສະຖານທີ່ກໍ່ສ້າງເຮືອນຖາວອນໃຫ້ຜູ້ປະສົບໄພພິບັດດັ່ງກ່າວ ທີ່ເມືອງສະຫນາມໄຊ ເມື່ອບໍ່ດົນມານີ້ວ່າ: ສາເຫດທີ່ເຮັດໃຫ້ການກໍ່ສ້າງມີຄວາມຫລ້າຊ້າ ເນື່ອງຈາກຫລາຍປັດໄຈ ເປັນຕົ້ນແມ່ນ: ແບບເຮືອນ, ເຊິ່ງຜູ້ໜຶ່ງມັກແບບໜຶ່ງ ຜູ້ໜຶ່ງມັກອີກແບບໜຶ່ງ ເຮັດໃຫ້ມີຄວາມຫຍຸ້ງຍາກ ແລະ ແກ່ຍາວເວລາໃນການປຸກສ້າງອອກໄປ ເພາະວ່າທຸກຢ່າງຕ້ອງເຮັດໃຫ້ສົມເຫດສົມຜົນ ແລະ ມີຄວາມເໝາະສົມທີ່ສຸດ ແລະ ສາເຫດອື່ນໆ.

ຢ່າງແນວໃດກໍຕາມ, ທ່ານໄດ້ຮຽກຮ້ອງໃຫ້ອົງການປົກຄອງບ້ານ, ເມືອງ, ແຂວງ ແລະ ທຸກພາກ ສ່ວນທີ່ກ່ຽວຂ້ອງ ຈົ່ງພ້ອມກັນເອົາໃຈໃສ່ຕື່ມອີກ ໃນການປະສານງານກັນຢ່າງຕໍ່ເນື່ອງ ເພື່ອຮີບຮ້ອນແກ້ໄຂຈຸດທີ່ຍັງຄົງຄ້າງ ແນໃສ່ເຮັດໃຫ້ການປຸກເຮືອນຖາວອນໃຫ້ປະຊາຊົນດັ່ງກ່າວ ສຳເລັດຕາມຄາດໝາຍທີ່ວາງໄວ້.

ຂໍ້ມູນ: Lao Youth Radio FM 90.0 Mhz

Comments