ຄົນເກົາຫຼີໃຕ້ ພາກັນນໍາເງິນເຂົ້າໄມໂຄເວບເພື່ອຂ້າເຊື້ອ Covid-19 ຈົນໄໝ້…

ທະນາຄານກາງເກົາຫຼີໃຕ້ກັງວົນ ປະຊາຊົນພາກັນນໍາເງິນເຂົ້າໄມໂຄເວບ ແລະ ຕູ້ຊັກຜ້າ ເພື່ອຂ້າເຊື້ອ Covid-19 ຈົນໄດ້ຮັບເສຍຫາຍເປັນຈໍານວນຫຼາຍ.

ສໍານັກຂ່າວ Reuters ລາຍງານວ່າ: ທະນາຄານກາງເກົາຫຼີໃຕ້ເປີດເຜີຍວ່າ ຊາວເກົາຫຼີໃຕ້ນໍາເງິນທີ່ເສຍຫາຍກັບມາປ່ຽນທີ່ທະນາຄານເພິ່ມຂຶ້ນ 3 ເທົ່າ ໃນໄລຍະ 6 ເດືອນທີ່ຜ່ານມາ ເມື່ອທຽບກັບໄລຍະເວລາດຽວກັນຂອງປີກ່ອນ ແລະ ຄາດວ່າເງິນທີ່ເສຍຫາຍສ່ວນໃຫຍ່ເກີດຈາກຄວາມພະຍາຍາມໃນການຂ້າເຊື້ອ Covid-19 ເຊັ່ນ: ການນໍາເຂົ້າໄມໂຄເວຟ ຫຼືຕູ້ຊັກຜ້າ.

ເຈົ້າໜ້າທີ່ຂອງທະນາຄານເກົາຫຼີເຜຍວ່າ ມູນຄ່າຂອງເງິນທີ່ໄໝ້ໄປ ໄດ້ຮັບຄວາມເສຍຫາຍທີ່ລູກຄ້ານໍາມາປ່ຽນທີ່ທະນາຄານລະຫວ່າງເດືອນ ມັງກອນ ຫາ ເດືອນ ມິຖຸນາ ທີ່ຜ່ານມາ ເພິ່ມຂຶ້ນຈາກ 480 ລ້ານວອນ ເປັນ 1.320 ລ້ານວອນ, ເມື່ອທຽບກັບໄລຍະເວລາດຽວກັນຂອງປີທີ່ແລ້ວ
ທະນາຄານກາງລະບຸວ່າ ໂດຍລວມແລ້ວມູນຄ່າຂອງເງິນ ແລະ ຫຼຽນທີ່ເສີຍຫາຍຢູ່ທີ່ 2,69 ລ້ານລ້ານວອນ ໂດຍໃນຈໍານວນນີ້ມີການແລກຄືນເປັນມູນຄ່າ 6.500 ລ້ານວອນໃນຊ່ວງເຄິ່ງປີຂອງປີນີ້.


ສະນັ້ນ, ໃນເດືອນ ມີນາ ທີ່ຜ່ານມາ ທະນາຄານເກົາຫຼີໃຕ້ໄດ້ກັກເງິນ ແລະ ຫຼຽນໄວ້ 2 ອາທິດ ເພື່ອກໍາຈັດເຊື້ອ Covid-19 ກ່ອນນໍາກັບມາໃຊ້ໃໝ່ ແລະ ຍັງເຜົາທໍາລາຍເງິນບາງສ່ວນເພື່ອຢຸດຍັ້ງການແພ່ລະບາດຂອງພະຍາດ Covid-19.

ແຫຼ່ງຂໍ້ມູນ: https://www.posttoday.com/world/629741

Comments