ກອງປະຊຸມປຶກສາວຽກງານຄົນເຊື້ອຊາດລາວ ຢູ່ຕ່າງປະເທດ

ໃນວັນທີ 3 ສີງຫາ 2020 ຢູ່ສູນກາງແນວລາວສ້າງຊາດ, ຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ໄດ້ຈັດກອງປະຊຸມຂຶ້ນ, ໂດຍເປັນກຽດເຂົ້າຮ່ວມ ຂອງ ທ່ານ ຮສ.ດຣ ສົມອົກ ກິ່ງສະດາ, ຮອງປະທານ ສູນກາງແນວລາວສ້າງຊາດ, ທ່ານ ຫຽມ ພົມມະຈັນ ຫົວໜ້າຄະນະທີ່ປຶກສາວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດ ພ້ອມດ້ວຍຄະນະເຂົ້າຮ່ວມ.


ໃນກອງປະຊຸມໄດ້ຮັບຟັງການຜ່ານບົດສະຫລຸບການເຄື່ອນໄຫວຂອງຄະນະທີ່ປືກສາຄົນເຊື້ອຊາດລາວ ຢູ່ຕ່າງປະເທດ ໃນໄລຍະຜ່ານມາ ແລະ ທິດທາງແຜນການເຄື່ອນໄຫວໃນຕໍ່ໜ້າ, ຜ່ານຮ່າງບົດປະກອບຄໍາເຫັນ ຕໍ່ກອງປະຊຸມຄົບຄະນະທົ່ວປະເທດ ຄັ້ງທີ 5 ສະໄໜທີ X ແລະ ການຈັດຕັ້ງຜັນຂະຫຍາຍແຈ້ງການຂອງຫ້ອງວ່າການສູນກາງພັກ ສະບັບເລກທີ 29/ຫສພ ລົງວັນທີ 21 ພະຈິກ 2019 ວ່າດ້ວຍທິດຊີ້ນໍາຂອງກົມການເມືອງສູນກາງພັກ ກ່ຽວກັບວຽກງານຄົນເຊື້ອຊາດລາວຢູ່ຕ່າງປະເທດໃນໄລຍະໄໜ່.

ແຫຼ່ງຂໍ້ມູນ:​ຂປລ

Comments