10 ປະເທດທີຖືຄອງ “ຄໍາ” ເປັນທຶນສຳຮອງ ຫຼາຍທີ່ສຸດຂອງໂລກ…

ໃນໄລຍະທີ່ຄໍາກໍາລັງຢູ່ໃນຊ່ວງຂາຂຶ້ນແບບນີ້ ມາສໍາຫຼວດເປັນທຶນສຳຮອງໃນແຕ່ລະປະເທດວ່າປະເທດໃດມີຄໍາສໍາຮອງຫຼາຍທີ່ສຸດໃນ 10 ປະເທດທໍາອິດ. ຈາກຜົນສໍາຫຼວດ ແລະ ການຈັດອັນດັບ ຄໍາສໍາຮອງຈາກ World Gold Council ຫຼ້າສຸດ ປີ 2019 ພົບວ່າ ປະເທດທີ່ມີການຖືຄອງຄໍາສໍາຮອງຫຼາຍທີ່ສຸດໃນໂລກຍັງແມ່ນ:


ອັນດັບ 1 ສະຫະລັດອາເມລິກາ ມີຄຳເປັນທຶນສຳຮອງ ຈໍານວນ 8.133,5 ຕັນ, ເຊິ່ງຈໍານວນຄໍາສໍາຮອງນີ້ ຫຼາຍກວ່າ 3 ອັນດັບຕໍ່ໄປລວມກັນ ໂດຍຄໍາສ່ວນໃຫຍ່ຂອງສະຫະລັດອາເມລິກາຈະຖືກເກັບໄວ້ທີ່ Fort Knox ແຫຼ່ງເກັບຄຳຂອງສະຫະລັດອາເມລິກາທີ່ໃຫຍ່ທີ່ສຸດໃນໂລກ ຕັ້ງຢູ່ທາງຕອນເໜືອຂອງລັດ Kentucky ນອກຈາກນັ້ນ ຍັງມີບ່ອນອື່ນໆເຊັ່ນ: Philadelphia Mint, Denver Mint, ສໍານັກງານ San Francisco Assay ແລະ West Point Bullion Deposit ເປັນຕົ້ນ.


ອັນດັບ 2 ປະເທດເຢຍລະມັນ ມີຄຳເປັນທຶນສຳຮອງ ຈໍານວນ 3.366,8 ຕັນ. ໃນປີ 2017 ເຢຍລະມັນຍ້າຍຄໍາ 674 ຕັນຈາກທະນາຄານແຫ່ງປະເທດຝຣັ່ງເສດ (Banque de France) ແລະ Federal Reserve Bank of New York ໃນສະຫະລັດອາເມລິກາ ກັບສູ່ປະເທດຕົວເອງຄັ້ງທໍາອິດ ໂດຍຄາດວ່າການຍ້າຍຄໍາສໍາຮອງຈະແລ້ວໃນປີ 2020 ເຖິງແມ່ນວ່າ ປະເທດໃນເອີຣົບເລີ່ມຫັນມາລົງທຶນຄໍາເພິ່ມຂຶ້ນຢ່າງຕໍ່ເນື່ອງ ນັບຕັ້ງແຕ່ເກີດວິກິດການເງິນໂລກ.


ອັນດັບ 3 ປະເທດອີຕາລີ ມີຄຳເປັນທຶນສຳຮອງ ຈໍານວນ 2.451,8 ຕັນ. ອີຕາລີຍັງຄົງຮັກສາລະດັບຂອງຄໍາສໍາຮອງໄວ້ໃນໄລຍະຫຼາຍປີທີ່ຜ່ານມາ ໂດຍໄດ້ຮັບການສະໜັບສະໜຸນຈາກປະທານທະນາຄານກາງເອີຣົບ (ECB) ເຊິ່ງຄັ້ງໜຶ່ງປີ 2013 ມາຣິໂອ ດາກີ ປະທານທະນາຄານກາງໃນເອີຣົບ (ECB) ເຄີຍຕອບຄໍາຖາມນັກຂ່າວວ່າ ຄໍາມີບົດບາດແນວໃດຕໍ່ທະນາຄານກາງ ແລະ ລາວໄດ້ຕອບວ່າ ເປັນສັບສິນທີ່ມີຄວາມປອດໄພຈາກຄວາມຜັນຜວນຂອງເງິນໂດລາ.


ອັນດັບ 4 ປະເທດຝຣັ່ງເສດ ມີຄຳເປັນທຶນສຳຮອງ ຈຳນວນ 2.436,1 ຕັນ. ໄລຍະຫຼາຍປີທີ່ຜ່ານມາ ທະນາຄານກາງຝຣັ່ງເສດຂາຍຄໍາໜ້ອຍລົງ ເຖິງແມ່ນວ່າເງິນສົດໃນປະເທດບໍ່ພຽງພໍ ທ່າມກາງການຮຽກຮ້ອງໃຫ້ຢຸດການກະທໍາດັ່ງກ່າວ ໂດຍໜຶ່ງໃນນັ້ນຄື ມາລີນ ເລີເພັນ ຈາກພັນທະມິດແຫ່ງຊາດ ລະບຸວ່າເຖິງປະເທດຈະບໍ່ມີເງິນເພື່ອໃຊ້ຈ່າຍ ແຕ່ເຂົາຈະບໍ່ມີທາງຂາຍຄໍາ.


ອັນດັບ 5 ປະເທດລັດເຊຍ ມີຄຳເປັນທຶນສຳຮອງ ຈໍານວນ 2.219,2 ຕັນ. ທະນາຄານກາງລັດເຊຍ ເປັນຜູ້ຊື້ຄໍາລາຍໃຫຍ່ທີ່ສຸດໃນຮອບ 7 ປີທີ່ຜ່ານມາ ແລະ ແຊງຈີນໃນປີ 2018 ເຮັດໃຫ້ມີປະລິມານສໍາຮອງທີ່ໃຫຍ່ເປັນອັນດັບ 5 ຂອງໂລກ ໂດຍໃນປີ 2017 ລັດເຊຍຊື້ຄໍາແທ່ງມາສໍາຮອງໄວ້ ຫຼາຍເຖິງ 224 ຕັນ.


ອັນດັບ 6 ປະເທດຈີນ ມີຄຳເປັນທຶນສຳຮອງ ຈໍານວນ 1.936,5 ຕັນ. ຈີນຍັງຄົງເປັນປະເທດທີ່ຜະລິດຄໍາຫຼາຍເປັນອັນດັບທີ 1, ແຕ່ສໍາລັບຄໍາສໍາຮອງແລ້ວ ຈີນຢູ່ອັນດັບທີ 6 ແຕ່ເມື່ອທຽບກັບ 5 ອັນດັບທໍາອິດຈີນມີຄໍາສໍາຮອງຄິດເປັນສັດສ່ວນພຽງຮ້ອຍລະ 2,8 ເທົ່ານັ້ນ, ໃນຂະນະທີ່ຕັ້ງແຕ່ໄລຍະ ເດືອນທັນວາ ປີ 2018 ຈົນເຖິງເດືອນສິງຫາ ປີ 2019 ປະເທດຈີນຊື້ທອງຄໍາລາຍເດືອນສູງຫຼາຍປະມານ 100 ຕັນຕໍ່ເດືອນ.


ອັນດັບ 7 ປະເທດສະວິດເຊີແລນ ມີຄຳເປັນທຶນສຳຮອງ ຈໍານວນ 1.040,0 ຕັນ.


ອັນດັບ 8 ປະເທດຍີ່ປຸ່ນ ມີຄຳເປັນທຶນສຳຮອງ ຈໍານວນ 765,2 ຕັນ.


ອັນດັບ 9 ປະເທດອິນເດຍ ມີຄຳເປັນທຶນສຳຮອງ ຈໍານວນ 618,2 ຕັນ.


ອັນດັບ 10 ປະເທດເນເທີແລນ ມີຄຳເປັນທຶນສຳຮອງ ຈໍານວນ 613 ຕັນ.

ແຫຼ່ງຂໍ້ມູນ: https://www.pptvhd36.com/news

Comments