ທູດລາວ ປະຈຳ ສສ. ຫວຽດນາມ ເຂົ້າຢ້ຽມຂ່ຳນັບ ການນຳແຂວງ ເຊິນລາ ແລະ ແຂວງດ້ຽນບຽນ

ໃນວັນທີ 28 ກໍລະກົດ – 01 ສິງຫາ 2020 ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ ພ້ອມດ້ວຍຄະນະ ໄດ້ເຂົ້າຢ້ຽມຂ່ຳນັບ ການນຳແຂວຽເຊິນລາ ແລະ ແຂວງດ້ຽນບຽນ ໃນໂອກາດທີ່ດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ. ຫວຽດນາມ, ເຊິ່ງໄດ້ຮັບການຕ້ອນຮັບຈາກ ທ່ານ ຟາມວັນຖຸຍ ກຳມະການພັກແຂວງ, ຮອງປະທານຄະນະກຳມະການປະຊາຊົນ ແຂວງເຊິນລາ ແລະ ທ່ານ ມົວອາເຊິນ ຮອງເລຂາຄະນະພັກແຂວງ, ປະທານຄະນະກຳມະການປະຊາຊົນ ແຂວງດ້ຽນບຽນ ທີ່ຫ້ອງວ່າການປົກຄອງແຂວງຂອງແຕ່ລະແຂວງ.


ການນຳທັງສອງແຂວງ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມຂອງທ່ານ ເອກອັກຄະລັດຖະທູດ ພ້ອມດ້ວຍຄະນະ, ເຊິ່ງເປັນການຮັດແໜ້ນຄວາມສາມັກຄີ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືພິເສດຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ຫວຽດນາມ-ລາວ ກໍ່ຄືການຮ່ວມມື ລະຫວ່າງ ແຂວງເຊິນລາ, ດ້ຽນບຽນ ກັບສະຖານທູດລາວ ແລະ ບັນດາແຂວງພາກເໜືອ ຂອງ ສປປ ລາວ, ພ້ອມທັງໄດ້ລາຍງານສະພາບຈຸດພິເສດດ້ານທີ່ຕັ້ງ, ການພັດທະນາເສດຖະກິດ-ສັງຄົມຂອງແຂວງ ແລະ ການຮ່ວມມືກັບບັນດາແຂວງພາກເໜືອ ຂອງ ສປປ ລາວ ໃຫ້ທ່ານ ເອກອັກຄະລັດຖະທູດ ໄດ້ຮັບຊາບ, ໂດຍສະເພາະແມ່ນການແລກປ່ຽນການຢ້ຽມຢາມ ຂອງຄະນະຜູ້ແທນຂອງແຂວງ, ການຊ່ວຍເຫລືອດ້ານສາທາລະນະສຸກ, ການສຶກສາ, ກະສິກໍາ, ການທ່ອງທຽວ, ການລົງທຶນ, ການຄ້າ, ການແກ້ໄຂບັນຫາການຕັ້ງພູມລໍາເນົາ ແລະ ການສ້າງຄອບຄົວທີ່ບໍ່ຖືກຕ້ອງຕາມກົດໝາຍຢູ່ເຂດຊາຍແດນຂອງສອງປະເທດ, ການປະສານງານໃນການຊອກຫາອັດທິທະຫານຫວຽດນາມ ທີ່ເສຍຊີວິດຢູ່ລາວ ໃນສະໄໝສົງຄາມ ແລະ ການຮ່ວມມືດ້ານວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂອບເຂດບໍລິເວນຊາຍແດນຂອງສອງປະເທດ, ໂດຍສະເພາະແມ່ນການຕ້ານການຄ້າຂ້າມຊາຍແດນທີ່ຜິດກົດໝາຍ, ພ້ອມກັນນັ້ນ ແຂວງເຊິນລາ ຍັງໄດ້ສະເໜີໃຫ້ຊ່ວຍຊຸກຍູ້ລັດຖະບານຂອງສອງປະເທດ ຍົກລະດັບດ່ານລອງເຊິບ ແຂວງເຊິນລາ ແລະ ປ່າຮາງ ແຂວງຫົວພັນ ເປັນດ່ານສາກົນ.


ໃນໂອກາດດັ່ງກ່າວ, ທ່ານ ເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ການນຳທັງສອງແຂວງ ທີ່ໄດ້ໃຫ້ການຕ້ອນຮັບອັນອົບອຸ່ນ, ສະໜິດສະໜົມ ແລະ ຕີລາຄາສູງຕໍ່ສະພາບການພັດທະນາເສດຖະກິດ-ສັງຄົມຂອງ ທັງສອງແຂວງ ທີ່ມີການພັດທະນາຢ່າງວ່ອງໄວ. ສະແດງຄວາມຂອບໃຈທີ່ທັງສອງແຂວງ ໄດ້ໃຫ້ການຊ່ວຍເຫລືອດ້ານຕ່າງໆແກ່ບັນດາແຂວງພາກເໜືອຂອງລາວ ແລະ ສະເໜີໃຫ້ສືບຕໍ່ໃຫ້ການຊ່ວຍເຫລືອ, ສົ່ງເສີມການລົງທຶນໃຫ້ນັກລົງທຶນຫວຽດນາມ ໄປລົງທຶນຢູ່ບັນດາແຂວງພາກເໜືອຂອງລາວ ໃຫ້ຫລາຍຂຶ້ນເພື່ອປະກອບສ່ວນເຂົ້າໃນການສ້າງວຽກເຮັດງານທຳ ໃຫ້ແກ່ປະຊາຊົນ, ສົ່ງເສີມການແລກປ່ຽນດ້ານວັດທະນະທຳ, ການສຶກສາ, ສາທາລະນະສຸກ, ຕ້ານ ແລະ ສະກັດກັ້ນການຄ້າຂາຍຢາເສບຕິດ, ການຕັ້ງຖິ່ນຖານພູມລຳເນົາ ແລະ ການສ້າງຄອບຄົວທີ່ບໍ່ຖືກຕ້ອງຕາມລະບຽບກົດໝາຍ ແລະ ຮັກສາຄວາມສະຫງົບຂອບເຂດບໍລິເວນຊາຍແດນ, ສະເໜີໃຫ້ແຂວງດ້ຽນບຽນ ສືບຕໍ່ໃຫ້ການຊ່ວຍເຫລືອຊຸກຍູ້ລັດຖະບານຫວຽດນາມ ສະໜອງເງິນ ຈັດຕັ້ງປະຕິບັດໂຄງການກໍ່ສ້າງເສັ້ນທາງ ແຕ່ພູທິດເຜີ້ງ ຫາ ນາຊອນ ຈາກແຂວງຫລວງພະບາງ ໄປຫາຊາຍແດນແຂວງດ້ຽນບຽນ.
ທ່ານ ເອກອັກຄະລັດຖະທູດ ຍັງໄດ້ໄປຢ້ຽມຢາມພົບປະໂອ້ລົມນັກສຶກສາລາວ ທີ່ກຳລັງສຶກສາ ແລະ ກັກກັນຢູ່ສູນຕ້ານພະຍາດໂຄວິດ ຢູ່ ແຂວງເຊິນລາ ແລະ ແຂວງ ດ້ຽນບຽນ, ເຊິ່ງທ່ານ ໄດ້ສະແດງຄວາມເປັນຫ່ວງເປັນໄຍ ແລະ ຮຽກຮ້ອງໃຫ້ບັນດານັກສຶກສາລາວ ໃຫ້ເພີ່ມທະວີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ ກໍ່ຄື ການເອົາໃຈໃສ່ຕໍ່ວຽກງານວິຊາສະເພາະ ການສຶກສາຄົ້ນຄວ້າຮ່ຳຮຽນ, ໃຫ້ມີຄວາມສາມັກຄີຊ່ວຍເຫລືອເຊິ່ງກັນ ແລະ ກັນ, ປະຕິບັດຕາມລະບຽບຂອງໂຮງຮຽນ ແລະ ກົດໝາຍຂອງປະເທດເຈົ້າພາບ ຢ່າງເຂັ້ມງວດ, ຕ້ອງຮູ້ບຸນຄຸນຕໍ່ປະເທດເຈົ້າພາບ, ເປັນເຈົ້າການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ຄວາມສາມັກຄີພິເສດອັນເປັນມູນເຊື້ອອັນຍາວນານ ລະຫວ່າງ ສອງພັກ, ສອງລັດ ລາວ-ຫວຽດນາມ ໃຫ້ໝັ້ນຄົງທະນົງແກ່ນ. ພ້ອມໄດ້ລົງຢ້ຽມຢາມພື້ນທີ່ການຜະລິດຈໍານວນໜຶ່ງ ໂດຍສະເພາະສວນປູກໝາກລຳໄຍ, ປູກໝາກກ້ຽງ (ກ້ຽງໃຫຍ່) ແລະ ໝາກຂຽບ ສົ່ງອອກຕະຫລາດຕ່າງປະເທດ.

ແຫຼ່ງຂໍ້ມູນ: https://www.facebook.com/plugins/post.php?

Comments