ການປ່ອຍເນື້ອໃນທີ່ບໍ່ອະນຸຍາດ ໂດຍເຜີຍແຜ່ຜ່ານອິນເຕີເນັດ ອາດຕິດຄຸກໄດ້…

ກະຊວງໄປສະນີໂທລະຄົມມະນາຄົມ ແລະ ສື່ສານ ແຈ້ງໃຫ້ຮູ້ວ່າ: ການຫຼິ້ນອິນເຕີເນັດ ຫຼືສື່ສັງຄົມອອນລາຍ ມີທັງປະໂຫຍດ ແລະ ໂທດ, ຖ້າຮ້າຍແຮງອາດສ່ຽງເຖິງຂັ້ນຕິດຄຸກ ເຊັ່ນການປ່ອຍຂ່າວ ຫຼືເນື້ອໃນທີ່ບໍ່ອະນຸຍາດຕາມການລະບຸໄວ້ໃນມາດຕາ 10 ຂອງດຳລັດວ່າດ້ວຍການຄຸ້ມຄອງຂໍ້ມູນຂ່າວສານຜ່ານທາງອິນເຕີເນັດ (ດຳລັດ 327/ລບ).

ເນື້ອໃນທີ່ບໍ່ອະນຸຍາດໃຫ້ເຜີຍແຜ່ຜ່ານອິນເຕີເນັດໃນມາດຕາທີ 10 ປະກອບມີເນື້ອໃນທີ່ມີລັກສະນະຕົວະຍົວະ, ຫຼອກລວງ ຫຼືຊວນເຊື່ອປະຊາຊົນ ຢູ່ທັງທັງພາຍໃນ ແລະ ຕ່າງປະເທດໃນການຕໍ່່ຕ້ານພັກ ແລະ ລັດ ຫຼືມ້າງເພສັັນຕິພາບ, ຄວາມເປັນເອກະລລາດ, ອະທິປະໄຕ, ຄວາມເປັນເອກະພາບ ແລະ ວັດທະນາຖາວອນ, ເນື້ອໃນທີ່ມີລັກສະນະຍຸຍົງ ແລະ ສົ່ງເສີມການເຄື່ອນໄຫວທີ່ເປັນການກໍ່ການຮ້າຍ, ຄາດຕະກຳ ແລະ ປັ່ນປ່ວນຕໍ່ສັງຄົມ.

ພາບປະກອບເທົ່ານັ້ນ

ນອກຈາກນັ້ນ, ຍັງຫ້າມໂຄສະນາບິດເບືອນຄວາມຈິງ ແລະ ປ່າວຂາວອະກຸສົນ ເພື່ອສ້າງຄວາມແບ່ງແຍກ ລະຫວ່າງຊົນເຜົ່າ ຫຼືລະຫວ່າງຊາດ, ຫ້າມເຜີຍແຜ່ຮູບພາບລາມົກ, ຮູບຕັດຕໍ່່ ແລະ ຮູບພາບອື່ນໆ ທີ່ກົດໝາຍລາວຫ້າມ ຫຼືແຕະຕ້ອງຮີດຄອງປະເພນີອັນດີງາມຂອງຊາດ, ເຜີຍແຜ່ຄວາມລັບຂອງຊາດ, ທາງການທະຫານ ຫຼືຄວາມລັບດ້ານອື່ນ ທີ່ກຳນົດໄວ້ໃນລະບຽບກົດໝາຍຂອງປະເທດລາວ ແລະ ອື່ນໆ.

ພາບປະກອບເທົ່ານັ້ນ

ແຫຼ່ງຂໍ້ມູນ: ວຽງຈັນທາຍ

Comments