ທູຊອນ ຈາກໝາຫຼົງທາງສູ່ພະນັກງານໃໝ່ຂອງ ຮຸນໄດ (Hyundai)

ຈາກວິກິດ Covid-19 ເຮັດໃຫ້ສັດລ້ຽງຖືກປ່ອຍຖິ້ມ ເຊິ່ງໝາໂຕນີ້ກໍເຊັ່ນດຽວກັນ ມັນມີອາຍຸ 1 ປີ ໂດຍມັນຖືກເຈົ້າເອົາມາປ່ອຍໄວ້ຢູ່ຖະໜົນໃນເມືອງເຊີຣາ ປະເທດບຣາຊິວ. ຈາກນັ້ນ ມີພະນັກງານຄົນໜຶ່ງ ຂອງສູນ Show room ລົດ Hyundai ພາໄປໄວ້ສູນ ໂດຍໄດ້ຕັ້ງຊື້ໃໝ່ໃຫ້ວ່າ ທູຊອນ (Tucson) ແລະ ພະນັກງານທຸກຄົນຊ່ວຍກັນລ້ຽງ, ຊື້ເຄື່ອງຫຼິ້ນໃຫ້ ພ້ອມທັງພາໄປພົບສັດຕະວະແພດ

ທູຊອນ ປັບຕົວເຂົ້າສູ່ສະພາບແວດລ້ອມພະນັກງານ ແລະ ລູກຄ້າຂອງບໍລິສັດ Hyundai ເປັນຢ່າງດີ, ມັນເຮັດໂຕສຸພາບຮຽບຮ້ອຍ ແລະ ບໍ່ມັກສ້າງບັນຫາ ພ້ອມທັງຍັງສະຫຼາດໃນການຕ້ອນຮັບລູກຄ້າຢ່າງເປັນມິດ ເຮັດໃຫ້ ທູຊອນ ໄດ້ຮັບຄວາມຮັກຈາກທຸກຄົນ

ຄວາມພັກດີມີ service mind ແລະ ຄວາມໜ້າຮັກຂອງ ທູຊອນ ເຮັດໃຫ້ຜູ້ຈັດການຕັດສິນໃຈບັນຈຸທູຊອນ ໃຫ້ເປັນພະນັກງານໃມ່ຂອງ Hyundai ພ້ອມທັງເຮັດບັດປະຈຳໂຕພະນັກງານໃຫ້ອີກດ້ວຍ ເຊິ່ງທູຊອນ ເຮັດໜ້າທີ່ໄດ້ທຸກຢ່າງ ທັງພະນັກງານຕ້ອນຮັບ,​ລູກຄ້າສຳພັນ ແລະ ບໍລິການລູກຄ້າຕ່າງໆ

ແຫຼ່ງຂໍ້ມູນ: Marketing Oops

Comments