ຕາມແຫລ່ງຂ່າວຈາກ ຟີລິບປິນ,ທ່ານ ໂຣດຣີໂກ ດູເຕີເຕ, ປະທານາທິບໍດີ ຟີລິບປິນ ປະກາດ ໃຫ້ນະຄອນຫລວງ ມະນິລາ ແລະ ແຂວງໃກ້ຄຽງອີກ 4 ແຂວງ ກັບມາໃຊ້ ມາດຕະການ ຄວບຄຸມ ພະຍາດ ໂຄວິດ-19 ຢ່າງເຂັ້ມງວດ ເປັນໄລຍະເວລາ 14 ວັນ ເລີ່ມແຕ່ວັນທີ 4ສິງຫານີ້ ເປັນຕົ້ນໄປ ຫລັງຈາກ ຍອດຜູ້ຕິດເຊື້ອ ໂຄວິດ-19 ໃນປະເທດ ເພີ່ມຂຶ້ນເກີນ 100.000 ຄົນ.


ການອອກຄຳສັ່ງ ດັ່ງກ່າວ ມີຂຶ້ນຫລັງຈາກ ກະຊວງ ສາທາລະນະສຸກ ເປີດເຜີຍ ຍອດຜູ້ຕິດເຊື້ອ ລາຍໃໝ່ ຢູ່ທີ່ 5.032 ຄົນ ເຊິ່ງເປັນສະຖິຕິ ການພົບ ຜູ້ຕິດເຊື້ອ ລາຍວັນ ສູງທີ່ສຸດ ຂອງປະເທດ ໂດຍຜູ້ຕິດເຊື້ອ ກວ່າເຄິ່ງໜຶ່ງ ຫລື 2.737 ຄົນ ຢູ່ໃນເຂດ ເມໂທຣ ມະນິລາ.


ແຫຼ່ງຂໍ້ມູນ: “https://www.facebook.com/plugins/post.php?