ລັດເຊຍ ແລະ ຈີນ ເລີ່ມຢຸດໃຊ້ເງິນ ໂດລາ…

ລັດເຊຍ ແລະ ຈີນ ເລີ່ມທີ່ຈະຕີຕົວອອກຈາກການເພິ່ງພາເງິນໂດລາສະຫະລັດມາຫຼາຍປີແລ້ວ ແຕ່ເລີ່ມຊັດເຈນຂຶ້ນໃນໄລຍະຫຼັງ, ຈາກການລາຍງານຂອງສຳນັກຂ່າວ RT ພົບວ່າ ໃນໄຕມາດທຳອິດຂອງປີ 2020 ສ່ວນແບ່ງຂອງເງິນໂດລາໃນການຄ້າລະຫວ່າງປະເທດຫຼຸດລົງຕໍ່າກວ່າ 50% ເປັນຄັ້ງທຳອິດ. ຖ້າທຽບກັບ 4 ປີ ຜ່ານມາ ເງິນໂດລາມີສັດສ່ວນຫຼາຍກວ່າ 90% ຂອງການເຮັດທຸລະກຳ ແລະ ທຸລະກິດ ລະຫວ່າງ ລັດເຊຍ-ຈີນ.

ໜັງສືພິມ Izvestia ຂອງລັດເຊຍລາຍງານວ່າ ສັດສ່ວນການໃຊ້ເງິນໂດລາຫຼຸດລົງເຫຼືອ 46% ໃນຕອນນີ້ ໂດຍຫຼຸດລົງຈາກ 75% ໃນປີ 2018,​ ສ່ວນການຊຳລະເງິນທາງການຄ້າໃນຕອນນີ້ແມ່ນໃຊ້ເງິນສະກຸນອື່ນຫຼາຍຂຶ້ນເຖິງ 54% ໂດຍໃນຈຳນວນນີ້ ໃຊ້ເງິນຢວນຂອງຈີນປະມານ 17 %, ເງິນ ຢູໂຣ 30% ແລະ ເງິນຣູເບິນອຂອງລັດເຊຍ 7%. ສາເຫດທີ່ການໃຊ້ເງິນໂດລາຫຼຸດລົງກໍເພາະສົງຄາມການຄ້າລະຫວ່າງຈີນກັບສະຫະລັດອາເມລິກາ ແລະ ຍັງມີໂອກາດທີ່ສະຫະລັດຈະໃຊ້ສະກຸນເງິນເປັນອາວຸດໂຈມຕີປະເທດຄູ່ກໍລະນີ.

ໃນເດືອນ ມັງກອນ ປີ 2020 ເຊີເກ ລາຟຣອຟ ລັດຖະມົນຕີປະເທດລັດເຊຍກ່າວວ່າ: ລັດເຊຍຍັງຈະມີນະໂບບາຍຫຼຸດການໃຊ້ເງິນໂດລາລົງ ແລະ ຈະຫາທາງໃຊ້ສະກຸນເງິນທ້ອງຖິ່ນໃຫ້ຫຼາຍທີ່ສຸດ. ພ້ອມກັນນັ້ນ, ລັດຖະມົນຕີປະເທດລັດເຊຍ ຍັງກ່າວຕື່ມວ່າ ການສະລັບຈາກການນຳໃຊ້ເງິນໂດລາ ເປັນການຕອບສະໜອງກັບນະໂຍບາຍເສດຖະກິດຂອງສະຫະລັດອາເມລິກາ ທີ່ເອົາແນ່ເອົານອນບໍ່ໄດ້ ແລະ ອາເມລິກາ ຍັງເອົາປຽບປະເທດອື່ນໆ ໂດຍໃຊ້ປະໂຫຍດຈາກເງິນໂດລາ ໃນສະຖານະສະກຸນເງິນຫຼັກໃນທຶນສຳຮອງລະຫວ່າງປະເທດ.

ນອກຈາກນີ້, ຣັດເຊຍ ຍັງຫັນມາເກັບຄຳຫຼາຍຂຶ້ນ ໃນທຶນສຳຮອງລະຫວ່າງປະເທດ ໂດຍໃນເດືອນ ກັນຍາ ປີ 2014 ລັດເຊຍມີຄຳເປັນທຶນສຳຮອງລະຫວ່າງປະເທດ ລວມມີສັດສ່ວນ 14%, ແຕ່ຕອນນີ້ ມີຫຼາຍເຖິງ 23% ຫຼື 2,299.9 ຕັນ.

ແຫຼ່ງຂໍ້ມູນ: https://www.posttoday.com/world/629877

Comments