ດ່ວນ!!! ສາງສິນຄ້າໃນຈີນ ພັງລົງເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ


ເກີດ​ເຫດ​ສາງ​ສິນຄ້າ​ ພັງ​ລົງ ໃນ​ເມືອງ​ຮາ​ບິນ ມົນທົນເຮີຍ​ຫລົງ​ຈຽງ ທາງ​ຕາ​ເວັນ​ອອກສ່ຽງ​ເໜືອ​ຂອງ​ຈີນ ​ເຮັດ​ໃຫ້​ມີຜູ້​ເສຍ​ຊີວິດ ​ໃນ​ເບື້ອງ​ຕົ້ນ 4 ຄົນ ​ແລະ ມີ​ຜູ້​ເຄາະ​ຮ້າຍ 9 ຄົນ ຕິດ​ຢູ່​ຊາກ​ອາຄານ ທີ່​ເປັນ​ຂອງ​ບໍລິສັດ ຜະລິດ​ອາຫານ​ແຫ່ງ​ໜຶ່ງ ​ໃນ​ເຂດ​ເຕົ່າ​ລີ່. ​ເຫດການ​ດັ່ງກ່າວ ​ເກີດ​ຂຶ້ນ ​ເມື່ອ​ບໍ່​ດົນ​ມາ​ນີ້.

ປັດຈຸບັນ ​ເຈົ້າໜ້າ​ທີ່​ ກູ້​ໄພ​ກວ່າ 350 ຄົນ ພວມ​ລະດົມ​ກຳລັງ ​ຄົ້ນຫາຜູ້​ສູນຫາຍ. ສ່ວນ​ເຈົ້າຂອງ​ສາງ​ສິນຄ້າ ຖືກ​ເຈົ້າໜ້າ​ທີ່​ ຕຳຫລວດ ຄວບ​ຄຸມ​ຕົວ​ເອົາ​ໄວ້ ​ແລະ ຢູ່​ລະຫວ່າງ​ການ​ສືບສວນ ​ສອບ​ສວນ.


ແຫຼ່ງຂໍ້ມູນ: ChinaNews.co

Comments