ອາເມລິກາ ພົບໂຣກລະບາດ ຊາລໂມເນລລາ (Salmonella) ລະບາດ 34 ລັັດ…

ໃນຂະນະທີ່ Covid-19 ກຳລັງລະບາດໜັກຢູ່ໃນສະຫະລັດອາເມລິກາ ເຮັດໃຫ້ມີຜູ້ຕິດເຊື້ອ ແລະ ເສຍຊີວິດຈຳນວນຫຼາຍ ເປັນອັນດັບທີ 1 ຂອງໂລກ, ຫຼ້າສຸດ ອາເມລິກາພົບເຊື້ອພະຍາດ ຊາລໂມເນລລາ (Salmonella) ເຊິ່ງເປັນພະຍາດຕິດເຊື້ອຈາກແບັດທີເຣຍ.

ສຳນັກງານຄະນະກົມອາຫານ ແລະ ຢາ ຂອງອາເມລິກາກ່າວວ່າ: ພົບຜູ້ຕິດເຊື້ອທີ່ໄດ້ຮັບການຢືນຢັນແລ້ວໃນ 34 ລັດ ໂດຍ ລັດທີ່ໄດ້ຮັບຜົນກະທົບຫຼາຍທີ່ສຸດໄດ້ແກ່ ລັດໂອເຣກອນ ມີຈຳນວນຜູ້ປ່ວຍ 71 ກໍລະນີ, ຢູທາຫ໌ 61 ກໍລະນີ ແລະ ແຄລິຟໍເນຍ 49 ກໍລະນີ, ໂດຍລວມແລ້ວສະຫະລັດອາເມລິກາມີຜູ້ປ່ວຍເຖິງ 396 ກໍລະນີ ແລະ ຜູ້ປ່ວຍທີ່ຕ້ອງຮັບການຮັກສາຢູ່ໂຮງໝໍມີ 59 ຄົນ.

ນອກຈາກອາເມລິກາແລ້ວ ແຄນນາດາຍັງຖືກລູກຫຼົງໄປນຳ ເພາະສຳນັກງານສາທາລະນະສຸກຂອງແຄນນາດາລາຍງານວ່າ: ພົບຜູ້ຕິດເຊື້ອພະຍາດ ຊາລໂມເນລລາ (Salmonella) ຈຳນວນ 114 ກໍລະນີ ແລະ ບໍ່ຕໍ່າກ່ວາ 16 ຄົນ ທີ່ຕ້ອງໄດ້ເຂົ້າຮັບການຮັກສາຢູ່ໂຮງໝໍ.

ຈາກການກວດສອບສາເຫດຂອງເຊື້ອພະຍາດພົບວ່າ ຫົວຜັກບົ່ວແດງທີ່ປູກໃນລັດແຄລິຟໍເນຍ ອາດຈະເປັນຕົ້ນເຫດການລະບາດຂອງເຊື້ອພະຍາດດັ່ງກ່າວ ໂດຍ ຕົ້ນທາງມາຈາກ Thomson International ເຊິ່ງເປັນຜູ້ຈຳໜ່າຍຫົວຜັກບົ່ວແດງທີ່ພະລິດ ໃນເມືອງເບເກີຣສຟິລດ໌, ລັດແຄລິຟໍເນຍ. ພ້ອມກັນນັ້ນ, ບໍລິສັດ Thomson International ກ່າວໃນວັນ ທີ 1 ສິງຫາ ຜ່ານມາ ໄດ້ເກັບຫົວຜັກບົ່ວໃຫຍ່ສີແດງ, ສີເຫຼືອງ ແລະ ສີຂາວ ລວມທັງຫົວຜັກບ່ົ່ວຫວານ (Sweet onion) ທີ່ຖືກຈັດສົ່ງມາຕັ້ງແຕ່ວັນທີ 1 ພຶດສະພາ ຄືນທັງໝົດ ເນື່ອງຈາກຄວງວາມສ່ຽງການປົນເປື້ອນ.

ນອກຈາກນັ້ນ, ເຊື້ອພະຍາດ ຊາລໂມເນລລາ (Salmonella) ຍັງເກີດຈາກການກິນຊີ້ນສັດ ຫຼືຜັກດິບທີ່ປົນເປື້ອນເຊື້ອພະຍາດ ແລະ ຈະເຮັດໃຫ້ ຖ່າຍແຫຼວ ຫຼືມີອາການປວດຮາກ ໂດຍອາການເຫຼົ່ານີ້ ຈະປາກົດຢູ່ດົນເຖິງ 8-72 ຊົ່ວໂມງ.

ແຫຼ່ງຂໍ້ມູນ:​ https://www.posttoday.com/world/629785

Comments