General

ການເຂົ້າຮ່ວມໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກໃນ ສປປ ລາວ ຍັງອ່ອນ

ສປປ ລາວ ເປັນປະເທດທີ່ອຸດົມຮັ່ງມີໄປດ້ວຍຊັບພະຍາກອນທໍາມະຊາດ ແລະ ແຮ່ທາດ, ແນວທາງການພັດທະນາເສດຖະກິດໄດ້ເຕີບໂຕເປັນກ້າວໆໄປສູ່ເສດຖະກິດຕະຫຼາດຫຼັງຈາກການນໍາໃຊ້ກົນໄກເສດຖະກິດໃໝ່ນັບແຕ່ປີ 1986 ເປັນຕົ້ນມາ. ລະຫວ່າງຊຸມປີ 2000, ການລົງທຶນໂດຍກົງຈາກຕ່າງປະເທດ ໂດຍສະເພາະໃນຂະແໜງພະລັງງານ ແລະ ບໍ່ແຮ່ ໄດ້ປັບປ່ຽນໂສມໜ້າຂອງເສດຖະກິດລາວໃຫ້ຂະຫຍາຍໂຕ. ເຖິງຢ່າງໃດກໍຕາມ, ການຄ້າຕ່າງປະເທດກໍຍັງບໍ່ທັນຫຼາກຫຼາຍ, ສິນຄ້າສົ່ງອອກຫຼັກຂອງລາວກໍໄດ້ແກ່: ໄມ້, ໄຟຟ້າ, ແຮ່ທາດ ແລະ ສິນຄ້າກະສິກໍາ, ເຊິ່ງຮຽກຮ້ອງໃຫ້ມີການສົ່ງເສີມດ້ານເຕັກໂນໂລຊີ ເພື່ອພັດທະນາອຸດສາຫະກໍາການຜະລິດສິນຄ້າຕ່າງໆທີ່ມີຢ່າງຈໍາກັດ. ໃນນັ້ນ, ການມີສ່ວນຮ່ວມເຂົ້າໃນຕ່ອງໂສ້ມູນຄ່າເພີ່ມການຜະລິດຂອງໂລກ (Global Value Chains: GVCs) ເປັນປັດໄຈທີ່ສໍາຄັນຕໍ່ກັບການພັດທະນາເສດຖະກິດຂອງ ສປປ ລາວ. ໃນຊຸມປີຜ່ານມາ, ມູນຄ່າເພີ່ມການສົ່ງອອກສິນຄ້າທັງໝົດ (gross exports ຫຼື value added exports ເຊິ່ງຄິດໄລ່ຈາກ = ມູນຄ່າເພີ່ມຈາກຕ່າງປະເທດ ຫຼື foreign value added (FVA) + ມູນຄ່າເພີ່ມຈາກພາຍໃນ ປະເທດ ຫຼື domestic value added (DVA)) ຂອງລາວມີການຂະຫຍາຍຕົວ, ແຕ່ວ່າອັດຕາຂອງສ່ວນມູນຄ່າເພີ່ມຈາກຕ່າງປະເທດ ...

Read More »

ແນວຄິດການເຮັດວຽກໃນຍຸກສະໄໝໃໝ່ທີ່ຕ້ອງວ່ອງໄວ ແລະ ທັນການ

ທັດສະນະແນວຄິດຄວາມວ່ອງໄວໃນການຕອບສະໜອງ ແລະ ຕັດສິນໃຈ ຫຼື Agility mindest ຖືກຍົກຂຶ້ນມາກ່າວເຖິງຢ່າງກວ້າງຂວາງໃນການດຳເນີນທຸລະກິດໃນຍຸກດິຈິຕ໋ອນ ເຊິ່ງຫຼາຍໆບໍລິສັດໃນຕ່າງປະເທດໄດ້ມີການເອົາໄປນຳໃຊ້ ເພື່ອພັດທະນາອົງກອນ ແລະ ບຸກຄະກອນຂອງຕົນໃຫ້ມີປະສິດທິພາບຫຼາຍຂຶ້ນ. ຄວາມວ່ອງໄວ ແລະ ທັນການ ໃນການຕອບສະໜອງ ແລະ ຕັດສິນໃຈໃນນີ້ ບໍ່ໄດ້ໝາຍເຖິງແຕ່ຄວາມໄວເປັນຫຼັກເທົ່ານັ້ນ ແຕ່ໝາຍເຖິງການຕອບສະໜອງ ແລະ ການຕັດສິນໃຈ ທີ່ຖືກຕ້ອງ ແລະ ທັນເວລາ. ໃນຍຸກດິຈິຕ໋ອນທີ່ທຸກຢ່່າງເຄື່ອນເໜັງໄວ ເຊັ່ນ ຂໍ້ມູນຂ່າວສານ, ກົນລະຍຸດການແຂ່ງຂັນ ແລະ ຄວາມຕ້ອງການຂອງຕະຫຼາດ ໆລໆ ເຮັດໃຫ້ການດຳເນີນທຸລະກິດປະສົບກັບການປ່ຽນແປງຢູ່ຕະຫຼອດເວລາ ແລະ ບາງຄັ້ງກໍກະທັນຫັນ ທີ່ອາດເກີດຈາກປັດໄຈພາຍໃນຂອງບໍລິສັດເອງທີ່ສາ ມາດຄວບຄຸມໄດ້ ຫຼື ປັດໄຈພາຍນອກທີ່ບໍ່ສາມາດຄາດເດົາ ແລະ ບໍ່ສາມາດຄວບຄຸມໄດ້. ດັ່ງນັ້ນ ທັດສະນະແນວຄິດຄວາມວ່ອງໄວໃນການຕອບສະໜອງ ແລະ ຕັດສິນໃຈ ຈຶ່ງເຂົ້າມາມີບົດບາດສຳຄັນ ໂດຍມີຈຸດປະສົງເຮັດໃຫ້ມີການຕອບສະໜອງທີ່ວ່ອງໄວ ແລະ ທັນການຕໍ່ກັບການປ່ຽນແປງໃດໜຶ່ງ ເພື່ອໃຫ້ທຸລະກິດສາມາດດຳເນີນຕໍ່ໄປໄດ້. ການຕອບສະໜອງທີ່ວ່ອງໄວ ແລະ ທັນການນັ້ນສຳຄັນແນວໃດ? ແນ່ນອນວ່າ ການທີ່ບໍລິສັດຂອງທ່ານສາມາດຄາດເດົາ ແລະ ອ່ານເກມໃນຕະຫຼາດເພື່ອຍາດເອົາສ່ວນແບ່ງຕະຫຼາດ ແລະ ນຳໃຊ້ກົນລະຍຸດເພື່ອເອົາຊະນະຄູ່ແຂ່ງທາງການຄ້າໄດ້ຢ່າງທັນທີ ເມື່ອຄູ່ແຂ່ງຂັນອອກຜະລິດຕະພັນທີ່ຄ້າຍຄືກັນດ້ວຍບາງຈຸດເດັ່ນທີ່ແຕກຕ່າງ ຍ່ອມສົ່ງຜົນດີ ...

Read More »

ຜູ້ຊື້ເຮືອນເຊົ່າ (ເຈົ້າກຳມະສິດໃໝ່)ຂຶ້ນຄ່າເຊົ່າເຮືອນໃໝ່ ເຮັດແນວໃດດີ?

ສະບາຍດີ ບັນດາທ່ານຜູ້ອ່ານທີ່ຮັກແພງ, ມື້ນີ້ຂ້າພະເຈົ້າຂໍແລກປ່ຽນບັນຫາທາງດ້ານກົດໝາຍກ່ຽວກັບເລື່ອງການເຊົ່າເຮືອນ-ອາຄານ ກັບບັນດາທ່ານ. ຂ້າພະເຈົ້າໄດ້ຮັບຄຳຖາມວ່າ ຜູ້ຊື້ເຮືອນເຊົ່າ (ເຈົ້າຂອງເຮືອນໃໝ່) ຂຶ້ນຄ່າເຊົ່າເຮືອນສູງກວ່າທີ່ສັນຍາເບື້ອງຕົ້ນກຳນົດໄວ້, ຜູ້ເຊົ່າເຮືອນຈະເຮັດແນວໃດດີ ແລະ ເຈົ້າຂອງເຮືອນໃໝ່ ຫຼື ຜູ້ໃຫ້ເຊົ່າໃໝ່ນັ້ນເຮັດແນວນັ້ນໄດ້ບໍ່? ສະນັ້ນມື້ນີ້ຈະຂໍນຳເອົາບັນຫານີ້ມາແລກປ່ຽນກັບທ່ານຜູ້ອ່ານ. ກ່ອນອື່ນໝົດ, ບັນຫາທີ່ກ່ຽວຂ້ອງກັບການເຊົ່າເຮືອນ (ຫຼື ການເຊົ່າຊັບ) ກຳນົດໄວ້ໃນປະມວນກົດໝາຍແພ່ງ ຂອງສປປລາວ ນັບແຕ່ມາດຕາ 434 – 438. ມາດຕາ 437 ຂອງປະມວນກົດໝາຍກຳນົດກ່ຽວກັບການປ່ຽນເຈົ້າກຳມະສິດໃນຊັບທີ່ເຊົ່າວ່າ “ໃນກໍລະນີ ທີ່ຜູ້ໃຫ້ເຊົ່າຫາກໄດ້ມອບ ຫຼື ຂາຍຊັບທີ່ເຊົ່ານັ້ນໃຫ້ບຸກຄົນອື່ນ, ສັນຍາເຊົ່າຊັບນັ້ນກໍຈະມີຜົນໃຊ້ໄດ້ສຳລັບຜູ້ຮັບ ຫຼື ຜູ້ຊື້ທີ່ເປັນເຈົ້າກຳມະສິດໃໝ່, ແຕ່ຜູ້ໃຫ້ເຊົ່າຕ້ອງແຈ້ງໃຫ້ຜູ້ເຈົ້າກຳມະສິດໃໝ່ຊາບກ່ອນວ່າ ຊັບດັ່ງກ່າວ ຍັງຢູ່ໃນການນຳໃຊ້ຂອງຜູ້ໃຫ້ເຊົ່າຢູ່”. ຈາກມາດຕານີ້ ຈະເຫັນໄດ້ວ່າ ເຖິງແມ່ນວ່າໄດ້ມີການປ່ຽນແປງຜູ້ໃຫ້ເຊົ່າໃໝ່ ແລ້ວກໍຕາມ ສັນຍາເຊົ່າຊັບ-ເຊົ່າເຮືອນ ທີ່ໄດ້ຕົກລົງກັນກັບເຈົ້າຂອງເຮືອນຜູ້ເກົ່າໃນເບື້ອງຕົ້ນນັ້ນ ຍັງມີຜົນສັກສິດຢູ່ ຫຼື ເວົ້າອີກຄວາມໜຶ່ງວ່າ ຍັງໃຊ້ໄດ້ ແລະ ຍັງຜູກພັນເຈົ້າຂອງເຮືອນໃໝ່-ຜູ້ໃຫ້ເຊົ່າເຮືອນໃໝ່ຄືເກົ່າ. ຜູ້ໃຫ້ເຊົ່າເຮືອນໃໝ່ ຈະປ່ຽນແປງສັນຍາດັ່ງກ່າວ ເຊັ່ນ ກຳນົດຄ່າເຊົ່າໃໝ່, ກຳນົດອາຍຸຂອງສັນຍາຄືນໃໝ່ ແລະ ອື່ນໆທີ່ເປັນປ່ຽນແປງສັນຍານັ້ນບໍ່ໄດ້ ຖ້າຫາກວ່າຜູ້ເຊົ່າບໍ່ເຫັນດີນຳ. ສະນັ້ນໃນກໍລະນີນີ້ ຜູ້ໃຫ້ເຊົ່າເຮືອນຄົນໃໝ່ຈະຂຶ້ນຄ່າເຊົ່າ ແມ່ນເຮັດບໍ່ໄດ້. ...

Read More »

ເຕັກນິກການນອນໃຫ້ເກີດປະສິດທິພາບສູງສຸດ

ທ່ານເຄີຍສົງໃສບໍ່ວ່າ ເປັນຫຍັງຊ່ວງເວລາຕອນເຊົ້າທີ່ຕ້ອງດຶງຕົນເອງໃຫ້ລຸກຈາກບ່ອນນອນຈຶ່ງເປັນໜຶ່ງໃນຊ່ວງເວລາທີ່ລໍາບາກທີ່ສຸດໃນແຕ່ລະມື້ ຫຼາຍທ່ານອາດໃຫ້ເຫດຜົນໄປໃນທາງດຽວກັນວ່າ ຍ້ອນນອນບໍ່ພຽງພໍ ແຕ່ທ່ານເຄີຍສັງເກດຕົນເອງບໍ່ວ່າ ບາງມື້ເຖິງຈະນອນເປັນເວລາດົນສົມຄວນແລ້ວ ເມື່ອຕື່ນຂຶ້ນມາກໍຍັງຮູ້ສຶກອ່ອນເພຍ ສະລຶມສະລື ບໍ່ສົດຊື່ນ ບາງມື້ນອນໜ້ອຍກວ່າ ແຕ່ພັດຮູ້ສຶກວ່າຕື່ນມາແລ້ວຍັງສົດຊື່ນຫຼາຍກວ່າມື້ນອນຫຼາຍ. ໃນບົດຄວາມນີ້ ຜູ້ຂຽນຈຶ່ງຂໍນໍາການຄົ້ນຄວ້າທີ່ໜ້າສົນໃຈກ່ຽວກັບ ຮອບວຽນການນອນຕາມຫຼັກການ 90 ນາທີ ມາແບ່ງປັນ ເພື່ອຊ່ວຍໄຂຂໍ້ຂ້ອງໃຈໃຫ້ບັນດາຜູ້ອ່ານ ແລະ ລອງນໍາໄປປັບໃຊ້ໃຫ້ເກີດປະໂຫຍດໃນຊີວິດປະຈໍາວັນ. ແນ່ນອນວ່າ ການນອນຖືເປັນການພັກຜ່ອນທີ່ດີທີ່ສຸດ ແລະ ຈໍາເປັນຕໍ່ຮ່າງກາຍເປັນຢ່າງຍິ່ງ ເພາະຫາກນອນພຽງພໍກັບຄວາມຕ້ອງການຂອງຮ່າງກາຍແລ້ວ ຈະສົ່ງຜົນໃຫ້ຮ່າງກາຍມີສຸຂະພາບດີຂຶ້ນ ຍ້ອນຮ່າງກາຍໄດ້ຮັບການຟື້ນຟູ ຊ່ວຍເຮັດໃຫ້ລະບົບຕ່າງໆຂອງຮ່າງກາຍເຮັດວຽກໄດ້ຢ່າງເປັນປົກກະຕິ ບໍ່ວ່າຈະເປັນ ການຟຶື້ນຟູການເຜົາຜານພະລັງງານ ການຈະເລີນເຕີບໂຕ ພູມຄຸ້ມກັນ ລະບົບປະສາດ ແລະ ສະໝອງທີ່ເປັນພາກສ່ວນສຳຄັນໃນ ການການຮຽນຮູ້ ແລະ ຈົດຈໍາ ໆລໆ ພ້ອມທັງສົ່ງຜົນໃຫ້ຈິດໃຈປອດໂປ່ງ ສົດຊື່ນ ແລະ ອາລົມດີ ເພື່ອກຽມພ້ອມໃນການເລີ່ມຕົ້ນມື້ໃໝ່ ແລະ ພ້ອມຮັບມືກັບສະຖານະການຕ່າງໆທີ່ເກີດຂຶ້ນໃນລະຫວ່າງມື້. ທ່ານຮູ້ ຫຼື ບໍ່ວ່າ ການນອນຫຼັບທີ່ພຽງພໍນັ້ນ ບໍ່ໄດ້ໝາຍເຖິງແຕ່ໄລຍະເວລາທີ່ພຽງພໍເທົ່ານັ້ນ  ແຕ່ໝາຍເຖິງການນອນພຽງພໍຢ່າງມີຄຸນນະພາບ ຈຶ່ງຈະເຮັດໃຫ້ຮ່າງກາຍໄດ້ຮັບການພັກຜ່ອນຢ່າງມີປະສິດທິພາບສູງສຸດ. ຈາກຜົນການຄົ້ນຄວ້າຫຼາຍໆບົດຈາກຕ່າງປະເທດພົບວ່າ ໄລຍະເວລາໃນການນອນບໍ່ແມ່ນປັດໄຈດຽວທີ່ເຮັດໃຫ້ເຮົາຕື່ນມາແລ້ວສົດຊື່ນໄດ້ ຍັງມີປັດໄຈທີ່ກ່ຽວຂ້ອງກັບຄຸນນະພາບ ແລະ ຮອບວຽນຂອງການນອນນໍາອີກ. ໃນທາງວິທະຍາສາດແລ້ວ ໃນຂະນະທີ່ຄົນເຮົານອນຫຼັບ ...

Read More »

ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ​ຕໍ່ໜ້າ ນະຄອນຫຼວງ​ວຽງ​ຈັນ

ທ່ານ ສິນ​ລະ​ວົງ ຄຸດ​ໄພທູນ ເຈົ້າ​ຄອງ​ນະຄອນຫຼວງ​ວຽງ​ຈັນ ໄດ້​ສະເໜີ​ຮ່າງທິດທາງ ​ແຜນ​ພັດທະນາ​ເສດຖະກິດ​ສັງຄົມ 5 ປີ​ຄັ້ງ​ທີ IX (2021-2025) ຂອງ​ນະ​ຄອນ​ຫຼວງວຽງ​ຈັນ ຕໍ່​ກອງ​ປະຊຸມ​ສະໄໝ​ສາ ມັນ​ເທື່ອ​ທີ 10 ຂອງສະພາ​ ປະຊາຊົນນະຄອນຫຼວງໃຫ້​ ຮູ້ວ່າ: ແຜນ​ພັດທະນາ​ເສດ​ຖະ​ກິດ​-​ສັງຄົມ 5 ປີ​ຕໍ່ໜ້ານະ ຄອນຫຼວງ​ວຽງ​ຈັນ (ນວ) ໄດ້​ວາງ​ມາດ​ຕະການ​ລວມ​ໂດຍ ​ເນັ້ນ​ໃສ່ສົ່ງເສີມ​ຄວາມ​ຍືນ​ຍົງ ແລະ ຄວາມຫຼາກ​ຫຼາຍ​ຂອງ​ເສດຖະກິດ, ເຕົ້າໂຮມ​ກຳລັງ​ແຮງ​ຂອງ​ສັງຄົມ ແລະ ນຳ​ໃຊ້​ເສດຖະກິດ​ຫຼາຍ​ພາກສ່ວນ​ເຂົ້າ​ໃນ​ການ​ພັດທະນາ, ຮັບປະກັນ​ການ​ຂະຫຍາຍຕົວ​ຂອງ​ເສດ ຖະກິດ​ໃຫ້​ໝັ້ນ​ທ່ຽງ ແລະ ທັງ​ສູ້​ຊົນ​ໃຫ້​ເສດຖະກິດ​ເຕີບ​ໂຕ​ໃນ​ອັດຕາ​ສະເລ່ຍ​ບໍ່​ໃຫ້​ຫຼຸດ 7- 8% ຕໍ່​ປີ, ໃນ​ໄລຍະ 5 ປີ. ລວມ​ຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ຄາດ​ວ່າ​ຈະ​ບັນລຸ 356.600 ຕື້​ກີບ ສະເລ່ຍ​ຕໍ່​ຫົວ​ຄົນ​ບັນລຸ 8.750 ໂດ​ລາ. ຂະແໜງ​ກະສິກຳ​ຂະຫຍາຍຕົວ​ສະເລ່ຍ 4 – 4,5% ຕໍ່​ປີ, ຂະແໜງ​ອຸດສາຫະກຳ​ຂະຫຍາຍຕົວ​ສະເລ່ຍ 11,5 -12%ຕໍ່​ປີ, ຂະແໜງການ​ບໍລິການ​ຂະຫຍາຍຕົວ​ສະເລ່ຍ 6,5 – 7%ຕໍ່​ ປີ. ພ້ອມ​ທັງ​ວາງ​ແຜນ​ສ້າງ ແລະ ...

Read More »

ຄວນຮູ້!!! ຂໍ້ຫ້າມໃນການນຳໃຊ້ ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ

ການນຳໃຊ້ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ເຮັດໃຫ້ຜູ້ໃຊ້ລົດໃຊ້ຖະໜົນມີຄວາມສະດວກສະບາຍ ແລະ ປະຢັດເວລາໃນການເດີນທາງຫລາຍສົມຄວນ, ແຕ່ຂະນະດຽວກັນ ກໍຍັງມີຫລາຍຄົນທີ່ອາດບໍ່ທັນຮູ້ ຫລື ບໍ່ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບັນດາຂໍ້ຫ້າມຕ່າງໆໃນການນຳໃຊ້ທາງດ່ວນ ເນື່ອງຈາກວ່າທາງເສັ້ນນີ້ ເປັນທາງດ່ວນເສັ້ນປະຫວັດສາດຂອງ ສປປ ລາວ ແລະ ປະຊາຊົນລາວ ກໍບໍ່ທັນມີຄວານຊິນເຄີຍໃນການນຳໃຊ້ເທື່ອ. ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ກ່ຽວຂ້ອງໃຫ້ຮູ້ວ່າ: ບັນດາຂໍ້ຫ້າມໃນການນຳໃຊ້ທາງດ່ວນປະກອບມີຄື: ຫ້າມຂັບຂີ່ຍານພາຫະນະໃນສະພາບມຶນເມົາ, ຂັບຂີ່ເກີນຄວາມໄວທີ່ກົດໝາຍ, ລະບຽບການ ແລະ ປ້າຍຈະລາຈອນ ກຳນົດ, ຫ້າມຂັບຂີ່ເຈີດຊ້າຍເຈີດຂວາ, ຊ່ວງຊີງພາຫະນະອື່ນດ້ວຍຄວາມປະໝາດ ແລະ ບໍ່ຖືກຕ້ອງຕາມກົດຈະລາຈອນທາງບົກ ແລະ ຫ້າມຂັບຂີ່ຍານພາຫະນະທີ່ບັນທຸກວັດຖຸ ແລະ ສິນຄ້າຜິດກົດໝາຍຢ່າງເດັດຂາດ; ຫ້າມໃຊ້ໂທລະສັບມືຖື, ເບິ່ງໂທລະພາບ, ຮູບພາບວີຊີດີ, ດີວີດີ ຫລື ເຄື່ອງຫລິ້ນເອເລັກໂຕຣນິກທຸກປະເພດ ໃນເວລາຂັບຂີ່ຍານພາຫະນະ, ຫ້າມຈອດຍານພາຫະນະຕາມທາງດ່ວນໂດຍບໍ່ມີຄວາມຈຳເປັນ, ຫ້າມຍານພາຫະນະທີ່ບັນທຸກຜູ້ໂດຍສານເກີນຈຳນວນ, ສິນຄ້າເກີນນຳໜັກ ຫລື ຂະໜາດ ຕາມມາດຕະຖານຂອງໂຮງງານຜະລິດກຳນົດ; ຫ້າມຜູ້ໂດຍສານນັ່ງກະບະລົດ, ຫ້າມແຂ່ງລົດທຸກປະເພດຕາມທາງດ່ວນ, ຫ້າມຖອຍຫລັງ, ຂັບສວນກັບ, ຂ້າມຮາວດອນກາງເພື່ອລ້ຽວກັບ, ຫ້າມລອງລົດ ແລະ ລົດທີ່ຮຽນຂັບເຂົ້າທາງດ່ວນ, ຫ້າມຈອດຕັນທາງເຂົ້າ, ຫ້າມຂັບຂີ່ຄວບຊ່ອງຈະລາຈອນ, ຫ້າມຊີງທາງເບື້ອງຂວາ ແລະ ພຶດຕິກຳອື່ນໆ ທີ່ເປັນການລະເມີດກົດໝາຍ ...

Read More »

ຄະນະສະເພາະກິດ ຮຽກຮ້ອງ ທົ່ວສັງຄົມຈົ່ງມີສະຕິໃນການປ້ອງກັນຕົນເອງ ຈາກພະຍາດໂຄວິດ-19

ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ພະຍາດໂຄວິດ-19 ໃນວັນທີ 24 ທັນວາ 2020 ນີ້ ສປປ ລາວ ຍັງບໍ່ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ, ພ້ອມທັງຮຽກຮ້ອງ ທົ່ວສັງຄົມ ກໍຄື ປະຊາຊົນລາວ ໃນຂອບເຂດທົ່ວປະເທດ ຈົ່ງມີສະຕິໃນການປ້ອງກັນໂຕ ຈາກພະຍາດດັ່ງກ່າວ, ພ້ອມກັນປະຕິບັດມາດຕະການ, ຄຳແນະນຳ ທີ່ທາງຄະນະສະກິດວາງອອກ ດ້ວຍຄວາມຮັບຜິດຊອບສູງ. ທ່ານ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ລາຍງານໃຫ້ຮູ້ ກ່ຽວກັບການເຝົ້າລະວັງ ພະຍາດໂຄວິດ-19 ຢູ່ຈຸດຜ່ານແດນຕ່າງໆ ມາຮອດໃນວັນທີ 23 ທັນວາ ທົ່ວປະເທດ ມີຜູ້ເດີນທາງເຂົ້າມາ ສປປ ລາວ ທັງໝົດ 2.943 ຄົນ ໃນນັ້ນ ຜ່ານດ່ານລາວ-ໄທ 1.872 ຄົນ; ດ່ານລາວ-ຈີນ 90 ຄົນ, ດ່ານລາວ-ຫວຽດນາມ 840 ຄົນ, ດ່ານລາວ-ກຳປູເຈຍ 2 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ 139 ...

Read More »

ມູນນິທິເຄຊີ ”ກິດສະໜາ ແລະ ຈັນທະຈອນ ວົງໄຊ” ມອບເຄື່ອງຊ່ວຍເຫຼືອຄອບຄົວຜູ້ທຸກຍາກບັນດາແຂວງພາກເໜືອ

ໃນຕອນບ່າຍຂອງ ວັນທີ 22 ທັນວາ 2020 ທີ່ຜ່ານມາ ທາງມູນນິທິ ເຄຊີ ”ກິດສະໜາ ແລະ ຈັນທະຈອນ ວົງໄຊ” ໄດ້ມອບອຸປະກອນເຄື່ອງນຸ່ງຫົ່ມໃຫ້ແກ່ ຄະນະສະມາຊິກສະພາແຫ່ງຊາດເພດຍິງ ເພື່ອນໍາໄປມອບຕໍ່ໃຫ້ຄອບຄົວທີ່ທຸກຍາກ ຢູ່ແຂວງ ຫົວພັນ ແລະ ແຂວງ ຊຽງຂວາງ ຢູ່ທີ່ອາຄານ ເຄແອນຊີ (K&C) ໃຫ້ກຽດມອບໂດຍ ທ່ານ ນາງ ຈັນທະຈອນ ວົງໄຊ ຮອງປະທານ ມູນນິທິ ເຄຊີ ”ກິດສະໜາ ແລະ ຈັນທະຈອນ ວົງໄຊ” ແລະ ຕາງໜ້າຮັບໂດຍທ່ານ ນາງ ທັດສະດາພອນ ຈັນທະມາດ ປະທານຄະນະສະມາຊິກສະພາແຫ່ງຊາດເພດຍິງ ສະພາແຫ່ງຊາດຊຸດທີ VIII (ປະຈໍາການທີ່ສະພາແຫ່ງຊາດທາດຫຼວງ). ເຄື່ອງນຸ່ງຫົ່ມທີ່ມອບໃນຄັ້ງນີ້ ລວມມູນຄ່າທັງໝົດ 13,125,000 ກີບ ເຊິ່ງປະກອບມີ ຜ້າຫົ່ມ ຈໍານວນ 200 ຜືນ, ເຊິ່ງຈະໄດ້ນໍາໄປມອບໃຫ້ຄອບຄົວຜູ້ທຸກຍາກຢູ່ທີ່ ບ້ານ ນາກຽວ , ບ້ານ ໜອງໃສ ເມືອງ ...

Read More »

ບາງມາດຕະການ ແກ້ໄຂອັດຕາເງິນເຟີ້

ໃນບົດຊີ້ແຈງກ່ຽວກັບສະພາບເງິນຕາຕ່າງປະເທດ; ອັດຕາແລກປ່ຽນ; ອັດຕາເງິນເຟີ້ ແລະ ມາດຕະການແກ້ໄຂນັ້ນ ທ່ານ ຜູ້ວ່າການທະນາຄານ ແຫ່ງ ສປປ ລາວ ໄດ້ກ່າວຕໍ່ກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຄັ້ງວັນທີ 24 ມິຖຸນາ – 02 ກໍລະກົດ 2020 ຜ່ານມານີ້ ໂດຍມີບາງມາດຕະການດັ່ງນີ້: ສັງລວມແລ້ວ ໃນໄລຍະ 2 ເດືອນຕົ້ນປີ 2020 , ປັດໄຈຕົ້ນຕໍທີ່ພາໃຫ້ອັດຕາເງິນເຟີ້ຂອງ ສປປ ລາວ ເພີ່ມຂຶ້ນ ແມ່ນໄດ້ຮັບແຮງກົດດັນທັງເບື້ອງຄວາມຕ້ອງການ (Demand Pull), ໃນສະພາບທີ່ພື້ນຖານການຜະລິດພາຍໃນຍັງບໍ່ເຂັ້ມແຂງ ສົມທົບກັບທຸກປະເທດປະຕິບັດມາດຕະການການປິດປະເທດ ແລະ ສຸມໃສ່ແກ້ໄຂບັນຫາພະຍາດລະບາດໂຄວິດ-19 ໄດ້ເຮັດໃຫ້ຄວາມຕ້ອງການ ໂດຍສະເພາະ ສະບຽງອາຫານ, ສິນຄ້າອຸປະໂພກ-ບໍລິໂພກທີ່ຈໍາເປັນພື້ນຖານໃນຊີວິດປະຈໍາວັນ, ສິນຄ້າປະເພດຢາ ແລະອຸປະກອນປ້ອງກັນພະຍາດ ຍິ່ງມີສູງຂຶ້ນ ໃນຂະນະທີ່ຕ່ອງໂສ້ການຜະລິດ ແລະ ການຈໍລະຈອນຂອງຫຼາຍສິນຄ້່າໄດ້ຮັບຜົນກະທົບ ແລະ ການຢຸດສະງັກ; ພ້ອມກັນນັ້ນ, ປັດໄຈຈາກແຮງກົດດັນດ້ານຕົ້ນທຶນ (Cost Push) ກໍມີຜົນ ເນື່ອງຈາກການປັບຂຶ້ນລາຄາຂອງສິນຄ້າບາງປະເພດຢູ່ປະເທດຜູ້ສົ່ງອອກ ຕາມສະພາບກົນໄກການສະໜອງທີ່ໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ...

Read More »

ກຸ່ມບໍລິສັດ AIF ມອບອຸປະກອນການເພດ ໃຫ້ແກ່ໂຮງໝໍມະໂຫສົດ ມູນຄ່າ 300 ລ້ານກີບ

ກຸ່ມບໍລິສັດ AIF ມອບອຸປະກອນການເພດ ສຳລັບ ພະແນກສຸກເສີນເດັກນ້ອຍ ແລະອຸປະກອນການແພດອື່ນໆ ອີກຈຳນວນໜຶ່ງ ໃຫ້ແກ່ໂຮງໝໍມະໂຫສົດ ມູນຄ່າຫຼາຍກວ່າ 300 ລ້ານກີບ ຢູ່ທີ່ໂຮງໝໍມະໂຫສົດ ໂດຍການເປັນປະທານຂອງ ທ່ານ  ບຸນກອງ ສີຫາວົງ, ລັດຖະມົນຕີວ່າການ ກະຊວງ ສາທາລະນະສຸກ , ມີ ທ່ານ ນາງ ກິ່ງໂພເງິນ ພູມມະສັກ ປະທານ ກຸ່ມບໍລິສັດ AIF , ທ່ານ ດຣ. ພິສິດ ພຸດສະຫວັດ  ຜູ້ອຳນວຍການ ໂຮງໝໍ ມະໂຫສົດ ບັນດາ ທ່ານຫົວໜ້າກົມ, ຮອງກົມ, ແພດໝໍ, ບຸກຄະລາກອນການແພດທີ່ກ່ຽວຂ້ອງ, ທ່ານຄະນະຜູ້ບໍລິຫານ ແລະ ພະນັກງານ ຂອງກຸ່ມ ບໍລີສັດ AIF ເຂົ້າຮ່ວມ. ໃນພິທີດັ່ງກ່າວທ່ານ ນາງ ກິ່ງໂພເງິນ ພູມມະສັກ ປະທານ ກຸ່ມບໍລິສັດ AIF ໄດ້ກ່າວວ່າ: ຈຸດປະສົງໃນການມອບອຸປະກອນການແພດໃນຄັ້ງນີ້ແມ່ນ ຍ້ອນຢາກຊ່ວຍເຫລືອເດັກນ້ອຍ ໂດຍສະເພາະແມ່ນຕົນເອງໄດ້ມີໂອກາດໄປຢ້ຽມຢາມພ້ອມທັງຊ່ວຍເຫລືອທາງພະແນກຟື້ນຟູເດັກອ່ອນ ຈຶ່ງໄດ້ມາເຫັນວ່າມີເດັກນ້ອຍໄດ້ເຂົ້າມາປິ່ນປົວຢ່າງຫລວງຫລາຍຈາກທົ່ວປະເທດ ...

Read More »