ຄວນຮູ້!!! ຂໍ້ຫ້າມໃນການນຳໃຊ້ ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ

ການນຳໃຊ້ທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ເຮັດໃຫ້ຜູ້ໃຊ້ລົດໃຊ້ຖະໜົນມີຄວາມສະດວກສະບາຍ ແລະ ປະຢັດເວລາໃນການເດີນທາງຫລາຍສົມຄວນ, ແຕ່ຂະນະດຽວກັນ ກໍຍັງມີຫລາຍຄົນທີ່ອາດບໍ່ທັນຮູ້ ຫລື ບໍ່ເຂົ້າໃຈຢ່າງເລິກເຊິ່ງ ກ່ຽວກັບບັນດາຂໍ້ຫ້າມຕ່າງໆໃນການນຳໃຊ້ທາງດ່ວນ ເນື່ອງຈາກວ່າທາງເສັ້ນນີ້ ເປັນທາງດ່ວນເສັ້ນປະຫວັດສາດຂອງ ສປປ ລາວ ແລະ ປະຊາຊົນລາວ ກໍບໍ່ທັນມີຄວານຊິນເຄີຍໃນການນຳໃຊ້ເທື່ອ.

ในภาพอาจจะมี ท้องฟ้า, รถยนต์ และสถานที่กลางแจ้ง

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ກ່ຽວຂ້ອງໃຫ້ຮູ້ວ່າ: ບັນດາຂໍ້ຫ້າມໃນການນຳໃຊ້ທາງດ່ວນປະກອບມີຄື: ຫ້າມຂັບຂີ່ຍານພາຫະນະໃນສະພາບມຶນເມົາ, ຂັບຂີ່ເກີນຄວາມໄວທີ່ກົດໝາຍ, ລະບຽບການ ແລະ ປ້າຍຈະລາຈອນ ກຳນົດ, ຫ້າມຂັບຂີ່ເຈີດຊ້າຍເຈີດຂວາ, ຊ່ວງຊີງພາຫະນະອື່ນດ້ວຍຄວາມປະໝາດ ແລະ ບໍ່ຖືກຕ້ອງຕາມກົດຈະລາຈອນທາງບົກ ແລະ ຫ້າມຂັບຂີ່ຍານພາຫະນະທີ່ບັນທຸກວັດຖຸ ແລະ ສິນຄ້າຜິດກົດໝາຍຢ່າງເດັດຂາດ; ຫ້າມໃຊ້ໂທລະສັບມືຖື, ເບິ່ງໂທລະພາບ, ຮູບພາບວີຊີດີ, ດີວີດີ ຫລື ເຄື່ອງຫລິ້ນເອເລັກໂຕຣນິກທຸກປະເພດ ໃນເວລາຂັບຂີ່ຍານພາຫະນະ, ຫ້າມຈອດຍານພາຫະນະຕາມທາງດ່ວນໂດຍບໍ່ມີຄວາມຈຳເປັນ, ຫ້າມຍານພາຫະນະທີ່ບັນທຸກຜູ້ໂດຍສານເກີນຈຳນວນ, ສິນຄ້າເກີນນຳໜັກ ຫລື ຂະໜາດ ຕາມມາດຕະຖານຂອງໂຮງງານຜະລິດກຳນົດ; ຫ້າມຜູ້ໂດຍສານນັ່ງກະບະລົດ, ຫ້າມແຂ່ງລົດທຸກປະເພດຕາມທາງດ່ວນ, ຫ້າມຖອຍຫລັງ, ຂັບສວນກັບ, ຂ້າມຮາວດອນກາງເພື່ອລ້ຽວກັບ, ຫ້າມລອງລົດ ແລະ ລົດທີ່ຮຽນຂັບເຂົ້າທາງດ່ວນ, ຫ້າມຈອດຕັນທາງເຂົ້າ, ຫ້າມຂັບຂີ່ຄວບຊ່ອງຈະລາຈອນ, ຫ້າມຊີງທາງເບື້ອງຂວາ ແລະ ພຶດຕິກຳອື່ນໆ ທີ່ເປັນການລະເມີດກົດໝາຍ ແລະ ລະບຽບການ. ບັນດາຂໍ້ຫ້າມຕ່າງໆ ກຳນົດຂຶ້ນເພື່ອເຮັດໃຫ້ການໃຊ້ລົດໃຊ້ຖະໜົນມີຄວາມເປັນລະບຽບຮຽບຮ້ອຍ, ຖືກຕ້ອງຕາມກົດໝາຍ, ມີຄວາມປອດໄພ, ສະດວກສະບາຍ ແລະ ໄປຕາມມາດຕະຖານຂອງສາກົນ, ຖ້າທຸກຄົນປະຕິບັດຕາມກົດລະບຽບຈະຈອນຈອນ ແລະ ຂໍ້ຫ້າມຢ່າງເຄັ່ງຄັດ ກໍຈະເຮັດໃຫ້ການຂັບຂີ່ຕາມຕະຫລອດເສັ້ນທາງມີຄວາມມ່ວນຊື່ນ, ເພີດເພີນ, ມີຄວາມສຸກ ແລະ ໄປເຖິງຈຸດໝາຍປາຍທາງຢ່າງປອດໄພ.

ຂປລ.

Comments